ຫວຽດນາມ ມີອິດທິພົນຊື່ສຽງ ແລະໄດ້ຮັບຄວາມເຊື່ອໝັ້ນຈາກໂລກ

14:15 | 21/12/2020

ຍສໝ - ທ່ານ Philippe Kridelka ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າແບນ, ຊິກສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ແບ່ງປັນຄືແນວນັ້ນທີ່ການຕອບສໍາພາດຕໍ່ສື່ມວນຊົນຢູ່ ສປຊ ຫວ່າງແລ້ວນີ້.

ຫວຽດນາມ ມ ອ ດທ ພ ນຊ ສຽງ ແລະໄດ ຮ ບຄວາມເຊ ອໝ ນຈາກໂລກ ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20
ຫວຽດນາມ ມ ອ ດທ ພ ນຊ ສຽງ ແລະໄດ ຮ ບຄວາມເຊ ອໝ ນຈາກໂລກ ຫວຽດນາມ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ ຖະແຫຼງການຖະແຫຼງການປອດລ່າເມືອງຂຶ້ນ ຄົບຮອບ 60 ປີ

ທ່ານເອກອັກຄະລັດຖະທູດ Kridelka ໄດ້ຢືນຢັນວ່າ: ຂ້າພະເຈົ້າເຊື່ອວ່າ ຫວຽດນາມສາມາດເປັນຂົວເຊື່ອມຕໍ່ລະຫວ່າງບັນດາປະເທດ. ໃນອະນາຄົດອັນໃກ້ນີ້, ອາເມລິກາ ຈະມີລັດຖະບານໃໝ່ ທີ່ນຳໂດຍທ່ານປະທານາທິບໍດີ Joe Biden ແລະ ຂ້າພະເຈົ້າຄິດວ່າ ຫວຽດນາມຈະມີກາລະໂອກາດປະກອບສ່ວນຫຼາຍກວ່າອີກເພື່ອໃຫ້ສະພາຄວາມໝັ້ນຄົງ ສປຊ ມີຄວາມເຫັນດີເຫັນພ້ອມ, ເພື່ອໃຫ້ບັນດາປະເທດສະມາຊິກຖາວອນ, ຄື: ລັດເຊຍ, ອາເມລິກາ ແລະ ຈີນ ມີຄວາມເຂົ້າໃຈກວ່າ.

ຫວຽດນາມ ມ ອ ດທ ພ ນຊ ສຽງ ແລະໄດ ຮ ບຄວາມເຊ ອໝ ນຈາກໂລກ
ທ່ານເອກອັກຄະລັດຖະທູດ Kridelka - ຫົວໜ້າຄະນະຜູ້ແທນປະຈຳການຂອງເບວຢ້ຽມ, ກຳມະການຄະນະປະຈຳສະຫະປະຊາຊາດ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ Philippe Kridelka ໄດ້ກ່າວວ່າ, ສິ່ງທ້າທາຍຂອງໂລກໃນປີ 2021 ຍັງແມ່ນຄວາມມານະພະຍາຍາມກໍ່ສ້າງ ແລະປັບປຸງລັດທິຫຼາຍຝ່າຍຢ່າງແຮງກວ່າ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂພະຍາດໂຄວິດ-19, ປັບປຸງລະບົບກົດໝາຍສາກົນເພາະວ່າສິ່ງນີ້ມີຄວາມຈໍາເປັນທີ່ສຸດໃຫ້ແກ່ການເຄື່ອນໄຫວເສດຖະກິດ.

ທ່ານເອກອັກຄະລັດຖະທູດ Kridelka ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ແບນຊິກ ທັງສອງປະເທດ ກໍ່ໄດ້ມີຄວາມເຊື່ອໝັ້ນຕໍ່ລະບົບບັນດາກົດລະບຽບ ເພື່ອແກ້ໄຂບັນດາບັນຫາ ແລະ ສິ່ງທ້າທາຍຂອງໂລກ. ທັງສອງປະເທດໃຫ້ການສະໜັບສະໜູນຢ່າງຍຸດຕິທຳ ໃນການຕັດສິນຄະດີອາຍາໃນສານສາກົນ, ຄວາມຍຸຕິທຳສຳລັບໄລຍະເຊື່ອມຕໍ່ຂອງບັນດາປະເທດຫລັງການປະທະກັນ. ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ Philippe Kridelka ໄດ້ຢືນຢັນວ່າ ຫວຽດນາມ ແລະ ແບນຊິກ ໄດ້ຮ່ວມມືກັນຢ່າງມີປະສິດທິຜົນໃນຂອບຂອງສະພາຄວາມໝັ້ນຄົງ ແລະ ມີການພົວພັນມິດຕະພາບທີ່ດີ.

ຫວຽດນາມ ມ ອ ດທ ພ ນຊ ສຽງ ແລະໄດ ຮ ບຄວາມເຊ ອໝ ນຈາກໂລກ
ຫວຽດນາມມີຄຳເວົ້າເຂັ້ມແຂງ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງໂລກ. (ພາບ: TTXVN)

ກ່ຽວກັບການປ້ອງກັນ ແລະ ຕ້ານຕໍ່ການລະບາດຂອງພະຍາດ COVID-19, ທ່ານເອກອັກຄະລັດຖະທູດ Philippe Kridelka ໄດ້ກ່າວວ່າ, ຫວຽດນາມ ບັນລຸໄດ້ຫລາຍຜົນງານທີ່ເໝາະສົມກັບບົດຮຽນ ແລະ ກາຍເປັນແບບຢ່າງໃຫ້ຫລາຍປະເທດໃນໂລກ. ພ້ອມທັງໄດ້ກ່າວວ່າ: "ອີງຕາມການຄົ້ນຄວ້າທີ່ໄດ້ເຜີຍແຜ່ເມື່ອມໍ່ໆມານີ້ ກ່ຽວກັບຄວາມສາມາດດ້ານຄະນິດສາດ ແລະ ການອ່ານຂອງເດັກນ້ອຍໃນໂລກ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນປະເທດທີ່ມີລະບົບການສຶກສາຊັ້ນປະຖົມດີທີ່ສຸດ. ນີ້ແມ່ນຜົນສຳເລັດດ້ານສິດທິມະນຸດ ເຊິ່ງຫວຽດນາມໄດ້ສ້າງເຮັດໃຫ້ພວກເຮົາມີຄວາມຮູ້ສຶກຕ້ອງການຮຽນຮູ້."

ຫວຽດນາມ ມ ອ ດທ ພ ນຊ ສຽງ ແລະໄດ ຮ ບຄວາມເຊ ອໝ ນຈາກໂລກ ລາຍການສະແດງສິລະປະ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ”

ຕອນຄໍ່າວັນທີ 18 ທັນວາ, ທີ່ຫໍວັດທະນະທໍາແຮງງານມິດຕະພາບຫວຽດ-ໂຊ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ສົມທົບກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະວິທະຍຸກະຈາຍສຽງຫວຽດນາມ ຈັດລາຍການສະແດງສິລະປະດ້ວຍຫົວຂໍ້ “ທະເລ, ໝູ່ເກາະ-ຫົວໃຈຫວຽດນາມ” ປີ 2020.

ຫວຽດນາມ ມ ອ ດທ ພ ນຊ ສຽງ ແລະໄດ ຮ ບຄວາມເຊ ອໝ ນຈາກໂລກ ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20

ຍສໝ - ງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ (ຫ່າເຂົາ) ຄັ້ງທີ 20 ປີ 2020 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເລີ່ມຕົ້ນການເດີນທາງໃໝ່, ສ້າງອະນາຄົດໃໝ່”.

ຫວຽດນາມ ມ ອ ດທ ພ ນຊ ສຽງ ແລະໄດ ຮ ບຄວາມເຊ ອໝ ນຈາກໂລກ ຫວຽດນາມສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືອາເມລິກາເພື່ອຮັກສາການພົວພັນສອງຝ່າຍ

ຍ​ສ​ໝ - ທ່ານ ນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆສືບຕໍ່ສົມທົບກັນກັບບັນດາຄູ່ຮ່ວມມືຂອງ ອາເມລິກາ ຢ່າງແໜ້ນແຟ້ນເພື່ອຮັກສາທ່າ​ພັດ​ທະ​ນາຢ່າງແຮງ ຂອງການຮ່ວມມືສອງຝ່າຍ ຢ່າງເຂັ້ມແຂງໃນໄລຍະຈະມາເຖິງ, ນຳຜົນປະໂຫຍດແທ້ຈິງມາໃຫ້ປະຊາຊົນ ແລະ ວິສາຫະກິດຂອງສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.