ນໍ້າໃຈໄມຕີຈິດມິດຕະພາບແບບພິເສດຫວຽດນາມ - ລາວ

13:00 | 17/12/2020

ໃນປະຫວັດສາດການພົວພັນສາກົນນັບແຕ່ກ່ອນມາຮອດປະຈຸບັນ, ສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນ, ຫາຍາກກ່ຽວກັບຄວາມສະໜິດຕິດພັນ, ຄວາມບໍລິສຸດຜຸດຜ່ອງ ແລະເຕັມໄປດ້ວຍປະສິດທິຜົນລະຫວ່າງສອງຊາດ.

ນ າໃຈໄມຕ ຈ ດມ ດຕະພາບແບບພ ເສດຫວຽດນາມ ລາວ ສາຍພົວພັນຫວຽດນາມ - ລາວ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ
ນ າໃຈໄມຕ ຈ ດມ ດຕະພາບແບບພ ເສດຫວຽດນາມ ລາວ ນາຍົກລັດຖະມົນຕີສອງປະເທດ ຫວຽດນາມ - ລາວເປັນປະທານກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ
ນ າໃຈໄມຕ ຈ ດມ ດຕະພາບແບບພ ເສດຫວຽດນາມ ລາວ
ກໍາລັງທະຫານຊາຍແດນແຂວງເຊີນລາ ສົມທົບກັບບັນດາກົມກອງກໍາລັງປະກອບອາວຸດຂອງປະເທດເພື່ອນລາວ ລາດຕະເວນຮ່ວມຢູ່ເຂດຊາຍແດນ, ຫຼັກໝາຍຊາຍແດນເປັນປະຈໍາ. ພາບ: ດຶກຕ໊ວນ

ຂໍ້ລິເລີ່ມໃນການສ້າງຮູບແບບແຮກສ່ຽວລະຫວ່າງບ້ານ-ບ້ານຢູ່ສອງຟາກຊາຍແດນ ໂດຍກອງບັນຊາການທະຫານຊາຍແດນຕາມຄວາມມຸ້ງມາດປາດຖະໜາອັນຊອບທຳຂອງປະຊາຊົນທັງສອງຟາກຊາຍແດນ, ພ້ອມທັງຫັນທັດສະນະ, ແນວທາງ, ແຜນນະໂຍບາຍລະຫວ່າງສອງພັກ ແລະສອງລັດເປັນລະອຽດ, ເພື່ອປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນແບບພິເສດນີ້.

ເຖິງວ່າເຂດຊາຍແດນຫ່າງໄກສອກຫຼີກກໍ່ຕາມ, ແຕ່ປະຊາຊົນສອງຟາກຊາຍແດນຍັງໄດ້ໄປມາຢ້ຽມຢາມຍາດຕິພີ່ນ້ອງ, ແລກປ່ຽນສິນຄ້າເປັນປະຈໍາ. ສອງປະເທດບ້ານໃກ້ເຮືອນຄຽງມີຄວາມສາມັກຄີມິດຕະພາບ, "ຊ່ວຍເຫຼືອເຊິ່ງກັນ ແລະກັນ, ແບ່ງທຸກແບ່ງສຸກນຳກັນ, ນັບມື້ນັບສະໜິດຕິດພັນ...”.

ຊ່ວຍເພື່ອນແມ່ນຊ່ວຍຕົນເອງ

ໃນວຽກງານຂົນຂວາຍປະຊາຊົນ, ທະຫານຊາຍແດນໄດ້ກຳນົດຢ່າງຈະແຈ້ງວ່າ, ການປົກປັກຮັກສາຊາຍແດນບໍ່ພຽງແຕ່ປົກປັກຮັກສາຊາຍແດນ, ຫຼັກໝາຍຊາຍແດນເທົ່ານັ້ນ ຫາກຍັງປົກປັກຮັກສາ ແລະພັດທະນານໍ້າໃຈສະໜິດຕິດແໜ້ນທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດຫວຽດນາມ-ລາວ ອີກດ້ວຍ. ທ່ານພົນໂທ ຫວໍຈ້ອງຫວຽດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ, ອະດີດຜູ້ບັນຊາການທະຫານຊາຍແດນ ຢັ້ງຢືນວ່າ: ເລື່ອງຍູ້ແຮງບັນດາການເຄື່ອນໄຫວແນໃສ່ຕອບບຸນແທນຄຸນປະຊາຊົນຢູ່ສອງຟາກຊາຍແດນ, ທັງແມ່ນການຕອບບຸນແທນຄຸນຕໍ່ຄຸນງາມຄວາມດີ, ການອຸທິດສ່ວນຂອງພໍ່ແມ່ປະຊາຊົນ ແລະບັນດາສະຫາຍຢູ່ “ເຂດຊາຍແດນ” ຂອງປະເທດຊາດ, ທັງແມ່ນເນື້ອໃນແກ່ນສານໃນການສ້າງ “ຊາຍແດນແຫ່ງຈິດໃຈປະຊາຊົນ”. ນີ້ແມ່ນເປົ້າໝາຍການກະທຳ, ໜ້າທີ່ລວມຂອງທະຫານຊາຍແດນຫວຽດນາມ ແລະກໍາລັງປ້ອງກັນຊາຍແດນຂອງລາວ, ຈີນ, ກຳປູເຈຍ.

ກ່ອນນີ້ 15 ປີ, ເປັນຄັ້ງທຳອິດຢູ່ເຂດຊາຍແດນ, ໄດ້ຜັນຂະຫຍາຍການສ້າງຮູບແບບ “ແຮກສ່ຽວລະຫວ່າງບ້ານ-ບ້ານ” ລະຫວ່າງປະຊາຊົນບ້ານກາຕັງ, ເທດສະບານເມືອງລາວບ໋າວ, ເມືອງເຮື້ອງຮ໊າວ, ແຂວງກວ໋າງຈີ້ (ຫວຽດນາມ) ແລະບ້ານແດນສະຫວັນ, ເມືອງເຊໂປນ, ແຂວງສະຫວັນນະເຂດ (ລາວ). ພາຍໃນໄລຍະເວລາສັ້ນໆ, ຮູບແບບນີ້ໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງເຖິງບັນດາໝູ່ບ້ານທີ່ຍັງເຫຼືອຢູ່ສອງຟາກຊາຍແດນແຂວງກວ໋າງຈີ້, ແຂວງສາລະວັນ ແລະແຂວງສະຫວັນນະເຂດ, ດ້ວຍ 24 ຄູ່ບ້ານ-ບ້ານໄດ້ຮັບການແຮກສ່ຽວ. ຜ່ານການເຄື່ອນໄຫວແຮກສ່ຽວ, ອຳນາດການປົກຄອງ ແລະປະຊາຊົນທັງສອງຟາກຊາຍແດນໄດ້ມີເງື່ອນໄຂເພື່ອຈັດຕັ້ງບັນດາການເຄື່ອນໄຫວຊ່ວຍເຫຼືອ ເຊິ່ງກັນ ແລະກັນໃນທຸກດ້ານ, ຈາກນັ້ນປະກອບສ່ວນປ່ຽນແປງຊີວິດທາງດ້ານເສດຖະກິດ - ວັດທະນະທຳ - ສັງຄົມ, ເພີ່ມທະວີຄວາມສາມັກຄີມິດຕະພາບຖານອ້າຍນ້ອງຫວຽດນາມ - ລາວ ໃຫ້ນັບມື້ນັບສະໜິດແໜ້ນ ແລະໝັ້ນຄົງ.

ຈາກຮູບແບບ “ແຮກສ່ຽວບ້ານ-ບ້ານ” ຂອງກອງບັນຊາການທະຫານຊາຍແດນແຂວງກວ໋າງຈີ້, ການນຳກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ອອກຄຳສັ່ງເລກທີ 2219/CT-BTLBP ກ່ຽວກັບ “ການຈັດຕັ້ງຂະບວນການແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນ” ລະຫວ່າງຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ, ຫວຽດນາມ - ຈີນ. ມາຮອດປະຈຸບັນ, ທົ່ວປະເທດມີ 207 ຮູບແບບ “ແຮກສ່ຽວບ້ານ-ບ້ານ” ຢູ່ 21 ແຂວງທີ່ມີເສັ້ນຊາຍແດນຕິດຈອດກັບສາມປະເທດດັ່ງກ່າວ. ສະເພາະເສັ້ນຊາຍແດນຫວຽດນາມ - ລາວ ມີ 103 ຄູ່ບ້ານແຮກສ່ຽວ.

ຄວາມສະໜິດຕິດພັນຫວຽດນາມ-ລາວ

ບໍ່ພຽງແຕ່ແມ່ນກຳລັງແກ່ນສານໃນການປົກປັກຮັກສາອະທິປະໄຕເຂດຊາຍແດນແຫ່ງຊາດເທົ່ານັ້ນ, ບັນດາທະຫານຊາຍແດນຢູ່ຄ້າຍທະຫານຊາຍແດນທົງທູ້ (ແຂວງເງະອານ) ຍັງແມ່ນປັດໄຈສຳຄັນປະກອບສ່ວນເຂົ້າໃນການພັດທະນາເຂດຊາຍແດນແຂວງເງະອານ ໃຫ້ຮັ່ງມີເຂັ້ມແຂງ. ກຸ່ມບ້ານ-ບ້ານ: ເມືອງຝູ, ຕາແສງທົງທູ້, ເມືອງເກ໋ຟອງ (ແຂວງເງະອານ) ແລະນໍ້າໄຕ, ກຸ່ມບ້ານວຽງພັນ, ເມືອງຊໍາໃຕ້ (ແຂວງຫົວພັນ) ໄດ້ແຮກສ່ຽວພາຍໃຕ້ການໜູນຊ່ວຍຂອງຄ້າຍ. ທ່ານພັນເອກ, ຮວ່າງວັນຮຸຍ ຫົວໜ້າການເມືອງຄ້າຍທະຫານຊາຍແດນທົງທູ້ ໃຫ້ຮູ້ວ່າ, ພາຍຫຼັງໄດ້ຮັບຄວາມເຫັນດີເປັນເອກະພາບຈາກອຳນາດການປົກຄອງທ້ອງຖິ່ນສອງຝ່າຍ, ກົມກອງໄດ້ຈັດສົ່ງພະນັກງານທີ່ມີປະສົບການຂອງຄ້າຍ ແລະບ້ານເມືອງຝູ, ໄປກໍ່ສ້າງຮູບແບບຢູ່ບ້ານນໍ້າໄຕ. ປັດຈຸບັນ, ຮູບແບບດັ່ງກ່າວພວມພັດທະນາເປັນຢ່າງດີ, ສ້າງລາຍຮັບພໍສົມຄວນ... ນາຍບ້ານນໍ້າໄຕ ໃຫ້ຮູ້ວ່າ: ປະຊາຊົນບ້ານນໍ້າໄຕຮູ້ບຸນຄຸນບັນດາພະນັກງານ, ນັກຮົບຄ້າຍທະຫານຊາຍແດນທົງທູ້ ແລະບ້ານແຮກສ່ຽວເມືອງຝູ ທີ່ໄດ້ຊ່ວຍປະຊາຊົນພັດທະນາຮູບແບບເສດຖະກິດສວນ-ໜອງ-ຄອກ, ເພື່ອໃຫ້ປະຊາຊົນຮໍ່າຮຽນ ແລະປະຕິບັດຕາມ...

ນັບແຕ່ປີ 2013, ບ້ານປາເທີມ, ຕາແສງປາເທີມ, ເມືອງດ້ຽນບຽນ (ແຂວງດ້ຽນບຽນ), ໄດ້ແຮກສ່ຽວກັບບ້ານນາຫຼວງ ແລະກຸ່ມບ້ານສົບຮຸນ, ເມືອງໃໝ່ (ແຂວງຜົ້ງສາລີ). ການເຄື່ອນໄຫວແຮກສ່ຽວລະຫວ່າງສອງບ້ານໄດ້ປະກອບສ່ວນສ້າງເງື່ອນໄຂໃຫ້ປະຊາຊົນສອງບ້ານຢ້ຽມຢາມຖາມຂ່າວ; ແລກປ່ຽນຜະລິດຕະພັນກະເສດສະດວກກວ່າ; ...

ບ້ານທົ່ງແປ (ເມືອງຄໍາເກີດ, ແຂວງບໍລິຄໍາໄຊ) ມີພົນລະເມືອງກ່ວາ 2.600 ຄົນ. ປະຕິບັດຂະບວນການແຮກສ່ຽວກຸ່ມບ້ານສອງຟາກຊາຍແດນ, ທະຫານຊາຍແດນພ້ອມກັບແພດໝໍສຸກສາລາຕາແສງເຊີນກີມ 1 (ເມືອງເຮືອງເຊີນ) ໄດ້ສຸມໃສ່ໂຄສະນາ, ຂົນຂວາຍປະຊາຊົນດໍາລົງຊີວິດ, ກິນຢູ່ຖືກຕາມຫຼັກອະນາໄມ, ປ່ຽນແປງປະເພນີໃນການກວດ, ປິ່ນປົວພະຍາດ, ມີພະຍາດຕ້ອງໄປຫາແພດໝໍ, ເດັດຂາດບໍ່ໄດ້ບູຊາຜີສາງ... ທ່ານ ຫວື່ຊ່ອງເຢີ, ອະດີດນາຍບ້ານທົ່ງແປ ໃຫ້ຮູ້ວ່າ: “ນັບແຕ່ເມື່ອແຮກສ່ຽວກັນ, ໃນການພັດທະນາເສດຖະກິດ, ຖ້າຍັງຂາດອັນໃດພໍ່ແມ່ປະຊາຊົນບ້ານທົ່ງແປກໍ່ຂໍເອົາການຊ່ວຍເຫຼືອຈາກພະນັກງານຕາແສງເຊີນກີມ 1”.

5 ເມືອງໃນເຂດພູສູງຕິດກັບຊາຍແດນແຂວງແທງຮວ໋າ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ, ແຕ່ດ້ວຍມູນເຊື້ອມິດຕະພາບແບບພິເສດຫວຽດນາມ-ລາວ, ຄະນະພັກ, ອຳນາດການປົກຄອງບັນດາເມືອງ, ຕາແສງເຂດພູດອຍ ຍາມໃດກໍ່ເອົາໃຈໃສ່ແບ່ງປັນຄວາມຫຍຸ້ງຍາກ, ໜູນຊ່ວຍປະຊາຊົນແຂວງຫົວພັນ, ພາກເໜືອລາວ ປັບປຸງ ແລະຍົກສູງຊີວິດການເປັນຢູ່, ເສດຖະກິດຂອງປະຊາຊົນຂຶ້ນຕື່ມ.

ບໍ່ພຽງແຕ່ຊ່ວຍເພື່ອນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ, ບັນດາທ້ອງຖິ່ນແຮກສ່ຽວພ້ອມກັບທະຫານຊາຍແດນຫວຽດນາມ ແລະທະຫານຊາຍແດນບັນດາທ້ອງຖິ່ນຍັງຊ່ວຍເພື່ອນຍົກສູງລະດັບຄວາມຮູ້, ຊີວິດການເປັນຢູ່ຂອງປະຊາຊົນອີກດ້ວຍ,... ນັ້ນແມ່ນຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼາຍແຫ່ງ; ຫໍວັດທະນະທຳ; ເຮືອນແຫ່ງສາຍຈິດມິດໃຈ...

ທ່ານພັນເອກພິເສດ ເຈິ່ນນາມຈູງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ, ໃຫ້ຮູ້ວ່າ: ການຈັດຕັ້ງແຮກສ່ຽວບ້ານ-ບ້ານ ຢູ່ສອງຟາກຊາຍແດນແມ່ນນະໂຍບາຍທີ່ຖືກຕ້ອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານແນວຄິດຈິດໃຈ, ຄວາມປາດຖະໜາອັນຊອບທຳຂອງປະຊາຊົນ ແລະກຳລັງປ້ອງກັນສອງຟາກຊາຍແດນ. ຢັ້ງຢືນທີ່ຕັ້ງ, ບົດບາດອັນໃຫຍ່ຫຼວງຂອງມະຫາຊົນໃນພາລະກິດສ້າງສາ ແລະປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດຂອງແຕ່ລະປະເທດ... ພ້ອມກັນນັ້ນແບ່ງປັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ-ສັງຄົມ, ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາອະທິປະໄຕ ແລະຄວາມໝັ້ນຄົງແຫ່ງຊາດໄວ້ໃຫ້ໝັ້ນຄົງ. ປະກອບສ່ວນກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ເປັນແບບຢ່າງທີ່ດີເດັ່ນ ສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ ໃນໄລຍະພັດທະນາໃໝ່.

ນ າໃຈໄມຕ ຈ ດມ ດຕະພາບແບບພ ເສດຫວຽດນາມ ລາວ ຮູບຖ່າຍກວ່າ 100 ແຜ່ນ ແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ ...

ນ າໃຈໄມຕ ຈ ດມ ດຕະພາບແບບພ ເສດຫວຽດນາມ ລາວ ການຮ່ວມມືຊາຍແດນລະຫວ່າງ ສອງປະເທດ ຫວຽດນາມ - ລາວ ໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກ ແລະລັດຖະບານຂອງສອງປະເທດ

ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ.

ນ າໃຈໄມຕ ຈ ດມ ດຕະພາບແບບພ ເສດຫວຽດນາມ ລາວ ການຮ່ວມມືຊາຍແດນລະຫວ່າງ ສອງປະເທດໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກແລະລັດຖະບານຂອງສອງປະເທດ ຫວຽດນາມ - ລາວ

ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ...

la.qdnd.vn

ເຫດການ
302 Found

Found

The document has moved here.