| ວິສາຫະກິດເຢຍລະມັນມີໂອກາດເພີ່ມຂຶ້ນໃນການຂະຫຍາຍການລົງທຶນຢູ່ຫວຽດນາມ ວິສາຫະກິດຫວຽດນາມຫັນຈາກຄວາມໄດ້ປຽບດ້ານຕົ້ນທຶນ ສູ່ການເປັນເຈົ້າຂອງມູນຄ່າ |
ການປ່ຽນແປງດ້ານແນວຄິດ ແລະ ບັນດາບາດກ້າວບຸກທະລຸທາງຍຸດທະສາດ ໄດ້ສ້າງການຫັນປ່ຽນໃນວຽກງານຮັບປະກັນອະທິປະໄຕແຫ່ງຊາດໃນພື້ນທີ່ໄຊເບີ, ຄວາມໝັ້ນຄົງທາງໄຊເບີ ແລະ ຄວາມໝັ້ນຄົງດ້ານຂໍ້ມູນ, ຜ່ານນັ້ນສ້າງພື້ນຖານໃຫ້ແກ່ການພັດທະນາລັດຖະບານດິຈິຕອນ, ສັງຄົມດິຈິຕອນ ແລະ ເສດຖະກິດດິຈິຕອນ.
ຄວາມໝັ້ນຄົງແຫ່ງຊາດຂະຫຍາຍສູ່ພື້ນທີ່ດິຈິຕອນ
ຕາມທ່ານ ພົນໂທ ເລຊວນມິງ, ຫົວໜ້າກົມຄວາມໝັ້ນຄົງທາງໄຊເບີ ແລະ ປ້ອງກັນ, ຕ້ານອາດຊະຍາກຳທີ່ນຳໃຊ້ເຕັກໂນໂລຊີສູງ (A05, ກະຊວງປ້ອງກັນຄວາມສະຫງົບ), ການຫັນເປັນດິຈິຕອນທີ່ດຳເນີນໄປຢ່າງຮອບດ້ານ ແລະ ເລິກເຊິ່ງ ພວມປ່ຽນແປງຢ່າງຮາກຖານທັງເນື້ອໃນ ແລະ ຂອບເຂດການປັບປ່ຽນຂອງແນວຄິດຄວາມໝັ້ນຄົງແຫ່ງຊາດ.
ໃນຕົວຈິງ, ພື້ນທີ່ໄຊເບີໄດ້ກາຍເປັນໂຄງລ່າງພື້ນຖານສຳລັບຫຼາຍຂົງເຂດ, ນັບແຕ່ການພັດທະນາລັດຖະບານດິຈິຕອນ, ສັງຄົມດິຈິຕອນ ຈົນເຖິງເສດຖະກິດດິຈິຕອນ. ໃນນັ້ນ, ຂໍ້ມູນກາຍເປັນຊັບພະຍາກອນຍຸດທະສາດ, ໂຄງລ່າງດິຈິຕອນກາຍເປັນລະບົບເສັ້ນເລືອດຫຼັກ, ສ່ວນເຕັກໂນໂລຊີສ້າງຮູບແບບອຳນາດໃໝ່ໆ, ພ້ອມກັບນຳມາເຊິ່ງບັນດາຄວາມສ່ຽງ ແລະ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງແຫ່ງຊາດ.
ຖ້າຫາກໃນເມື່ອກ່ອນ ຄວາມໝັ້ນຄົງແຫ່ງຊາດຕິດພັນກັບການປົກປ້ອງອະທິປະໄຕດິນແດນ, ຄວາມໝັ້ນຄົງທາງການເມືອງ ແລະ ຄວາມເປັນລະບຽບປອດໄພຂອງສັງຄົມໃນພື້ນທີ່ພູມສາດ, ການພັດທະນາຂອງພື້ນທີ່ໄຊເບີກໍຮຽກຮ້ອງໃຫ້ຂອບເຂດການຮັບປະກັນຄວາມໝັ້ນຄົງແຫ່ງຊາດຕ້ອງຂະຫຍາຍອອກໃຫ້ສອດຄ່ອງກັບລະດັບການພັດທະນາຂອງພື້ນທີ່ດິຈິຕອນ, ຕາມຫຼັກການ “ພັດທະນາເຖິງໃສ ກໍຮັບປະກັນຄວາມໝັ້ນຄົງເຖິງນັ້ນ”.
ທ່ານ ພົນໂທ ເລຊວນມິງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ໄດ້ປະກົດມີຫຼາຍບັນຫາ ເຊັ່ນ: ສິ່ງທ້າທາຍຕໍ່ອະທິປະໄຕດ້ານຂໍ້ມູນ ແລະ ການເພິ່ງພາຂ້າມຊາຍແດນຂອງປະເທດ. ການຫັນເປັນດິຈິຕອນ, ສູນຂໍ້ມູນ ແລະ ການເຊື່ອມຕໍ່ເຊື່ອມໂຍງ ເຮັດໃຫ້ຄວາມສ່ຽງຕໍ່ການສູນເສຍຄວາມໝັ້ນຄົງທາງໄຊເບີ ແລະ ຄວາມໝັ້ນຄົງດ້ານຂໍ້ມູນເພີ່ມຂຶ້ນ, ໃນຂະນະທີ່ການໂຈມຕີທາງໄຊເບີນັບມື້ນັບມີຄວາມເປັນມືອາຊີບ, ສະຫຼັບຊັບຊ້ອນ ແລະ ເປັນລະບົບ ແນໃສ່ບັນດາລະບົບອຸດສາຫະກຳ ໂດຍມີເຕັກໂນໂລຊີປັນຍາປະດິດ (AI) ຊ່ວຍໜູນ.
ພ້ອມກັນນັ້ນ, ພື້ນທີ່ໄຊເບີຍັງກາຍເປັນ “ເຂດສີເທົາ” ໃນການແຂ່ງຂັນທາງຍຸດທະສາດ, ບ່ອນທີ່ບັນດາປະເທດ, ໂດຍສະເພາະບັນດາປະເທດມະຫາອຳນາດ, ເພີ່ມທະວີບັນດາກິດຈະກຳອັນຕະລາຍທີ່ຢູ່ຕ່ຳກວ່າລະດັບສົງຄາມ.
ບັນດາການປະທະກັນໃນໂລກໄລຍະຜ່ານມາ ສະແດງໃຫ້ເຫັນຊັດຂຶ້ນເຖິງຮູບແບບຂອງສົງຄາມໃນປັດຈຸບັນ, ເມື່ອສົງຄາມທາງໄຊເບີ ແລະ ສົງຄາມຂໍ້ມູນ ເປັນກຳລັງນຳໜ້າເປີດທາງ ແລະ ມີບົດບາດຕັດສິນຕໍ່ຜົນສຳເລັດຂອງສົງຄາມທາງທະຫານຢູ່ສະໜາມຮົບ. ການສອດແນມ, ການໂຈມຕີທາງໄຊເບີ, ການຈາລະກຳທາງໄຊເບີ ແລະ ການທຳລາຍທາງແນວຄິດ ກາຍເປັນບັນດາທາງເລືອກທາງຍຸດທະວິທີເພື່ອຍາດເອົາທ່າເປັນເຈົ້າການ.
![]() |
| ພະນັກງານ, ນັກຮົບ ກົມຄວາມໝັ້ນຄົງທາງໄຊເບີ ແລະ ປ້ອງກັນ, ຕ້ານອາດຊະຍາກຳທີ່ນຳໃຊ້ເຕັກໂນໂລຊີສູງ ຕິດຕາມແຜນວາດແນວໂນ້ມຂອງໂປຣແກຣມອັນຕະລາຍ, ປະເມີນໄພຂົ່ມຂູ່ໃນພື້ນທີ່ໄຊເບີໂດຍກົງ. |
ພ້ອມກັນນັ້ນ, ຍັງປະກົດຮູບແບບການໂຈມຕີໃສ່ພື້ນທີ່ການຮັບຮູ້, ສົງຄາມດ້ານການຮັບຮູ້ ແລະ ການຄວບຄຸມຊັກຈູງຄວາມເຊື່ອໝັ້ນດິຈິຕອນ. ພື້ນທີ່ການຮັບຮູ້ຂອງປະຊາຊົນແຕ່ລະຄົນ ກໍຄືຂອງສັງຄົມທັງໝົດ ນັບມື້ນັບເພິ່ງພາຂັ້ນຕອນວິທີການແຈກຢາຍເນື້ອໃນ, ຂັ້ນຕອນວິທີ AI ຂອງບັນດາແພລດຟອມເຄືອຂ່າຍສັງຄົມ ແລະ ບໍລິການ AI ຂ້າມຊາຍແດນ.
ບັນດາແພລດຟອມຂ້າມຊາຍແດນຍັງເປັນພື້ນທີ່ເຄື່ອນໄຫວຂອງບັນດາກຳລັງປໍລະປັກ, ໃນຂະນະທີ່ການຈາລະກຳທາງໄຊເບີ ນັບມື້ນັບສະແດງໃຫ້ເຫັນຊັດເຖິງລະດັບຄວາມອັນຕະລາຍ ແລະ ຮ້າຍແຮງ.
ການພັດທະນາຂອງບັນດາເຕັກໂນໂລຊີບຸກທະລຸ ເຊັ່ນ: ຄອມພິວເຕີຄວອນຕຳ, AI, UAV (ອຸປະກອນບິນໄຮ້ຄົນຂັບ), ບັນດາບໍລິການມືຖືລຸ້ນໃໝ່ 5G, 6G, ອິນເຕີເນັດດາວທຽມ... ກໍເຮັດໃຫ້ໂຄງສ້າງປ່ຽນແປງ, ກຳນົດຮູບແບບຄືນໃໝ່ຂອງວິທີການປົກປ້ອງຄວາມໝັ້ນຄົງ ແລະ ອະທິປະໄຕແຫ່ງຊາດໃນພື້ນທີ່ໄຊເບີ.
ໃນສະພາບການດັ່ງກ່າວ, ວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດໃນພື້ນທີ່ໄຊເບີ ພວມປະເຊີນກັບຄວາມສ່ຽງຕໍ່ການສູນເສຍຄວາມໝັ້ນຄົງດ້ານເຕັກໂນໂລຊີ ແລະ ການຫຼຸດລົງຂອງຄວາມສາມາດເພິ່ງຕົນເອງຂອງຊາດ. ຖ້າບໍ່ສາມາດເປັນເຈົ້າບັນດາຜະລິດຕະພັນ ແລະ ບໍລິການຫຼັກ, ອາດປະກົດຄວາມສ່ຽງຕໍ່ການຫຼ້າຫຼັງໃນຮູບແບບໃໝ່, ການສູນເສຍຄວາມໝັ້ນຄົງດ້ານອະທິປະໄຕໃນພື້ນທີ່ໄຊເບີ, ຄວາມໝັ້ນຄົງທາງໄຊເບີ ແລະ ຄວາມໝັ້ນຄົງດ້ານຂໍ້ມູນ, ໂດຍສະເພາະໃນຂະນະທີ່ຫວຽດນາມພວມນຳໃຊ້ ແລະ ພັດທະນາບັນດາຜະລິດຕະພັນປັນຍາປະດິດໂດຍອີງໃສ່ “ແຫຼ່ງພັນທຸກຳ” ຂອງຕ່າງປະເທດ.
ສາມທິດທາງບຸກທະລຸດ້ານສະຖາບັນ, ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ
ຕາມທ່ານ ພົນໂທ ເລຊວນມິງ, ຕໍ່ໜ້າບັນດາສິ່ງທ້າທາຍຂອງສະພາບການ ແລະ ຍຸກສະໄໝ, ພັກ, ລັດ ແລະ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້ບັນຫາແຕ່ຫົວທີ. ພາຍໃຕ້ການຊີ້ນຳຢ່າງຮອບດ້ານຂອງຄະນະພັກຕຳຫຼວດສູນກາງ ແລະ ການນຳກະຊວງປ້ອງກັນຄວາມສະຫງົບ, ວຽກງານຮັບປະກັນຄວາມໝັ້ນຄົງແຫ່ງຊາດໃນພື້ນທີ່ໄຊເບີ ໄດ້ຖືກຈັດຕັ້ງປະຕິບັດຕາມສາມບາດກ້າວບຸກທະລຸທາງຍຸດທະສາດ.
ກ່ອນອື່ນໝົດແມ່ນສຸມໃສ່ປັບປຸງສະຖາບັນ, ນະໂຍບາຍ ແລະ ກົດໝາຍ ກ່ຽວກັບການປົກປ້ອງຄວາມໝັ້ນຄົງທາງໄຊເບີ ແລະ ການປົກປ້ອງຄວາມໝັ້ນຄົງແຫ່ງຊາດໃນພື້ນທີ່ໄຊເບີ.
ໃນນັ້ນ, ກຳລັງໄດ້ສະເໜີແນະຕໍ່ຄະນະເລຂາທິການສູນກາງພັກ ໃຫ້ອອກຄຳສັ່ງເລກທີ 57-CT/TW ລົງວັນທີ 31/12/2025 ກ່ຽວກັບການເພີ່ມທະວີການຮັບປະກັນຄວາມໝັ້ນຄົງທາງໄຊເບີ, ການຮັກສາຄວາມລັບຂອງຂໍ້ມູນ, ຄວາມໝັ້ນຄົງດ້ານຂໍ້ມູນໃນລະບົບການເມືອງ. ສະພາແຫ່ງຊາດໄດ້ຮັບຮອງກົດໝາຍວ່າດ້ວຍຄວາມໝັ້ນຄົງທາງໄຊເບີ.
ລັດຖະບານສືບຕໍ່ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສ້າງກົດໝາຍໃໝ່ສອງສະບັບ ຄື ກົດໝາຍວ່າດ້ວຍຄວາມໝັ້ນຄົງດ້ານຂໍ້ມູນ ແລະ ກົດໝາຍວ່າດ້ວຍການພັດທະນາ, ຄຸ້ມຄອງອຸປະກອນບິນໄຮ້ຄົນຂັບ (UAV) ເພື່ອຮັບໃຊ້ການພັດທະນາເສດຖະກິດລະດັບຕ່ຳ.
![]() |
| ທີມງານຢູ່ສູນຕິດຕາມຄວາມໝັ້ນຄົງທາງໄຊເບີ ປະຈຳການຕະຫຼອດ 24/7 ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຫຼາຍໂຄງການຈຸດສຸມ. |
ບາດກ້າວບຸກທະລຸທີສອງ ແມ່ນການເປັນເຈົ້າການຄົ້ນຄວ້າ, ການນຳໃຊ້ເຕັກໂນໂລຊີ ແລະ ພັດທະນາບັນດາຜະລິດຕະພັນ, ບໍລິການຄວາມໝັ້ນຄົງທາງໄຊເບີ ເພື່ອຕອບສະໜອງຂໍ້ຮຽກຮ້ອງ ແລະ ໜ້າທີ່ໃນສະພາບການໃໝ່.
ກຳລັງໄດ້ເປັນເຈົ້າເຕັກໂນໂລຊີຍຸດທະສາດຈຳນວນໜຶ່ງ ຜ່ານການສ້າງລະບົບນິເວດແພລດຟອມຄວາມປອດໄພ, ທົດລອງລະບົບປະຕິບັດການຂອງຕົນເອງ, ປັນຍາປະດິດສະເພາະທາງ ແລະ chatbot ເພື່ອໃຫ້ມີຄວາມສາມາດພຽງພໍໃນການທົດແທນບັນດາບໍລິການ OTT ແລະ ລະບົບປະຕິບັດການຂອງຕ່າງປະເທດທີ່ນິຍົມນຳໃຊ້ໃນປັດຈຸບັນ.
ກົມ A05 ກໍພວມຄົ້ນຄວ້າເພື່ອເປັນເຈົ້າບັນດາຜະລິດຕະພັນ ແລະ ບໍລິການປົກປ້ອງລະຫັດລັບລຸ້ນໃໝ່ທີ່ຕ້ານທານຄວອນຕຳ; ລະບົບປ້ອງກັນທາງໄຊເບີແບບເປັນເຈົ້າການ, ລະບົບປ້ອງກັນທາງໄຊເບີແບບຫ້າວຫັນ ແລະ ຕິດຕັ້ງ EDR ສຳລັບປົກປ້ອງຈຸດປາຍ; ສ້າງ “ຄລາວຄວາມປອດໄພ” ລະດັບລັບສຸດຍອດທີ່ເປັນເອກະລາດ; ພ້ອມກັນນັ້ນ ກໍຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນເຕັກໂນໂລຊີໃໝ່ຈຳນວນໜຶ່ງ ເພື່ອຮັບໃຊ້ຂໍ້ຮຽກຮ້ອງໃນການປົກປ້ອງອະທິປະໄຕ ແລະ ຄວາມໝັ້ນຄົງແຫ່ງຊາດ.
ບາດກ້າວບຸກທະລຸທີສາມ ສຸມໃສ່ການສ້າງ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດຄຸນນະພາບສູງດ້ານຄວາມໝັ້ນຄົງທາງໄຊເບີ ແລະ ຄວາມໝັ້ນຄົງດ້ານຂໍ້ມູນ. ກົມ A05 ໄດ້ສ້າງລະບົບການຈັດຕັ້ງໃຫ້ສົມບູນຢູ່ 34 ແຂວງ, ນະຄອນ; ໃນແຕ່ລະປີ ຈັດຫຼາຍຮ້ອຍຫຼັກສູດຝຶກແອບໃຫ້ແກ່ຕຳຫຼວດທ້ອງຖິ່ນ ກໍຄືບັນດາກະຊວງ, ຂະແໜງ ແລະ ທ້ອງຖິ່ນ.
ກົມຍັງໄດ້ສະເໜີແນະການຮັບຮອງການລົງນາມສົນທິສັນຍາຮ່າໂນ້ຍ ແລະ ເລີ່ມກໍ່ສ້າງສຳນັກງານສູນປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີເຂດອາຊີ - ປາຊີຟິກ.
ຈາກສາມບາດກ້າວບຸກທະລຸນີ້, ວຽກງານຮັບປະກັນຄວາມໝັ້ນຄົງດ້ານອະທິປະໄຕໃນພື້ນທີ່ໄຊເບີ, ຄວາມໝັ້ນຄົງທາງໄຊເບີ ແລະ ຄວາມໝັ້ນຄົງດ້ານຂໍ້ມູນ ໄດ້ມີການຫັນປ່ຽນ ແລະ ບັນລຸຜົນໃນທາງບວກຫຼາຍປະການ.
ສ້າງທ່າຕັ້ງຄວາມໝັ້ນຄົງທາງໄຊເບີແບບເປັນເຈົ້າການ
ມະຕິເລກທີ 57-NQ/TW ຂອງກົມການເມືອງ ກຳນົດວ່າ ການຮັບປະກັນອະທິປະໄຕແຫ່ງຊາດໃນພື້ນທີ່ໄຊເບີ, ຄວາມໝັ້ນຄົງທາງໄຊເບີ ແລະ ຄວາມໝັ້ນຄົງດ້ານຂໍ້ມູນ ແມ່ນຂໍ້ຮຽກຮ້ອງທີ່ຕໍ່ເນື່ອງຕະຫຼອດ, ບໍ່ສາມາດແຍກອອກຈາກຂະບວນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ການປ່ຽນແປງໃໝ່ສ້າງສັນ ແລະ ການຫັນເປັນດິຈິຕອນແຫ່ງຊາດ.
ຄຳສັ່ງເລກທີ 57-CT/TW ຂອງຄະນະເລຂາທິການສູນກາງພັກ ເນັ້ນໜັກການປ່ຽນແປງແນວຄິດທາງຍຸດທະສາດຈາກ “ການປ້ອງກັນແບບຕັ້ງຮັບ” ໄປສູ່ “ການປ້ອງກັນແບບເປັນເຈົ້າການ”, “ການປ້ອງກັນແບບຫ້າວຫັນ”, ສ້າງທ່າຕັ້ງຄວາມໝັ້ນຄົງທາງໄຊເບີແບບເປັນເຈົ້າການ ແລະ ຮອບດ້ານ.
“ຄວາມສ່ຽງ ແລະ ສິ່ງທ້າທາຍດ້ານຄວາມໝັ້ນຄົງທາງໄຊເບີ, ການຮັກສາຄວາມລັບຂອງຂໍ້ມູນ ແລະ ຄວາມໝັ້ນຄົງດ້ານຂໍ້ມູນ ຕ້ອງໄດ້ຮັບການກວດພົບ ແລະ ແກ້ໄຂແຕ່ຫົວທີ, ຈາກໄລຍະໄກ; ກຽມພ້ອມ ແລະ ມີມາດຕະການປ້ອງກັນທີ່ສອດຄ່ອງເພື່ອທຳໃຫ້ຄວາມສ່ຽງເຫຼົ່ານັ້ນໝົດປະສິດທິຜົນ, ປົກປ້ອງຜົນປະໂຫຍດແຫ່ງຊາດ - ຊົນຊາດໃນພື້ນທີ່ໄຊເບີ”, ທ່ານ ພົນໂທ ເລຊວນມິງ ເນັ້ນໜັກ.
ເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດໃນພື້ນທີ່ໄຊເບີໃນສະພາບການໃໝ່, ສ້າງພື້ນຖານອັນໝັ້ນຄົງໃຫ້ແກ່ການພັດທະນາສັງຄົມດິຈິຕອນ ແລະ ເສດຖະກິດດິຈິຕອນ, ຫົວໜ້າກົມ A05 ເຫັນວ່າ ຈຳເປັນຕ້ອງສືບຕໍ່ປັບປຸງລະບົບກົດໝາຍກ່ຽວກັບຄວາມໝັ້ນຄົງທາງໄຊເບີ, ໂດຍສະເພາະການຄຸ້ມຄອງໂຄງລ່າງພື້ນທີ່ໄຊເບີ, ບັນດາບໍລິການຫຼັກ; ຄຸ້ມຄອງຄວາມໝັ້ນຄົງໂຄງລ່າງພື້ນທີ່ໄຊເບີ, ຄວາມໝັ້ນຄົງເຕັກໂນໂລຊີສູງ; ຄວບຄຸມຄວາມໝັ້ນຄົງຂອງກະແສຂໍ້ມູນຂ້າມຊາຍແດນ, ຄວາມໝັ້ນຄົງດ້ານຂໍ້ມູນ ແລະ ຄວາມໝັ້ນຄົງດ້ານຂັ້ນຕອນວິທີ.
ພ້ອມກັນນັ້ນ ແມ່ນການສ້າງທ່າຕັ້ງປ້ອງກັນ, ຕ້ານສົງຄາມທາງໄຊເບີ ແລະ ສົງຄາມຂໍ້ມູນ ໃນພາບລວມຂອງທ່າຕັ້ງຄວາມໝັ້ນຄົງທາງໄຊເບີ ແລະ ທ່າຕັ້ງຄວາມໝັ້ນຄົງປະຊາຊົນທີ່ຮອບດ້ານ ແລະ ກວ້າງຂວາງ; ຮັບປະກັນການລວມສູນ ແລະ ຄວາມສອດຄ່ອງຂອງຄວາມສາມາດດ້ານກົດໝາຍ, ເຕັກໂນໂລຊີ ແລະ ພະລັງຂອງມວນຊົນ; ຈັດຕັ້ງການປ້ອງກັນນັບແຕ່ລະບົບພົນລະເຮືອນ ແລະ ຊີວິດປະຊາຊົນທີ່ກວ້າງຂວາງ ໄປຈົນເຖິງບັນດາໂຄງລ່າງສຳຄັນຂອງຊາດ.
ອີກໜຶ່ງໜ້າທີ່ແມ່ນການເສີມສ້າງຄວາມສາມາດຄຸ້ມຄອງລະບົບພື້ນທີ່ໄຊເບີໃຫ້ສອດຄ່ອງກັບຄວາມສາມາດປົກປ້ອງຄວາມໝັ້ນຄົງທາງໄຊເບີ, ວາງວຽກງານຄຸ້ມຄອງ ແລະ ປົກປ້ອງຄວາມໝັ້ນຄົງທາງໄຊເບີໄວ້ໃນພາບລວມທີ່ຕໍ່ເນື່ອງ ແລະ ເປັນໜຶ່ງດຽວ.
ຫວຽດນາມຕ້ອງສຸມໃສ່ສ້າງອະທິປະໄຕດິຈິຕອນແຫ່ງຊາດ ແລະ ປົກປ້ອງຢ່າງຮອບດ້ານ; ເພີ່ມທະວີການເພິ່ງຕົນເອງຂອງລະບົບນິເວດເຕັກໂນໂລຊີ ແລະ ບໍລິການ; ຮັບປະກັນໃຫ້ Internet ຫວຽດນາມຮັກສາການເຄື່ອນໄຫວຢ່າງໝັ້ນຄົງໃນທຸກສະພາບການ, ລວມທັງສະພາບການສຸກເສີນ.
ພ້ອມກັນນັ້ນ, ຈຳເປັນຕ້ອງສ້າງຄວາມສາມາດຄຸ້ມຄອງ ແລະ ປົກປ້ອງຄວາມໝັ້ນຄົງທາງໄຊເບີສຳລັບບັນດາພື້ນທີ່ຍຸດທະສາດໃໝ່ໂດຍໄວ, ລວມມີ ພື້ນທີ່ການຮັບຮູ້ ແລະ ພື້ນທີ່ລະດັບຕ່ຳ; ພັດທະນາຄວາມສາມາດດ້ານເຕັກໂນໂລຊີຄວາມໝັ້ນຄົງທາງໄຊເບີແບບເພິ່ງຕົນເອງຂອງຊາດ; ສຸມໃສ່ປົກປ້ອງໂຄງລ່າງຂອງບັນດາອົງການ ແລະ ລະບົບສຳຄັນ ພ້ອມທັງບັນດາຖານຂໍ້ມູນສຳຄັນ ແລະ ຫຼັກ.
ຄຽງຄູ່ກັບນັ້ນ ແມ່ນການປົກປ້ອງຂໍ້ມູນສ່ວນບຸກຄົນ, ສ້າງພື້ນທີ່ໄຊເບີທີ່ປອດໄພ, ປອດໃສ ເພື່ອໃຫ້ປະຊາຊົນກາຍເປັນຜູ້ມີສ່ວນເປັນເຈົ້າທີ່ໄດ້ຮັບຜົນປະໂຫຍດຈາກການພັດທະນາເສດຖະກິດ ແລະ ສັງຄົມຢ່າງແທ້ຈິງ.
ຍສໝ - ການແຂ່ງຂັນດ້ານປັນຍາປະດິດ (AI) ບໍ່ພຽງແຕ່ດຳເນີນລະຫວ່າງບັນດາຮູບແບບເຕັກໂນໂລຊີເທົ່ານັ້ນ ແຕ່ຍັງກວມເອົາທັງລະບົບນິເວດ ນັບແຕ່ຊິບ, ຄວາມສາມາດໃນການຄຳນວນ, ສູນຂໍ້ມູນ, ພະລັງງານໄຟຟ້າ ໄປຈົນເຖິງຂໍ້ມູນ, ຊັບພະຍາກອນມະນຸດ, ທຶນ ແລະ ຕະຫຼາດ. ໃນສະພາບການດັ່ງກ່າວ, ຫວຽດນາມບໍ່ຈຳເປັນຕ້ອງແຂ່ງຂັນດ້ວຍຂະໜາດ ແຕ່ຕ້ອງກຳນົດບັນດາຂົງເຂດທີ່ຕົນມີທ່າແຮງ, ສ້າງຜະລິດຕະພັນທີ່ສາມາດເຂົ້າເຖິງຕະຫຼາດສາກົນ. |
ຍສໝ - ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ແລະ ປະຊາຊົນ ກັບບັນດາອົງການທີ່ມີໜ້າທີ່. ຂໍ້ມູນທີ່ໄດ້ຮັບຖືກຈັດປະເພດ, ປ່ຽນເປັນດິຈິຕອນ, ສັງລວມ, ສ້າງໃຫ້ເປັນມາດຕະຖານ ແລະ ສົ່ງໄປຍັງບັນດາຫົວໜ່ວຍເພື່ອກວດກາ, ສົມທຽບ ແລະ ຢັ້ງຢືນ, ຮັບໃຊ້ວຽກງານຊອກຫາ ແລະ ເກັບໂຮມ.ພາຍຫຼັງ 4 ເດືອນແຫ່ງການປະຕິບັດບັ້ນຮົບ 500 ວັນຄືນ ເພື່ອຍູ້ແຮງການຊອກຫາ, ເກັບໂຮມ ແລະ ກຳນົດຕົວຕົນອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ເຄືອຂ່າຍຮັບຂໍ້ມູນຫຼາຍແພລດຟອມໄດ້ຖືກສ້າງຂຶ້ນ, ເຊື່ອມຕໍ່ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ນັກຮົບເກົ່າ ແລະ ປະຊາຊົນ ກັບບັນດາອົງການທີ່ມີໜ້າທີ່. ຂໍ້ມູນທີ່ໄດ້ຮັບຖືກຈັດປະເພດ, ປ່ຽນເປັນດິຈິຕອນ, ສັງລວມ, ສ້າງໃຫ້ເປັນມາດຕະຖານ ແລະ ສົ່ງໄປຍັງບັນດາຫົວໜ່ວຍເພື່ອກວດກາ, ສົມທຽບ ແລະ ຢັ້ງຢືນ, ຮັບໃຊ້ວຽກງານຊອກຫາ ແລະ ເກັບໂຮມ. |
ມິງດຶກ

