ຫວຽດ​ນາມ ມອບ​ຕຳ​ແໜ່ງ​ປະ​ທານ CPR​ ໃຫ້​ແກ່ ບ​ຣູ​ໄນ

12:20 | 10/12/2020

ຍ​ສ​ໝ - ພາຍໃຕ້ການນຳພາຂອງຫວຽດນາມ, CPR ໄດ້ສຳເລັດຫຼາຍໜ້າທີ່ສຳຄັນ, ສະ ໜັບສະໜູນສະພາປະຊາຄົມອາຊຽນ, ໂດຍສະເພາະຜ່ານການຊຸກຍູ້ການຮ່ວມມືລະຫວ່າງເສົາຄ້ຳ. ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານພາຍນອກ, ພ້ອມທັງການສະ ໜັບ ສະ ໜູນ ເພື່ອສ້າງຄວາມເຂັ້ມແຂງດ້ານສະຖາບັນຂອງກອງເລຂາອາຊຽນ.

​ຫວຽດ​ນາມ​ສ້າງ​ຂີດ​ໝາຍ​ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ
ອາຊຽນ-ອີຢູຍົກລະດັບການພົບພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ
ຫວຽດ​ນາມ ມອບ​ຕຳ​ແໜ່ງ​ປະ​ທານ CPR​ ໃຫ້​ແກ່ ບ​ຣູ​ໄນ
ພິທີມອບຕຳແໜ່ງ ປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ຈາກ ຫວຽດນາມ ໃຫ້ແກ່ ບຣູໄນ ຖືກດຳເນີນດ້ວຍຮູບການທາງອອນລາຍ (ພາບ: VOV)

ວັນທີ 8 ທັນວາ ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມຄັ້ງທີ 18 ຂອງ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR) ໃນປີ 2020 ແລະ ພິທີມອບຕຳແໜ່ງ ປະທານ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ ຈາກ ຫວຽດນາມ ໃຫ້ແກ່ ບຣູໄນ ດ້ວຍຮູບການທາງອອນລາຍ.

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ອາຊຽນ Dato Lim Jock Hoi ໄດ້​ສະ​ແດງ​ຄວາມຊົມເຊີຍຕໍ່​ຫວຽດນາມ ເມື່ອ​ໄດ້​ປະ​ຕິ​ບັດສຳເລັດບົດບາດເປັນປະທານອາຊຽນ 2020 ໃນສະພາບການພາກພື້ນປະສົບກັບຄວາມຫຍຸ້ງຍາກແລະສິ່ງທ້າທາຍຫຼາຍຢ່າງຈາກ​ໂລກ​ລະ​ບາ​ດ​ໂຄວິດ - 19.

ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ກໍ່ຕີລາຄາສູງບັນດາຄວາມມານະພະຍາຍາມແລະການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນ ຂອງ ທ່ານເອກອັກຄະລັດຖະທູດເຈິ່ນ​ດຶກ​ບິ່ງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະ ຈຳອາຊຽນ, ທັງເປັນປະທານ CPR ໃນການປະສານບັນ​ດາຄວາມມາ​ນະພະຍາຍາມຮ່ວມຂອງ CPR ໃນການຫັນປ່ຽນ, ປັບຕົວເຂົ້າກັບສະພາບການ ໃໝ່, ນຳ ໃຊ້ວິທີການປະຊຸມອອນລາຍໂດຍ​ໄວ,ຮັບປະກັນຄວາມຄືບ​ໜ້າໃນການຈັດຕັ້ງປະຕິບັດ ໜ້າ​ທີ່ ແລະ ກິດຈະກຳຕ່າງໆຂອງຄະນະກຳມະການ.

ພາຍໃຕ້ການນຳພາຂອງຫວຽດນາມ, CPR ໄດ້ສຳເລັດຫຼາຍໜ້າທີ່ສຳຄັນ, ສະ ໜັບສະໜູນສະພາປະຊາຄົມອາຊຽນ, ໂດຍສະເພາະຜ່ານການຊຸກຍູ້ການຮ່ວມມືລະຫວ່າງເສົາຄ້ຳ. ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານພາຍນອກ, ພ້ອມທັງການສະໜັບສະໜູນ ເພື່ອສ້າງຄວາມເຂັ້ມແຂງດ້ານສະຖາບັນຂອງກອງເລຂາອາຊຽນ.

ສ່ວນທ່ານເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແໜ່ງເປັນປະທານ CPR ປະຈຳ ອາຊຽນ ປີ 2021 ຄະນະຜູ້ຕາງໜ້າ ບຣູໄນ ຈະສືບຕໍ່ນຳພາຜັນຂະຫຍາຍບັນດາໜ້າທີ່ ແລະ ບຸລິມະສິດຂອງປີ ອາຊຽນ 2021 ເປັນຢ່າງດີ, ຮັກສາທ່າຮ່ວມມື ແລະ ຮ່ວມສໍາພັນໃນພາກພື້ນ, ຊຸກຍູ້ການຮ່ວມສຳພັນພາຍໃນກຸ່ມ, ຍູ້ແຮງການຮ່ວມມືຫຼາຍຝ່າຍ, ເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື, ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຍົກສູງຖານະບົດບາດຂອງ ອາຊຽນ ໃນພາກພື້ນ ແລະ ສາກົນ ພ້ອມທັງສືບຕໍ່ຊ່ວຍໜູນ, ເພີ່ມທະວີຄວາມສາມາດທາງດ້ານລະບອບລະບຽບການຂອງຄະນະເລຂາ ອາຊຽນ.

​ຫວຽດ​ນາມ​ສ້າງ​ຂີດ​ໝາຍ​ໃນ​ປີ​ເປັນ​ປະ​ທານ​ອາ​ຊຽນ

ຍ​ສໝ - ບົດຂຽນໄດ້ຢັ້ງຢືນວ່າ ຫວຽດນາມ ໄດ້ມານະພະຍາຍາມຫັນອາຊຽນກັບໄປສູ່ເສັ້ນທາງແຫ່ງການຮ່ວມມືຜ່ານບັນດາການເຄື່ອນໄຫວ ຖືອາຊຽນເປັນໃຈກາງ ແລະ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ. ບົດບາດເປັນປະທານ ຂອງ ຫວຽດນາມ ໄດ້ຊ່ວຍໃຫ້ອາຊຽນຜ່ານຜ່າບາງສິ່ງທ້າທາຍຈາກໂລກລະບາດໂຄວິດ - 19 ແລະ ນຳພາກພື້ນກ້າວເດີນຖືກຕາມເສັ້ນທາງມຸ່ງໄປສູ່ການຟື້ນຟູ.

ອາຊຽນ-ອີຢູຍົກລະດັບການພົບພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ອາຊຽນ ແລະ ອີຢູ ໄດ້ຖະແຫຼງຢ່າງເປັນທາງການວ່າ ໄດ້ຍົກລະດັບການພົວພັນຄູ່ຮ່ວມເຈລະຈາອາຊຽນ-ອີຢູ ໃຫ້ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.

ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14)

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍ​າ​ຂອງ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.