ຍສໝ - ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ.
ຍສໝ - ເຫດໄພພິບັດ ທີ່ໂຫດຮ້າຍຢູ່ ຕວັກກີ ແລະ ຊີຣີ ເຮັດໃຫ້ມີຜູ້ເສຍຊີວິດນັບໝຶ່ນຄົນ ແລະ ຜູ້ຕົກເຂົ້າສູ່ສະພາບການບໍ່ມີບ່ອນພັກພາອາໄສນັບແສນຄົນ. ດ້ວຍຈິດໃຈ “ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ”. ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນສະໜອງການຊ່ວຍເຫຼືອທີ່ຈຳເປັນເພື່ອຊ່ວຍເຫຼືອປະຊາຊົນຕວັກກີ ຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກຄືໃນປັດຈຸບັນ.
ວັນທີ 19 ກຸມພາ, ພາຍຫຼັງເຂົ້າຮ່ວມວຽກງານກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວຢູ່ ຕວກກີ ເປັນເວລາ 10 ວັນ, ຄະນະປະຕິບັດງານຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການເຄື່ອນໄຫວປະຕິບັດພັນທະສາກົນຢູ່ປະເທດເພື່ອນມິດ.
ຄະນະປະຕິບັດງານລວມມີພະນັກງານ, ນັກຮົບກອງທັບ ແລະ ຕຳຫຼວດ ຫວຽດນາມ 100 ຄົນພວມເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບ ພ້ອມກັບກຳລັງສາກົນ ຢູ່ເຂດຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ມີ ແຮງສັ່ນສະເທືອນ 7,8 ຣິກເຕີ ຢູ່ຕວັກກີ. ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ໄດ້ຈັດສົ່ງກຳລັງເຂົ້າຮ່ວມການຊອກຮູ້, ກູ້ໄພກູ້ຊີບໃນເຫດໄພພິບັດທຳມະຊາດສາກົນ. ໃນໂອກາດນີ້, ລັດຖະບານ ຫວຽດນາມ ກໍ່ຕັດສິນໃຈໜູນຊ່ວຍເງິນຢ່າງຮີບດ່ວນ ໃຫ້ແກ່ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD. ການກະທຳອັນສູງສົ່ງຂອງ ຫວຽດນາມໄດ້ ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ປະຊາຄົມສາກົນ ພ້ອມທັງຢັ້ງຢືນກຳລັງຄວາມສາມາດຂອງ ຫວຽດນາມ ໃນຄວາມພ້ອມຮ່ວມແຮງຮ່ວມໃຈເຂົ້າຮ່ວມແກ້ໄຂບັນດາບັນຫາສາກົນ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ອອກຄຳຮຽກຮ້ອງຈາກ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ໃນວັນທີ 14 ກຸມພາ, ໃນນັ້ນ ໄດ້ເນັ້ນໜັກວ່າ ບ້ວງເງິນດັ່ງກ່າວ ຈະຊ່ວຍກອບກູ້ເອົາຊີວິດຂອງປະຊາຊົນ ຊີຣີ ເກືອບ 5 ລ້ານຄົນ ໃນເວລາ 3 ເດືອນຂ້າງໜ້ານີ້.
ປະເທດຕ່າງໆພວມຍູ້ແຮງການເຄື່ອນໄຫວກູ້ໄພກູ້ຊີບ ແລະ ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍ ຈາກເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີຣີ ເມື່ອວັນທີ 6 ກຸມທີ່ພາຜ່ານມາ.
ຍສໝ - ໄລ່ຮອດເວລາ 9 ໂມງຂອງວັນທີ 13 ກຸມພາ (ຕາມເວລາ ຫວຽດນາມ), ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ສົມທົບກັບບັນດາອົງການກູ້ໄພກູ້ຊີບສາກົນ ຊອກຫາ ແລະ ນຳເຜົ້າຊາກຜູ້ປະສົບເຄາະຮ້າຍຄົນ ສົບອອກຈາກສະຖານທີ່ເກີດເຫດ.
ຍສໝ - ການເຂົ້າຮ່ວມຂອງຄະນະປະຕິບັດງານກູ້ໄພກູ້ຊີບຂອງກະຊວງຕຳຫຼວດຫວຽດນາມ ຢູ່ຕວັກກີຈະປະກອບສ່ວນ, ແບ່ງປັນສ່ວນໜຶ່ງກຳລັງຂອງ ຫວຽດນາມ ກັບປະຊາຊົນຕວັກກີ ພ້ອມທັງສະແດງຄຳໝັ້ນສັນຍາທາງການເມືອງຂອງພັກ ແລະ ລັດຕໍ່ບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື, ພັດທະນາໃນພາກພື້ນ ແລະ ໂລກ
ແຕ່ວັນທີ 20 ຫາວັນທີ 24 ກັນຍາ, ຄະນະຜູ້ແທນພັກຄອມມູນິດ ຫວຽດນາມ ໂດຍທ່ານນາງ ບຸ່ຍທິມິງຮວ່າຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ນຳພາຄະນະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຕວັກກີ.