ໜຶ່ງປີແຫ່ງການເຄື່ອນໄຫວຮູບແບບໃໝ່: ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ ພາຍໃນການບໍລິຫານຄຸ້ມຄອງປະເທດຊາດ ຕາມທິດທາງທັນສະໄໝ

ໜຶ່ງປີແຫ່ງການເຄື່ອນໄຫວຮູບແບບໃໝ່: ສ້າງບາດກ້າວຫັນປ່ຽນທາງດ້ານຄຸນນະພາບ ພາຍໃນການບໍລິຫານຄຸ້ມຄອງປະເທດຊາດ ຕາມທິດທາງທັນສະໄໝ

ຍສໝ - ຜ່ານໄລຍະ 1 ປີ ແຫ່ງການເຄື່ອນໄຫວຮູບແບບໃໝ່ ໄດ້ຢັ້ງຢືນເຖິງລັກສະນະດີເດັ່ນ ເມື່ອທຽບໃສ່ກັບຮູບແບບເກົ່າ, ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງ, ແມ່ນບາດກ້າວຂະຫຍາຍຕົວທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ຫັນປ່ຽນແນວຄິດຢ່າງແຂງແຮງ ຈາກການຄຸ້ມຄອງບໍລິຫານ ໄປສູ່ການສ້າງຕັ້ງເພື່ອການຂະຫຍາຍຕົວ, ສະຫາຍ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໃຫ້ຮູ້.

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ໃຫ້​ມີ​ປະສິດທິ​ຜົນ ແລະ ມີຄຸນ​ນະພາ​ບກ່ວາ​ອີກ

ຍສໝ - ຫວ່າງແລ້ວນີ້, ຢູ່​ແຂວງ ດົ່ງ​ນາຍ ໄດ້ດຳເນີນກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ມິດ​ຕະ​ພາບ​ ຫວຽດ​ນາມ - ຝຣັ່ງ ​ແຂວງ ດົ່ງ​ນາຍ ​ຄັ້ງ​ທີ 2. ຢູ່ທີ່​ນີ້, ​ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ອາຍຸການ 2024 – 2029 ທ່ານ ກ່າວວັນກວາງ ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ສະມາຊິກ​ ຈະ​ສາມັກຄີ, ເປັນເຈົ້າການ, ສ້າງສັນ​ໃນ​ການນຳການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ດົ່ງ​ນາຍ ​ເຄື່ອນ​ໄຫວຢ່າງ​ມີ​ປະສິດທິ​ຜົນ, ມີ​ຄຸນ​ນະພາ​ບ, ​​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ມິດຕະພາບ​ລະຫວ່າງ​ປະຊາຊົນ​ແຂວງ ດົ່ງ​ນາຍ ກັບ​ປະຊາຊົນ ຝຣັ່ງ; ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດລວມ​ຂອງ​ແຂວງ.