ຫວຽດນາມ ຕັ້ງເປົ້າໝາຍເຕີບໂຕ 6,5%, GDP ສະເລ່ຍໃສ່ຫົວຄົນຈະບັນລຸ 3.700 USD ໃນປີ 2021

15:14 | 05/01/2021

ຍສໝ - ໃນຕົ້ນປີ 2021, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ມະຕິຕົກລົງເລກທີ 01 ແລະ 02 ເພື່ອກຳ ນົດທິດທາງແກ້ໄຂຢ່າງເຂັ້ມງວດ ເພື່ອຈັດຕັ້ງປະຕິບັດວຽກງານພັດທະນາເສດຖະກິດ - ສັງຄົມຢ່າງຂ້ຽວຂາດນັບແຕ່ມື້ທຳອິດ, ອາທິດທຳອິດຂອງປີໃໝ່.

ລັດຖະບານ ລາວ ແລະ UNFPA ທົບທວນແຜນປະຈຳປີ 2020 ວາງບຸລິມະສິດສຳລັບແມ່ຍິງ, ເດັກຍິງ ແລະ ໄວໜຸ່ມ ໃນປີ 2021
ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ

ໃນມື້ເຮັດວຽກທຳອິດຂອງປີໃໝ່ 2021, ຫ້ອງວ່າການລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມປະກາດຂໍ້ມູນຂອງມະຕິເລກທີ 01/NQ-CP ແລະ ມະຕິ 02/NQ-CP ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີ, ທ່ານມາຍຕຽນຢຸ້ງ - ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ, ໂຄສົກລັດຖະບານ.

ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານມາຍຕຽນຢຸ້ງ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງນາມໃນຮ່າງມະຕິ 2 ສະບັບທີ່ກ່າວມາຂ້າງເທິງ ໃນວັນທີ 1 ມັງກອນປີ 2020, ພາຍຫຼັງໄດ້ລັດຖະບານ ແລະ ບັນດາທ້ອງຖິ່ນປຶກສາຫາລື ແລະ ຕົກລົງເຫັນດີຮັບຮອງເອົາ.

ຫວຽດນາມ ຕັ້ງເປົ້າໝາຍເຕີບໂຕ 6,5%, GDP ສະເລ່ຍໃສ່ຫົວຄົນຈະບັນລຸ 3.700 USD ໃນປີ 2021
ຫວຽດນາມ ຕັ້ງເປົ້າໝາຍເຕີບໂຕ 6,5%, GDP ສະເລ່ຍໃສ່ຫົວຄົນຈະບັນລຸ 3.700 USD ໃນປີ 2021. (ພາບບະກອບ: thoidai.com.vn)

ທ່ານລັດຖະມົນຕີ ມາຍຕຽນຢຸ້ງ ໄດ້ກ່າວຢໍ້າອີກວ່າ ໃນປີ 2019 ແມ່ນປີທີ 2 ຕິດຕໍ່ກັນ ເຊິ່ງຫວຽດນາມໄດ້ປະຕິບັດສຳເລັດ ແລະ ລື່ນກາຍເປົ້າໝາຍທັງໝົດ 12/12 ເປົ້າໝາຍທີ່ໄດ້ຮັບມອບໝາຍຈາກສະພາແຫ່ງຊາດ; ແມ່ນພື້ນຖານເພື່ອໃຫ້ຫວຽດນາມສຳເລັດແຜນພັດທະນາເສດຖະກິດ - ສັງຄົມປີ 2020 ແລະ ປະສົບຜົນສຳເລັດໃນໄລຍະປີ 2016-2020 ຕາມຄຳເຫັນຂອງຊ່ຽວຊານ ແລະ ນັກວິເຄາະດ້ານເສດຖະກິດຫຼາຍຄົນ.

ການເຕີບໂຕເສດຖະກິດສະເລ່ຍໃນລະດັບ 6,8%/ປີ ໃນໄລຍະປີ 2016-2019, ຫວຽດນາມຢູ່ໃນອັນດັບ 10 ຂອງບັນດາປະເທດທີ່ມີການເຕີບໂຕດ້ານເສດຖະກິດສູງທີ່ສຸດໃນໂລກ. ຍອດມູນຄ່າການສົ່ງອອກ - ນຳເຂົ້າເພີ່ມຂຶ້ນຈາກ 327,8 ຕື້ໂດລາສະຫະລັດໃນປີ 2015 ໄດ້ເພີ່ມຂຶ້ນເປັນປະມານ 517 ຕື້ໂດລາສະຫະລັດໃນປີ 2019; ການເກີນດຸນການຄ້າຍັງສືບຕໍ່, ໃນປີຕໍ່ໄປແມ່ນສູງກວ່າປີກ່ອນ.

ຫວຽດນາມ ຕັ້ງເປົ້າໝາຍເຕີບໂຕ 6,5%, GDP ສະເລ່ຍໃສ່ຫົວຄົນຈະບັນລຸ 3.700 USD ໃນປີ 2021
ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ທ່ານມາຍຕຽນຢຸ້ງ. (ພາບບະກອບ: thoidai.com.vn)

ດ້ວຍເຫດນັ້ນ, ລັດຖະບານຫວຽດນາມໄດ້ວາງຄາດໝາຍສູ້ຊົນຮອດປີ 2021, ແມ່ນ:

1.ອັດຕາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP): ປະມານ 6,5% (ແຜນການທີ່ສະພາແຫ່ງຊາດມອບໝາຍ ໃນປີ 2021 ແມ່ນປະມານ 6%).

2.GDP ຕໍ່ຫົວຄົນ: ປະມານ 3,700 ໂດລາສະຫະລັດ.

3.ອັດຕາການເຕີບໂຕສະເລ່ຍຂອງດັດຊະນີໃຊ້ຈ່າຍ (CPI): ປະມານ 4%.

4. ມາດຕາຖ່ວງປະກອບຂອງປະສິດທິພາບປັດໄຈທັງໝົດ (TFP) ຕໍ່ການເຕີບໂຕ: ປະມານ 45-47%.

ເພີ່ມທະວີການຮ່ວມມືດ້ານການຄ້າ, ການສົ່ງເສີມການລົງທືນ ແລະ ການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ

ຍສໝ - ໃນວັນທີ 31 ທັນວາ, ຢູ່ນະຄອນໂຮ່ຈີມິນ, ພິທີລົງນາມໃນສັນຍາຮ່ວມມືຍຸດທະສາດຮອບດ້ານ ເພື່ອແນໃສ່ “ປະສານສົມທົບການສົ່ງເສີມ, ດຶງດູດການຮ່ວມມືລົງທຶນ ແລະ ການຄ້າລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ”.

ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ

ຍສໝ - ຕາມສະຖານທູດຫວຽດນາມ ປະຈຳອັງກິດແລ້ວ, ການປະຕິບັດສັນຍາການຄ້າເສລີຫວຽດນາມ - ອັງກິດ (UKVFTA) ຈະປະກອບສ່ວນສ້າງກຳລັງໜູນໃໝ່ ໃນການຟື້ນຟູເສດຖະກິດຂອງຫວຽດນາມ ໃນສະພາບການໂລກລະບາດຂອງ COVID-19. ກ່ຽວກັບຄວາມໝາຍຍຸດທະສາດ, ສັນຍາດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ການຫັນປ່ຽນຫຼາຍຮູບຫຼາຍແບບ, ຕັ້ງໜ້າ ແລະ ເປັນເຈົ້າການ ໃນການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ.

ການລົງທືນໂດຍກົງຈາກຕ່າງປະເທດ (FDI) ໄດ້ບັນລຸລະດັບສະເລ່ຍຫຼາຍກ່ວາ 6% ຂອງ GDP ຫວຽດນາມ

ຍສໝ - ການສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນ 16% ຕໍ່ປີ. ນີ້ແມ່ນລະດັບຂະຫຍາຍຕົວທີ່ໄວທີ່ສຸດໃນໂລກ ແລະ ທົບ 3 ເທົ່າປຽບທຽບກັບອັດຕາສະເລ່ຍພື້ນຖານເສດຖະກິດທີ່ກຳລັງຈະພົ້ນເດັ່ນຂື້ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.