ຫວຽດນາມ - ຝຣັ່ງ ຂະຫຍາຍການຮ່ວມມືໃນບັນດາຂົງເຂດຈຸດສຸມ

20:28 | 21/10/2026

ຍສໝ - ວັນທີ 19/10, ທີ່ຮ່າໂນ້ຍ, ທ່ານນາງ Éléonore Caroit, ລັດຖະມົນຕີຜູ້ໄດ້ຮັບມອບໝາຍພິເສດຮັບຜິດຊອບວຽກງານປະຊາຄົມຜູ້ໃຊ້ພາສາຝຣັ່ງ, ຄູ່ຮ່ວມມືສາກົນ ແລະ ຊາວຝຣັ່ງຢູ່ຕ່າງປະເທດ ຂອງຝຣັ່ງ ໄດ້ຢືນຢັນຄວາມຕັ້ງໃຈຫັນບັນດາຂໍ້ຜູກພັນຂັ້ນສູງໃຫ້ກາຍເປັນໂຄງການຮ່ວມມືທີ່ເປັນຮູບປະທຳລະຫວ່າງຫວຽດນາມ ແລະ ຝຣັ່ງ.

ຫວຽດນາມ - ຝຣັ່ງ ຊຸກຍູ້ການຮ່ວມມືດ້ານລັດຖະສະພາ ແລະ ການປ້ອງກັນຊາດ - ຄວາມໝັ້ນຄົງ ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ
ຫວຽດນາມ - ຝຣັ່ງ ຂະຫຍາຍການຮ່ວມມືໃນບັນດາຂົງເຂດຈຸດສຸມ
ໃນການພົບປະກັບສື່ມວນຊົນ, ທ່ານນາງ Éléonore Caroit ໃຫ້ຮູ້ວ່າ ຝຣັ່ງຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄົມມະນາຄົມ, ໂດຍມີໂຄງການທາງລົດໄຟຕົວເມືອງສາຍທີ 3 ຮ່າໂນ້ຍ ເປັນຕົວຢ່າງທີ່ໂດດເດັ່ນ, ໂດຍເຊື່ອມໂຍງການຖ່າຍທອດເຕັກໂນໂລຊີເຂົ້າກັບການຝຶກອົບຮົມຊັບພະຍາກອນມະນຸດ; ພ້ອມທັງໃຫ້ການສະໜັບສະໜູນດ້ານການເງິນ ແລະ ເຕັກນິກເພື່ອພັດທະນາພະລັງງານສະອາດ, ມຸ່ງສູ່ເປົ້າໝາຍການປ່ອຍອາຍພິດສຸດທິເປັນສູນໃນປີ 2050. ສອງປະເທດຍັງເພີ່ມທະວີການຮ່ວມມືໃນດ້ານແຮ່ທາດທີ່ຈຳເປັນ, ການຄ້າ, ການລົງທຶນ, ເຕັກໂນໂລຊີຊັ້ນສູງ, ສາທາລະນະສຸກ ແລະ ສິ່ງແວດລ້ອມ. ຝຣັ່ງປາດຖະໜາຂະຫຍາຍການຄົ້ນຄວ້າ ແລະ ການຝຶກອົບຮົມກ່ຽວກັບປັນຍາປະດິດ, ເຕັກໂນໂລຊີຄວອນຕຳ, ການບິນ ແລະ ອະວະກາດ, ສືບຕໍ່ຜົນສຳເລັດໃນການຝຶກອົບຮົມແພດໝໍຫວຽດນາມຫຼາຍກວ່າ 3.000 ຄົນ; ພ້ອມກັນນັ້ນ ກໍຊຸກຍູ້ການອະນຸລັກມໍລະດົກ, ການແລກປ່ຽນວັດທະນະທຳ ແລະ ການສິດສອນພາສາຝຣັ່ງ, ສົ່ງເສີມບົດບາດຂອງຫວຽດນາມໃນອົງການສາກົນຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ (OIF), ມຸ່ງສູ່ກອງປະຊຸມສຸດຍອດປະຊາຄົມຜູ້ໃຊ້ພາສາຝຣັ່ງ ຄັ້ງທີ 20 ທີ່ກຳປູເຈຍ ໃນເດືອນ 11/2026.
ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບຜົນກະທົບຂອງພະຍຸ Chido ຢູ່ Mayotte (ຝລັ່ງ) ການນຳ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບຜົນກະທົບຂອງພະຍຸ Chido ຢູ່ Mayotte (ຝລັ່ງ)
ຍສໝ - ບັນດາການ​ນຳ​ ຫວຽດນາມ ​ໄດ້​ສົ່ງ​ໂທລະ​ເລກ​ຢື້ຢາມຖາມຂ່າວ​ເຖິງ​ການນຳ ​ຝລັ່ງ ​ເມື່ອ​ໄດ້ຮັບຂ່າວວ່າ ພາຍຸ Chido ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ​ໃຫ້​ແກ່​ປະຊາຊົນ ​ແລະ ຊັບ​ສິນ​ຢູ່​ໝູ່​ເກາະ Mayotte.
Cecile Le Pham: ຂົວແຫ່ງຄວາມເມດຕາລະຫວ່າງ ຫວຽດນາມ - ຝຣັ່ງຈາກໃຈລູກຫຼານຢູ່ຕ່າງປະເທດ Cecile Le Pham: ຂົວແຫ່ງຄວາມເມດຕາລະຫວ່າງ ຫວຽດນາມ - ຝຣັ່ງຈາກໃຈລູກຫຼານຢູ່ຕ່າງປະເທດ
​ຍສໝ - ເກີດ​ຢູ່​ເມືອງ​ເຫ້ວ, ​ເຕີບ​ໃຫຍ່​ຢູ່​ແຂວງ ເກີນເທີ, ​ແລ້ວ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ປະ​ເທດ​ຝຣັ່ງ, Cecile Le Pham ຍາມ​ໃດ​ກໍ່​ຫັນ​ຫົວ​ໃຈ​ໄປ​ບ້ານ​ເກີດ​ເມືອງ​ນອນ. ກັບຄືນໄປຫວຽດນາມ ໃນປີ 1992, ນາງໄດ້ຕິດພັນກັບສູນລ້ຽງເດັກກໍາພ້າຢ່າງບໍ່ຢຸດຢັ້ງ, ຂຽນການເດີນທາງຂອງອາສາສະຫມັກເປັນເວລາຫຼາຍກວ່າສາມທົດສະວັດ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ