ສະຫະປະຊາຊາດ ຢືນຢັນ ຫວຽດນາມ ແມ່ນຄູ່ຮ່ວມມືແບບຢ່າງ, ຍູ້ແຮງການຊ່ວຍເຫຼືອການພັດທະນາແບບຍືນຍົງ

08:39 | 28/08/2026

ຍສໝ - ໃນກອງປະຊຸມເຮັດວຽກຢູ່ ອາເມລິກາ ໃນຕອນບ່າຍວັນທີ 25 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານ ລີຈຸນຮົວ ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ (ສປຊ) ໄດ້ຕີລາຄາສູງ ຖານະບົດບາດຂອງ ຫວຽດນາມ ແລະ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແບບຢ່າງ, ທີ່ໄວ້ເນື້ອເຊື່ອໃຈ. ການພົບປະດັ່ງກ່າວ ໄດ້ດຳເນີນໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ຫງວຽນວັນຖັງ ຮອງນາຍົກລັດຖະມົນຕີ ເພື່ອເຂົ້າຮ່ວມໂຄງການຜູ້ຮຽນການນຳ ຫວຽດນາມ (VLP).

ອົງການສະຫະປະຊາຊາດ ຍົກຍ້ອງເຊີດຊູ ນັກຮົບ “ໝວກເບເລສີຟ້າ” ຂອງຫວຽດນາມ ເກືອບ 200 ທ່ານ ຫວຽດນາມ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການຄຸ້ມຄອງຊັບພະຍາກອນ ທຳມະຊາດ

ໃນໂອກາດຕ້ອນຮັບ ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານເສດຖະກິດ ແລະ ສັງຄົມ, ທ່ານ ຮອງນາຍົກລັດຖະມົນຕີ ຫງວຽນ ວັນ ທັງ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຍຶດໝັ້ນທິດທາງການພັດທະນາແບບຍືນຍົງ, ໂດຍກຳນົດເອົາປະຊາຊົນເປັນໃຈກາງ, ເປັນເຈົ້າການ ແລະ ເປັນກຳລັງຂັບເຄື່ອນຕົ້ນຕໍຂອງທຸກໆນໂຍບາຍການພັດທະນາ.

ສະຫະປະຊາຊາດ ຢືນຢັນ ຫວຽດນາມ ແມ່ນຄູ່ຮ່ວມມືແບບຢ່າງ, ຍູ້ແຮງການຊ່ວຍເຫຼືອການພັດທະນາແບບຍືນຍົງ

ທ່ານ ຫງວຽນວັນຖັງ ຮອງນາຍົກລັດຖະມົນຕີ ໃນການພົບປະ ແລະ ແລກປ່ຽນກັບ ທ່ານ ລີຈຸນຮົວ ຮອງເລຂາທິການໃຫຍ່ຂອງສະຫະປະຊາຊາດ

ບົນຈິດໃຈດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ຝ່າຍ ສປຊ ເພີ່ມທະວີການຮ່ວມມື ແລະ ແບ່ງປັນບົດຮຽນ ເພື່ອຊ່ວຍ ຫວຽດນາມ ປັບໂຕເຂົ້າກັບການປ່ຽນແປງສະພາບພູມອາກາດ. ຈຸດສຸມລວມມີ ການຊ່ວຍເຫຼືອດ້ານເຕັກໂນໂລຊີ ແລະ ແຫຼ່ງທຶນການເງິນ ເພື່ອຈັດຕັ້ງປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບສະພາບພູມອາກາດ, ການຫັນປ່ຽນພະລັງງານ, ການພັດທະນາພະລັງງານໝູນວຽນ ກໍ່ຄືການຮັບປະກັນການພັດທະນາແບບຍືນຍົງຢູ່ເຂດແມ່ນ້ຳຂອງທາງຕອນໃຕ້. ພ້ອມກັນນັ້ນ, ຕາງໜ້າລັດຖະບານ ຫວຽດນາມ ຫວັງວ່າ ສປຊ ຈະຊ່ວຍເຫຼືອການລະດົມທຶນ ODA ຢ່າງມີປະສິດທິຜົນ, ໂດຍບູລິມະສິດໃຫ້ແກ່ການຫັນເປັນດິຈິຕອນ, ການພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ການຝຶກອົບຮົມຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ສະຫະປະຊາຊາດ ຢືນຢັນ ຫວຽດນາມ ແມ່ນຄູ່ຮ່ວມມືແບບຢ່າງ, ຍູ້ແຮງການຊ່ວຍເຫຼືອການພັດທະນາແບບຍືນຍົງ

ທ່ານ ລີຈຸນຮົວ ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ເນັ້ນໜັກເຖິງຄວາມສໍາຄັນ ແລະ ບູລິມະສິດການຮ່ວມມືຮອບດ້ານກັບຝ່າຍ ຫວຽດນາມ.

ເພື່ອຕອບຄຳສະເໜີ, ທ່ານ ຮອງເລຂາທິການໃຫຍ່ ລີ ຈຸນຮົວ ຢືນຢັນວ່າ ສປຊ ຍາມໃດກໍ່ໃຫ້ຄວາມສຳຄັນ, ບູລິມະສິດຊຸກຍູ້ສາຍພົວພັນການຮ່ວມມືຮອບດ້ານກັບ ຫວຽດນາມ – ປະເທດທີ່ນັບມື້ນັບສະແດງໃຫ້ເຫັນບົດບາດ ແລະ ສຽງເວົ້າທີ່ສຳຄັນ ໃນບັນດາອົງກອນຂຶ້ນກັບອົງການນີ້.

ຕາງໜ້າ ສປຊ ໃຫ້ຄຳໝັ້ນສັນຍາ ພ້ອມທີ່ຈະຊ່ວຍເຫຼືອ ຫວຽດນາມ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍຜ່ານການຍູ້ແຮງການໃຫ້ຄຳປຶກສານະໂຍບາຍ, ການແບ່ງປັນຄວາມຮູ້ກ່ຽວກັບການບໍລິຫານທົ່ວໂລກ, ການຍົກສູງຂີດຄວາມສາມາດ ແລະ ການຊ່ວຍເຫຼືອດ້ານເຕັກນິກ. ພ້ອມດຽວກັນນັ້ນ, ສປຊ ຈະເປັນຂົວຕໍ່ຢ່າງຕັ້ງໜ້າ ໃນການເຊື່ອມໂຍງ ຫວຽດນາມ ກັບບັນດາສະຖາບັນການເງິນລະຫວ່າງຊາດ ແລະ ບັນດາທະນາຄານເພື່ອການພັດທະນາ.

UNDP ສົມທົບກັບຫວຽດນາມ ເພື່ອຊຸກຍູ້ບົດບາດຂອງແມ່ຍິງໃນລະບົບການເມືອງ-ສັງຄົມ. UNDP ສົມທົບກັບຫວຽດນາມ ເພື່ອຊຸກຍູ້ບົດບາດຂອງແມ່ຍິງໃນລະບົບການເມືອງ-ສັງຄົມ.
ຍສໝ​ - ຕອນ​ບ່າຍ​ວັນ​ທີ 10 ທັນວາ, ຄະນະ​ຜູ້​ແທນໂຄງການພັດທະນາສະຫະ​ປະຊາ​ຊາດ​ (UNDP) ປະຈຳຫວຽດນາມ ໂດຍ​ທ່ານ​ນາງ Ramla Khalidi, ຜູ້ຕ່າງໜາ້ປະຈຳ UNDP ປະຈຳ ຫວຽດນາມ ​ເປັນ​ນຳໜ້າ ໄດ້ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບອົງການຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ທ່ານນາງ ຫງວຽນທິຕ໋ຽວນ, ກໍາມະການສູນກາງພັກ, ຮອງປະທານຄະນະສູນກາງແນວໂຮມປະເທດຊາດ ຫວຽດນາມ, ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ​ເປັນ​ປະ​ທານ​ກອງ​ປະ​ຊຸມ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ທີ່​ຕັ້ງ ​ແລະ ບົດບາດ​ຂອງ​ແມ່ຍິງ ຫວຽດນາມ ​ໃນ​ລະບົບ​ການ​ເມືອງ - ສັງຄົມ, ​ແລະ ທິດ​ທາງ​ການ​ຮ່ວມ​ມື​ທີ່​ມີ​ທ່າ​ແຮງ​ລະຫວ່າງ​ສະຫະພັນ​ແມ່ຍິງ ຫວຽດນາມ ​ແລະ UNDP ​ໃນ​ໄລຍະ​ຈະ​ມາ​ເຖິງ.
ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ. ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ