ຄາດວ່າ ການເຕີບໂຕຂອງຫວຽດນາມຈະບັນລຸ ເກືອບ 3% ໃນປີ 2020

11:29 | 22/12/2020

ຍສໝ - ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນທົ່ວໂລກ ໃນຫຼາຍທົດສະວັດທີ່ຜ່ານມາກໍ່ຕາມແຕ່ຄາດວ່າ ການເຕີບໂຕຂອງຫວຽດນາມຈະບັນລຸ ເກືອບ 3%ໃນປີ 2020 ໃນຂະນະທີ່ ເສດຖະກິດໂລກຄາດວ່າຈະຫຼຸດລົງຢ່າງໜ້ອຍສຸດແມ່ນ 4%.

ຄາດວ າ ການເຕ ບໂຕຂອງຫວຽດນາມຈະບ ນລ ເກ ອບ 3 ໃນປ 2020 ປະເທດລາວ: ໃນປີ 2020 ມີພື້ນທີ່ຢັ້ງຢືນວ່າມີຄວາມອັນ ຕະລາຍຈາກລະເບີດບໍ່ທັນແຕກ 11 ພັນກວ່າເຮັກຕາ
ຄາດວ າ ການເຕ ບໂຕຂອງຫວຽດນາມຈະບ ນລ ເກ ອບ 3 ໃນປ 2020 ອາ​ຊຽນ​ມຸ່ງ​ໄປ​ສູ່ການລົງນາມໃນສັນຍາ RCEP ໃນປີ 2020
ຄາດວ າ ການເຕ ບໂຕຂອງຫວຽດນາມຈະບ ນລ ເກ ອບ 3 ໃນປ 2020
ພາບປະກອບ

ຕາມ ທ່ານ Carolyn Turk ຜູ້ອໍານວຍການແຫ່ງຊາດທະນາຄານໂລກ ປະຈໍາ ຫວຽດນາມ ແລ້ວ, ຫວຽດນາມພວມຢູ່ຕໍ່ໜ້າບາດລ້ຽວເພື່ອຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19. ຫວຽດນາມ ພວມມີໂອກາດເພື່ອເລືອກເອົາເສັ້ນທາງພັດທະນາຂຽວກ່ວາ, ທັນສະໄໝ ແລະ ກວມລວມກ່ວາ.

ຕາມບົດລາຍງານຂອງທະນາຄານໂລກແລ້ວ, ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດໃນທົ່ວໂລກ ໃນຫຼາຍທົດສະວັດທີ່ຜ່ານມາກໍ່ຕາມແຕ່ຄາດວ່າ ການເຕີບໂຕຂອງຫວຽດນາມຈະບັນລຸ ເກືອບ 3% ໃນປີ 2020 ໃນຂະນະທີ່ ເສດຖະກິດໂລກຄາດວ່າຈະຫຼຸດລົງຢ່າງໜ້ອຍສຸດແມ່ນ 4%.

ຕາມທະນາຄານໂລກປີ 2020 ແລ້ວ, ເສດຖະກິດຫວຽດນາມ ຈະບັນລຸການເຕີບໂຕຢູ່ໃນລະດັບ 2,8% ແລະ ກອງທຶນເງິນຕາສາກົນຄາດຄະເນລະດັບເຕີບໂຕຈະແມ່ນ 2,4%. ຫວຽດນາມ ແມ່ນຫນຶ່ງໃນ 4 ພື້ນຖານເສດຖະກິດໃນໂລກ ທີ່ມີການເຕີບໂຕກ່ຽວກັບ GDP ສະເລ່ຍຕໍ່ຫົວຄົນ. ເຖິງວ່າ ການເຕີບໂຕ GDP ປີ 2020 ບໍ່ບັນລຸໄດ້ຄືດັ່ງແຜນການວາງອອກ ແຕ່ຖ້າຫາກສັງເກດສະພາບການໃນທົ່ວໂລກ, ພວກເຮົາເຫັນວ່າ ຫວຽດນາມ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດທີ່ມີການເຕີບໂຕສູງທີ່ສຸດໃນໂລກ ແລະ ຄວາມມານະພະຍາຍາມ, ກຳລັງຮັບມື ແລະ ຕ້ານໂລກລະບາດໂຄວິດ 19 ຍາມໃດກໍ່ຢູ່ໃນລະດັບສູງສຸດ.

ປີ 2020, ໂລກລະບາດໂຄວິດ 19 ເກີດຂຶ້ນ ໄດ້ເຮັດໃຫ້ສະພາບການເສດຖະກິດ ສັງຄົມຂອງຫວຽດນາມ ຖືກຜົນສະທ້ອນຢ່າງຫນັກຫນ່ວງ ແຕ່ ຫວຽດນາມ ຍັງສືບຕໍ່ແມ່ນຫນຶ່ງໃນຈຳນວນສອງປະເທດ ຂອງ ອາຊີ ບັນລຸການເຕີບໂຕເປັນບວກ, ຊີວິດການເປັນຢູ່ຂອງປະຊາຊົນຍັງຄົງໄດ້ຮັບປະກັນ, ບໍ່ຕົກເຂົ້າສູ່ສະພາບວິກິດການ. ເຖິງວ່າ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ກໍຕາມ ແຕ່ການຄ້າຂອງຫວຽດນາມ ຍັງຄົງສືບຕໍ່ບັນລຸບັນດາໝາກຜົນຕັ້ງຫນ້າ. ພິເສດ ການສົ່ງອອກຍັງສືບຕໍ່ບັນລຸການເຕີບໂຕເປັນບວກ ແລະ ສົ່ງອອກເກີນດຸນບັນລຸຢູ່ໃນລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຄາດຄະເນທັງປີ ຍອດວົງເງິນການນຳເຂົ້າສົ່ງອອກບັນລຸປະມານ 527 ຕື້ USD, ເພີ່ມຂຶ້ນປະມານ 1,8% ເມື່ອທຽບໃສ່ປີ 2019. ໃນນັ້ນ ວົງເງິນສົ່ງອອກສິນຄ້າບັນລຸປະມານ 267 ຕື້ USD, ເພີ່ມຂຶ້ນປະມານ 1% ເມື່ອທຽບໃສ່ປີ 2019.

ປີ 2020 ຫວຽດນາມ ແລະ ບັນດາປະເທດ ໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ແລະ ກໍ່ໃນປີນີ້ ຫວຽດນາມ ເລີ່ມຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາຂອງ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ແລະ ສັນຍາການຄ້າເສລີກັບ ສະຫະພາບເອີລົບ (EVFTA). ບັນດາຜົນສຳເລັດໃນການປະຕິບັດບັນດາຄຳໝັ້ນສັນຍາຂອງບັນດາສັນຍາດັ່ງກ່າວເປັນການສະແດງໃຫ້ເຫັນຈິດໃຈເຊື່ອມໂຍງ, ປະຕິຮູບຢູ່ພາຍໃນປະເທດຂອງລັດຖະບານຫວຽດນາມ.

ຄາດວ າ ການເຕ ບໂຕຂອງຫວຽດນາມຈະບ ນລ ເກ ອບ 3 ໃນປ 2020 ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019

ອີງໃສ່ການສໍາຫຼວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS) ທີ່ດໍາເນີນໃນຂອບເຂດທົ່ວປະເທດ ໃນລະຫວ່າງປີ 2018-2019 ຂໍ້ມູນທີ່ໄດ້ຈາກ LECS ສະແດງໃຫ້ເຫັນວ່າ ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019.

ຄາດວ າ ການເຕ ບໂຕຂອງຫວຽດນາມຈະບ ນລ ເກ ອບ 3 ໃນປ 2020 ອັດຕາສ່ວນຂອງປະຊາກອນທີ່ມີຄວາມທຸກຍາກໄດ້ຫລຸດລົງຫລາຍກວ່າເຄິ່ງໜຶ່ງ, ຈາກ 46% ໃນປີ 1993 ມາເປັນ 18% ໃນປີ 2019

ຂໍ້ມູນລວມກ່ຽວກັບຄວາມທຸກຍາກໃນ ສປປ ລາວ ໂດຍພື້ນຖານແລ້ວແມ່ນອີງໃສ່ການສຳຫລວດລາຍຈ່າຍ ແລະ ການບໍລິໂພກໃນລາວ (LECS), ທີ່ດຳເນີນໃນຂອບເຂດທົ່ວປະເທດໃນລະຫວ່າງ ປີ 2018-2019.

ຄາດວ າ ການເຕ ບໂຕຂອງຫວຽດນາມຈະບ ນລ ເກ ອບ 3 ໃນປ 2020 ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021

ຕາມການຄາດຄະເນຂອງທະນາຄານ Standard Chartered ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບການເຕີບໂຕ 3% ໃນປີ 2020 ແລະ ເພີ່ມຂຶ້ນ 7,8% ໃນປີ 2021.

ໄຊພອນ

ເຫດການ
302 Found

Found

The document has moved here.