ປະຊາຄົມຊາວຫວຽດນາມຮ່ວມແຮງສ້າງສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ຢູ່ Kyushu-Okinawa

21:37 | 03/09/2026

ຍສໝ - ພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດຫວຽດນາມ ຢູ່ Fukuoka ແມ່ນໂອກາດເພື່ອປັບປຸງການຜູກພັນກັບອຳນາດການປົກຄອງ ແລະ ເພື່ອນມິດຍີ່ປຸ່ນ, ພ້ອມທັງຢືນຢັນບົດບາດຂົວເຊື່ອມຂອງປະຊາຄົມຊາວຫວຽດນາມຢູ່ Kyushu-Okinawa ໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ - ຍີ່ປຸ່ນ ເພີ່ມທະວີການຮ່ວມມື ລະຫວ່າງ ສອງພັກກຳອຳນາດ ປັບປຸງກົນໄກປະສານງານດ້ານກົງສຸນ, ປົກປ້ອງພົນລະເມືອງຫວຽດນາມ - ຍີ່ປຸ່ນ
ປະຊາຄົມຊາວຫວຽດນາມຮ່ວມແຮງສ້າງສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ຢູ່ Kyushu-Okinawa
ຕອນຄ່ຳວັນທີ 2/9, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Fukuoka ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ໂດຍມີຜູ້ແທນເກືອບ 200 ຄົນເຂົ້າຮ່ວມ. ທ່ານນາງ ຈິ້ງທິມາຍເຟືອງ, ກົງສຸນໃຫຍ່ ຢືນຢັນວ່າ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ນັບມື້ນັບພັດທະນາ, ໃນນັ້ນ ການຮ່ວມມືກັບພາກພື້ນ Kyushu-Okinawa ໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ; ພ້ອມທັງຕີລາຄາສູງຕໍ່ບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມຕໍ່ທ້ອງຖິ່ນເຈົ້າພາບ ແລະ ສາຍພົວພັນສອງປະເທດ. ການນຳບັນດາທ້ອງຖິ່ນຂອງຍີ່ປຸ່ນ ສະແດງຄວາມປາຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການແລກປ່ຽນປະຊາຊົນ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກ.
ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືທະວິພາຄີ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືທະວິພາຄີ ຫວຽດນາມ - ຍີ່ປຸ່ນ
ຍສໝ - ທ່ານ Koizumi Shinjiro, ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານພົນເອກ ຟານວັນຢາງ ແມ່ນຂີດໝາຍການຢ້ຽມຢາມ ຍີ່ປຸ່ນ ຄັ້ງທຳອິດ ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພາຍຫຼັງໄລຍະເວລາ 5 ປີ.
VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ຍສໝ - ວັນທີ 18 ກໍລະກົດ, ສູນຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ໄດ້ເປີດໂຕຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ ຢ່າງເປັນທາງການ, ເຊິ່ງເປັນການເປີດສາກໄລຍະໃໝ່ ພາຍໃນການເຄື່ອນໄຫວເຊື່ອມຕໍ່ທາງດ້ານການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ