ອົງການສະຫະປະຊາຊາດ ໃຫ້ການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໄພນໍ້າຖ້ວມຢູ່ພາກໃຕ້ຂອງລາວ

15:40 | 14/08/2018

ໃນ​ວັນ​ທີ 13 ສິງຫາ 2018 ທີ່ນະຄອນຫລວງວຽງຈັນ, ໃນຂະນະທີ່ປະຕິບັດການກູ້ໄພຍັງສືບຕໍ່ດຳເນີນຢູ່ບ້ານ ທີ່ຖືກນໍ້າຖ້ວມຢູ່ແຂວງອັດຕະປື ພາກໃຕ້ຂອງລາວ, ອົງການ ເຄືອຂ່າຍ ອົງການສະຫະປະຊາຊາດ (ສປຊ) ກໍາລັງເຮັດວຽກຮ່ວມກັບລັດຖະບານ ແລະ ຄູ່ຮ່ວມມືດ້ານມະນຸດສະທຳ ເພື່ອຊ່ວຍເຫລືອດ້ານນໍ້າສະອາດ, ອາຫານ, ສະຖານທີ່ພັກເຊົາຊົ່ວຄາວ ແລະ ການແພດແກ່ປະຊາຊົນ 13.000 ຄົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້.

ອົງການສະຫະປະຊາຊາດ ໃຫ້ການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໄພນໍ້າຖ້ວມຢູ່ພາກໃຕ້ຂອງລາວ

ອົງການສະຫະປະຊາຊາດ ໃຫ້ການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໄພນໍ້າຖ້ວມຢູ່ພາກໃຕ້ຂອງລາວ. (ພາບ: ຂປລ)

ເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນ, ທີມຊ່ວຍເຫລືອດ້ານມະນຸດສະທຳ ປະຈຳ ສປປ ລາວ ໄດ້ດຳເນີນວຽກງານຢູ່ 8 ກຸ່ມບຸລິມະສິດ ຄື: ກຸ່ມວຽກງານນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ, ສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ, ທີ່ພັກອາໄສ, ການປົກປ້ອງ, ການສຶກສາ, ການຂົນສົ່ງ ແລະ ການຟື້ນຟູເບື້ອງຕົ້ນ. ເພື່ອດຳເນີນ ວຽກງານການຕອບສະໜອງ ຕໍ່ໄພພິບັດດັ່ງກ່າວ, ກຸ່ມເຫລົ່ານີ້ ໄດ້ມີການປະສານງານ ກັບພາກສ່ວນກ່ຽວຂ້ອງ ລວມມີ ລັດຖະບານ, ອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງ ສາກົນ ທີ່ບໍ່ສັງກັດລັດຖະບານ, ຜູ້ໃຫ້ທຶນ ແລະ ຄູ່ຮ່ວມມືອື່ນໆ. ອົງການສະປະຊາຊາດປະຈຳ ສປປ ລາວ ໂດຍການປະສານງານຢ່າງໃກ້ຊິດ ກັບລັດຖະບານ ຈະສຶືບຕໍ່ສະໜອງອາຫານ ແລະ ບໍ່ແມ່ນອາຫານ ເປັນຕົ້ນ ເຄື່ອງໃຊ້ສຳລັບນໍ້າສະອາດ, ສຸຂາພິບານ ແລະ ສຸຂະອະນາໄມ, ນໍ້າກອກ, ໂປ້ມນໍ້າ, ເຕັ້ນ, ມຸ້ງກັນຍຸງ ແລະ ອຸປະກອນການແພດ ໃຫ້ແກ່ປະຊາຊົນຫລາຍກວ່າ 6.000 ຄົນ ທີ່ໄດ້ຮັບຜົນກະທົບ ທີ່ກໍາລັງອາໃສຢູ່ໃນແຄ້ມ.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ກ່າວພາຍຫລັງໄດ້ຮັບຟັງການສະເໜີ ແຜນໂຄງການຊ່ວຍເຫລືອສຸກເສີນ, ໄລຍະກາງ ແລະ ໄລ ຍະຍາວ ຈາກ ທ່ານ ນາງ ຄາຮີນາ ອິມໂມເນັນ ວ່າ: ແຜນໂຄງການດັ່ງກ່າວ, ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ແລະ ບັນດາຂະແໜງການຂອງລັດ ກໍພ້ອມໃນ ການຮ່ວມມືຈັດຕັ້ງປະຕິບັດ ໂຄງການຕາມທີ່ສະເໜີ, ພ້ອມຮຽກຮ້ອງໃຫ້ອົງການຈັດຕັ້ງສາກົນຕ່າງໆ ຈົ່ງໃຫ້ການຊ່ວຍເຫລືອ ຊອກທຶນຮອນສຸມເຂົ້າ ໃນການແກ້ໄຂໄພພິບັດຄັ້ງນີ້. ດັ່ງທີ່ ລັດ ຖະບານໄດ້ສະແດງອອກ ຢູ່ໃນພິທີຖະແຫລງຂ່າວ ເມື່ອບໍ່ດົນມານີ້, ມີ 4 ວຽກບູລິມະສິດ ທີ່ຍັງຕ້ອງການການສະໜັບສະໜູນ ຄື: ການຄົ້ນຫາຜູ້ສູນຫາຍ ແລະ ການກູ້ໄພ; ການຟື້ນ ຟູຖະໜົນຫົນທາງ ແລະ ຂົວທີ່ຖືກເສຍຫາຍ; ອາຫານ ແລະ ເຄື່ອງໃຊ້; ອຸປະກອນ ແລະ ເຄື່ອງມືການແພດ ລວມທັງຢາກັນພະຍາດ ເພື່ອປ້ອງກັນການລະບາດຂອງພະຍາດ, ລົດສຸກເສີນ ແລະ ການຊ່ວຍເຫລືອທາງດ້ານຈິດໃຈ.

ອົງການສະຫະປະຊາຊາດ ໃຫ້ການຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ໄພນໍ້າຖ້ວມຢູ່ພາກໃຕ້ຂອງລາວ

ເດັກນ້ອຍຜູ້ຫລອດຊີວິດຈາກໄພພິບັດ. (ພາບ: ຂປລ)

ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການຫະປະຊາຊາດ ປະຈຳ ສປປ ລາວ ​ໄດ້​ກ່າວ​ວ່າ: ບຸລິມະສິດຂອງອົງການສະຫະປະຊາຊາດ ແມ່ນໃຫ້ການຊ່ວຍ ເຫລືອອັນຮີບດ່ວນ ໃນສະຖານະການສຸກເສີນ ເພື່ອແກ້ໄຂຄວາມຕ້ອງການຂອງປະຊາຊົນທີ່ໄດ້ຮັບຜົນກະທົບ. ໃນຂະນະດຽວກັນກໍ່ເຮັດວຽກວາງແຜນ ການຮັບມືໃນໄລຍະກາງ ແລະ ໄລຍະຍາວ. ພວກເຮົາໄດ້ມີການສ້າງແຜນຕອບໂຕ້ໄພພິບັດ ທີ່ເນັ້ນໃສ່ຄວາມພະຍາຍາມ ໃນການໃຫ້ການຊ່ວຍເຫລືອທັນທີ ແລະ ການຟື້ນຟູເບື້ອງຕົ້ນ ຂອງທີມຊ່ວຍເຫລືອມະນຸດສະທຳ ເພື່ອໃຫ້ການຊ່ວຍເຫລືອລັດຖະບານ ແຫ່ງ ສປປ ລາວ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ພະນັກງານ ສປຊ ຈຳນວນ 30 ຄົນ ຈາກ 8 ອົງການ ກໍາລັງໃຫ້ການຊ່ວຍເຫລືອໃນເຂດທີ່ໄດ້ຮັບຜົນກະທົບ. ທີມງານຊ່ຽວຊານຈາກສຳນັກງານໃຫຍ່ ແລະ ຫ້ອງການປະຈຳ ພາກພື້ນ ທີ່ມີຄວາມຊຳນານໃນການປະເມີນ ສະຖານະການສຸກເສີນ, ການປະເມີນເບື້ອງຕົ້ນຢ່າງຮີບດ່ວນ, ການສະໜັບສະໜູນດ້ານການຂົນສົ່ງ, ການສື່ສານດ້ານຄວາມສ່ຽງ, ການ ຄຸ້ມຄອງການ ເຄື່ອນຍ້າຍປະຊາຊົນ, ການປະສານງານເລື່ອງສຸຂະພາບ ແລະ ທີ່ພັກອາໄວຊົ່ວຄາວ ກໍ່ໄດ້ມາຮອດແລ້ວເຊັ່ນດຽວກັນ.

ພາຍຸເຊິນຕິນ ໄດ້ເຮັດໃຫ້ເກີດຝົນຕົກໜັກໃນ 13 ແຂວງ ແລະ ນໍ້າຖ້ວມສຸຢ່າງທີ່ບໍ່ເຄີຍມີມາກ່ອນ ຢູ່ແຂວງ ອັດຕະປື ທີ່ເປັນໂສກນາດຕະກຳລະດັບຊາດ ທີ່ໃຫຍ່ຫລວງທີ່ສຸດ ໃນປະ ຫວັດສາດໃນຍຸກປັດຈຸບັນຂອງ ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.