ມື້ນີ້ມີຜູ້ປິ່ນປົວຫາຍດີ ຈາກພະຍາດໂຄວິດ-19 ອອກໂຮງໝໍ 1 ຄົນ

15:12 | 21/12/2020

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ໄດ້ຖະແຫລງໃນວັນທີ 21 ທັນວາ 2020 ນີ້ໃຫ້ຮູ້ວ່າ: ມື້ນີ້, ແມ່ນມີຜູ້ປີ່ນປົວຫາຍດີ ຈາກພະຍາດໂຄວິດ-19 ໄດ້ອອກໂຮງໝໍ 1 ຄົນ ແລະ ຍັງມີຜູ້ຕິດເຊື້ອພະຍາດດັ່ງກ່າວ,  4 ຄົນ ຍັງສືບຕໍ່ປິ່ນປົວ ຢູ່ໂຮງໝໍມິດຕະພາບ.

ມ ນ ມ ຜ ປ ນປ ວຫາຍດ ຈາກພະຍາດໂຄວ ດ 19 ອອກໂຮງໝ 1 ຄ ນ ໂຄວິດ-19: ຫວຽດນາມ ກວດພົບຜູ້ຕິດໂລກລະບາດໂຄວິດ-19 ລວມທັງໝົດ 1.413 ຄົນ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.269 ຄົນ
ມ ນ ມ ຜ ປ ນປ ວຫາຍດ ຈາກພະຍາດໂຄວ ດ 19 ອອກໂຮງໝ 1 ຄ ນ ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິກ - 19 ສະສົມທັງໝົດ ກວ່າ 76 ລ້ານ ຄົນ
ມ ນ ມ ຜ ປ ນປ ວຫາຍດ ຈາກພະຍາດໂຄວ ດ 19 ອອກໂຮງໝ 1 ຄ ນ
ພາບປະກອບ

ສໍາລັບການເຝົ້າລະວັງພະຍາດ COVID-19 ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 20 ທັນວາ 2020 ນີ້, ທົ່ວປະເທດມີຜູ້ເດີນທາງ ເຂົ້າມາທັງໝົດ 1.997 ຄົນ, ໃນນັ້ນຜ່ານດ່ານ ລາວ-ໄທ 739 ຄົນ, ຜ່ານດ່ານລາວ-ຈີນ 48 ຄົນ, ຜ່ານດ່ານລາວ-ຫວຽດນາມ 1.049 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ ທັງໝົດ 161 ຄົນ (ເປັນຄົນລາວ 145 ຄົນ ແລະ ຕ່າງປະ ເທດ 16 ຄົນ), ໂດຍທຸກຄົນ ແມ່ນໄດ້ຮັບການກວດແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກຄົນມາກວດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດ ບໍລິເວນຈໍານວນ 2.165 ຄົນ ຢູ່ໃນ 39 ສູນ, ພ້ອມໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ໝາຍວ່າມີຕົວເລກ ຜູ້ຕິດເຊື້ອສະສົມທັງໝົດ 41 ຄົນ ແລະ ບໍ່ພົບຜູ້ຕິດເຊື້ອໃໝ່. ສຳລັບຜູ້ຕິດເຊື້ອນ້ຳເບີ 27 ຜົນກວດແມ່ນ ບໍ່ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ເຊິ່ງຈະໄດ້ຮັບອະນຸຍາດ ໃຫ້ອອກໂຮງໝໍໄດ້ ແລະ ຈະໄປສືບຕໍ່ຕິດຕາມອາການ ຕົນເອງຢູ່ເຮືອນຈົນຄົບ 14 ວັນ. ມາຮອດປັດຈຸບັນ ຍັງມີຄົນເຈັບຕິດເຊື້ອພະຍາດ COVID-19 ຈຳນວນ 4 ຄົນ ທີ່ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ທີ່ຖືກກຳນົດໄວ້, ທຸກຄົນແມ່ນມີອາການເບົາບາງ ແລະ ບໍ່ມີອາການສົນຫຍັງ.

ມາຮອດວັນທີ 21 ທັນວາ 2020, ທົ່ວໂລກມີການລາຍງານ ການລະບາດທັງໝົດ 218 ປະ ເທດ ແລະ ເຂດແຄ້ນ, ມີຜູ້ຕິດເຊື້ອຫລາຍກວ່າ 77,1 ລ້ານຄົນ. ໃນນີ້, ປິ່ນປົວຫາຍດີຫລາຍກວ່າ 54 ລ້ານຄົນ ແລະ ເສຍຊິວິດ 1,6 ລ້ານກວ່າຄົນ. ຂະນະດຽວກັນ, ກໍເຫັນວ່າ ຢູ່ປະເທດເພື່ອນບ້ານ ຂອງພວກເຮົາ ແມ່ນເກີດມີການລະບາດຮອບໃໝ່ ຂອງພະຍາດດັ່ງກ່າວ, ເຊິ່ງພົບຜູ້ຕິດເຊື້ອໃໝ່ຫລາຍກວ່າ 500 ຄົນ ຈາກແຮງງານທີ່ເຂົ້າມາເຮັດວຽກ, ເຊິ່ງສ້າງຄວາມກັງວົນ ໃຫ້ແກ່ປະເທດດັ່ງກ່າວ, ສະເພາະ ສປປ ລາວ ພວກເຮົາບໍ່ຄວນປ່ອຍປະລະເລີຍ ຕ້ອງພາກັນເອົາໃຈໃສ່ສືບຕໍ່ ປະຕິບັດຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງ ການກ່ຽວຂ້ອງວາງອອກຢ່າງເຄັ່ງຄັດ. ສະນັ້ນ, ຈຶ່ງຂໍຄວາມຮ່ວມມື ຈາກບັນດາຮ້ານອາຫານ, ໂຮງແຮມ, ຫ້າງຊັບພະສິນຄ້າ, ຮ້ານບັນເທິງ, ຮ້ານຄາຣາໂອເກະ ໃຫ້ເອົາໃຈໃສ່ເຂັ້ມງວດ ໃນການກັ່ນກອງຜູ້ທີ່ ເຂົ້າມາໃຊ້ບໍລິການ ເປັນ ຕົ້ນແມ່ນ ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ກ່ອນເຂົ້າຮ້ານ, ຕ້ອງມີເຈວລ້າງມື, ໃຫ້ເວັ້ນໄລຍະຫ່າງຂອງໂຕະອາຫານ ເພື່ອຄວາມປອດໄພ ຂອງຜູ້ທີ່ມາໃຊ້ບໍລິການ ແລະ ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາ ຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ໃຫ້ຮ່ວມແຮງຮ່ວມໃຈກັນ ໃສ່ຜ້າປິດປາກ-ດັງທຸກຄັ້ງ ເມື່ອທ່ານເດີນທາງອອກຈາກບ້ານ ແລະ ຢູ່ໃນສະຖານທີ່ສາທາລະນະ, ເມື່ອໄອ ຫລື ຈາມ ຄວນໃຊ້ຂໍ້ພັບແຂນສອກປິດປາກ, ລ້າງມືເລື້ອຍໆດ້ວຍ ນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ກິນອາຫານທີ່ປຸງແຕ່ງສຸກໃໝ່ໆ, ຄວນແຍກຂອງໃຊ້ສ່ວນຕົວ ບໍ່ໃຊ້ຮ່ວມກັບຜູ້ອື່ນ, ເມື່ອກັບຮອດບ້ານ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີເພື່ອປ້ອງກັນ ແລະ ຫລຸດຜ່ອນ ໂອກາດໃນການຕິດເຊື້ອ ຈາກພະຍາດດັ່ງກ່າວ.

ມ ນ ມ ຜ ປ ນປ ວຫາຍດ ຈາກພະຍາດໂຄວ ດ 19 ອອກໂຮງໝ 1 ຄ ນ ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 73.777.362 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.640.301 ຄົນ

ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 17.133.932 ຄົນ ແລະ ມີຜູ້ເສຍຊີວິດ 310.813 ຄົນ.

ມ ນ ມ ຜ ປ ນປ ວຫາຍດ ຈາກພະຍາດໂຄວ ດ 19 ອອກໂຮງໝ 1 ຄ ນ ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກແມ່ນ 1.627.262 ຄົນ

ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 16.934.217 ຄົນ ແລະ ຜູ້ເສຍຊີວິດກວ່າ 308.007 ຄົນ.

ມ ນ ມ ຜ ປ ນປ ວຫາຍດ ຈາກພະຍາດໂຄວ ດ 19 ອອກໂຮງໝ 1 ຄ ນ ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກ່ວາ 63 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.464.764 ຄົນ

ປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.