ຂະແໜງພະລັງງານ ແລະ ບໍ່ແຮ່ ລາວ ມີແຜນຈະຂະຫຍາຍຕະຫລາດຈຳໜ່າຍໄຟຟ້າ ຄື ຕະຫລາດພາຍໃນ ແລະ ຕ່າງປະເທດ

15:07 | 30/12/2019

ໃນປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດມີພຽງແຕ່ 1.222 ເມກາວັດ ແລະ ຄາດຄະເນວ່າຄວາມຕ້ອງການພະລັງ ງານໄຟຟ້າຢູ່ພາຍໃນຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນປີ 2020-2025 ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນວັນທີ 20 ທັນວາ 2019.

ຂະແໜງພະລັງງານ ແລະ ບໍ່ແຮ່ ລາວ ມີແຜນຈະຂະຫຍາຍຕະຫລາດຈຳໜ່າຍໄຟຟ້າ ຄື ຕະຫລາດພາຍໃນ ແລະ ຕ່າງປະເທດ

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່. (ພາບ:ຂປລ)

ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາ ພະລັງງານໄຟຟ້າ ຮ່ວມກັບປະເທດກຳປູເຈຍ 6.000 ເມກາວັດ, ໃນນີ້ໄດ້ມີການເຊັນສັນຍາຊື້-ຂາຍໄຟຟ້າ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກຳປູເຈຍ ໃນການຮ່ວມມືພັດທະນາພະລັງງານ 3.215 ເມກາວັດ ແລະ ປັດຈຸບັນ ສົ່ງອອກແລ້ວ 20 ເມກາວັດ, ເຊິ່ງຄາດໝາຍໃນ ປີ 2027 ຈະສົ່ງອອກໃຫ້ໄດ້ຄົບຕາມຈຳນວນສັນຍາ. ໃນຊຸມປີຕໍ່ໜ້າ ຂະແໜງພະລັງງານ ແລະ ບໍ່ແຮ່ ມີແຜນຈະຂະຫຍາຍຕະຫລາດຈຳໜ່າຍໄຟຟ້າ ຄື ຕະຫລາດພາຍໃນ ແລະ ຕ່າງປະເທດ, ເຊິ່ງຂະແໜງດັ່ງກ່າວໄດ້ສ້າງແຜນພັດທະນາທີ່ມີລັກສະນະເຊື່ອມສານຢ່າງກົມກຽວ ກັບຫລາຍຂະແໜງການພາຍໃນປະເທດ ເພື່ອກຳນົດຄວາມຕ້ອງການພາຍໃນໃຫ້ຊັດເຈນ ເຊັ່ນ: ການຊົມໃຊ້ໄຟຟ້າໃນເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ເຂດອຸດສາຫະກຳ, ບັນດາໜໍ່ແໜງອຸດສາຫະກຳໜັກ-ອຸດສາຫະກຳປຸງແຕ່ງຕ່າງໆ ທີ່ຈະເກີດຂຶ້ນຢູ່ແຕ່ລະແຂວງ ໃນຊຸມປີຕໍ່ໜ້າ ແລະ ເພື່ອສະໜອງແຫລ່ງພະລັງງານໄຟຟ້າຢ່າງພຽງພໍ ແລະ ມີຄຸນນະພາບລວມທັງນະໂຍບາຍຕ່າງໆ ກ່ຽວກັບການດຶງດູດນັກລົງທຶນໄປພ້ອມໆກັນ ເພື່ອໃຫ້ທຸກພາກ ສ່ວນເສດຖະກິດ ສາມາດເຂົ້າເຖິງໄຟຟ້າ, ພຽງພໍ ລາຄາສົມເຫດສົມຜົນ ໃນຂອບເຂດທົ່ວປະເທດ ໂດຍສະເພາະອັດຕາການຊົມໃຊ້ໄຟຟ້າຂອງພໍ່ແມ່ປະຊາຊົນ ໃຫ້ບັນລຸ 98%. ໃນປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດມີພຽງແຕ່ 1.222 ເມກາວັດ ແລະ ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຢູ່ພາຍໃນຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນປີ 2020-2025 ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນວັນທີ 20 ທັນວາ 2019.

ສຳລັບແຜນການຂະຫຍາຍຕະຫລາດໄຟຟ້າໄປຕ່າງປະເທດ ແມ່ນໄດ້ຮ່ວມມືກັບບັນດາປະເທດໃກ້ຄຽງ ໂດຍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາທາງດ້ານພະລັງງານໄຟຟ້າ ກັບປະເທດຫວຽດນາມ, ໄທ, ກຳປູເຈຍ ໃນລະດັບ 5.000, 6.000 ແລະ 9.000 ເມກາວັດ ຕາມລຳດັບ. ໂດຍສືບຕໍ່ປະຕິບັດນະໂຍບາຍແລກປ່ຽນພະ ລັງງານ ທີ່ມີຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ເຊິ່ງພວກເຮົາໄດ້ດຳເນີນການເຈລະຈາກັບຄູ່ຮ່ວມພັດທະນາ ທາງດ້ານກົນໄກຮ່ວມມື ຈົນກ້າວໄປເຖິງການເຊັນສັນຍາຊື້-ຂາຍໄຟຟ້າ ຢ່າງເປັນຮູບປະທຳ ດ້ວຍລາຄາທີ່ເໝາະສົມ-ຕາມທ່າແຮງ ໄດ້ປຽບດ້ານການພັດທະນາພະລັງງານຂອງປະເທດເຮົາເຊັ່ນ: ຈຳໜ່າຍໄປໄທ ມີ 8 ໂຄງການ ມີກຳລັງຕິດຕັ້ງ 5.620 ເມກາວັດ ແລະ ຄາດວ່າໃນປີ 2020-2030 ລັດຖະບານໄທ ຈະຊື້ພະລັງງານໄຟຟ້າ ຈາກ ສປປ ລາວ ໃຫ້ໄດ້ 9.000 ເມກາວັດ.ສຳລັບການຈຳໜ່າຍພະລັງງານໄຟຟ້າ, ເຊິ່ງລວມມີພະລັງງານໄຟຟ້າຈາກນ້ຳ ແລະ ພະລັງ ງານຄວາມຮ້ອນຈາກຖ່ານຫີນ ໄປຍັງກຳປູເຈຍ ຄາດວ່າໃຫ້ໄດ້ 6.000 ເມກາວັດ ໃນປີ 2019-2027.

ສຳລັບຕະຫລາດໄຟຟ້າອາຊຽນ, ໃນກຸ່ມປະເທດອາຊຽນ ດ້ານພະລັງງານໄຟຟ້າ ໄດ້ມີການວາງແຜນເຊື່ອມໂຍງລະບົບສາຍຮ່ວມກັນ ໃນການຊື້-ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າຮ່ວມກັນ, ເຊິ່ງ ສປປ ລາວ ເປັນປະເທດທຳອິດ ທີ່ໄດ້ລິເລີ່ມສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດອາຊຽນ ຫລື ການເຊື່ອມໂຍງກັບພາກພື້ນ ໂດຍໄດ້ມີສັນຍາຊື້-ຂາຍໄຟຟ້າ ກັບປະເທດມາເລເຊຍ ໂດຍຜ່ານປະເທດໄທ (ລາວ-ໄທ-ມາເລເຊຍ) ແລະ ປັດຈຸບັດ ໄດ້ສົ່ງອອກແລ້ວ 100 ເມກາວັດ ແລະ ຄາດວ່າ ຮອດປີ 2020 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນັ້ນ, ກໍໄດ້ສືບຕໍ່ເຈລະຈາຊື້-ຂາຍໄຟຟ້າກັບປະເທດສິງກະໂປ ນຳອີກ. ສ່ວນປະເທດຫວຽດນາມ ໄດ້ສົ່ງອອກແລ້ວ 572 ເມກາວັດ ໃນ 2 ໂຄງການ ຄື ໂຄງການເຂື່ອນໄຟຟ້າເຊກະໝານ 1 ແລະ ເຊກະໝານ 3 ແລະ ຄາດວ່າຈະສົ່ງພະລັງງານໄຟຟ້າໃຫ້ໄດ້ 5.000 ເມກາວັດ. ປະເທດມຽນມາ ໄດ້ເຊັນສັນຍາຊື້ຂາຍໄຟຟ້າ ຮອດປີ 2025 ໃຫ້ໄດ້ 300 ເມກາວັດ ປັດຈຸບັນ ສົ່ງອອກແລ້ວ 10 ເມກາວັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.