ສື່ມວນຊົນເຢຍລະມັນ: ຮອດເວລາແລ້ວທີ່ນັກລົງທຶນຄວນເຂົ້າມາລົງທຶນຢູ່ ຫວຽດນາມ

21:49 | 31/01/2021

ຍສໝ - ສື່ມວນຊົນເຢຍລະມັນ ໄດ້ລົງບົດຂຽນຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດຫວຽດນາມ, ພ້ອມທັງຖືວ່າຮອດເວລາແລ້ວທີ່ນັກລົງທຶນຄວນເຂົ້າມາລົງທຶນຢູ່ ຫວຽດນາມ.

ສ ມວນຊ ນເຢຍລະມ ນ ຮອດເວລາແລ ວທ ນ ກລ ງທ ນຄວນເຂ າມາລ ງທ ນຢ ຫວຽດນາມ ສະຫາຍ ຫງວຽນຝູຈ້ອງ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIII
ສ ມວນຊ ນເຢຍລະມ ນ ຮອດເວລາແລ ວທ ນ ກລ ງທ ນຄວນເຂ າມາລ ງທ ນຢ ຫວຽດນາມ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ລວມມີ 200 ສະຫາຍ
ສ ມວນຊ ນເຢຍລະມ ນ ຮອດເວລາແລ ວທ ນ ກລ ງທ ນຄວນເຂ າມາລ ງທ ນຢ ຫວຽດນາມ
ພາບປະກອບ

ໃນວັນທີ 30 ມັງກອນ, ເວັບໄຊ boerse-online.de ຂອງເຢຍລະມັນໄດ້ລົງບົດຂຽນຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫຼາດຫວຽດນາມ, ພ້ອມທັງຖືວ່າຮອດເວລາແລ້ວທີ່ນັກລົງທຶນຄວນເຂົ້າມາລົງທຶນຢູ່ ຫວຽດນາມ. ຕາມບົດຂຽນແລ້ວ, ໃນປີ 2020, ຫວຽດນາມ ໄດ້ຮັບມືກັບພະຍາດໂຄວິດ-19 ຢ່າງໄວວາ ແລະສະເໝີຕົ້ນສະເໝີປາຍ, ຊ່ວຍໃຫ້ບັນດານັກລົງທຶນພາຍໃນປະເທດອຸ່ນອ່ຽນໃຈ. ທະນາຄານໂລກ ຄາດຄະເນວ່າ, ເສດຖະກິດຫວຽດນາມ ໃນປີ 2021 ຈະບັນລຸລະດັບເຕີບໂຕ 6,8%, ໃນຂະນະທີ່ລັດຖະບານວາງເປົ້າໝາຍບັນລຸລະດັບການເຕີບໂຕປະຈຳປີສະເລ່ຍ ແມ່ນ 6% ໃນຊຸມປີຕໍ່ໄປ. ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19, ກໍາລັງຊຸກຍູ້ຕະຫຼາດຫຼັກຊັບຫວຽດນາມ ຍັງບໍ່ຖືກຕັດຕອນ. ນັບແຕ່ຕົ້ນເດືອນມັງກອນ 2021, ດັດຊະນີ VN Index ບັນລຸໄດ້ກວ່າ 9%, ເຮັດໃຫ້ຕະຫຼາດຫຼັກຊັບນະຄອນໂຮ່ຈີມິນ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບບັນດາສູນການເງິນມີກຳໄລຫຼາຍທີ່ສຸດໃນໂລກ. ແຕ່ເດືອນເມສາເຖິງເດືອນທັນວາ 2020, ດັດຊະນີຕະຫລາດຫຼັກຊັບຂອງຫວຽດນາມ ເພີ່ມຂຶ້ນ 15%.

ບັນດາສຳນັກຂ່າວສານສາກົນລ້ວນແຕ່ໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມປີ 2021 ຈະສືບຕໍ່ມີບາດກ້າວຟື້ນຟູຢ່າງຕັ້ງໜ້າ, ຍິ່ງໄປກວ່ານັ້ນສາມາດກັບຄືນໄປຢູ່ໃນໄລຍະກ່ອນທີ່ຈະເກີດພະຍາດໂຄວິດ-19. ບົດຂຽນລົງພິມໃນໜັງສືພິມ South China Morning Post ຫວ່າງແລ້ວນີ້ຖືວ່າ, ຫວຽດນາມ ໄດ້ກາຍເປັນ “ໃຈກາງ” ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນທົດສະວັດຜ່ານມາ. ຕາມບົດຂຽນດັ່ງກ່າວ, ໃນໄລຍະ 2013-2019, FDI ຂອງຫວຽດນາມ ໄດ້ເພີ່ມຂຶ້ນປະມານ 81%.

ໜັງສືພິມ South China Morning Post ເນັ້ນໜັກວ່າ “ຄວາມເປັນເຈົ້າການຂອງຫວຽດນາມ ໃນການປະຕິບັດນະໂຍບາຍເປັນມິດກັບວິສາຫະກິດ, ສ້າງຕັ້ງບັນດາເຂດອຸດສາຫະກໍາ ກໍ່ຄືກໍາລັງຜູ້ອອກແຮງງານໜຸ່ມເປັນຈໍານວນຫຼວງຫຼາຍໄດ້ຊ່ວຍດຶງດູດ FDI ຈາກປະເທດອື່ນໆ... ນອກຈາກນັ້ນ, ສະຖຽນລະພາບດ້ານການເມືອງກໍ່ເປັນກຳລັງດຶງດູດ FDI”.

ທ່ານ Joseph Incalcaterra, ຫົວໜ້ານັກເສດຖະກິດກ່ຽວກັບອາຊຽນ ສັງກັດບໍລິສັດຄົ້ນຄວ້າທົ່ວໂລກຂອງທະນາຄານ HSBC ຖືວ່າຄວາມສາມາດຄວບຄຸມພະຍາດໄດ້ຊ່ວຍໃຫ້ຫວຽດນາມ ຮັກສາຊື່ສຽງແມ່ນ “ສະຖານທີ່ດີທີ່ສຸດ” ສໍາລັບການລົງທຶນໂດຍກົງຈາກຕ່າງປະເທດ. ຕາມທ່ານແລ້ວ, ຫວຽດນາມ ໄດ້ຮັບຖືວ່າແມ່ນໃຈກາງຜະລິດອີງໃສ່ຕົວເລກຕົວຈິງແມ່ນທຶນ FDI ຍັງລົງທຶນເຂົ້າແຮງທີ່ສຸດໃນປີ 2020.

ລັດຖະບານ​ຫວຽດນາມ ​ໄດ້​ວາງ​ເປົ້າໝາຍສູ້​ຊົນ​​ໃຫ້ລວມຍອດຜະລິດ​ຕະພັນພາຍ​ໃນ​ປະ​ເທດ ​ຂະຫຍາຍຕົວປະມານ 6,5% ພາຍ​ໃນ​ປີ​ນີ້ ສະ​ເລ່ຍຕໍ່​ຫົວ​ຄົນ ​ປະມານ 3.700 ​ໂດ​ລາສະຫະລັດ ພາຍຫລັງ​ ຫວຽດນາມ ກຳນົດທິດນຳການເຄື່ອນໄຫວປີນີ້ແມ່ນ “ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມີຄວາມໄຝ່ຝັນພັດທະນາ” ດ້ວຍ 8 ຄຳຊີ້ນຳບໍລິຫານຈຸດສຸມ.

ສ ມວນຊ ນເຢຍລະມ ນ ຮອດເວລາແລ ວທ ນ ກລ ງທ ນຄວນເຂ າມາລ ງທ ນຢ ຫວຽດນາມ ຫວຽດນາມ ໄດ້ຮັບ 20 ບ້ວງເງິນຊ່ວຍເຫຼືອໃນຂອບເຂດ ໂຄງການຄົ້ນຄວ້າວິທະຍາສາດຕ້ານມົນລະພິດທີ່ດິນ

ຍສໝ - ອົງການພັດທະນາສາກົນອາເມລິກາ (USAID) ຈະອຸປະຖຳໃຫ້ແຕ່ລະໂຄງການແມ່ນແຕ່ 54.000 ຫາ 300.000 ໂດລາສະຫະລັດ.

ສ ມວນຊ ນເຢຍລະມ ນ ຮອດເວລາແລ ວທ ນ ກລ ງທ ນຄວນເຂ າມາລ ງທ ນຢ ຫວຽດນາມ ຫວຽດນາມ ແມ່ນພື້ນຖານເສດຖະກິດທີ່ປະສົບຜົນສໍາເລັດທີ່ສຸດກ່ຽວກັບໂລກລະບາດ

ນັກເສດຖະກິດຫຼາຍຄົນມີຄວາມປະເອີບໃຈວ່າການເຕີບໂຕຂອງເສດຖະກິດຫວຽດນາມ ຈະສືບຕໍ່ເພີ່ມຂຶ້ນໃນປີ 2021.

ສ ມວນຊ ນເຢຍລະມ ນ ຮອດເວລາແລ ວທ ນ ກລ ງທ ນຄວນເຂ າມາລ ງທ ນຢ ຫວຽດນາມ ການແລກປ່ຽນທາງໄກກ່ຽວກັບການສົມທົບກັນສ້າງຊຸດສໍາເນົາເອກະສານ 70 ປີແຫ່ງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ

ຍສໝ - ກິດຈະກຳທີ 5 ແມ່ນກອງປະຊຸມສໍາມະນາກ່ຽວກັບ 70 ປີແຫ່ງການພົວພັນຮ່ວມມືໃນຂົງເຂດການທະຫານຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ ຄາດຄະເນວ່າຈະຈັດຕັ້ງໃນເດືອນມັງກອນ 2021.

ໄຊພອນ

ເຫດການ
302 Found

Found

The document has moved here.