ຈັດງານພົບປະມິດຕະພາບຫວຽດນາມ - ຮົງກາຣີ ຢູ່ນະຄອນໂຮ່ຈີມິນ

16:19 | 21/08/2026

ຍສໝ - ສະຫະພັນບັນດາອົງການມິດຕະພາບ ແລະ ສະມາຄົມມິດຕະພາບຫວຽດນາມ - ຮົງກາຣີ ນະຄອນໂຮ່ຈີມິນ ໄດ້ຈັດງານພົບປະເນື່ອງໃນໂອກາດລະນຶກວັນຊາດຮົງກາຣີ.

ຊາວຫວຽດນາມ ຢູ່ຮຸ່ງກາຣີ ໄດ້ບໍລິຈາກເງິນ 44,000 ເອີໂຣ ໃຫ້ປະຊາຊົນຊາວຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພາຍຸນໍ້າຖ້ວມ ສະໂມສອນມໍລະດົກຊຸດເສື້ອຍາວ ຫວຽດນາມ ຢູ່ ຮົງກາຣີ ເພື່ອຂ່ຳນັບຮັບຕ້ອນປີໃໝ່
ຈັດງານພົບປະມິດຕະພາບຫວຽດນາມ - ຮົງກາຣີ ຢູ່ນະຄອນໂຮ່ຈີມິນ
ການພົບປະຄັ້ງນີ້ ມີຜູ້ແທນຈາກຫວຽດນາມ ແລະ ຮົງກາລີ ເຂົ້າຮ່ວມ, ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບທີ່ໄດ້ຮັບການທະນຸບຳລຸງຜ່ານຫຼາຍຮຸ່ນຄົນ. ຮົງກາລີ ແມ່ນໜຶ່ງໃນບັນດາປະເທດເອີຣົບທຳອິດທີ່ສ້າງຕັ້ງສາຍພົວພັນການທູດກັບຫວຽດນາມ. ຕະຫຼອດເກືອບ 8 ທົດສະວັດຜ່ານມາ, ສາຍພົວພັນລະຫວ່າງສອງປະເທດໄດ້ພັດທະນາໃນຫຼາຍຂົງເຂດ, ນັບແຕ່ການເມືອງ, ການທູດ, ເສດຖະກິດ, ການຄ້າ ຈົນເຖິງການສຶກສາ, ວັດທະນະທຳ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ຢູ່ນະຄອນໂຮ່ຈີມິນ, ບັນດາກິດຈະກຳເຊື່ອມໂຍງກັບຄູ່ຮ່ວມມືຮົງກາລີ ຍັງຄົງໄດ້ຮັບການຮັກສາ ແລະ ດຳເນີນຢ່າງຕໍ່ເນື່ອງ. ໃນໂອກາດນີ້, ບັນດາຜູ້ແທນໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນ, ການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການເຊື່ອມໂຍງລະຫວ່າງວິສາຫະກິດ, ພ້ອມທັງສົ່ງເສີມບົດບາດເປັນຂົວຕໍ່ມິດຕະພາບຂອງບັນດາຜູ້ທີ່ຮັກແພງປະເທດຮົງກາລີ ຢູ່ໃນນະຄອນ.
ເພີ່ມທະວີປະສິດທິຜົນການຮ່ວມມືກັບຄະນະທູຕານຸທູດ ຢູ່ຮົງກາລີ ເພີ່ມທະວີປະສິດທິຜົນການຮ່ວມມືກັບຄະນະທູຕານຸທູດ ຢູ່ຮົງກາລີ
ວັນທີ 4 ກຸມພາ 2025, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮົງກາລີ ບຸ່ຍເລຖາຍ ໄດ້ແລກປ່ຽນກັບນັກການທູດສຳນັກວາຕີກັງ, ທ່ານ Michael W BANACH - ຫົວໜ້າຄະນະການທູດ ປະຈຳ ຮົງກາລີ ກ່ຽວກັບການພົວພັນ ຫວຽດນາມ - ຮົງກາລີ, ຫວຽດນາມ - ວາຕີກັງ ແລະ ສົມທົບກັນເຄື່ອນໄຫວໃນຂອບເຂດຂອງ​ຄະ​ນະ​ການທູດ ປະຈຳ ຮົງກາລີ.
ມອບຫຼຽນໄຊມິດຕະພາບໃຫ້ແກ່ເພື່ອນມິດ ຮົງກາຣີ ສອງຄົນ ມອບຫຼຽນໄຊມິດຕະພາບໃຫ້ແກ່ເພື່ອນມິດ ຮົງກາຣີ ສອງຄົນ
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ຮົງກາຣີ ​ໄດ້​ຈັດ​ພິທີ​ມອບ​ຫຼຽນ​ໄຊ​ມິດຕະພາບ, ລາງວັນ​ອັນ​ປະເສີດເລີດລ້ຳ​ແຫ່ງ​ລັດ ສປປ ຫວຽດນາມ ​ໃຫ້​ທ່ານປະທານ Botz László, ທ່ານ Váraljai Márton, ຮອງ​ປະທານ​ປະຈຳ​ສະມາຄົມ​ມິດຕະພາບ ຮົງກາຣີ - ຫວຽດນາມ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ