ຫວຽດນາມ ຈະຊື້ໄຟຟ້າ 3.000 MW ຈາກລາວ ດ້ວຍມູນຄ່າ 6,95 US cent/kWh

11:14 | 17/12/2020

ຍສໝ - ໄຟຟ້າແມ່ນໜຶ່ງໃນບັນດາແຫຼ່ງລາຍຮັບຕົ້ນຕໍຂອງລາວ, ພິເສດແມ່ນຜ່ານການຂາຍໄຟຟ້າໃຫ້ ໄທ, ຫວຽດນາມ, ກໍາປູເຈຍ ແລະມຽນມາ.

ຫວຽດນາມ ຈະຊ ໄຟຟ າ 3 000 mw ຈາກລາວ ດ ວຍມ ນຄ າ 6 95 us cent kwh ອັດຕາຄວາມທຸກຍາກເເຫ່ງຊາດລາວທີ່ຫຼຸດລົງ 6,3% ໃຊ້ເວລາຫຼາຍກວ່າ 6 ປີ ນັບຈາກ 24 6% ໃນປີ 2013 ເປັນ 18 3% ໃນປີ 2019
ຫວຽດນາມ ຈະຊ ໄຟຟ າ 3 000 mw ຈາກລາວ ດ ວຍມ ນຄ າ 6 95 us cent kwh ລາວ: ໃນປີ 2020 ຈະສາມາດສົ່ງອອກພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ
ຫວຽດນາມ ຈະຊ ໄຟຟ າ 3 000 mw ຈາກລາວ ດ ວຍມ ນຄ າ 6 95 us cent kwh
ພາບປະກອບ

ຕາມ ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ແຫ່ງ ສປປ ລາວ ແລ້ວ, ນັບແຕ່ນີ້ຮອດປີ 2025, ຫວຽດນາມ ຈະຊື້ໄຟຟ້າ 3.000 MW ຈາກລາວ ດ້ວຍມູນຄ່າ 6,95 US cent/kWh. ຄາດຄະເນວ່າຈໍານວນໄຟຟ້າທີ່ຂາຍໃຫ້ຫວຽດນາມ ຈະເພີ່ມຂຶ້ນ 5.000 MW ແຕ່ປີ 2026 ເຖິງປີ 2030, ດ້ວຍລາຄາຈະກໍານົດໃໝ່.

ປະຈຸບັນ, ຫວຽດນາມໄດ້ບັນລຸຂໍ້ຕົກລົງຊື້ໄຟຟ້າກັບລາວ, ລວມທັງບັນດາໂຮງງານໄຟຟ້າຢູ່ພາກເໜືອຂອງຫວຽດນາມ. ໃນອະນາຄົດອັນໃກ້ນີ້, ຫວຽດນາມຍັງຈະເຊື່ອມຕໍ່ສາຍສົ່ງໄຟຟ້າກັບໂຮງງານໄຟຟ້າເຫຼົ່ານີ້ຢູ່ລາວ. ຫວຽດນາມ ໄດ້ສ້າງຕາຂ່າຍໄຟຟ້າຂະໜາດ 500 kV ໃນເຂດພາກກາງເໜືອ, ມີຊາຍແດນຕິດກັບເມືອງຫົວເມືອງ ແລະ ເມືອງຊຳເໜືອ ແຂວງຫົວພັນ ເພື່ອນຳເຂົ້າໄຟຟ້າຈາກບັນດາເຂື່ອນໄຟຟ້ານ້ຳຕົກໃນລາວ. ນອກຈາກຫວຽດນາມແລ້ວ, ລາວ ກໍ່ໄດ້ບັນລຸຂໍ້ຕົກລົງຂາຍໄຟຟ້າໃຫ້ໄທ, ກຳປູເຈຍ, ມຽນມາ ແລະໄທ. ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າໄດ້ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ສຳລັບ​ການ​ສົ່ງ​ອອກ​ໄປ​ຈຳໜ່າຍ​ຕ່າງປະເທດ​ສາມາດ​ບັນລຸ​ໄດ້ 6.457 ເມ​ກາ​ວັດ​ໃນ​ນີ້​ໄດ້​ສົ່ງ​ອອກ​ໄປ​ປະເທດ​ໄທ 5.620 ເມ​ກາ​ວັດ​ຄາດ​ວ່າ​ຮອດ​ປີ 2022 ຈະ​ສົ່ງ​ຕື່ມ​ອີກ 2 ໂຄງການ​ຄື : ໂຄງ​ການ​ນໍ້າ​ເທີນ 1 ສົ່ງ​ອອກ 520 ເມ​ກາ​ວັດ ແລະ ນໍ້າ​ງື່ມ 3 ສົ່ງ​ອອກ 480 ເມ​ກາ​ວັດ ແລະ ຈະ​ສືບຕໍ່​ເຈລະຈາ​ຊື້​-​ຂາຍ​ໄຟຟ້າ​ແບບ​ລັດຖະບານ​ຕໍ່​ລັດຖະບານ​ ຊຶ່ງ​ຮອດ​ປີ 2020-2030 ໃຫ້​ໄດ້​ຄົບ 9.000 ເມ​ກາ​ວັດ. ຂາຍ​ໄປ​ປະເທດ​ຫວຽດນາມ 570 ເມ​ກາ​ວັດ​ ຊຶ່ງ​ປະກອບ​ມີ​ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ຂະ​ໝານ 1 ແລະ ເຊ​ຂະ​ໝານ 3 ແລະ ໃນ​ວັນ​ທີ 4/1/2020 ທີ່​ຜ່ານ​ມາ​ໄດ້​ມີ​ການ​ເຊັນ​ສັນຍາ​ຊື້​-​ຂາຍ​ອີກ​ຕື່ມ 5 ໂຄງການ​ຄື ນໍ້າ​ກົງ 2, ກົງ 3, ນໍ້າ​ອີ​ມູນ, ນໍ້າ​ຊັນ 3A ແລະ 3B, ກໍາ​ລັງ​ຕິດ​ຕັ້ງ​ລວມ 363 ເມ​ກາ​ວັດ ຊຶ່ງ​ແຜນການ​ຊື້​-​ຂາຍ​ພະລັງງານ​ໄຟຟ້າ​ກັບ​ຫວຽດນາມ​ແມ່ນ​ຮອດ​ປີ 2020 ແມ່ນ​ໃຫ້​ໄດ້ 1.000 ເມ​ກາ​ວັດ, 2025 ໃຫ້​ໄດ້ 3.000 ເມ​ກາ​ວັດ ແລະ ຮອດ 2030 ໃຫ້​ໄດ້ 5.000 ເມ​ກາ​ວັດ.

ປັດຈຸບັນ​ທົ່ວ​ປະເທດ​ ລາວ ມີ​ລະບົບ​ສາຍ​ສົ່ງ​ແຮງ​ສູງ, ແຮງ​ກາງ ແລະ ແຮງ​ຕໍ່າ ຍາວ​ທັງ​ໝົດ 65.563 ກວ່າ​ກິໂລແມັດ, ມີ​ສະຖານີ​ຈ່າຍ​ໄຟຟ້າ 74 ແຫ່ງ. ໄດ້​ສະໜອງ​ກະແສ​ໄຟຟ້າ​ ເພື່ອ​ໃຫ້ການ​ບໍລິການ​ໃນ​ທົ່ວ​ສັງຄົມ ຢູ່​ໃນ​ພາກ ອຸດ​ສາ​ຫະ​ກໍາ, ກະ​ສິ​ກໍາ, ຊົນລະປະທານ, ການ​ລ້ຽງສັດ, ຫັດ​ຖະ​ກໍາ, ການ​ບໍລິການ, ການທ່ອງທ່ຽວ, ຄົມມະນາຄົມ, ຂົນສົ່ງ ແລະ ຂະແໜງການ​ອື່ນໆ ຊຶ່ງ​ໄດ້​ກາຍເປັນ​ພື້ນຖານ​ໃຫ້​ແກ່​ການ​ຜະລິດ, ການ​ຜະລິດ​ເປັນ​ສິນຄ້າ ແລະ ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທໍາ​ໃນ​ສັງຄົມ​ຢ່າງ​ກວ້າງ​ຂວາງ. ປັດຈຸບັນ ໄດ້​ສະໜອງ​ໄຟຟ້າ​ຮັບ​ໃຊ້​ໄດ້ 100% ຢູ່​ໃນ​ທຸກ​ເທດສະບານ​ແຂວງ, ນະຄອນຫຼວງ,ເທດສະບານ​ເມືອງ ແລະ ນະຄອນ​ເຖິງ 93% ຂອງ​ຈໍາ​ນວນ​ບ້ານ ແລະ 95%ຂອງ​ຈໍາ​ນວນ​ຄອບຄົວ​ໃນ​ທົ່ວ​ປະເທດ​ໄດ້​ຊົມໃຊ້​ໄຟຟ້າ​ແບບ​ຖາວອນ​ແລ້ວ.

ຫວຽດນາມ ຈະຊ ໄຟຟ າ 3 000 mw ຈາກລາວ ດ ວຍມ ນຄ າ 6 95 us cent kwh ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 30.3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 950.000 ຄົນ

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ຫວຽດນາມ ຈະຊ ໄຟຟ າ 3 000 mw ຈາກລາວ ດ ວຍມ ນຄ າ 6 95 us cent kwh ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 15.930.000 ຄົນ, ໃນນັ້ນເກືອບ 642.000 ຄົນເສຍຊີວິດ

ຍສໝ - ອາເມລິກາ ຍັງສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ໃນນັ້ນມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 4.248.372 ຄົນ.

ຫວຽດນາມ ຈະຊ ໄຟຟ າ 3 000 mw ຈາກລາວ ດ ວຍມ ນຄ າ 6 95 us cent kwh ປະເທດລາວ: 95 ມື້ຕິດຕໍ່ກັນ ສປປ.ລາວ ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19 ລາຍໃໝ່ຢູ່ໃນສັງຄົມ

ໃນວັນທີ 13 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ຣັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີສື່ມວນຊົນເຂົ້າຮ່ວມ.

ໄຊພອນ

ເຫດການ
302 Found

Found

The document has moved here.