| ຟອງຍາ - ແກບັງ ໄດ້ຮັບການຍົກຍ້ອງຈາກ UNESCO ໃຫ້ເປັນເຂດສະຫງວນຊີວະນາໆພັນໂລກ ຄວາມພະຍາຍາມຜັກດັນຊຸດເສື້ອຍາວຫວຽດນາມ ໃຫ້ໄດ້ຮັບການຂຶ້ນທະບຽນເປັນມໍລະດົກຂອງ UNESCO |
ເຫດການດັ່ງກ່າວ ໂດຍສະມາຄົມບັນດາສະໂມສອນ ແລະ ອົງການ UNESCO ເອີຣົບ ແລະ ອາເມລິກາເໜືອ, ສະໂມສອນ UNESCO ປະຈຳ Piraeus ແລະ ບັນດາເກາະເກຣັກ ປະສານງານກັບສະຫະພັນບັນດາອົງການ UNESCO ຫວຽດນາມ ຈັດຕັ້ງ.
ກ່າວຄຳປາໄສທີ່ເຫດການ, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນບັນດາສະມາຄົມ UNESCO ຫວຽດນາມ ທີ່ເດີນທາງມາເກຣັກເພື່ອເຂົ້າຮ່ວມໂຄງການ, ພ້ອມທັງ ຕີລາຄາສູງຄວາມໝາຍຂອງກິດຈະກຳໃນການເຊື່ອມຕໍ່ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນສອງປະເທດ.
| ຄະນະສະຫະພັນບັນດາອົງການ UNESCO ຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານທູດຫວຽດນາມປະຈຳເກຣັກ. |
ທ່ານນາງ ຟ້າມທິທູເຮືອງ ໃຫ້ຮູ້ວ່າ ຫວຽດນາມ ແລະ ເກຣັກ ລ້ວນແຕ່ມີປະຫວັດສາດວັດທະນະທຳອັນຍາວນານ, ມີມໍລະດົກອັນຫຼາກຫຼາຍ ແລະ ລ້ວນແຕ່ໃຫ້ຄຸນຄ່າແກ່ບັນດາຄຸນຄ່າມະນຸດສະທຳ. ການສົນທະນາວັດທະນະທຳ ບໍ່ພຽງແຕ່ປະກອບສ່ວນແນະນຳເອກະລັກສະເພາະຂອງແຕ່ລະປະເທດ ແຕ່ຍັງສ້າງພື້ນທີ່ໃຫ້ສອງວັດທະນະທຳ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ພ້ອມກັນຊອກຫາບັນດາຄຸນຄ່າຮ່ວມ.
ທ່ານນາງ ຟ້າມທິທູເຮືອງ ຍັງໄດ້ກ່າວເຖິງການທີ່ສະມັດຊາໃຫຍ່ສະຫະປະຊາຊາດ ຫາກໍຮັບຮອງມະຕິທີ່ຫວຽດນາມສະເໜີ, ກຳນົດຢ່າງເປັນທາງການໃຫ້ໄລຍະ 2027-2036 ເປັນທົດສະວັດສາກົນວ່າດ້ວຍວັດທະນະທຳເພື່ອການພັດທະນາທີ່ຍືນຍົງ, ໂດຍມີ 103 ປະເທດຮ່ວມອຸປະຖຳ. ຕາມທ່ານນາງ ຟ້າມທິທູເຮືອງ ແລ້ວ, ນີ້ແມ່ນໜຶ່ງໃນບັນດາການປະກອບສ່ວນອັນຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ.
ບັນດາກິດຈະກຳແລກປ່ຽນວັດທະນະທຳ ເຊັ່ນ “Ode to Peace - ງານບຸນວັດທະນະທຳ ແລະ ການສຶກສາ” ໄດ້ປະກອບສ່ວນນຳບົດບາດຂອງວັດທະນະທຳເຂົ້າສູ່ພຶດຕິກຳ, ເພີ່ມທະວີຄວາມເຂົ້າໃຈລະຫວ່າງບັນດາປະເທດ, ຊຸກຍູ້ສັນຕິພາບ, ການພັດທະນາທີ່ຍືນຍົງ ແລະ ເຜີຍແຜ່ຈິດໃຈຂອງທົດສະວັດສາກົນວ່າດ້ວຍວັດທະນະທຳເພື່ອການພັດທະນາທີ່ຍືນຍົງ.
ກ່ອນໜ້ານັ້ນ, ຄະນະສະຫະພັນບັນດາອົງການ UNESCO ຫວຽດນາມ ນຳໂດຍທ່ານນາງ ຫງວຽນເລ້ຮັ່ງ, ຮອງເລຂາທິການໃຫຍ່, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານທູດຫວຽດນາມປະຈຳເກຣັກ.
ໃນການຕ້ອນຮັບຄະນະ, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ໄດ້ໃຫ້ຂໍ້ມູນກ່ຽວກັບສະພາບການໃນພື້ນທີ່, ໃນນັ້ນ ມີການຮ່ວມມືດ້ານວັດທະນະທຳລະຫວ່າງຫວຽດນາມ ແລະ ເກຣັກ.
ທ່ານນາງ ຟ້າມທິທູເຮືອງ ເຫັນວ່າ ຜ່ານການຕ່າງປະເທດປະຊາຊົນ, ການເຊື່ອມຕໍ່ບັນດາຊ່ຽວຊານ, ສິລະປິນ, ຊາວໜຸ່ມ ແລະ ປະຊາຄົມ, ບັນດາກິດຈະກຳຂອງສະຫະພັນບັນດາສະມາຄົມ UNESCO ຫວຽດນາມ ໄດ້ປະກອບສ່ວນຢ່າງເປັນຮູບປະທຳ ເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ມິດຕະພາບລະຫວ່າງສອງປະເທດ.
ໃນຂອບເຂດການເດີນທາງໄປປະຕິບັດງານ, ບັນດາສິລະປິນຂຶ້ນກັບສະຫະພັນບັນດາອົງການ UNESCO ຫວຽດນາມ ໄດ້ສະແດງບັນດາລາຍການສິລະປະ ແລະ ແລກປ່ຽນກັບຜູ້ຊົມ ທີ່ໂຄງການສະເຫຼີມສະຫຼອງ 81 ປີ ວັນຊາດຫວຽດນາມ ທີ່ສະຖານທູດຈັດຂຶ້ນ, ຜ່ານນັ້ນ ແນະນຳວັດທະນະທຳ, ປະເທດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ເພື່ອນມິດເກຣັັກ ແລະ ສາກົນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນປົດປ່ອຍ ນະຄອນຫຼວງ (10 ຕຸລາ 1954-10 ຕຸລາ 2024), ທ່ານ Jonathan Wallace Baker, ຫົວໜ້າຜູ້ຕາງໜ້າ ອົງການ ການສຶກສາ, ວິທະ ຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ປະ ຈຳ ຫວຽດນາມ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ຂ່າວພາບ ຫວຽດນາມ ກ່ຽວກັບ ເມືອງມໍລະດົກ ຮ່າໂນ້ຍ. |
ຍສໝ - ຕາມຂໍ້ມູນຈາກຄະນະຜູ້ຕາງໜ້າຫວຽດນາມ ປະຈຳອົງການສຶກສາ, ວິທະຍາສາ ແລະວັດທະນະທຳ ສປຊ (UNESCO) ແລ້ວ, ວັນທີ 4 ທັນວາ, ຢູ່ນະຄອນຫຼວງ Asuncion, ປາຣາກວຍ, ໃນຂອບເຂດກອງປະຊຸມຄັ້ງທີ 19 ຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003 ກ່ຽວກັບການປົກປ້ອງມໍລະດົກວັດທະນະທຳບໍ່ເປັນວັດຖຸ, UNESCO ໄດ້ຈັດຊື່ ວັນບຸນ ຂວັນບ່າຈົ່ວພູຊາມ ຂອງຫວຽດນາມ ເຂົ້າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ ຢ່າງເປັນທາງການ. |
ດວງດີ