ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2020

15:00 | 27/11/2020

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ, ເຊິ່ງກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ.

ຜ ນກອງປະຊ ມລ ດຖະບານສະໄໝສາມ ນ ປະຈ າເດ ອນ ພະຈ ກ 2020 ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2020
ຜ ນກອງປະຊ ມລ ດຖະບານສະໄໝສາມ ນ ປະຈ າເດ ອນ ພະຈ ກ 2020 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຈະເປັນປະທານກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ດຳເນີນແຕ່ວັນທີ 12-15 ພະຈິກ
ຜ ນກອງປະຊ ມລ ດຖະບານສະໄໝສາມ ນ ປະຈ າເດ ອນ ພະຈ ກ 2020
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

ຕໍ່ສະພາບການພາຍໃນ, ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ ເປັນຕົ້ນ ຢາເສບຕິດ ແລະ ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ, ເພີ່ມທະວີການຕິດຕາມກວດກາສື່ສັງຄົມອອນລາຍທີ່ອອກຂ່າວບໍ່ມີມູນຄວາມຈິງ ຫລື ໃສ່ຮ້າຍປ້າຍສີ, ສື່ມວນຊົນລາວຕ້ອງເປັນກະບອກສຽງທີ່ແຫລມຄົມ ເພື່ອໃຫ້ຂໍ້ມູນຖືກຕ້ອງ ແລະ ຊັດເຈນແກ່ສັງຄົມຢ່າງທັນການ. ກ່ຽວກັບສະພາບການຂອງສາກົນ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດ ເຖິງຜົນກະທົບທີ່ອາດມີຕໍ່ປະເທດເຮົາ ເພື່ອກຳນົດນະໂຍບາຍ ໃຫ້ສອດຄ່ອງກັບສະພາບປັດຈຸບັນ, ພ້ອມນີ້ ກໍ່ໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍຜົນການຕົກລົງຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໃຫ້ມີປະສິດທິຜົນ.

ກອງປະຊຸມ ຮັບຟັງການລາຍງານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19, ການກວດພົບຜູ້ຕິດເຊື້ອໃໝ່ທີ່ເດີນທາງມາຈາກຕ່າງປະເທດ ແລະ ເຫັນດີຕໍ່ທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການສະເພາະກ່ຽວກັບມາດຕະການເພີ່ມເຕີມທີ່ຈະປະຕິບັດ ແຕ່ນີ້ຈົນໝົດເດືອນທັນວາ 2020 ຕາມການລາຍງານຂອງຄະນະສະເພາະກິດ ແລະ ຕົກລົງເຫັນດີຂອງກອງປະຊຸມ. ພ້ອມນີ້, ໄດ້ຊີ້ນໍາໃຫ້ຄະນະສະເພາະກິດສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ- 19 ເພື່ອຮັບປະກັນບໍ່ໃຫ້ມີການລະບາດຮອບ 2; ໃຫ້ເອົາໃຈໃສ່ຕິດຕາມສະພາບການລະບາດຂອງພະຍາດໃນທົ່ວໂລກຢ່າງໃກ້ຊິດ ເຖິງວ່າຢູ່ປະເທດເຮົາຈະບໍ່ມີການຕິດເຊື້ອພາຍໃນຕ້ອງສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ ໃຫ້ທຸກຄົນໃນສັງຄົມ ເຂົ້າໃຈຢ່າງຈະແຈ້ງ, ມີສະຕິ ແລະ ຄວາມຮັບຜິດຊອບໃນການສືບຕໍ່ຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ຄັ້ງທີ 43 ທີ່ຈະຈັດຂຶ້ນ ຢູ່ນະຄອນຫລວງຮ່າໂນຍ ສສ ຫວຽດ ນາມ ໃນວັນທີ 6 ທັນວາ 2020. ກອງປະຊຸມ ໄດ້ມີທິດຊີ້ນຳໃຫ້ຄະນະຮັບຜິດຊອບ ປັບ ປຸງເນື້ອໃນຍຸດທະສາດໃນການຮ່ວມມືໄລຍະ 10 ປີ ລະຫວ່າງຄະນະຮ່ວມມື ລາວ-ຫວຽດ ນາມ ແລ້ວນໍາສະເໜີຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ; ກ່ຽວກັບວຽກງານພັດທະ ນາຊັບພະຍາກອນມະນຸດ ໃຫ້ເອົາໃຈໃສ່ໃນການຄັດເລືອກຜູ້ທີ່ຈະໄປສຶກສາ ຫລື ໄປຍົກລະ ດັບ ຕ້ອງຮັບປະກັນມາດຕະຖານເງື່ອນໄຂ ແລະ ມີຄຸນນະພາບ ພາຍຫລັງຮຽນຈົບມາ ໃຫ້ສາມາດປະກອບອາຊີບ, ມີວຽກເຮັດງານທໍາ ແລະ ຖືກກັບຄວາມຮຽກຮ້ອງຕ້ອງການຂອງໜ້າວຽກແຕ່ລະອົງການ, ນອກນັ້ນ, ໃຫ້ກວດກາຄືນບັນດາໂຄງການຊ່ວຍເຫລືອລ້າ ທີ່ຈະລົງນາມ ຕ້ອງເປັນໂຄງການທີ່ສາມາດຈັດຕັ້ງປະຕິບັດໄດ້ ແລະ ບໍ່ແກ່ຍາວ.

ກອງປະຊຸມ ໄດ້ພິຈາລະນາຮ່າງດໍາລັດວ່າດ້ວຍ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2021. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນຂອງສະ ມາຊິກລັດຖະບານ ເພື່ອໃຫ້ດໍາລັດດັ່ງກ່າວ ມີເນື້ອໃນສອດຄ່ອງກັບ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII, ໃຫ້ມີຄວາມກະທັດຮັດ, ເຂົ້າໃຈງ່າຍ ແລະ ແທດເໝາະກັບສະພາບຕົວຈິງ ເພື່ອໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນສາມາດນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ, ໂຄງການລະອຽດຂອງຕົນ ແລະ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ແຕ່ວັນທີ 01 ມັງກອນ 2021 ເປັນຕົ້ນໄປ.

ສໍາລັບວຽກຈຸດສຸມປະຈໍາເດືອນທັນວາ 2020, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະ ແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດດັ່ງນີ້:

ໃຫ້ກະຊວງການຕ່າງປະເທດສືບຕໍ່ກະກຽມແຜນການເຄື່ອນໄຫວໃຫ້ແກ່ການນໍາພັກ-ລັດໃນການເຂົ້າຮ່ວມກອງປະຊຸມສາກົນທີ່ຈະຈັດຂຶ້ນໃນທ້າຍປີ 2020 ໃຫ້ມີເນື້ອໃນລະອຽດຮັດກຸມ; ໃຫ້ກະຊວງການເງິນ ສືບຕໍ່ຕິດຕາມການຈັດເກັບລາຍຮັບງົບປະມານໃຫ້ໄດ້ຕາມແຜນການທີ່ກໍານົດເປັນຕົ້ນການເຊົ່າສໍາປະທານ, ພັນທະຕາມກົດໝາຍຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານການຊອກຄົ້ນ, ສໍາຫລວດ ຫລື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫລວງໄຟຟ້າ, ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ມີຄວາມຄືບໜ້າ ແລະ ການຫັນບັນດາຫົວໜ່ວຍວິຊາການຈໍານວນໜຶ່ງທີ່ມີລາຍຮັບໃຫ້ກຸ້ມຕົນເອງດ້ານງົບປະມານ; ໃຫ້ຄະນະຮັບຜິດຊອບຕາມຂໍ້ຕົກລົງເລກທີ 98/ນຍ,ລົງວັນທີ 20 ຕຸລາ 2020 ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ ຮີບຮ້ອນເລັ່ງລັດການຂຶ້ນບັນຊີບັນດາລັດວິສາຫະກິດ, ໂຄງການໄຟຟ້າ, ໂຄງການບໍ່ແຮ່, ທີ່ດິນ ແລະ ຊັບສິນອື່ນໆຂອງລັດ ເພື່ອຄົ້ນຄວ້າການຫັນເປັນທຶນ, ແກ້ໄຂສະພາບຄ່ອງຂອງການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ແລະ ສ້າງລາຍຮັບໃຫ້ແກ່ລັດ; ໃຫ້ຄະນະສະເພາະກິດສົ່ງເສີມການລົງທຶນແລະ ການຜະລິດສິນຄ້າສືບຕໍ່ປັບປຸງສະພາບແວດລ້ອມ ໃນການລົງທຶນໃຫ້ດີຂຶ້ນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນ ໄປຄຽງຄູ່ກັບການສົ່ງເສີມການປູກ, ການລ້ຽງ ໃຫ້ມີລັກສະນະຕັ້ງໜ້າດີຂຶ້ນ ເພື່ອຮອງຮັບໃຫ້ແກ່ໂຄງການເສດຖະກິດຕາມແລວທາງລົດໄຟລາວ-ຈີນ; ໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງພະລັງງານແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ຊຸກຍູ້ໂຄງການລົງທຶນຂະໜາດໃຫຍ່ ເປັນຕົ້ນໂຄງການສາຍສົ່ງ, ໂຄງການລົງທຶນບໍ່ແຮ່, ໂຄງການທາງລົດໄຟ ແລະ ໂຄງການທາງດ່ວນ ໃຫ້ດໍາເນີນໄປຕາມແຜນການ, ພ້ອມທັງຊຸກຍູ້ບັນດາໂຄງການເຂື່ອນໄຟຟ້າ ແລະໄຟຟ້າກ່ຽວພັນ ທີ່ໄດ້ມີການເຊັນສັນຍາແລ້ວໃຫ້ສໍາເລັດ ແລະ ສາມາດສົ່ງກະແສໄຟຟ້າໃຫ້ຄູ່ສັນຍາໄດ້ຕາມກໍານົດເວລາ; ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ແລະ ຮັກ ສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອຂອງບັນດາສະຖາບັນການເງິນ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ; ໃຫ້ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ຈັດສັນງົບປະມານການລົງທຶນຂອງລັດ ໂດຍການຈັດລຽງບູລິມະສິດຕາມຄວາມຈຳເປັນ ແລະ ຮີບດ່ວນເຊັ່ນ: ການຊຳລະໜີ້ຕ່າງປະເທດຕາມພັນທະ ແລະ ກຳນົດເວລາ, ການຊຳລະໜີ້ສິນພາຍໃນທີ່ຍັງຄຸມເຄືອ ແລະ ແກ່ຍາວ, ພ້ອມກັນນັ້ນ ກໍ່ຄົ້ນຄວ້າຕັດ ຫລື ໂຈະໂຄງການລົງທຶນທີ່ບໍ່ທັນຈຳເປັນ ແລະ ບໍ່ຮີບດ່ວນ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບພາກສ່ວນກ່ຽວຂ້ອງ ຊຸກຍູ້ສົ່ງເສີມການກຽມແນວພັນພືດ ແລະ ສັດ ເຂົ້າໃສ່ການຜະລິດໃນລະດູແລ້ງ, ພ້ອມທັງກະກຽມສະໜອງແຫລ່ງນໍ້າ ເພື່ອການຜະລິດໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງພື້ນທີ່ການຜະລິດ; ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ສຸມໃສ່ການສົ່ງແຮງງານໄປຝຶກອົບຮົມເພື່ອປະກອບເຂົ້າໃນການບໍລິການຕາມເສັ້ນທາງລົດໄຟ ທີ່ຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້ ໃຫ້ທັນຕາມກຳນົດເວລາ; ໃຫ້ກະຊວງສາທາລະນະສຸກ (ຄະນະສະ ເພາະກິດ ເພື່ອສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19) ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ, ຄວບຄຸມສະ ກັດກັ້ນ ແລະ ແກ້ໄຂການລະຍາດໂຄວິດ-19 ໃນໄລຍະວັນທີ 01-30 ພະຈິກ, ເດືອນທັນວາປີ 2020, ພ້ອມທັງຕິດຕາມເຝົ້າລະວັງການລະບາດຂອງພະຍາດຕາມລະດູການ; ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການສົມທົບກັບ ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ການຮຽນ, ການສອນ ແລະ ການຝຶກອົບຮົມມີຄຸນນະພາບ ໂດຍສະເພາະແມ່ນຊາວໜຸ່ມທີ່ຈະເປັນຜູ້ສືບທອດພາລະກິດຂອງຊາດ ແລະ ແຮງງານທີ່ກັບມາຈາກຕ່າງປະເທດ ໃຫ້ມີຄວາມຮູ້ຄວາມສາມາດ, ທັກສະ ແລະ ມີສຸຂະພາບແຂງແຮງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໄລຍະໃໝ່ ໂດຍຖອດຖອນບົດຮຽນຈາກສະພາບການ ໃນໄລຍະການແຜ່ລະບາດຂອງ ພະຍາດໂຄວິດ-19 ເຮັດໃຫ້ການຮຽນ, ການສອນມີຄວາມຫລາກຫລາຍ ແລະ ມີປະສິດທິພາບ; ໃຫ້ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສືບຕໍ່ໂຄສະນາສົ່ງເສີມການທ່ອງທ່ຽວລາວທ່ຽວລາວ, ແນະນໍາການປັບປຸງສະຖານທີ່ທ່ອງທ່ຽວ, ຝຶກອົບຮົມພະນັກງານນໍາທ່ຽວໃຫ້ມີຄວາມຄ່ອງແຄ້ວ, ການບໍລິການສະຖານທີ່ພັກ-ຮ້ານອາຫານມີຄຸນນະພາບ, ເອົາໃຈໃສ່ຄຸ້ມຄອງການໃຫ້ຄ່າບໍລິການຢູ່ໃນລະດັບທີ່ເໝາະສົມບໍ່ແພງເກີນໄປ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນສ້າງຄວາມປະທັບໃຈ, ຈຶ່ງຈະສາມາດຂະຫຍາຍຕະຫລາດການທ່ອງທ່ຽວລາວ. ສືບຕໍ່ໂຄສະນາອອກຂ່າວ, ຖະແຫລງການກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃຫ້ປະຊາຊົນຮັບຮູ້ຢ່າງທົ່ວເຖິງ, ພ້ອມທັງສືບຕໍ່ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງແກ້ໄຂການເຜີຍແຜ່ຂ່າວສານທີ່ບໍ່ມີມູນຄວາມຈິງ; ໃຫ້ກະຊວງແຮງງານ ແລະສະ ຫວັດດີການສັງຄົມ ເປັນເຈົ້າການສົມທົບກັບທ້ອງຖິ່ນ ສືບຕໍ່ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ອັກຄີໄພ; ໃຫ້ທຸກໆກະຊວງ-ອົງການ ແລະ ທ້ອງຖິ່ນຈົ່ງຍົກສູງສະຕິຄວາມເປັນເຈົ້າ ແລະ ເຮັດວຽກງານແນວຄິດໃຫ້ສະມາຊິກພັກ-ພະນັກງານ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ເພີ່ມທະວີຄວາມສາມັກຄີເປັນປຶກແຜນພາຍໃນ, ຕັ້ງໜ້າສູ້ຊົນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຂະແໜງການຕົນລວມທັງການສືບ ຕໍ່ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ໃນເດືອນທັນວາທີ່ຈະມາເຖິງ ບົນພື້ນຖານປະຢັດມັດທະຍັດແຕ່ມີເນື້ອໃນ, ມີບັນຍາ ກາດ ແລະ ຮັບປະກັນໄດ້ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍຮັບປະກັນບໍ່ໃຫ້ມີສິ່ງທີ່ບໍ່ເພີ່ງປາດຖະໜາໃດໆເກີດຂຶ້ນຢ່າງເດັດຂາດ.

ຜ ນກອງປະຊ ມລ ດຖະບານສະໄໝສາມ ນ ປະຈ າເດ ອນ ພະຈ ກ 2020 ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມີນາ 2020

ໃນ​ວັນ​ທີ 20 ມີ​ນາ 2020, ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຈະ​ເລີນ ເຢຍ​ປາວ​ເຮີ ລັດ​ຖະ​ມົນ​ຕີ​ ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ໂຄ​ສົກ​ລັດ​ຖະ​ບານ ໄດ້​ຖະ​ແຫລງ​ຜົນປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ມີນາ 2020 ໂດຍ​ມີ​ ທ່ານຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເຂົ້າ​ຮ່​ວມ.

ຜ ນກອງປະຊ ມລ ດຖະບານສະໄໝສາມ ນ ປະຈ າເດ ອນ ພະຈ ກ 2020 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ

ອີງຕາມຂໍ້ມູນຈາກກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ, ທຽບໃສ່ເດືອນມັງກອນ ຫລຸດລົງກວ່າ 20 ລ້ານໂດລາສະຫະລັດ.

ຜ ນກອງປະຊ ມລ ດຖະບານສະໄໝສາມ ນ ປະຈ າເດ ອນ ພະຈ ກ 2020 ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນກຸມພາ 2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນຕອນບ່າຍວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

kpl.gov.la

ເຫດການ
302 Found

Found

The document has moved here.