ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກ ອົດສະຕາລີ ໄດ້ກັບຄືນປະເທດຢ່າງປອດໄພ

08:57 | 12/11/2020

ຍສໝ - ໃນວັນທີ 10 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ອົດສະຕາລີ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກປະເທດອົດສະຕາລີ ກັບຄືນປະເທດບ້ານຢ່າງປອດໄພ.

ນຳສົ່ງພົນລະເມືອງຫວຽດນາມ ຈຳນວນກວ່າ 240 ຄົນຈາກສິງກະໂປ ກັບຄືນປະເທດຢ່າງປອດໄພ
ພະຍາດ COVID-19: ນຳສົ່ງພົນລະເມືອງ ຫວຽດນາມ 700 ຄົນຈາກ ລັດເຊຍ, ອາເມລິກາ ແລະ ຍີ່ປຸ່ນ ກັບຄືນປະເທດ

ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກ ອົດສະຕາລີ ໄດ້ກັບຄືນປະເທດຢ່າງປອດໄພ
ນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກ ອົດສະຕາລີ ໄດ້ກັບຄືນປະເທດຢ່າງປອດໄພ. (ພາບ: baoquocte)

ສະຖານທູດຫວຽດນາມ ປະຈຳອົດສະຕາລີ ໄດ້ສົ່ງພະນັກງານທີ່ໄປສະໜາມບິນໂດຍກົງ ເພື່ອຊ່ວຍເຫຼືອພົນລະເມືອງໃນການປະຕິບັດຂັ້ນຕອນທີ່ຈຳເປັນ ກ່ອນຈະອອກເດີນທາງກັບຄືນປະເທດບ້ານ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.

ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້. ສະຖານທູດຫວຽດນາມ ປະຈຳປະຈຳປະເທດສິງກະໂປ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຊ່ວຍເຫຼືອປະເທດຊີຣີ ໃນການຕອບໂຕ້ກັບພະຍາດ COVID-19

ຍສໝ - ທີ່ກອງປະຊຸມປະຈຳເດືອນຂອງສະພາຄວາມໝັ້ນຄົງ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ ປະເທດຊີຣີ ໃນການຕອບໂຕ້ກັບພະຍາດ COVID-19 ແລະ ແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ.

ແລກປ່ຽນຜ່ານລະບົບທາງໄກລະຫວ່າງແພດທະຫານຫວຽດນາມ ແລະອາຟະລິກາ ກ່ຽວກັບບົດຮຽນປ້ອງກັນ ແລະຕ້ານພະຍາດໂຄວິດ - 19

ຍສໝ - ທີ່ການແລກປ່ຽນ, ບັນດາຊ່ຽວຊານແພດທະຫານສອງປະເທດໄດ້ແລກປ່ຽນເນື້ອໃນທີ່ມີຄວາມສົນໃຈ, ແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ - 19.

ຄະນະຊີ້ນຳແຫ່ງຊາດວາງອອກບັນດາມາດຕະການກຽມພ້ອມປ້ອງກັນສະກັດກັ້ນໂລກລະບາດໂຄວິດ19

ກ່າວຄຳເຫັນສະຫລຸບກອງປະຊຸມ,ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ ໄລຍະນີ້ ຫວຽດນາມຕ້ອງປັບປຸງກຳລັງ, ບັນດາມາດຕະການທັງໝົດກຽມພ້ອມຮັບມືປ້ອງກັນສະກັດກັ້ນໂລກລະບາດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.