ກາ​ລະ​ໂອ​ກາດ​ໃຫຍ່​ຈາກ​ຕະຫຼາດ​ເປີດ​ກ້​ວາງ​ກັບ​ສັນ​ຍາ RCEP

14:00 | 25/01/2021

​ຍ​ສ​ໝ - ສັນ​ຍາ RCEP ແມ່ນ FTA ທີ 15 ເຊິ່ງ ຫວຽດ​ນາມ ເຂົ້າ​ຮ່ວມ, ເມື່ອ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈະ​ເປີດ​ຕະຫຼາດ​ທີ່​ມີ​ຜູ້​ບໍ​ລິ​ໂພກ 2,2 ຕື້​ຄົນ ແລະ ກາຍ​ເປັນ​ພາກ​ພື້ນ​ກາ​ນ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃຫ້​ແກ່​ການ​ຄ້າ, ການ​ລົງ​ທຶນ, ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ແກ້ງ​ແຍ້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ ແລະ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ.

ກາ ລະ ໂອ ກາດ ໃຫຍ ຈາກ ຕະຫ າດ ເປ ດ ກ ວາງ ກ ບ ສ ນ ຍາ rcep ບັນດາຊ່ຽວຊານໃນພາກພື້ນ ໄດ້ສະແດງຄວາມຕີລາຄາສູງການລົງນາມໃນສັນຍາ RCEP
ກາ ລະ ໂອ ກາດ ໃຫຍ ຈາກ ຕະຫ າດ ເປ ດ ກ ວາງ ກ ບ ສ ນ ຍາ rcep ການ​ນຳ​ບັນ​ດາ​ປະ​ເທດຕີລາ​ຄ​າ​ສູງບົດ​ບາດ​ຂ​ອງ RCEP
ກາ ລະ ໂອ ກາດ ໃຫຍ ຈາກ ຕະຫ າດ ເປ ດ ກ ວາງ ກ ບ ສ ນ ຍາ rcep
ພາບ​ປະ​ກອບ

ຕາມ​ການ​ລາຍ​ການ​ຈາ​​ປະ​ຕິ​ບັດ​ສັນ​ຍາ RCEP ທີ່​ຕິດ​ພັນ​ກັບ​ການ​ປັບ​ປຸງ​ລັກ​ສະ​ນະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ ພື້ນ​ຖານ​ເສດ​ຖະ​ກິ​ດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​​ບໍ​ລິ​ຫານ​ເສດ​ຖະ​ກິດ​ສູນ​ກາງ (CIEM) ຫາ​ກໍ່​ປະ​ກາດ ຫວ່າງ​ແລ້ວນີ້​ໄດ້​ຢັ້ງ​ຢືນ​ວ່າ “RCEPມີ​ຜົນ​ກະ​ທົບ​ສ້າງ​ການ​ຄ້າ, ບໍ່​ແມ່ນ​ວ່າ ຫັນ​ທິດ​ການ​ຄ້າ. ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ຄ້າ​ຜ່ານ​ຄົນ​ກາງ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ອາດ​ຈະ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ ແລະ ຜະ​ລິດ​ໃນ​ພາກ​ພື້ນ​ຢ່າງ​ເລິກເຊິ່ງ​ກ້​ວາງ​ຂວາງ​ກ່​ວາ”.

ສັນ​ຍາ RCEP ແມ່ນ FTA ທີ 15 ເຊິ່ງ ຫວຽດ​ນາມ ເຂົ້າ​ຮ່ວມ, ເມື່ອ​ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈະ​ເປີດ​ຕະຫຼາດ​ທີ່​ມີ​ຜູ້​ບໍ​ລິ​ໂພກ 2,2 ຕື້​ຄົນ ແລະ ກາຍ​ເປັນ​ພາກ​ພື້ນ​ກາ​ນ​ຄ້າ​ເສ​ລີ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃຫ້​ແກ່​ການ​ຄ້າ, ການ​ລົງ​ທຶນ, ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ແກ້ງ​ແຍ້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ ແລະ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ.

ຕີ​ລາ​ຄາ​ສັງ​ລວມ, ທ່ານນາງ ປ.ອ ເຈິ່ນ​ທິ​ຮົ່ງ​ມິງ, ຫົວ​ໜ້າ ສະ​ຖາ​ບັນ​ຄົ້ນ​ຄ້​ວາ ບໍ​ລິ​ຫານ​ເສດ​ຖະ​ກິດ ສູນ​ກາງ ໄດ້​ເນັ້ນ​ໜັກ​ວ່າ ບັນ​ດາ​ຄຳ​ສັບ​ຄື ຕັດ​ຂາວ, ຢຸດ​ສະ​ຫງັກ ລະ​ບົບ​ສະ​ໜອງ​ໄດ້​ເຕື້ອງ​ເຖິງຫຼາຍ​ເທື່ອ​ໃນ​ປີ 2020 ແລ້ວ, ອາດ​ເວົ້າ​ໄດ້​ວ່າ ນັ້ນ​ແມ່ນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ ແລະ ໜັ້ກ​ໜ່ວງ​ທີ່​ສຸດ​ສຳ​ລັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ. ແຕ່​ສິ້ນ​ສຸດ​ປີ 2020, ການ​ສົ່ງ​ອອກ​ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ.

ທ່າ​ນ​ນາງ​ມິງ​ຕີລາ​ຄາ​ວ່າ, ຫວຽດ​ນາມ ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ການ​ເພີ່ມ​ທະ​ວີ​ຄຸນ​ນະ​ພາບ​ສິນ​ຄ້າ​ນຳ​ເຂົ້າ​ໃຫ້​ການ​ບໍ​ລິ​ໂພກ. ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ຄ້າ​ຜ່ານ​ຄົນ​ກາງ, ວິ​ສາ​ຫະ​ກິດ ຫວຽດ​ນາມ​ມີ​ໂອ​ກາດ​ເຂົ້າ​ຮ່ວມ​ ລະ​ບົບ​ມູ​ນ​ຄ່າ ແລະ ຜະ​ລິດ​ໃນ​ພາກ​ພື້ນຢ່າງ​ເລິກ​ເຊິ່ງກ່ວາ.

RCEP ມີ​ຜົນ​ກະ​ທົບ​ສ້າງ​ການ​ຄ້າ, ບໍ່​ແມ່ນ​ວ່າ ຫັນ​ທິດ​ການ​ຄ້າ. ພ້ອມ​ກັບ​ການ​ເພີ່ມ​ທະ​ວີ​ການ​ຄ້າ​ຜ່ານ​ຄົນ​ກາງ, ວິ​ສາ​ຫະ​ກິດ​ຫວຽດ​ນາມ ອາດ​ຈະ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ ແລະ ຜະ​ລິດ​ໃນ​ພາກ​ພື້ນ​ຢ່າງ​ເລິກເຊິ່ງ​ກ້​ວາງ​ຂວາງ​ກ່​ວາ”, ບົດ​ລາຍ​ງານ​​ປະ​ຕິ​ບັດ​ສັນ​ຍາ RCEP ທີ່​ຕິດ​ພັນ​ກັບ​ການ​ປັບ​ປຸງ​ລັກ​ສະ​ນະ​ເປັນ​ເຈົ້າ​ຕົນ​ເອງ​ຂອງ ພື້ນ​ຖານ​ເສດ​ຖະ​ກິ​ດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໂດຍ​ສະ​ຖາ​ບັນ ຄົ້ນ​ຄ້​ວາ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ປະ​ກາດ​ໃນ​ອາ​ທິດ​ກ່ອນ​ໄດ້​ຢັ້ງ​ຢືນ​ສິ່ງ​ນັ້ນ.

ກວມ​ເອົາ 30% GDP ໃນ​ທົ່ວ​ໂລກ, RCEP ໄດ້​ຄາດ​ຫວັງ​ວ່າ ຈະ​ເປີດ​ກ້​ວາງ​ຕະຫຼາດ​ໃຫ້​ແກ່​ສິນ​ຄ້າ​ສົ່ງ​ອອກ​ຂອງ ຫວຽດ​ນາມ ດ້ວຍ​ຄວາມ​ສະ​ດວກ​ຈາ​ການ​ຄ້າ ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດ​ລະ​ບົບ​ສະ​ໜອງ​ດ້ວຍ​ການ​ລົງ​ທຶນ​ອະ​ສາ​ຫະ​ກຳ​ໜູນ​ຊ່ວຍ.

ທ່ານ​ນາງ ຫງວຽ​ນ​ທິ​ທູ​ຈາງ ຜູ້​ອຳ​ນວຍ​ການ​ສູນ WTO ແລະ ເຊື່ອມ​ໂຍງ (ຂຶ້ນ​ກັບ VCCI) ຖື​ວ່າ ຫວຽດ​ນາມ ພວມ​ປະ​ຕິ​ບັດ FTA 14 ສະ​ບັບ​ໃນ​ນັ້ນ​ມີ 2 ສະ​ບັບ​ລ້ນ​ໃໝ່, ມາດ​ຕະ​​ຖານ​ສູງ ນັ້ນ​ແມ່ນ EVFTA ແລະ CPTPP, ດັ່ງ​ນັ້ນ​ເມື່ອ RCEP ເຂົ້າ​ຮ່ວມ​ການ​ປະ​ຕິ​ບັດ, ເຖິງວ່າ​ມາດ​ຕະ​ຖານ​ຕຳ​ກ່​ວາ ແຕ​່​ຍັງ​ເພີ່ມ​ທະ​ວີ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າຕໍ່​ເສດ​ຖະ​ກິດ​ຫວຽດ​ນາມ.

ພ້ອມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເປີດ​ປະ​ຕູ​ຕະ​ຫຼາດ​ສິນ​ຄ້າ, ການ​ບໍ​ລິ​ການ ແລະ ການ​ລົງ​ທຶນ, RCEP ຈະ​ຊ່ວຍ​ຫັນ​ບັນ​ດາ​ລະບຽບ​ການ​ພາ​ສີ​ອາ​ກອນ​ເປັນ​ງ່າຍ​ດາຍ ແລະ ສ້າງ​ຂ​ໍ້​ກຳ​ນົດ​ຕົ້ນ​ກຳ​ເນີດ, ສ້າງ​ຄວາມ​ສະ​ດວກ​ດ້ານ​ການ​ຄ້າ, ສ້າງ​ການ​ເຊື່ອມ​ຕໍ່​ລວມ​ໃນ​ການ​ຜ​ະ​ລິດ​ຂອງ​ອາ​ຊຽນ.

ເພາະ​ສະ​ນັ້ນ, ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຈະ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ​່າ ແລະ ຜະ​ລິດ​ໃນ​ພາກ​ພື້ນ, ພ້ອມ​ທັງ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການຫຼຸດ​ຜ່ອນ​ຄ່າ​ໃຊ້​ຈາຍ​ແລກ​ປ່ຽນ​ການ​ຄ້າ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ດ້ວຍ​ຄວາມ​ກົມ​ກຽວ​ລະ​ຫວ່ງ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ມີ​ຢູ່​ແລ້ວ​ໃນ​ປັດ​ຈຸ​ບັນ ໃນ​ນັ້ນ​ມີ FTA ສະ​ບັບ​ຕ່າງໆ​ຂອງ ອາ​ຊຽນ.

ກາ ລະ ໂອ ກາດ ໃຫຍ ຈາກ ຕະຫ າດ ເປ ດ ກ ວາງ ກ ບ ສ ນ ຍາ rcep ວິ​ສາ​ຫະ​ກິດ​ຕ່ຳແຜ່ນ​ຕັດຫຍິບ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຈາກ​ບັນ​ດາ​ສັນ​ຍາ FTA

ຍ​ສ​ໝ - ດ້ວຍບັນດາສັນຍາການຄ້າເສລີທີ່ໄດ້ເຂົ້າຮ່ວມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຂະແໜງສືບຕໍ່ຍາດແຍ່ງຢ່າງມີປະສິດທິຜົນ, ນັບທັງບັນດາປັດໄຈໃໝ່ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ນຳມາໃຫ້, ເປັນຕົ້ນແມ່ນການພັດທະນາ, ເປີດກ້ວາງໃນຂະແໜງການຜະລິດວັດສະດຸ, ເພີ່ມອັດຕາມູນຄ່າເພີ່ມ.

ກາ ລະ ໂອ ກາດ ໃຫຍ ຈາກ ຕະຫ າດ ເປ ດ ກ ວາງ ກ ບ ສ ນ ຍາ rcep ບັນດາຊ່ຽວຊານໃນພາກພື້ນ ໄດ້ສະແດງຄວາມຕີລາຄາສູງການລົງນາມໃນສັນຍາ RCEP

ຍສໝ - ອີງຕາມບັນດາຜູ້ຊ່ຽວຊານ, ເລື່ອງລົງນາມໃນສັນຍາ RCEP ຂອງ 15 ປະເທດສະມາຊິກອາຊຽນ ທີ່ມີລະດັບການພັດທະນາທີ່ແຕກຕ່າງກັນ ແມ່ນສົມເປັນໄດ້ຮັບການຍົກຍ້ອງ.ສັນຍາ RCEP ໄດ້ສ້າງຄວາມຫວັງຄືນໃໝ່ ສຳລັບການປ່ຽນແປງຢ່າງຮອບດ້ານໃນດ້ານການຄ້າ, ການລົງທືນ ແລະ ສົ່ງເສີມຄວາມສາມາດຂອງຕ່ອງໂສ້ການສະໜອງພາຍໃນພາກພື້ນ, ແລະ ເພີ່ມຄວາມເຊື່ອໝັ້ນໃນພາກວິສາຫະກິດໃນບັນດາປະເທດສະມາຊິກພາກພື້ນ.

ກາ ລະ ໂອ ກາດ ໃຫຍ ຈາກ ຕະຫ າດ ເປ ດ ກ ວາງ ກ ບ ສ ນ ຍາ rcep ການ​ນຳ​ບັນ​ດາ​ປະ​ເທດຕີລາ​ຄ​າ​ສູງບົດ​ບາດ​ຂ​ອງ RCEP

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ຕີລາຄາວ່າ ສັນຍາ RCEP ບໍ່ພຽງແຕ່ແມ່ນຂໍ້ຕົກລົງທາງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກເທົ່ານັ້ນ, ຫາກຍັງມີລັກສະນະເປັນເອກະລັກສະເພາະກ່ຽວກັບຄຸນນະພາບ ແລະ ມາດຕະຖານ, ກໍຄືຜົນກະທົບຕັ້ງໜ້າຂອງສັນຍາສະບັບດັ່ງກ່າວທີ່ມີຕໍ່ການຍົກສູງລັກສະນະແກ້ງແຍ້ງ ແລະ ເຮັດໃຫ້ເພີ່ມຜົນປະໂຫຍດເສດຖະກິດຂອງບັນດາປະເທດສະມາຊິກທັງໝົດອີກດ້ວຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.