ຫວຽດນາມ ໄດ້ຮັບເລືອກຕັ້ງຄືນໃໝ່ສະພາສິດທິມະນຸດ: ໄດ້ຮັບການຮັບຮູ້ສູງສຸດຈາກປະຊາຄົມໂລກ
ຍສໝ - ຕາມທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ແລ້ວ, ການເລືອກຕັ້ງຫວຽດນາມ ເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2026-2028 ແມ່ນການຮັບຮູ້ສູງສຸດຂອງປະຊາຄົມໂລກກ່ຽວກັບບັນດານະໂຍບາຍ, ແຜນການແນວທາງຖືກຕ້ອງຂອງພັກ ແລະ ລັດ, ພ້ອມທັງບັນດາຜົນງານປະຫວັດສາດຂອງ ຫວຽດນາມ ໃນຕະຫຼອດ 80 ປີທີ່ໄດ້ຮັບເອກະລາດ ແລະ 40 ປີແຫ່ງການດຳເນີນປ່ຽນໃໝ່, ໂດຍສະເພາະແມ່ນການຮັບປະກັນສິດທິມະນຸດ.