ລາວ: ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ

16:33 | 22/12/2020

ອີງໃສ່ສະພາບການລະບາດ ຂອງປະເທດເພື່ອນບ້ານ ທີ່ມີການລະບາດ ພາຍໃນປະເທດຢ່າງຕໍ່ເນື່ອງ ແລະ ແຜ່ລາມໄປຫລາຍແຂວງນັ້ນ ກໍ່ຍ້ອນປະຊາຊົນ ບໍ່ເອົາໃຈໃສ່ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ທີ່ລັດຖະບານວາງ ອອກຢ່າງເຄັ່ງຄັດ, ເຊິ່ງ ສປປ ລາວ ແມ່ນມີຄວາມສ່ຽງສູງ ທີ່ຈະມີຜູ້ຕິດເຊື້ອ ເຂົ້າມາແຜ່ເຊື້ອ ແລະ ເກີດການລະບາດຮອບໃໝ່ ໃນປະເທດ. ສະນັ້ນ, ເພື່ອສະກັດກັ້ນ ການລະບາດແຕ່ຫົວທີ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ກະຊວງສາທາລະນະສຸກ ໄດ້ໃຊ້ມາດຕະ ການຢ່າງເຄັ່ງຄັດ ໃນການກວດກາ ຄົນເຂົ້າ-ອອກເມືອງ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ ພ້ອມທັງ, ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ໃຫ້ເຫັນເຖິງຄວາມສຳຄັນ ໃນການປະຕິບັດ ຕາມແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວ ຂ້ອງວາງອອກຢ່າງເຄັ່ງຄັດ.

ລາວ ກະຊວງສາທາລະນະສ ກ ໄດ ໃຊ ມາດຕະ ການຢ າງເຄ ງຄ ດ ໃນການກວດກາ ຄ ນເຂ າ ອອກເມ ອງ ຕາມດ ານຕ າງໆ ໃນຂອບເຂດທ ວປະເທດ ລາວ ອາດມີຄວາມສ່ຽງສູງຕໍ່ການຕິດເຊື້ອ ໂຄວິດ-19
ລາວ ກະຊວງສາທາລະນະສ ກ ໄດ ໃຊ ມາດຕະ ການຢ າງເຄ ງຄ ດ ໃນການກວດກາ ຄ ນເຂ າ ອອກເມ ອງ ຕາມດ ານຕ າງໆ ໃນຂອບເຂດທ ວປະເທດ ການຮ່ວມມືດ້ານອຸຕຸນິຍົມ-ອຸທົກກະສາດຫວຽດນາມ - ລາວ ໄດ້ຕິດພັນຈາກມູນເຊື້ອສະໜິດຕິດແໜ້ນຢ່າງໝັ້ນແກ່ນລະຫວ່າງສອງປະເທດໃນປະຫວັດສາດ
ລາວ ກະຊວງສາທາລະນະສ ກ ໄດ ໃຊ ມາດຕະ ການຢ າງເຄ ງຄ ດ ໃນການກວດກາ ຄ ນເຂ າ ອອກເມ ອງ ຕາມດ ານຕ າງໆ ໃນຂອບເຂດທ ວປະເທດ
ພາບປະກອບ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ໃນວັນທີ 22 ທັນວາ 2020 ນີ້ວ່າ: ໃນວັນທີ 21 ທັນວາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 559ຄົນ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ມາຮອດປັດຈຸບັນ ສປປ ລາວ ກວດພົບເຊື້ອສະສົມທັງໝົດ 41 ຄົນ, ປິ່ນປົວຫາຍດີ 37 ຄົນ, ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 4 ຄົນ, ທຸກຄົນແມ່ນມີອາການເບົາບາງ, ບໍ່ມີອາການຫຍັງ.ໃນຄະນະທີ່ຢູ່ບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 22 ທັນວາ 2020 ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 1.411.283ຄົນ ແລະ ເສຍຊີວິດ 32.072 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຍັງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໃຫ້ເອົາ ໃຈໃສ່ ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆ, ຮັກສາໄລຍະຫ່າງ, ຫລີກລ້ຽງການເດີນທາງ ໄປຍັງສະຖານທີ່ແອອັດ, ໝັ່ນສັງເກດອາການຂອງຕົນເອງ ຫາກມີອາການຫາຍໃຈຝືດ, ດັງບໍ່ໄດ້ກິ່ນ, ລິ້ນບໍ່ໄດ້ລົດຊາດ ໃຫ້ທ່ານໄປພົບແພດ ທັນທີ ເພື່ອທຳການເກັບຕົວຢ່າງ ກວດຊອກຫາເຊື້ອ. ພ້ອມທັງຂໍຄວາມຮ່ວມມື ຈາກບັນດາຮ້ານອາຫານ, ໂຮງ ແຮມ, ຫ້າງສັບພະສິນຄ້າ, ຮ້ານບັນເທິງ, ຮ້ານຄາຣາໂອເກະ ໃຫ້ເອົາໃຈໃສ່ເຂັ້ມງວດ ໃນການກັ່ນກອງຜູ້ທີ່ເຂົ້າມາໃຊ້ບໍລິການ ເປັນຕົ້ນແມ່ນ ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ກ່ອນເຂົ້າຮ້ານ, ມີເຈວລ້າງມືໃຫ້, ເວັ້ນໄລຍະຫ່າງຂອງໂຕະອາຫານ ເພື່ອຄວາມປອດໄພ ຂອງຜູ້ທີ່ມາໃຊ້ບໍລິການ. ທັງນີ້, ກໍເພື່ອສະກັດກັ້ນ ແລະ ຫລຸດຜ່ອນການແຜ່ລະບາດ ຂອງພະຍາດດັ່ງກ່າວ, ໃຫ້ເປັນວົງແຄບ ແລະ ບໍ່ໃຫ້ເກີດການລະບາດ ຮອບໃໝ່ໃນບ້ານເຮົາ.

ລາວ ກະຊວງສາທາລະນະສ ກ ໄດ ໃຊ ມາດຕະ ການຢ າງເຄ ງຄ ດ ໃນການກວດກາ ຄ ນເຂ າ ອອກເມ ອງ ຕາມດ ານຕ າງໆ ໃນຂອບເຂດທ ວປະເທດ ປະເທດລາວ ໄດ້ເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ຢ່າງເປັນທາງການ

ໃນວັນທີ 20 ທັນວາ 2020 ນີ້, ຢູ່ສະຖານີເກັບເງິນ ນະຄອນຫລວງວຽງຈັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເຊິ່ງເປັນໄລຍະທີ 1 ຂອງທາງດ່ວນນະຄອນຫລວງວຽງຈັນ ຫາ ດ່ານຊາຍແດນບໍ່ເຕັນ-ບໍ່ຫານ ຢ່າງເປັນທາງການ.

ລາວ ກະຊວງສາທາລະນະສ ກ ໄດ ໃຊ ມາດຕະ ການຢ າງເຄ ງຄ ດ ໃນການກວດກາ ຄ ນເຂ າ ອອກເມ ອງ ຕາມດ ານຕ າງໆ ໃນຂອບເຂດທ ວປະເທດ ປະເທດລາວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ

ເມື່ອບໍ່ດົນມານີ້, ຢູ່ໂຮງແຮມດອນຈັນພາເລດ ໄດ້ຈັດຕັ້ງພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍໂຄງການພັດທະນາເຂດອ້ອມຂ້າງສະຖານນີລົດໄຟລາວ-ຈີນ ຢູ່ 3 ແຂວງ 1 ນະຄອນຫຼວງວຽງຈັນ (ນະຄອນຫຼວງວຽງຈັນ ແຂວງວຽງຈັນ ຫຼວງພະບາງ ແລະ ແຂວງອຸດົມໄຊ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດທາງລົດໄຟລາວ-ຈີນ.

ລາວ ກະຊວງສາທາລະນະສ ກ ໄດ ໃຊ ມາດຕະ ການຢ າງເຄ ງຄ ດ ໃນການກວດກາ ຄ ນເຂ າ ອອກເມ ອງ ຕາມດ ານຕ າງໆ ໃນຂອບເຂດທ ວປະເທດ ຍີ່ປຸ່ນ ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19

ຍສໝ - ໃນວັນທີ 18 ທັນວາ 2020, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19.

kpl.gov.la

ເຫດການ
302 Found

Found

The document has moved here.