ສື່ມວນຊົນສາກົນ “ຖອດລະຫັດ” ຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນສຳລັບຜົນສຳເລັດຂອງຫວຽດນາມ

08:59 | 27/01/2021

ເຖິງວ່າປີ 2020 ເສດຖະກິດຈະຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ແຕ່ ຫວຽດນາມ ຍັງນອນໃນ Top 10 ປະເທດທີ່ມີການເຕີບໂຕ GDP ສູງທີ່ສຸດໃນໂລກ.

ຜົນງານທຸກດ້ານຂອງຫວຽດນາມ ລ້ວນແຕ່ອີງໃສ່ການຊີ້ນໍາ, ນໍາພາຂອງພັກກອມມູນິດຫວຽດນາມ
ຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

ຕາມການຕີລາຄາຂອງວາລະສານ The Economist ແລ້ວ, ເຖິງວ່າປີ 2020 ເສດຖະກິດຈະຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ແຕ່ ຫວຽດນາມ ຍັງນອນໃນ Top 10 ປະເທດທີ່ມີການເຕີບໂຕ GDP ສູງທີ່ສຸດໃນໂລກ ແລະ ແມ່ນໜຶ່ງໃນຈຳນວນ 16 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນດີທີ່ສຸດໃນປີ. ຊີວິດການເປັນຢູ່ຂອງປະຊາຊົນນັບທັງທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການປັບປຸງຢ່າງເຫັນໄດ້ຊັດ, ລາຍຮັບສະເລ່ຍຕໍ່ຫົວຄົນປີ 2020 ບັນລຸປະມານ 2.750 USD/ປີ.

ສື່ມວນຊົນສາກົນ “ຖອດລະຫັດ” ຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນສຳລັບຜົນສຳເລັດຂອງຫວຽດນາມ
ສື່ມວນຊົນສາກົນ “ຖອດລະຫັດ” ຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນສຳລັບຜົນສຳເລັດຂອງຫວຽດນາມ. (ພາບ: VOV)

ສຳນັກຂ່າວສານ Reuters ຂອງອັງກິດ ມີບົດຂຽນຫຼາຍບົດໄດ້ບັນທຶກຄວາມໃນໃຈຂອງປະຊາຊົນຫວຽດນາມ ຕໍ່ໜ້າເຫດການໃຫຍ່ຂອງປະເທດຊາດ. ນັ້ນແມ່ນຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ, ຄວາມຫວັງກ່ຽວກັບກອງປະຊຸມໃຫຍ່ບັນລຸຜົນສຳເລັດ, ປະກອບສ່ວນປັບປຸງບົດບາດນຳພາຂອງພັກ ແລະ ນຳໃຊ້ບັນດາຜົນງານໃນການພັດທະນາເສດຖະກິດ, ສັງຄົມບັນລຸຜົນສຳເລັດ. ແຫຼ່ງຂ່າວກໍ່ໄດ້ຄັດຄຳເວົ້າຂອງທ່ານ ເຈິ່ນຊີ້ເຈືອງ, ອະດີດທີ່ປຶກສາເສດຖະກິດ ແລະ ນະໂຍບາຍເງິນຕາຂອງຄະນະກຳມະການທະນາຄານສະພາສູງອາເມລິກາ ໂດຍເນັ້ນໜັກວ່າ:

“ມີວິສາຫະກິດຫຼາຍແຫ່ງໄດ້ຫັນແຫຼ່ງທຶນມາຫວຽດນາມ. ກະແສ FDI ນັ້ນໄດ້ສ້າງກຳລັງໜູນໃຫ້ແກ່ຫວຽດນາມ ໃນປີຜ່ານມາ ເພື່ອບັນລຸລະດັບການເຕີບໂຕ GDP ເປັນບວກ ແລະ ສືບຕໍ່ເຕີບໂຕດີໃນປີ 2021. ນີ້ແມ່ນທ່າແຮງເຊິ່ງປະເທດຫວຽດນາມ ມີຄວາມຕ້ອງການ”.

ວາລະສານອາຊີ (Asia Times) ມີສຳນັກງານຕັ້ງຢູ່ຮົ່ງກົງ (ຈີນ) ກໍ່ໄດ້ລົງບົດຂຽນອະທິບາຍກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງມະຫາຊົນຢູ່ຫວຽດນາມ, ດ້ວຍສິ່ງພິສູດຢ່າງຈະແຈ້ງທີ່ສຸດແມ່ນເລື່ອງລາວກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການຄວບຄຸມໂລກລະບາດໂຄວິດ-19.

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສົ່ງໂທລະເລກອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ

ເນື່ອງໃນໂອກາດທີ່ພັກກອມມູນິດຫວຽດນາມ ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ຄວາມເຊື່ອໝັ້ນຕໍ່ບັນດາລັດຖະນະໂຍບາຍຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ

ນີ້ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງພັກ, ຂອງຊາດ ແລະ ປະເທດຫວຽດນາມ, ມີຄວາມໝາຍກຳນົດທິດໃຫ້ແກ່ອະນາຄົດ, ສືບຕໍ່ຍູ້ແຮງພາລະກິດແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງຮອບດ້ານ, ຄົບຊຸດ.

ກອງ​ປະ​ຊຸມ​ໃຫຍ່​ຄັ້​ງ​ທີ 13 ຂອງ ພັກ, ກຳ​ລັງ​ໜູນ​ໃໝ່​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ຂອງ ຫວຽດ​ນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ແມ່ນເຫດການສຳຄັນໃນຊີວິດການເມືອງຂອງພັກ ແລະ ລັດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.