ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ

15:13 | 24/09/2026

ຍສໝ - ວັນທີ 23/9 ຢູ່ຮ່າໂນ້ຍ, ກະຊວງພາຍໃນຫວຽດນາມ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ໄດ້ແລກປ່ຽນປະສົບການດ້ານການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ຄວາມປອດໄພແຮງງານ, ການປະຕິຮູບຂັ້ນຕອນບໍລິຫານ ແລະ ການຫັນຂໍ້ມູນເປັນດິຈິຕອນ, ມຸ່ງໄປສູ່ການນຳການຮ່ວມມືໃນຂົງເຂດແຮງງານ - ການຈ້າງງານ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.

ຫວຽດນາມ - ລາວ ເຮັດໃຫ້ຄວາມຜູກພັນທາງຍຸດທະສາດເລິກເຊິ່ງຍິ່ງຂຶ້ນ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ຢ້ຽມຢາມບັນດາໂຄງການຮ່ວມມື ຫວຽດນາມ - ລາວ

ກະຊວງພາຍໃນ ເປັນປະທານ ແລະ ຕ້ອນຮັບຄະນະຜູ້ແທນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມແລກປ່ຽນດ້ານເຕັກນິກ ກ່ຽວກັບການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ຂົງເຂດຄວາມປອດໄພແຮງງານ ແລະ ບັນດາສົນທິສັນຍາສາກົນ.

ແບ່ງປັນປະສົບການດ້ານກົນໄກ, ນະໂຍບາຍ

ຫວຽດນາມ - ລາວ ເຮັດໃຫ້ການຮ່ວມມືດ້ານແຮງງານ ແລະ ການຈ້າງງານເລິກເຊິ່ງຍິ່ງຂຶ້ນ
ທ່ານ ກາວຮຸຍ, ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ກ່າວຄຳປາໄສເປີດກອງປະຊຸມ.

ກ່າວຄຳປາໄສເປີດກອງປະຊຸມ, ທ່ານ ກາວຮຸຍ, ລັດຖະມົນຕີຊ່ວຍວ່າການກະຊວງພາຍໃນ ໃຫ້ຮູ້ວ່າ, ໃນບໍລິບົດທີ່ສາຍພົວພັນສອງປະເທດໄດ້ຮັບການຍົກລະດັບເປັນ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ”, ການຈັດກອງປະຊຸມຄັ້ງນີ້ ມີຄວາມໝາຍເປັນຮູບປະທຳໃນການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີກັນ ຢູ່ກອງປະຊຸມລັດຖະມົນຕີແຮງງານ ຫວຽດນາມ - ລາວ ຄັ້ງທີ 9 ໃນເດືອນ 11/2025 ຢູ່ແຂວງນິງບິ່ງ, ໂດຍສະເພາະ ບົດບັນທຶກກ່ຽວກັບການຮ່ວມມືໃນຂົງເຂດແຮງງານ - ການຈ້າງງານ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ລະຫວ່າງສອງກະຊວງ.

ທ່ານ ກາວຮຸຍ ຢືນຢັນວ່າ ກະຊວງພາຍໃນຫວຽດນາມ ຍາມໃດກໍພ້ອມແບ່ງປັນປະສົບການກັບລາວ ກ່ຽວກັບວຽກງານກົນໄກ ແລະ ນະໂຍບາຍ, ບົນພື້ນຖານສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ກໍຄືສາຍພົວພັນອັນແໜ້ນແຟ້ນລະຫວ່າງສອງກະຊວງ ທີ່ໄດ້ຮັບການກໍ່ສ້າງ ແລະ ປັບປຸງມາເປັນເວລາຫຼາຍປີ.

ຕາມທ່ານ ກາວຮຸຍ ແລ້ວ, ກອງປະຊຸມແມ່ນໂອກາດໃຫ້ພະນັກງານສອງຝ່າຍ ເຂົ້າໃຈຈະແຈ້ງຍິ່ງຂຶ້ນກ່ຽວກັບບັນດາໂຄງການ, ນະໂຍບາຍໃນການຄຸ້ມຄອງແຮງງານຢູ່ຕ່າງປະເທດ, ພັດທະນາຕະຫຼາດແຮງງານ, ຄວາມປອດໄພ ແລະ ສຸຂະອະນາໄມແຮງງານ; ພ້ອມທັງແລກປ່ຽນປະສົບການດ້ານການປະຕິຮູບຂັ້ນຕອນບໍລິຫານ ໃນການອອກໃບອະນຸຍາດແຮງງານ, ການຄຸ້ມຄອງແຮງງານຕ່າງປະເທດ, ການຫັນຂໍ້ມູນແຮງງານເປັນດິຈິຕອນ ແລະ ວຽກງານພັກຟື້ນຟູ, ຟື້ນຟູສຸຂະພາບໃຫ້ແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ຜ່ານນັ້ນ, ສອງຝ່າຍສາມາດກຳນົດໄດ້ຈະແຈ້ງຍິ່ງຂຶ້ນບັນດາກິດຈະກຳຈຸດສຸມທີ່ຕ້ອງໃຫ້ບຸລິມະສິດຊຸກຍູ້ໃນໄລຍະຕໍ່ໄປ, ຮັບປະກັນໃຫ້ການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ, ເປັນຮູບປະທຳ, ຮັບໃຊ້ຄວາມຕ້ອງການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ ແລະ ສົມກັບສາຍພົວພັນອັນຍາວນານລະຫວ່າງຫວຽດນາມ ແລະ ລາວ.

ພາຍຫຼັງວາລະເປີດກອງປະຊຸມ, ຜູ້ຕາງໜ້າບັນດາກົມ, ຫ້ອງການວິຊາສະເພາະຂອງສອງກະຊວງ ໄດ້ເຂົ້າຮ່ວມບັນດາວາລະປຶກສາຫາລືຫົວຂໍ້ສະເພາະ, ສຸມໃສ່ຕີລາຄາບັນດາໂຄງການ, ນະໂຍບາຍຄຸ້ມຄອງແຮງງານຢູ່ຕ່າງປະເທດ ແລະ ການປະຕິບັດບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງຂອງຫວຽດນາມ ແລະ ລາວ.

ສອງຝ່າຍຍັງໄດ້ແລກປ່ຽນຂໍ້ມູນ ແລະ ກົນໄກສະເພາະ ສຳລັບບັນດາໂຄງການຈຸດສຸມຢູ່ລາວ ທີ່ນຳໃຊ້ແຮງງານຫວຽດນາມ; ແບ່ງປັນປະສົບການດ້ານການປະຕິຮູບຂັ້ນຕອນບໍລິຫານ ໃນການອອກໃບອະນຸຍາດ, ການຄຸ້ມຄອງແຮງງານຕ່າງປະເທດ; ນະໂຍບາຍພັດທະນາຕະຫຼາດແຮງງານ, ຄວາມປອດໄພ ແລະ ສຸຂະອະນາໄມແຮງງານ; ການຫັນຂໍ້ມູນແຮງງານເປັນດິຈິຕອນ ແລະ ການເຊື່ອມລວມຂໍ້ມູນ ເພື່ອພັດທະນາລະບົບຂໍ້ມູນຕະຫຼາດແຮງງານທີ່ທັນສະໄໝ.

ຕາມໂຄງການປະຕິບັດງານແລ້ວ, ວັນທີ 24/9, ຄະນະຜູ້ແທນກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ຈະໄປຢ້ຽມຢາມ, ສຳຫຼວດພາກຕົວຈິງຢູ່ສູນບໍລິການຈ້າງງານນະຄອນຮ່າໂນ້ຍ ເພື່ອສຶກສາຮູບແບບການດຳເນີນງານ, ກິດຈະກຳໃຫ້ຄຳປຶກສາ, ແນະນຳວຽກເຮັດງານທຳ, ໂດຍສະເພາະ ປະສົບການນຳໃຊ້ເຕັກໂນໂລຊີຂໍ້ມູນໃນການສະໜອງບໍລິການຈ້າງງານ.

ກະຈາຍພາສາຫວຽດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ ອັດຕະປື ກະຈາຍພາສາຫວຽດ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ຢູ່ ອັດຕະປື
ຍສໝ - ໃນໂອກາດການເຄື່ອນໄຫວເຮັດວຽກຢູ່ ແຂວງ ອັດຕະປື (ລາວ) ໃນວັນທີ 17 ກັນຍາ, ຕາງໜ້ານະຄອນ ດານັງ ໄດ້ເຂົ້າຢ້ຽມຢາມ ສູນພາສາຫວຽດນາມ ຢູ່ທ້ອງຖິ່ນ. ນີ້ແມ່ນຂົວຕໍ່ສຳຄັນ ເພື່ອຊ່ວຍປົກປັກຮັກສາວັດທະນະທຳ, ຖ່າຍທອດພາສາ ແລະ ຮັດແໜ້ນສາຍພົວພັນການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງ ສອງປະເທດ.
ຫວຽດນາມ - ລາວ ສືບຕໍ່ເຮັດໃຫ້ສາຍພົວພັນພິເສດເລິກເຊິ່ງຍິ່ງຂຶ້ນ ຫວຽດນາມ - ລາວ ສືບຕໍ່ເຮັດໃຫ້ສາຍພົວພັນພິເສດເລິກເຊິ່ງຍິ່ງຂຶ້ນ
ຍສໝ - ຕອນບ່າຍວັນທີ 21/9, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານ ຟ້າມຢາຕູກ, ຮອງນາຍົກລັດຖະມົນຕີຜູ້ປະຈຳ ໄດ້ເຂົ້າຢ້ຽມຄຳນັບສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ແລະ ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ, ແລກປ່ຽນກ່ຽວກັບບັນດາມາດຕະການເພື່ອສືບຕໍ່ປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ໃຫ້ເລິກເຊິ່ງຍິ່ງຂຶ້ນ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ