ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະບໍລິຫານຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ

14:01 | 23/01/2021

ຍສໝ -  ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ ສປປ.ລາວ, ບໍລິສັດ Startechm - ວິສາຫະກິດ ຫວຽດນາມ ທີ່ລົງທຶນຢູ່ລາວ, ໄດ້ຈັດຕັ້ງພິທີມອບຮັບໄລຍະທີ 1 ໂຄງການ “ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະ ບໍລິຫານຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມ”.

ນຳໃຊ ເຕ ກໂນໂລຢ ຂ ມ ນຂ າວສານເຂ າໃນການຄ ມຄອງ ແລະບ ລ ຫານຂອງຄະນະກຳມະການຮ ວມມ ລາວ ຫວຽດນາມ ສື່​ມວ​ນ​ຊົນ​ລາວ​ຕີ​ລາ​ຄາ​ສູງຕໍ່ວຽກ​ງານ​ກະ​ກ​ຽມ​ບຸກ​ຄະ​ລາ​ກອນ​ໃຫ້ ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ
ນຳໃຊ ເຕ ກໂນໂລຢ ຂ ມ ນຂ າວສານເຂ າໃນການຄ ມຄອງ ແລະບ ລ ຫານຂອງຄະນະກຳມະການຮ ວມມ ລາວ ຫວຽດນາມ ຄະນະພັກ ຄະນະນຳ ກວຕ ເຂົ້າອວຍພອນເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ
ນຳໃຊ ເຕ ກໂນໂລຢ ຂ ມ ນຂ າວສານເຂ າໃນການຄ ມຄອງ ແລະບ ລ ຫານຂອງຄະນະກຳມະການຮ ວມມ ລາວ ຫວຽດນາມ

ພິທີເປີດນໍາໃຊ້ເວັບໄຊຂອງຄະນະກໍາມະການຮ່ວມມືລາວ-ຫວຽດນາມ. ພາບ: TTXVN

ນີ້ແມ່ນໂຄງການໂດຍບໍລິສັດ Startech-ວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວ, ເຄື່ອນໄຫວໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານອຸປະຖໍາໃຫ້ຄະນະກຳມະການຮ່ວມມືລາວ-ຫວຽດນາມ.

ໂຄງການນີ້ໄດ້ແບ່ງອອກເປັນ 2 ໄລຍະ ປະກອບມີ: ໄລຍະທີ່ 1 ແມ່ນສ້າງເວັບໄຊ ແລະ ຖານຂໍ້ມູນ. ໄລຍະທີ 2 ສ້າງຊັອບແວຄຸ້ມຄອງ ໂຄງການ ແລະ ຄຸ້ມຄອງບໍລິຫານ, ຮັບໃຊ້ໃຫ້ແກ່ວຽກງານບໍລິຫານຂອງຄະນະກຳມະການ. ພາຍຫຼັງໄດ້ຮັບການ ສ້າງສຳເລັດ, ໂຄງການຈະຊ່ວຍຫັນຂໍ້ມູນເຄື່ອນໄຫວຂອງຄະນະກຳມະການຮ່ວມມື ລາວ - ຫວຽດນາມເປັນດີຈີຕອນ, ວຽກງານຄຸ້ມຄອງບໍລິຫານ, ສົ່ງເສີມການໂຄສະນາຮຽກຮ້ອງການລົງທຶນ, ຄຸ້ມຄອງໂຄງການໃນກອບການຮ່ວມມືລະຫວ່າງ ສອງປະເທດ.

ກ່າວຄໍາເຫັນທີ່ພິທີ, ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ຮອງປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ເນັ້ນໜັກວ່າ ການເປີດນໍາໃຊ້ເວັບໄຊຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ໃນມື້ນີ້ແມ່ນມີຄວາມໝາຍສຳຄັນທີ່ສຸດ, ແມ່ນກາລະໂອກາດເພື່ອໃຫ້ຄະນະກຳມະການເພີ່ມທະວີການສໍາຜັດກັບວິທະຍາສາດເຕັກນິກ ແລະເຕັກໂນໂລຢີທີ່ກ້າວໜ້າກວ່າອີກ, ຮັບໃຊ້ໃຫ້ແກ່ວຽກງານເຜີຍແຜ່ຂໍ້ມູນຂ່າວສານ ແລະການເຄື່ອນໄຫວຮ່ວມມືຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ໃນໄລຍະໃໝ່.

ນຳໃຊ ເຕ ກໂນໂລຢ ຂ ມ ນຂ າວສານເຂ າໃນການຄ ມຄອງ ແລະບ ລ ຫານຂອງຄະນະກຳມະການຮ ວມມ ລາວ ຫວຽດນາມ ບັນດາ ພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ...

ນຳໃຊ ເຕ ກໂນໂລຢ ຂ ມ ນຂ າວສານເຂ າໃນການຄ ມຄອງ ແລະບ ລ ຫານຂອງຄະນະກຳມະການຮ ວມມ ລາວ ຫວຽດນາມ ຍີ່ປຸ່ນ ຊ່ວຍເຫລືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ

ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ...

ນຳໃຊ ເຕ ກໂນໂລຢ ຂ ມ ນຂ າວສານເຂ າໃນການຄ ມຄອງ ແລະບ ລ ຫານຂອງຄະນະກຳມະການຮ ວມມ ລາວ ຫວຽດນາມ ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນວົງແຄບ ແບບທາງໄກ

ໃນວັນທີ 21 ມັງກອນ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມ ວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງໄກ ເຊິ່ງເປັນ​ກອງ​ປະ​ຊຸມ​ທຳ​ອິດ​ ພາຍໃຕ້​ການ​ເປັນ​ປະ​ທານ ​ອາ​ຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບສົກປີ 2021) ໂດຍມີບັນດາລັດຖະມົນຕີ ຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຕື່ມອີກ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.