ລາຄາເຂົ້າສານປັບສູງຂຶ້ນ ເຮັດໃຫ້ແມ່ຄ້າຮຽກຮ້ອງພາກລັດຄຸ້ມຄອງລາຄາເຂົ້າເປືອກ

15:54 | 19/07/2019

ໃນ​ປັດ­ຈຸ­ບັນ​ຢູ່​ປະ­ເທດ​ເຮົາ​ເງິນ­ຕາ​ຕ່າງ­ປະ­ເທດ​ແຂງ​ຄ່າ​ສູງ​ຂຶ້ນ​ທຽບ­ໃສ່​ເງິນ​ກີບ ຄື​ອັດ­ຕາ​ແລກ­ປ່ຽນ​ໃນ​ວັນ​ທີ 17 ກໍ­ລະ­ກົດ 2019 ເງິນ​ໂດ​ລາ​ສະ­ຫະ­ລັດ 1 ໂດ​ລາ ອັດ­ຕາ​ຊື້ 8.662 ກີບ ແລະ ອັດ­ຕາ​ຂາຍ 8.680 ກີບ ແລະ ເງິນ​ບາດ​ໄທ 1 ບາດ ອັດ­ຕາ​ຊື້ 285,54 ກີບ ແລະ ອັດ­ຕາ​ຂາຍ 287,70 ກີບ ອັນ​ໄດ້​ເຮັດ​ໃຫ້​ກະທົບ​ເຖິງ​ຄ່າ​ຄອງ​ຊີບ​ຂອງ​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ພໍ່­ຄ້າ ຊາວ​ຂາຍ ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ເນື່ອງ​ຈາກ​ບາງ​ປະ­ເພດ​ສິນ­ຄ້າ​ຢູ່​ຕາມ​ຕະ­ຫຼາດ​ປັບ​ສູງ​ຂຶ້ນ​ເລັກ​ໜ້ອຍ ໂດຍ​ສະ­ເພາະ ແມ່ນ​ປະ­ເພດ​ສິນ­ຄ້າ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ທີ່​ຄິດ­ໄລ່​ຕາມ​ອັດ­ຕາ​ແລກ­ປ່ຽນ​ລະ­ຫວ່າງ​ເງິນ​ກີບ​ກັບ​ເງິນ­ຕາ​ຕ່າງ­ປະ­ເທດ ເປັນ­ຕົ້ນ ແມ່ນ​ເງິນ​ບາດ ແລະ ເງິນ​ໂດ​ລາ.

ລາຄາເຂົ້າສານປັບສູງຂຶ້ນ ເຮັດໃຫ້ແມ່ຄ້າຮຽກຮ້ອງພາກລັດຄຸ້ມຄອງລາຄາເຂົ້າເປືອກ

ລາຄາເຂົ້າສານປັບສູງຂຶ້ນ ເຮັດໃຫ້ແມ່ຄ້າຮຽກຮ້ອງພາກລັດຄຸ້ມຄອງລາຄາເຂົ້າເປືອກ

ວັນ​ທີ 17 ກໍ­ລະ­ກົດ 2019 ທີມ​ງານ​ຂ່າວ​ພວກ​ເຮົາ​ໄດ້​ລົງ​ເກັບ​ກຳ​ຂໍ້​ມູນ​ການ​ຊື້-ຂາຍ­ຂອງ​ແມ່​ຄ້າ​ຢູ່​ຕະ­ຫຼາດ​ໂນນ​ຄໍ້ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ຜ່ານ​ການ​ລົງ​ສອບ​ຖາມ​ຂໍ້​ມູນ​ລາ­ຄາ​ສິນ­ຄ້າ​ປະ­ເພດ​ພືດ​ຜັກ ແລະ ເຂົ້າ ສານ ເຫັນ​ວ່າ​ແມ່​ຄ້າ​ຊາວ​ຂາຍ​ໄດ້​ປະ­ຕິ­ບັດ​ຕາມ​ລາ­ຄາ​ທີ່​ກົມ​ການ​ຄ້າ​ພາຍ​ໃນ ກໍ​ຄື ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ເມືອງ​ໄຊ​ເສດ​ຖາ​ທີ່​ໄດ້​ແຈ້ງ​ລົງ​ມາ​ຈະ​ບໍ່​ໄດ້​ປັບ​ລາ­ຄາ​ສິນ­ຄ້າ​ຂຶ້ນ​ຕາມ­ໃຈ ເຊິ່ງ​ລາ­ຄາ​ສິນ­ຄ້າ​ປົກ­ກະ­ຕິ​ໃນ​ຕະ­ຫຼາດ ຄື: ປະ­ເພດ​ສິນ­ຄ້າ​ເປັນ​ກິ​ໂລ ຜັກ​ກະ​ລ່ຳ​ປີ 7.000 ກີບ ໜາກ​ເຂືອ ໝາກ​ຊູ ໝາກ​ນາວ 5.000 ກີບ ໝາກ­ຖົ່ວ​ຍາວ 10.000 ກີບ ໝາກ­ເຜັດ 12.000 ກີບ ຜັກ​ກາດ​ຂາວ ຫົວ​ສີ​ໄຄ 4.000 ກີບ ຫອມ­ປ້ອມ 25.000 ກີບ ຊີ້ນ​ໝູ​ປະ­ເພດ 1 ລາ­ຄາ 35.000 ກີບ ປະ­ເພດ 2 ກະ­ດູກ 25.000 ກີບ ຊີ້ນ​ງົວ ຄວາຍ ປະ­ເພດ 1 ລາ­ຄາ 70.000 ກີບ ປະ­ເພດ 2 ກະ­ດູກ 30.000 ກີບ ເຄື່ອງ​ໄນ 50.000 ກີບ ໄຂ່​ໄກ່​ພັນ​ເປັນ​ແຕະ​ລາ­ຄາ 22-28.000 ກີບ.

ສ່ວນ​ສິນ­ຄ້າ​ປະ­ເພດ​ເຂົ້າ­ສານ​ຕາມ​ການ​ໃຫ້​ຂໍ້​ມູນ​ຈາກ​ແມ່​ຄ້າ­ຂາຍ​ເຂົ້າ​ເຫັນ​ວ່າ ມີ​ການ​ເໜັງ​ຕີງ​ຈາກ​ໄລ­ຍະ​ຜ່ານ​ມາ ລາ­ຄາ 50-70.000 ກີບ ມາ​ເປັນ 70.000-110.000 ກີບ​ຕໍ່​ໝື່ນ​ໃນ​ປັດ­ຈຸ­ບັນ ເນື່ອງ​ຈາກ​ຕົ້ນ​ທຶນ​ເຂົ້າ​ຢູ່​ໂຮງ­ສີ​ເຂົ້າ​ປັບ​ຕົວ​ສູງ​ຂຶ້ນ ຈຶ່ງ​ເຮັດ​ໃຫ້​ແມ່​ຄ້າ​ຕ້ອງ​ເພີ່ມ​ລາ­ຄາ​ຂຶ້ນ​ຕາມ​ເພື່ອ​ໃຫ້​ມີ​ກຳ­ໄລ ເຊິ່ງ​ລາ­ຄາ​ເຂົ້າ­ສານ​ສູງ ມັນ​ໄດ້​ກະ­ທົບ​ເຖິງ​ຊາວ​ຄ້າ­ຂາຍ​ເຂົ້າ ຈາກ​ເມື່ອ​ກ່ອນ​ລູກ​ຄ້າ​ມັກ​ຊື້​ເຂົ້າ​ເປັນ​ເປົາ ແລະ ເປັນ​ໝື່ນ (12 ກິ​ໂລ) ໄດ້​ຫຼຸດ​ລົງ​ມາ​ຊື້​ເປັນ​ໝື່ນ ແລະ ເປັນ​ກິ​ໂລ​ເພື່ອ​ໄປ​ແກ້​ໄຂ​ຄອບ­ຄົວ​ແຕ່​ລະ​ວັນ​ໄປ ແລະ ການ​ຊື້​ເຂົ້າ​ປະ­ລິ­ມານ​ໜ້ອຍ​ລົງ​ຂອງ​ລູກ​ຄ້າ​ນັ້ນ​ກໍ​ຍ້ອນ​ອີງ­ໃສ່​ລາຍ​ຮັບ​ເຂົາ­ເຈົ້າ​ບາງ​ຄອບ­ຄົວ​ມີ​ລາຍ​ຮັບ​ປົກ­ກະ­ຕິ ແຕ່​ການ​ໃຊ້​ຈ່າຍ​ຜັດ​ເພີ່ມ​ຂຶ້ນ ຍ້ອນ​ສິນ­ຄ້າ​ຫຼາຍ​ປະເພດ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ມີ​ການ​ປັບ​ສູງ​ຂຶ້ນ ດັ່ງ­ນັ້ນ ຈຶ່ງ​ຕ້ອງ​ຫຼຸດ​ປະ­ລິ­ມານ​ການ​ຊື້​ລົງ ຈະ​ຊື້​ແນວ​ລະ​ເລັກ​ລະ​ນ້ອຍ​ເພື່ອ​ຄວາມ​ຢູ່​ລອດ​ໄປ​ແຕ່​ລະ​ວັນ ໃນ​ເມື່ອ​ລາ­ຄາ​ເຂົ້າ​ສູງ​ຂຶ້ນ​ເຮັດ​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ແມ່​ຄ້າ​ຊາວ​ຂາຍ ແລະ ຜູ້​ບໍ­ລິ­ໂພກ ໂດຍ​ສະ­ເພາະ ຜູ້​ທີ່​ມີ​ລາຍ​ຮັບ​ຕ່ຳ ດັ່ງ­ນັ້ນ ຈຶ່ງ​ຝາກ​ເຖິງ​ພາກ​ລັດ ກໍ​ຄື ພາກ­ສ່ວນ​ກ່ຽວ­ຂ້ອງ​ໃຫ້​ມີ​ການ​ຄຸ້ມ​ຄອງ​ລາ­ຄາ​ເຂົ້າ ເປືອກ​ຈາກ​ຜູ້​ຜະ­ລິດ ແລະ ເຂົ້າ­ສານ​ຢູ່​ຫົວ­ໜ່ວຍ​ທຸ­ລະ​ກິດ​ໂຮງ­ສີ​ເຂົ້າ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.