ຫວຽດ​ນາມ ພວມ​ຍາດ​​ຢ່າງ​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ EVFTA ໄດ້​ເປັນ​ຢ່າງ​ດີ

11:30 | 18/10/2020

 ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ການເຄືື່ອນໄຫວສົ່ງອອກສິນຄ້າຂອງຫວຽດນາມ ຍັງຄົງຮັກສາລະດັບການເຕີບໂຕທາງບວກ, ໃນນັ້ນ, ວົງເງິນນຳເຂົ້າ - ສົ່ງອອກໃນ 9 ເດືອນຕົ້ນປີ ບັນລຸ 389 ຕື້ USD ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ”
ເວທີປຶກສາຫາລືກ່ຽວກັບນະໂຍບາຍລະຫວ່າງຫວຽດນາມ ແລະ ລາຊະອານາຈັກອັງກິດ
ຫວຽດ​ນາມ ພວມ​ຍາດ​​ຢ່າງ​ກາ​ລະ​ໂອ​ກາດ​ຈາກ​ສັນ​ຍາ EVFTA ໄດ້​ເປັນ​ຢ່າງ​ດີ
ພາບ​ປະ​ກອບ

ທີ່ການຖະແຫຼງຂ່າວເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 16 ຕຸລາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ ດ້ວຍຄວາມມານະພະຍາຍາມຂອງບັນດາວິສາຫະກິດ, ຂະແໜງສິນຄ້າ ແລະ ການຂຸດຄົ້ນຕະຫຼາດເອີຣົບ ໃນໄລໄຍະຜ່ານມາ, ໂດຍສະເພາະແມ່ນພາຍຫຼັງ 2 ເດືອນ ທີ່ສັນຍາ EVFTA ມີຜົນສັກສິດ ໄດ້ສະແດງໃຫ້ເຫັນບັນດາສັນຍານຕັ້ງໜ້າຈາກຕະຫຼາດແຫ່ງນີ້. ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ການເຄືື່ອນໄຫວສົ່ງອອກສິນຄ້າຂອງຫວຽດນາມ ຍັງຄົງຮັກສາລະດັບການເຕີບໂຕທາງບວກ, ໃນນັ້ນ, ວົງເງິນນຳເຂົ້າ - ສົ່ງອອກໃນ 9 ເດືອນຕົ້ນປີ ບັນລຸ 389 ຕື້ USD ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດ໊ແທັງຫ໋າຍ ໃຫ້ຮູ້ວ່າ:

“ສັນຍາ EVFTA ພວມໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ໃນເບື້ອງຕົ້ນໄດ້ສະແດງໃຫ້ເຫັນໝາກຜົນທີ່ເປັນໜ້າປະເອີບໃຈພໍສົມຄວນ. ສິນຄ້າສົ່ງອອກຂອງ ຫວຽດນາມ ຫຼາຍປະເພດໄດ້ມີການເໜັງຕີງຢ່າງຕັ້ງໜ້າຢູ່ຕະຫຼາດ ອີຢູ ພາຍຫຼັງສັນຍາ EVFTA ມີຜົນສັກສິດມາໄດ້ເກືອບ 2 ເດືອນ. ນອກຈາກຜະລິດຕະພັນສິນໃນນ້ຳແລ້ວ, ເຂົ້າສານຂອງຫວຽດນາມ ທີ່ສົ່ງອອກໄປຍັງ ເອີຣົບ ກໍມີບັນດາສັນຍານທີ່ເປັນໜ້າຊື່ນຊົມ ຍ້ອນລາຄາ ໄດ້ເພີ່ມຂຶ້ນເມື່ອທຽບໃສ່ໄລຍະກ່ອນ ຍັງບໍ່ທັນມີສັນຍາ EVFTA.”

ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ”

ຍ​ສ​ໝ - ບັນດາຜູ້ແທນກໍແນະນຳ ແລະ ໄຈ້ແຍກໂດຍສັງເຂບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດທົ່ວໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ; ຜົນປະໂຫຍດຂອງພື້ນຖານເສດຖະກິດເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່.

EVFTA: ກາ​ລະ​ໂອ​ກາດ​ໃໝ່​ກ່ຽວ​ກັບ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລ​ະ​ກິດ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ EU ມາ​ຫວຽດ​ນາມ

ຍ​ສ​ໝ - ກອງປະຊຸມແມ່ນກາ​ລະໂອກາດເພື່ອໃຫ້ບັນດາວິສາຫະກິດຫລາຍຝ່າຍຂອງ EU ​ທີ່​ມີ​ສຳ​ນັກ​ງານຕັ້ງຢູ່ສິງກະໂປ ມີທັດ​ສະ​ນະ ທີ່ຈະແຈ້ງກວ່າກ່ຽວກັບການ ຕະຫລາດ ຫວຽດນາມ ໃນປະຈຸບັນ ເພື່ອຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງອີຢູແລະຫວຽດນາມ (EVFTA) ໄດ້​ຮັບ​ການ​ປະ​ຕິ​ບັດ.

ສັນຍາ EVFTA ມີຜົນບັງຄັບໃຊ້ ເຮັດໃຫ້ເພີ່ມຂື້ນການສົ່ງອອກຂອງຫວຽດນາມໄປຍັງສະຫະພາບເອີຣົບ

ຍສໝ - ພາຍຫຼັງ 1 ເດືອນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ມີຜົນບັງຄັບໃຊ້, ແຕ່ວັນທີ 1 ສິງຫາປີ 2020 ເຖິງປະຈຸບັນ, ວົງເງິນສົ່ງອອກໄປສະຫະພາບເອີຣົບ EU ຂອງຫວຽດນາມໄດ້ບັນລຸ 3,78 ຕື້ USD, ເຊິ່ງສູງກ່ວາປະມານ 600 ລ້ານ USD ເມື່ອທຽບໃສ່ເດືອນກ່ອນ.

vovworld.vn

ເຫດການ
302 Found

Found

The document has moved here.