ແນະນຳວັດທະນະທຳ ແລະ ການທ່ອງທ່ຽວຫວຽດນາມຢູ່ປາກິດສະຖານ

18:55 | 13/11/2026

ຍສໝ - ແຕ່ວັນທີ 6-8 ພະຈິກ, ສະຖານທູດຫວຽດນາມປະຈຳປາກິດສະຖານ ໄດ້ເຂົ້າຮ່ວມງານບຸນການທ່ອງທ່ຽວ, ກິລາ ແລະ ຄອບຄົວປາກິດສະຖານ ຄັ້ງທີ 2 (Pakistan Tourism, Sports & Family Festival 2026) ຢູ່ນະຄອນຫຼວງ ອິດສະລາມາບັດ, ເພື່ອແນະນຳວັດທະນະທຳ, ຜູ້ຄົນ ແລະ ບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມຕໍ່ສາທາລະນະຊົນສາກົນ.

ການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ - ປາກິດສະຖານ: ເຊັນ 3 ຂໍ້ຕົກລົງສຳຄັນ, ມຸ່ງໄປສູ່ການເປີດເສັ້ນທາງການບິນກົງ ດົນຕີ Sufi ເຊື່ອມຕໍ່ວັດທະນະທຳຫວຽດນາມ - ປາກິດສະຖານ

ດ້ວຍຂໍ້ຄວາມ “ຄົ້ນພົບປາກິດສະຖານ - ຮ່ວມກັນເຕົ້າໂຮມ ແລະ ເຊີດຊູຄຸນຄ່າທາງວັດທະນະທຳ” (Discover Pakistan. Celebrate Together), ງານບຸນໄດ້ຈັດຂຶ້ນຢູ່ສູນກິລາ Pakistan Sports Complex, ສວນສາທາລະນະ F-9 ແລະ ເຂດພູ Margalla, ໂດຍປະສົມປະສານການວາງສະແດງດ້ານການທ່ອງທ່ຽວ, ການແນະນຳອາຫານ, ສິລະປະ, ກິລາ ແລະ ກິດຈະກຳບັນເທີງສຳລັບຄອບຄົວ.

ແນະນຳວັດທະນະທຳ ແລະ ການທ່ອງທ່ຽວຫວຽດນາມຢູ່ປາກິດສະຖານ
ທ່ານ ຟ້າມ ແອງ ຕວັນ, ເອກອັກຄະລັດຖະທູດຫວຽດນາມປະຈຳປາກິດສະຖານ ໃຫ້ການຕ້ອນຮັບບັນດາແຂກຊາວປາກິດສະຖານທີ່ມາຢ້ຽມຊົມຮ້ານວາງສະແດງຂອງຫວຽດນາມ.

ຮ່ວມກັບອົງການຕາງໜ້າທາງການທູດ ແລະ ປະເທດທີ່ເຂົ້າຮ່ວມປະມານ 20 ແຫ່ງ, ສະຖານທູດຫວຽດນາມໄດ້ປະສານງານກັບບັນດາຄູ່ຮ່ວມມື ເພື່ອຈັດຕັ້ງຮ້ານວາງສະແດງຢູ່ Pakistan Sports Complex. ບັນດາປະເທດທີ່ເຂົ້າຮ່ວມຍັງມີ ຈີນ, ອິນໂດເນເຊຍ, ເນປານ, ຕວັກກີ, ສີລັງກາ, ອຸດສະເບກິດສະຖານ ແລະ ບັງກະລາເທດ.

ຮ້ານວາງສະແດງຂອງຫວຽດນາມໄດ້ແນະນຳທຸງຊາດ, ຮູບພາບອ່າວຮ້າລອງ, ບັນດາທິວທັດທຳມະຊາດທີ່ສວຍງາມ, ມໍລະດົກວັດທະນະທຳ, ປຶ້ມ, ເອກະສານ, ວິດີໂອແນະນຳການທ່ອງທ່ຽວ ພ້ອມດ້ວຍຜະລິດຕະພັນຫັດຖະກຳ, ຮູບແຕ້ມລົງຮັກ, ໝວກໃບລານ, ຊຸດອ໋າວຢ່າຍ ແລະ ຂອງທີ່ລະນຶກ.

ພິເສດ, ທ່ານ Ahsan Iqbal, ລັດຖະມົນຕີລັດຖະບານກາງປາກິດສະຖານ ຮັບຜິດຊອບດ້ານແຜນການ, ການພັດທະນາ ແລະ ບັນດາຂໍ້ລິເລີ່ມພິເສດ ໄດ້ເຂົ້າຢ້ຽມຊົມຮ້ານວາງສະແດງ. ທ່ານ ຟ້າມ ແອງ ຕວັນ, ເອກອັກຄະລັດຖະທູດຫວຽດນາມປະຈຳປາກິດສະຖານ ໄດ້ແນະນຳໂດຍກົງກ່ຽວກັບວັດທະນະທຳ, ບັນດາສະຖານທີ່ທ່ອງທ່ຽວ ແລະ ແນວໂນ້ມການຮ່ວມມືດ້ານການທ່ອງທ່ຽວສອງຝ່າຍ.

ນອກຈາກການວາງສະແດງແລ້ວ, ງານບຸນຍັງມີບັນດາລາຍການແລກປ່ຽນທາງການທູດ ແລະ ກິດຈະກຳກິລາພື້ນເມືອງ tent pegging (ການຂີ່ມ້າໃຊ້ຫອກແທງເກັບຫຼັກ) ຢູ່ສວນສາທາລະນະ F-9.

ດ້ວຍຈຳນວນປະຊາກອນຫຼາຍກວ່າ 250 ລ້ານຄົນ, ປາກິດສະຖານໄດ້ຮັບການຕີລາຄາວ່າ ເປັນຕະຫຼາດທີ່ມີທ່າແຮງສຳລັບການທ່ອງທ່ຽວ ແລະ ການລົງທຶນ. ໃນສະພາບການທີ່ສອງປະເທດພວມເຈລະຈາສັນຍາການຄ້າບຸລິມະສິດຫວຽດນາມ - ປາກິດສະຖານ (VPPTA) ແລະ ມຸ່ງສູ່ການສະຫຼອງຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2027, ກິດຈະກຳດັ່ງກ່າວໄດ້ປະກອບສ່ວນໂຄສະນາແນະນຳຫວຽດນາມ, ເພີ່ມທະວີການແລກປ່ຽນປະຊາຊົນ ແລະ ເຊື່ອມໂຍງການຮ່ວມມືດ້ານເສດຖະກິດ ແລະ ການທ່ອງທ່ຽວ.

ເກີນເທີ - ປາກິດສະຖານ ຊຸກຍູ້ການຄ້າ ແລະ ຂະຫຍາຍການຮ່ວມມື ເກີນເທີ - ປາກິດສະຖານ ຊຸກຍູ້ການຄ້າ ແລະ ຂະຫຍາຍການຮ່ວມມື
ຍສໝ​ - ດ້ວຍທ່າແຮງດ້ານກະສິກຳ, ການປຸງແຕ່ງສິນຄ້າ Halal ແລະ ການທ່ອງທ່ຽວ, ນະຄອນເກີນເທີຂອງຫວຽດນາມ ມຸ່ງຫວັງຂະຫຍາຍການພົວພັນກັບບັນດາຄູ່ຮ່ວມມືປາກິດສະຖານ. ທິດທາງດັ່ງກ່າວໄດ້ຮັບການຫາລືໃນໂອກາດທີ່ທ່ານ Kohdayar Marri, ເອກອັກຄະລັດຖະທູດປາກິດສະຖານ ປະຈຳຫວຽດນາມ, ນຳຄະນະຜູ້ແທນເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນເກີນເທີ.
ຫວຽດນາມ - ປາກິດສະຖານ ເປີດກວ້າງການເຊື່ອມຕໍ່, ມຸ່ງສູ່ການເພີ່ມກະແສນັກທ່ອງທ່ຽວສອງທິດທາງ ຫວຽດນາມ - ປາກິດສະຖານ ເປີດກວ້າງການເຊື່ອມຕໍ່, ມຸ່ງສູ່ການເພີ່ມກະແສນັກທ່ອງທ່ຽວສອງທິດທາງ
ຍສໝ - ວັນທີ 22/9 ຢູ່ຮ່າໂນ້ຍ, ໂຄງການເຊື່ອມຕໍ່ B2B ແລະ ແລກປ່ຽນວິສາຫະກິດທ່ອງທ່ຽວ ຫວຽດນາມ - ປາກິສະຖານ ໄດ້ຮວບຮວມວິສາຫະກິດຫວຽດນາມເກືອບ 100 ແຫ່ງ ແລະ ວິສາຫະກິດປາກິສະຖານເກືອບ 20 ແຫ່ງ, ສຸມໃສ່ຊຸກຍູ້ການເຊື່ອມຕໍ່ຕະຫຼາດ, ພັດທະນາຜະລິດຕະພັນທ່ອງທ່ຽວສອງທິດທາງ, ການບໍລິການ Halal ແລະ ຄົ້ນຄວ້າຄວາມສາມາດເພີ່ມທະວີການເຊື່ອມຕໍ່ທາງອາກາດລະຫວ່າງສອງປະເທດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ