ເດັກນ້ອຍ ຫວຽດນາມ-ລາວ-ກຳປູເຈຍ ເຊື່ອມສາຍສຳພັນຜ່ານກິດຈະກຳຮ່ວມ

11:14 | 30/07/2026

ຍສໝ - ຜູ້ແທນເດັກນ້ອຍ 120 ຄົນ ຈາກ ຫວຽດນາມ-ລາວ-ກຳປູເຈຍ ໄດ້ເຂົ້າຮ່ວມງານມະໂຫຼານເດັກນ້ອຍ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ຄັ້ງທີ 8 ປີ 2026 ພາຍໃຕ້ຫົວຂໍ້ "ອ້ອມກອດແຫ່ງມິດຕະພາບ", ເຊິ່ງໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ ຢູ່ ນະຄອນໂຮ່ຈີມິນ.

ຫວຽດນາມ-ລາວ-ກຳປູເຈຍ ຈັດຕັ້ງການຝຶກຊ້ອມກູ້ໄພ-ກູ້ຊີບປະສົບຜົນສໍາເລັດຢ່າງຈົບງາມ ຫວຽດນາມ-ລາວ-ກຳປູເຈຍ ເພີ່ມທະວີຄວາມສາມັກຄີ, ເພີ່ມປະສິດທິຜົນການຮ່ວມມື, ເຊື່ອມຕໍ່ ໃນໄລຍະພັດທະນາໃໝ່

ກ່ອນພິທີໄຂງານ, ບັນດາຜູ້ແທນເດັກນ້ອຍຂອງ 3 ປະເທດ ໄດ້ຖະຫວາຍທູບທຽນຕໍ່ປະທານ ໂຮ່ຈີມິນ ແລະ ຖະຫວາຍດອກໄມ້ຢູ່ອະນຸສາວະລີ “ປະທານ ໂຮ່ຈີມິນ ກັບ ເດັກນ້ອຍ” ພາຍໃນບໍລິເວນເຮືອນເດັກນ້ອຍນະຄອນໂຮ່ຈີມິນ, ເພື່ອສະແດງຄວາມສຳນຶກໃນບຸນຄຸນຕໍ່ປະທານ ໂຮ່ຈີມິນ, ພ້ອມທັງ ສືບຕໍ່ປະເພນີຄວາມສາມັກຄີ ແລະ ມິດຕະພາບ ລະຫວ່າງຄົນຮຸ່ນໃໝ່ຂອງ ຫວຽດນາມ, ລາວ ແລະ ກຳປູເຈຍ.

ງານມະໂຫຼານ ເປັນກິດຈະກຳແລກປ່ຽນປະຈຳປີ ເພື່ອເສີມສ້າງຄວາມສາມັກຄີ, ມິດຕະພາບ ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງເດັກນ້ອຍຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ. ໂຄງການ ສັນຍາວ່າ ຈະນຳມາເຊິ່ງບັນດາກິດຈະກຳປະສົບການ, ການແລກປ່ຽນວັດທະນະທຳ ແລະ ການຄົ້ນພົບທີ່ໜ້າສົນໃຈ ສຳລັບບັນດາຜູ້ແທນເດັກນ້ອຍ.

ເດັກນ້ອຍ ຫວຽດນາມ-ລາວ-ກຳປູເຈຍ ເຊື່ອມສາຍສຳພັນຜ່ານກິດຈະກຳຮ່ວມ
ບັນດາເດັກນ້ອຍທີ່ເຂົ້າຮ່ວມງານມະໂຫຼານເດັກນ້ອຍ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ ປີ 2026.

ເຫດການໄດ້ຈັດຂຶ້ນແຕ່ວັນທີ 28-30 ກໍລະກົດ, ໂດຍມີຜູ້ແທນເດັກນ້ອຍ 49 ຄົນ ຈາກ ລາວ, 19 ຄົນ ຈາກ ກຳປູເຈຍ ແລະ 52 ຄົນ ຈາກບັນດາແຂວງ ກວາງຫງາຍ, ດັກລັກ, ເລິມດົ່ງ, ໄຕນິງ, ດົ່ງທາບ, ອານຢາງ, ນະຄອນດົ່ງນາຍ ແລະ ນະຄອນໂຮ່ຈີມິນ.

ພາຍໃນຂອບເຂດຂອງເຫດການ, ບັນດານ້ອງໆ ຈະໄດ້ເຂົ້າຮ່ວມກິດຈະກຳເຊື່ອມສາຍມິດຕະພາບ, ຮຽນຮູ້ວັດທະນະທຳ, ຢ້ຽມຢາມບັນດາສະຖານທີ່ສຳຄັນຂອງນະຄອນໂຮ່ຈີມິນ, ຊົມການສະແດງສິລະປະກາຍະກຳ, ສຳຜັດປະສົບການໃນບັນດາພື້ນທີ່ສ້າງສັນ ແລະ ຮ່ວມສົນທະນາໃນຫຼາຍກິດຈະກຳແລກປ່ຽນວັດທະນະທຳທີ່ໂດດເດັ່ນ.

ຜ່ານບັນດາກິດຈະກຳດັ່ງກ່າວ, ຄະນະຈັດຕັ້ງ ຫວັງວ່າ ບັນດາຜູ້ແທນເດັກນ້ອຍ ຈະໄດ້ຮັບປະສົບການທີ່ເປັນປະໂຫຍດຫຼາຍຂຶ້ນ, ສ້າງສາຍສຳພັນມິດຕະພາບທີ່ແໜ້ນແຟ້ນ, ປະກອບສ່ວນສືບສານ ແລະ ເສີມສ້າງຄວາມສາມັກຄີ ແລະ ມິດຕະພາບອັນດີງາມດັ້ງເດີມລະຫວ່າງ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ, ພ້ອມທັງ ເຜີຍແຜ່ຈິດໃຈແຫ່ງການຮ່ວມມື, ການແບ່ງປັນ ແລະ ການພັດທະນາຮ່ວມກັນ ໄປສູ່ຄົນຮຸ່ນໃໝ່.

ງານມະໂຫຼານເດັກນ້ອຍ ຫວຽດນາມ-ລາວ-ກຳປູເຈຍ ໄດ້ຖືກຈັດຂຶ້ນຕັ້ງແຕ່ປີ 2010 ເປັນຕົ້ນມາ ແລະ ຈັດຂຶ້ນເປັນປະຈຳທຸກໆ 2 ປີ. ໃນນັ້ນ, ງານມະໂຫຼານໃນປີ 2020 ໄດ້ຖືກຢຸດຊະງັກ ຍ້ອນການລະບາດຂອງ COVID-19.

ໃນປີ 2022, ຄະນະຊາວໜຸ່ມສູນກາງ ແລະ ສະພາອົງການເດັກນ້ອຍສູນກາງ ໄດ້ມອບໝາຍໃຫ້ ນະຄອນໂຮ່ຈີມິນ ເປັນເຈົ້າພາບຈັດ ເຫດການ ນີ້ ໃນລະດັບສູນກາງ. ງານມະໂຫຼານ ໄດ້ກາຍເປັນເວທີແລກປ່ຽນທີ່ສົດໃສ ແລະ ເປັນປະໂຫຍດ, ຜ່ານນັ້ນ ໄດ້ແນະນຳປະເພນີປະຫວັດສາດ ແລະ ຄຸນຄ່າອັນດີງາມດ້ານວັດທະນະທຳຂອງ 3 ປະເທດ ໃຫ້ແກ່ເດັກນ້ອຍ ຫວຽດນາມ, ລາວ ແລະ ກຳປູເຈຍ.

ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ກວດກາວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ
ຍສໝ - ທີ່ກອງປະຊຸມ, ບັນດາອົງການ, ກົມກອງໄດ້ລາຍງານກ່ຽວກັບວຽກງານກະກຽມໃຫ້ແກ່ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ; ວຽກງານສ້າງແຜນການກຽມພ້ອມສູ້ຮົບ; ຈັດຕັ້ງການປະສານງານ ແລະມອບໝາຍໜ້າທີ່ລະອຽດໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມຮັບໃຊ້ ແລະປ້ອງກັນຢູ່ຕາມສະຖານທີ່ດໍາເນີນການເຄື່ອນໄຫວພົບປະແລກປ່ຽນ; ...
ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ” ຫວຽດນາມ-ລາວ-ກຳປູເຈຍ ຊອກຫາວິທີຊຸກຍູ້ການທ່ອງທ່ຽວ “ເດີນທາງຖ້ຽວໜຶ່ງ, ທ່ອງທ່ຽວສາມປະເທດ”
ຍສໝ - ລາວແມ່ນປະເທດສະຫງົບ ແລະມີມໍລະດົກວັດທະນະທຳທີ່ຟົດຟື້ນ, ໃນຂະນັ້ນ ກຳປູເຈຍ ກໍ່ມີວັດວາອາຮາມບູຮານ ແລະສະຖານທີ່ທ່ອງທ່ຽວທາງຈິດວິນຍານທີ່ອຸດົມສົມບູນ, ສ່ວນຫວຽດນາມ ກໍ່ມີການສົມທົບລະຫວ່າງບັນດານະຄອນທີ່ຄຶກຄື້ນ ແລະທັດສະນີຍະພາບທໍາມະຊາດທີ່ນອນໃນເຂດຊົນນະບົດທີ່ສະຫງົບສຸກ, ຄຽງຂ້າງຝັ່ງທະເລທີ່ຍາວຢຽດສວຍງາມທີ່ສຸດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ