ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຫລາຍປະເທດທົ່ວໂລກ ຕິດເຊື້ອເພີ່ມຂຶ້ນ

18:58 | 16/10/2020

ມາຮອດວັນທີ 16 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ) ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 39.129.732 ຄົນ, ເສຍຊີວິດ 1.102.073 ຄົນ ເຊິ່ງກວມເອົາ 2,81% ຂອງຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົວຫາຍດີ 29.342.135 ຄົນ ເຊິ່ງກວມເອົາ 74,9 % ຂອງຜູ້ຕິດເຊື້ອທັງໝົດ. ນອກຈາກນີ້, ຢູ່ບັນດາກຸ່ມປະເທດອາຊຽນ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 811.472 ຄົນ ແລະ ເສຍຊີວິດ 19.825 ຄົນ.

ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຢູ່ ລາວ
ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ພ້ອມສືບຕໍ່ເຝົ້າລະວັງ
ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຫລາຍປະເທດທົ່ວໂລກ ຕິດເຊື້ອເພີ່ມຂຶ້ນ

ພາບປະກອບ

ໃນວັນທີ 16 ຕຸລາ 2020, ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 15 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 254 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 180 ຕົວຢ່າງ, ແຮງງານຫວຽດນາມ 42 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 31 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສ່ວນຜູ້ຕິດເຊື້ອນ້ຳເບີ 23 ຍັງຄົງຮັກສາໂຕຢູ່ ໂຮງໝໍ ມິດຕະພາບ ແລະ ອາການຍັງຄົງໂຕ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 15 ຕຸລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 59.448 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ມາຮອດວັນທີ 16 ຕຸລາ 2020, ທົ່ວໂລກມີການລາຍງານ ການລະບາດ ທັງໝົດ 214 (ປະເທດ/ເຂດ) ເຊິ່ງມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 39.129.732 ຄົນ, ເສຍຊີວິດ 1.102.073 ຄົນ ເຊິ່ງກວມເອົາ 2,81% ຂອງຜູ້ຕິດເຊື້ອທັງໝົດ ແລະ ປິ່ນປົວຫາຍດີ 29.342.135 ຄົນ ເຊິ່ງກວມເອົາ 74,9 % ຂອງຜູ້ຕິດເຊື້ອທັງໝົດ. ນອກຈາກນີ້, ຢູ່ບັນດາກຸ່ມປະເທດອາຊຽນ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 811.472 ຄົນ ແລະ ເສຍຊີວິດ 19.825 ຄົນ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ກ່າວອີກວ່າ: ປັດຈຸບັນ ທົ່ວປະເທດລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດບໍລິການ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.621 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດຕອນແລງ ຂອງວັນທີ 15 ຕຸລາ 2020 ມີຜູ້ເດີນທາງຈາກ ຈຸດຜ່ານແດນຕ່າງໆ ໃນທົ່ວປະເທດເຂົ້າມາ ທັງໝົດ 1.870 ຄົນ, ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ທີ່ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປ ຫາສະ ຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.ໃນວັນທີ 16 ຕຸລາ 2020, ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 15 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 254 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 180 ຕົວຢ່າງ, ແຮງງານຫວຽດນາມ 42 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 31 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 01 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສ່ວນຜູ້ຕິດເຊື້ອນ້ຳເບີ 23 ຍັງຄົງຮັກສາໂຕຢູ່ ໂຮງໝໍ ມິດຕະພາບ ແລະ ອາການຍັງຄົງໂຕ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 15 ຕຸລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 59.448 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ສປປ ລາວ ມີຜູ້ຖືກຈຳກັດບໍລິເວນ 2.920 ຄົນ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 12 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງ ເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ທັງໝົດ 42 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.920 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ມາຮອດເວລາ 17:00 ໂມງຂອງວັນທີ 8 ຕຸລາ 2020 ຜ່ານການກວດກາ ຜູ້ເດີນທາງເຂົ້າມາປະເທດລາວ ຜ່ານດ່ານຕ່າງໆ ຈໍານວນ1.894 ຄົນ ແລະ ເກັບຕົວຢ່າງຂອງ ຜູ້ຈໍາກັດບໍລິເວນຢູ່ສູນ 42 ແຫ່ງໃນທົ່ວປະເທດ ຈໍານວນ 3.147ຄົນ ເຫັນວ່າບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ, ໝາຍວ່າຕົວເລກສະສົມ ຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ຢູ່ປະ ເທດເຮົາມີ 23 ຄົນ, ໃນນີ້ ປິ່ນປົວດີ 22 ຄົນ ແລະ ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ ມິດຕະພາບ 1 ຄົນ.

ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິ-19 ເພີ່ມ

ໃນວັນທີ 6 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບສະພາບການລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ: ໃນວັນທີ 05 ຕຸລາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 723 ຄົນ, ໃນນັ້ນ ມີແຮງງານລາວມາແຕ່ໄທ 384 ຕົວຢ່າງ, ແຮງງານຈີນ 278 ຕົວຢ່າງ, ແຮງງານຫວຽດນາມ 43 ຕົວຢ່າງ, ແຮງງານໄທ 11 ຕົວຢ່າງ, ແຮງງານລາວມາແຕ່ຈີນ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 04 ຕົວຢ່າງ ແລະ ບຸກຄົນທົ່ວໄປ ທີ່ບໍ່ມີອາການ 01 ຕົວຢ່າງ ຜົນອອກມາທັງໝົດແມ່ນ ບໍ່ມີຜູ້ຕິດເຊື້ອໃໝ່. ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ ແລະ ບໍ່ມີອາການຜິດປົກກະຕິ.

kpl.gov.la

ເຫດການ
302 Found

Found

The document has moved here.