ຂະຫຍາຍຂອບຂະໜາດການແລກປ່ຽນ ຫວຽດນາມ - ຍີ່ປຸ່ນ: ອາຊາຮິກາວະ ເປັນເຈົ້າພາບຈັດງານບຸນ ຫວຽດນາມ – ຮອກໄກໂດ 2026 ເປັນຄັ້ງທຳອິດ
ຍສໝ - ເຫດການງານບຸນ ຫວຽດນາມ – ຮອກໄກໂດ ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ກັນຍາ ຢູ່ທີເມືອງ ອາຊາຮິກາວະ. ນີ້ແມ່ນຄັ້ງທຳອິດທີ່ໂຄງການໄດ້ຖືກຈັດຂຶ້ນຢູ່ເຂດນີ້, ສ້າງບາດກ້າວຂະຫຍາຍຕົວໃໝ່ ໃນກິດຈະກຳການເຊື່ອມໂຍງວັດທະນະທຳ, ການທ່ອງທ່ຽວ ແລະ ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງ ຫວຽດນາມ ກັບ ແຂວງ ຮອກໄກໂດ.