ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ:
ສ້າງລະບົບນິເວດ ເພື່ອໃຫ້ຊາວຫວຽດນາມຢູ່ຕ່າງປະເທດປະກອບສ່ວນໃຫ້ປະເທດຢ່າງກວ້າງຂວາງກວ່າເກົ່າ
![]() |
| ທ່ານ ຟ້າມກວາງວິງ, ເອກອັກຄະລັດຖະທູດ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ. |
ຈຸດໃໝ່ທີ່ພົ້ນເດັ່ນຂອງມະຕິເລກທີ 23 ແມ່ນການກຳນົດວ່າ ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນພາກສ່ວນໜຶ່ງທີ່ບໍ່ອາດແຍກອອກຈາກຄອບຄົວໃຫຍ່ແຫ່ງຊາດຫວຽດນາມເທົ່ານັ້ນ ແຕ່ຍັງແມ່ນແຫຼ່ງກຳລັງຍຸດທະສາດ, ປະກອບສ່ວນຍົກສູງກຳລັງແຮງສັງລວມຂອງຊາດ.
ແຫຼ່ງກຳລັງດັ່ງກ່າວ ບໍ່ໄດ້ມີພຽງແຕ່ເງິນທຶນ ຫຼື ການລົງທຶນ, ຫາກຍັງກວມລວມເຖິງຊັບພະຍາກອນມະນຸດ, ພູມປັນຍາ, ເຕັກໂນໂລຊີ, ປະສົບການ ແລະ ຄວາມສາມາດໃນການເຊື່ອມຕໍ່ສາກົນ. ນີ້ຍັງແມ່ນບາດກ້າວພັດທະນາໃໝ່ໃນແນວຄິດກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ: ຈາກການຂົນຂວາຍ, ເຕົ້າໂຮມ, ເອົາໃຈໃສ່ປະຊາຄົມ ໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງ.
ໃນເມື່ອກ່ອນ, ການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ສ່ວນໃຫຍ່ຂຶ້ນກັບເງື່ອນໄຂ ແລະ ຄວາມປາຖະໜາຂອງແຕ່ລະບຸກຄົນ. ດ້ວຍມະຕິເລກທີ 23, ສິ່ງທີ່ຕ້ອງມຸ່ງໄປເຖິງ ແມ່ນການສ້າງເຄືອຂ່າຍ, ກົນໄກ ແລະ ລະບົບນິເວດ ເພື່ອໃຫ້ການປະກອບສ່ວນນັ້ນສາມາດດຳເນີນໄປຢ່າງກວ້າງຂວາງ, ເປັນປະຈຳ ແລະ ມີປະສິດທິຜົນກວ່າເກົ່າ.
ການພັດທະນາຂອງເຕັກໂນໂລຊີ ຍັງເປີດອອກບັນດາຮູບແບບໃໝ່. ຊາວຫວຽດນາມຢູ່ຕ່າງປະເທດ ບໍ່ຈຳເປັນຕ້ອງກັບຄືນຫວຽດນາມ ຈຶ່ງສາມາດປະກອບສ່ວນໄດ້. ປັນຍາຊົນ, ນັກວິທະຍາສາດ ແລະ ນັກທຸລະກິດ ສາມາດເຂົ້າຮ່ວມຈາກທາງໄກໃນຂະບວນການສ້າງສາ, ພັດທະນາ ແລະ ປົກປັກຮັກສາປະເທດ. ດັ່ງນັ້ນ, ການສ້າງເຄືອຂ່າຍບັນດາບຸກຄົນທີ່ມີຊື່ສຽງ, ປັນຍາຊົນ, ນັກວິທະຍາສາດ ແລະ ວິສາຫະກິດ ຈຶ່ງມີຄວາມສຳຄັນຫຼາຍ.
ທັດສະນະຕໍ່ແຫຼ່ງກຳລັງດ້ານການເງິນ ກໍຕ້ອງປ່ຽນແປງເຊັ່ນກັນ. ແທນທີ່ຈະຖືວ່າເງິນໂອນຈາກຊາວຫວຽດນາມຢູ່ຕ່າງປະເທດ ເປັນພຽງກະແສເງິນທີ່ໄຫຼກັບຄືນສູ່ຫວຽດນາມ, ຕ້ອງມອງໃຫ້ກວ້າງກວ່ານັ້ນ ເຖິງຄວາມສາມາດທີ່ຊາວຫວຽດນາມຢູ່ຕ່າງປະເທດຈະເຂົ້າຮ່ວມຕະຫຼາດຫຼັກຊັບ, ການເງິນ, ລົງທຶນໃນການຜະລິດ, ເຊື່ອມຕໍ່ວິສາຫະກິດ ແລະ ຄູ່ຮ່ວມຢູ່ປະເທດທີ່ຕົນອາໄສຢູ່ ກັບຫວຽດນາມ.
“ມາດວັດ” ທີ່ສຳຄັນ ບໍ່ແມ່ນພຽງຢູ່ທີ່ວ່າ ມີເງິນທຶນຫຼາຍປານໃດຖືກນຳເຂົ້າສູ່ລະບົບເສດຖະກິດ, ແຕ່ຍັງຢູ່ທີ່ມູນຄ່າຜົນໄດ້ຮັບຈາກແຫຼ່ງກຳລັງນັ້ນ ທີ່ປະກອບສ່ວນຕໍ່ຄວາມສາມາດດ້ານການຜະລິດ ແລະ ການຖ່າຍທອດເຕັກໂນໂລຊີຂອງຫວຽດນາມ.
ເພື່ອເຮັດໄດ້ເຊັ່ນນັ້ນ, ການປະຕິຮູບສະຖາບັນເສດຖະກິດ, ແກ້ໄຂບັນດາຈຸດອຸດຕັນ, ພັດທະນາເສດຖະກິດເອກະຊົນ, ຍົກສູງຄຸນນະພາບຂອງພື້ນຖານເສດຖະກິດ ແລະ ຄວາມສາມາດໃນການເຊື່ອມໂຍງສາກົນ ຍັງຄົງແມ່ນບັນດາເງື່ອນໄຂພື້ນຖານ. ເມື່ອບັນດາການປະຕິຮູບນີ້ ສົມທົບກັບກົນໄກໃໝ່ສຳລັບຊາວຫວຽດນາມຢູ່ຕ່າງປະເທດ, ແຫຼ່ງກຳລັງຂອງປະຊາຄົມດັ່ງກ່າວ ຈະສາມາດສ້າງພະລັງປະສານທີ່ໃຫຍ່ກວ່າເກົ່າໃຫ້ແກ່ຂະບວນການພັດທະນາປະເທດ.
ອີກເນື້ອໃນໜຶ່ງທີ່ໜ້າສົນໃຈຂອງມະຕິເລກທີ 23 ແມ່ນເປົ້າໝາຍສ້າງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ໃຫ້ມີຖານະທາງກົດໝາຍທີ່ໝັ້ນຄົງ, ເຊື່ອມໂຍງເຂົ້າກັບສັງຄົມຢ່າງກວ້າງເລິກ ແລະ ພັດທະນາຢ່າງໝັ້ນຄົງ. ເມື່ອຊາວຫວຽດນາມມີຖານະບົດບາດທີ່ດີຂຶ້ນຢູ່ປະເທດທີ່ຕົນອາໄສຢູ່, ຄວາມສາມາດໃນການປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ ກໍຈະສູງຂຶ້ນ. ຊາວຫວຽດນາມແຕ່ລະຄົນ ສາມາດກາຍເປັນ “ທູດ” ດ້ານວັດທະນະທຳ, ປະເທດຊາດ ແລະ ຄົນຫວຽດນາມ, ຜ່ານນັ້ນ ປະກອບສ່ວນປັບປຸງພະລັງອ່ອນ ແລະ ຊື່ສຽງຂອງປະເທດ.
ໃນຂະບວນການນີ້, ບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ຕ້ອງກາຍເປັນສູນເຊື່ອມຕໍ່ຍຸດທະສາດ, ກຳແໜ້ນທັງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ ແລະ ຄວາມຕ້ອງການພາຍໃນປະເທດ. ການສ້າງແຜນທີ່ ແລະ ຫັນຂໍ້ມູນກ່ຽວກັບປັນຍາຊົນ, ຊ່ຽວຊານ, ນັກທຸລະກິດ ແລະ ບັນດາແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດເປັນດິຈິຕອນ ຈະຊ່ວຍໃຫ້ເຊື່ອມຕໍ່ຖືກຄົນ, ຖືກຂົງເຂດ. ຕົວຢ່າງ, ເມື່ອພາຍໃນປະເທດຕ້ອງການແຫຼ່ງກຳລັງດ້ານເຄິ່ງຊັກນຳໄຟຟ້າ, ຊິບ ຫຼື ເຕັກໂນໂລຊີໃໝ່, ອົງການຕາງໜ້າຕ້ອງສາມາດກຳນົດໄດ້ວ່າ ຜູ້ໃດສາມາດເຂົ້າຮ່ວມ ແລະ ເຊື່ອມຕໍ່ພວກເຂົາກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການ ແລະ ວິສາຫະກິດທີ່ເໝາະສົມ.
ທ່ານນາງ ເຈືອງທິຮົ່ງ, ປະທານສະມາຄົມຊາວຫວຽດນາມຢູ່ Israel:
ເຊື່ອມຕໍ່ແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດໃຫ້ຖືກຕ້ອງກັບຄວາມຕ້ອງການພັດທະນາພາຍໃນປະເທດ
![]() |
| ທ່ານນາງ ເຈືອງທິຮົ່ງ, ປະທານສະມາຄົມຊາວຫວຽດນາມຢູ່ Israel. (ພາບ: ສຳນັກຂ່າວສານຫວຽດນາມ) |
ສິ່ງທີ່ຂ້າພະເຈົ້າຕີລາຄາສູງໃນມະຕິເລກທີ 23 ແມ່ນແນວຄິດກ່ຽວກັບວຽກງານຊາວຫວຽດນາມຢູ່ຕ່າງປະເທດ ໄດ້ຮັບການຍົກຂຶ້ນສູ່ບາດກ້າວໃໝ່. ຖ້າໃນເມື່ອກ່ອນ ຈຸດສຸມຕົ້ນຕໍແມ່ນການຂົນຂວາຍ, ເຕົ້າໂຮມ ແລະ ເອົາໃຈໃສ່ປະຊາຄົມ, ປັດຈຸບັນ ໄດ້ຫັນຢ່າງແຮງໄປສູ່ການຮ່ວມເດີນທາງ, ສ້າງກົນໄກ ແລະ ສົ່ງເສີມແຫຼ່ງກຳລັງ.
ການປ່ຽນແປງນີ້ ສອດຄ່ອງກັບສະພາບຕົວຈິງທີ່ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ນັບມື້ນັບເຕີບໃຫຍ່, ເຊື່ອມໂຍງຢ່າງເລິກເຊິ່ງກວ່າເກົ່າ, ມີຖານະບົດບາດ ແລະ ຄວາມສາມາດປະກອບສ່ວນນັບມື້ນັບສູງຂຶ້ນ. ຊາວຫວຽດນາມຢູ່ຕ່າງປະເທດກວ່າ 6,5 ລ້ານຄົນ ບໍ່ພຽງແຕ່ມີແຫຼ່ງກຳລັງດ້ານການເງິນ ແຕ່ຍັງມີພູມປັນຍາ, ເຕັກໂນໂລຊີ, ປະສົບການດ້ານການບໍລິຫານ, ເຄືອຂ່າຍສາຍພົວພັນສາກົນ, ຊື່ສຽງ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດທີ່ຕົນອາໄສຢູ່.
ຈາກສະພາບຕົວຈິງຢູ່ Israel, ຂ້າພະເຈົ້າເຫັນວ່າ ທ່າແຮງດັ່ງກ່າວຍັງມີຫຼາຍ. Israel ມີຈຸດແຂງດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ກະສິກຳເຕັກໂນໂລຊີສູງ ແລະ ຫຼາຍຂົງເຂດທີ່ກ້າວໜ້າ. ປະຊາຄົມຊາວຫວຽດນາມຢູ່ທີ່ນີ້ ສາມາດກາຍເປັນຂົວເຊື່ອມລະຫວ່າງຊ່ຽວຊານ, ວິສາຫະກິດ, ປັນຍາຊົນຫວຽດນາມ ກັບບັນດາຄູ່ຮ່ວມ Israel, ຊຸກຍູ້ການແລກປ່ຽນ, ການຮ່ວມມື ແລະ ການຖ່າຍທອດຄວາມຮູ້, ເຕັກໂນໂລຊີ ເພື່ອຮັບໃຊ້ການພັດທະນາພາຍໃນປະເທດ.
ເພື່ອໃຫ້ທ່າແຮງດັ່ງກ່າວກາຍເປັນຜົນສຳເລັດອັນເປັນຮູບປະທຳ, ສິ່ງສຳຄັນແມ່ນຕ້ອງມີຊ່ອງທາງເຊື່ອມຕໍ່ຢ່າງເປັນປະຈຳ ແລະ ແທດຈິງ ລະຫວ່າງບັນດາອົງການພາຍໃນປະເທດ ກັບປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ.
ການສ້າງຖານຂໍ້ມູນ ແລະ ເຄືອຂ່າຍຊ່ຽວຊານ, ປັນຍາຊົນ, ນັກວິທະຍາສາດ, ນັກທຸລະກິດ ແລະ ຄົນຮຸ່ນໜຸ່ມຫວຽດນາມໃນທົ່ວໂລກ ຈະຊ່ວຍເຊື່ອມຕໍ່ຖືກຄົນກັບຖືກຄວາມຕ້ອງການ. ບັນດາອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດ ຕ້ອງສົ່ງເສີມບົດບາດເປັນຫົວໜ່ວຍປະສານງານໃຫ້ແຮງຂຶ້ນ, ເປັນເຈົ້າການກຳແໜ້ນທ່າແຮງຂອງປະຊາຄົມ, ພ້ອມທັງເຂົ້າໃຈຢ່າງຈະແຈ້ງເຖິງຄວາມຕ້ອງການຂອງທ້ອງຖິ່ນ, ວິສາຫະກິດ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລພາຍໃນປະເທດ.
ສິ່ງທີ່ປະຊາຄົມປາຖະໜາໃນໄລຍະຕໍ່ໜ້າ ບໍ່ພຽງແຕ່ແມ່ນການໄດ້ຮັບການຊ່ວຍເຫຼືອເມື່ອປະສົບຄວາມຫຍຸ້ງຍາກ, ແຕ່ຍັງແມ່ນການໄດ້ຮັບການສ້າງເງື່ອນໄຂ ເພື່ອເປັນເຈົ້າການເຂົ້າຮ່ວມບັນດາໂຄງການພັດທະນາຂອງປະເທດ. ເມື່ອຂໍ້ມູນກ່ຽວກັບຄວາມຕ້ອງການພາຍໃນປະເທດ ໄດ້ຮັບການແບ່ງປັນຢ່າງຄົບຖ້ວນ ແລະ ກົນໄກເຊື່ອມຕໍ່ມີຄວາມສະດວກພຽງພໍ, ຊາວຫວຽດນາມຢູ່ຕ່າງປະເທດ ກໍຈະຮູ້ວ່າ ຕົນສາມາດປະກອບສ່ວນຢູ່ບ່ອນໃດ ແລະ ດ້ວຍວິທີໃດ.
ຈິດໃຈແຫ່ງຄວາມປອງດອງຊາດ, ປ່ອຍວາງອະດີດ ແລະ ມຸ່ງສູ່ອະນາຄົດ ທີ່ໄດ້ຮັບການເນັ້ນໜັກໃນມະຕິ ກໍມີຄວາມໝາຍສຳຄັນຫຼາຍ. ເມື່ອທຸກຄົນຮ່ວມກັນມຸ່ງສູ່ຜົນປະໂຫຍດຂອງຊາດ - ປະເທດຊາດ, ຄວາມແຕກຕ່າງດ້ານສະພາບການ, ປະສົບການ ຫຼື ທັດສະນະ ສາມາດຖືກນຳມາແລກປ່ຽນໃນບັນຍາກາດການສົນທະນາທີ່ເປີດກວ້າງ ແລະ ສ້າງສັນກວ່າເກົ່າ.
ຍິ່ງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ມີຄວາມສາມັກຄີ, ເຊື່ອມໂຍງໄດ້ດີ ແລະ ພັດທະນາຢ່າງເຂັ້ມແຂງຢູ່ປະເທດທີ່ຕົນອາໄສຢູ່ຫຼາຍເທົ່າໃດ, ຄວາມສາມາດປະກອບສ່ວນໃຫ້ປະເທດກໍຍິ່ງສູງຂຶ້ນເທົ່ານັ້ນ. ດັ່ງນັ້ນ, ສິ່ງຈຳເປັນແມ່ນຕ້ອງຮີບຮ້ອນຫັນຈິດໃຈ “ຮ່ວມເດີນທາງ, ສ້າງກົນໄກ, ລະດົມແຫຼ່ງກຳລັງ” ໃຫ້ເປັນບັນດາໂຄງການ, ນະໂຍບາຍ ແລະ ຮູບແບບການຮ່ວມມື ທີ່ຊາວຫວຽດນາມຢູ່ຕ່າງປະເທດສາມາດເຂົ້າຮ່ວມໂດຍກົງ.
ທ່ານ ປອ. ຫງວຽນຕວ໋ນເຫງີຍ, ຊ່ຽວຊານດ້ານປັນຍາປະດິດ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ບໍລິສັດ ANSCENTER, ປະທານສາຂາລັດ New South Wales ຂອງສະມາຄົມປັນຍາຊົນ ແລະ ຊ່ຽວຊານຫວຽດນາມ - ອົດສະຕາລີ (VASEA):
ຫັນຈາກ “ການຮຽກຮ້ອງ” ສູ່ “ການສັ່ງວຽກ” ໃຫ້ປັນຍາຊົນຫວຽດນາມຢູ່ຕ່າງປະເທດ
![]() |
| ທ່ານ ປອ. ຫງວຽນຕວ໋ນເຫງີຍ, ຊ່ຽວຊານດ້ານປັນຍາປະດິດ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ບໍລິສັດ ANSCENTER, ປະທານສາຂາລັດ New South Wales ຂອງສະມາຄົມປັນຍາຊົນ ແລະ ຊ່ຽວຊານຫວຽດນາມ - ອົດສະຕາລີ (VASEA). |
ເມື່ອກ່າວເຖິງແຫຼ່ງກຳລັງຂອງຊາວຫວຽດນາມຢູ່ຕ່າງປະເທດ, ເງິນໂອນກັບປະເທດມັກຖືກກ່າວເຖິງເປັນອັນດັບທຳອິດ ເພາະເປັນແຫຼ່ງກຳລັງທີ່ສາມາດວັດແທກໄດ້ງ່າຍ. ແຕ່ຄຸນຄ່າທີ່ໃຫຍ່ກວ່ານັ້ນ ຍັງຢູ່ທີ່ພູມປັນຍາ, ເຕັກໂນໂລຊີ, ມາດຕະຖານການບໍລິຫານ ແລະ ເຄືອຂ່າຍສາຍພົວພັນສາກົນ.
ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ ມີຊ່ຽວຊານຈຳນວນຫຼາຍທີ່ເຄື່ອນໄຫວໃນບັນດາຂົງເຂດ ເຊັ່ນ: AI, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີຊີວະການແພດ ແລະ ພະລັງງານສະອາດ. ການປະກອບສ່ວນຂອງພວກເຂົາ ບໍ່ຈຳເປັນຕ້ອງແມ່ນແຫຼ່ງເງິນທຶນ, ແຕ່ສາມາດແມ່ນການຖ່າຍທອດຄວາມຮູ້, ຮ່ວມແນະນຳນັກສຶກສາປະລິນຍາເອກ, ໃຫ້ຄຳປຶກສາດ້ານເຕັກໂນໂລຊີ, ຝຶກອົບຮົມຊັບພະຍາກອນມະນຸດ ຫຼື ຊ່ວຍໃຫ້ວິສາຫະກິດຫວຽດນາມ ຫຍໍ້ເສັ້ນທາງໃນການເຂົ້າເຖິງເຕັກໂນໂລຊີໃໝ່.
ຈາກການເຄື່ອນໄຫວຕົວຈິງຂອງ ANSCENTER, ພວກເຮົາໄດ້ພັດທະນາບັນດາແພລດຟອມສຳລັບວິສະວະກອນກໍ່ສ້າງ, ນຳໃຊ້ຮູບແບບຢູ່ແຂວງດ້ຽນບຽນ ໃນການກວດກາຄຸນນະພາບການຜະລິດ, ການຕິດຕາມ ແລະ ບໍລິຫານຢ່າງສະຫຼາດ; ພ້ອມທັງຮ່ວມມືກັບບັນດາກຸ່ມບໍລິສັດສາກົນ ເຊັ່ນ Advantech, NVIDIA ເພື່ອແນະນຳ ແລະ ທົດລອງບັນດາວິທີແກ້ໄຂຢູ່ຫວຽດນາມ. ຄຸນຄ່າຂອງບັນດາກິດຈະກຳນີ້ ບໍ່ພຽງແຕ່ຢູ່ທີ່ຊອບແວ ຫຼື ເຕັກໂນໂລຊີ, ແຕ່ຍັງຢູ່ທີ່ການຊ່ວຍໃຫ້ວິສະວະກອນຫວຽດນາມ ເຂົ້າເຖິງຕ່ອງໂສ້ສະໜອງທົ່ວໂລກ ແລະ ຄ່ອຍໆກຳເຕັກໂນໂລຊີໄດ້ດ້ວຍຕົນເອງ.
ຈຸດທີ່ຂ້າພະເຈົ້າຕີລາຄາສູງທີ່ສຸດໃນມະຕິເລກທີ 23 ແມ່ນບາດກ້າວຫັນປ່ຽນຈາກ “ການເອົາໃຈໃສ່, ຂົນຂວາຍ” ໄປສູ່ “ການຮ່ວມເດີນທາງ, ສ້າງກົນໄກ”. ແຕ່ເພື່ອໃຫ້ການປ່ຽນແປງດ້ານແນວຄິດກາຍເປັນຜົນຕົວຈິງ, ຈຳເປັນຕ້ອງກ້າວໄປຕື່ມອີກບາດໜຶ່ງ: ຈາກ “ການຮຽກຮ້ອງ” ໄປສູ່ “ການສັ່ງວຽກ” ໃຫ້ແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ.
ແທນທີ່ຈະເຊີນຊວນແບບລວມໆ, ຄວນປະກາດບັນດາໂຈດສະເພາະຂອງປະເທດ, ກຳນົດໃຫ້ຈະແຈ້ງອົງການຮັບຜິດຊອບຫຼັກ, ຄວາມຕ້ອງການ, ງົບປະມານ ແລະ ຄວາມຄືບໜ້າ. ເມື່ອນັ້ນ, ຊ່ຽວຊານຢູ່ຕ່າງປະເທດ ຈະສາມາດຮູ້ໄດ້ຢ່າງວ່ອງໄວວ່າ ຕົນສາມາດເຮັດຫຍັງໄດ້, ຕ້ອງປະສານງານກັບໃຜ ແລະ ຜະລິດຕະພັນສຸດທ້າຍຕ້ອງບັນລຸຂໍ້ກຳນົດໃດ.
ພ້ອມກັນນັ້ນ, ຕ້ອງຮັບຮູ້ບັນດາຮູບແບບການປະກອບສ່ວນຈາກທາງໄກ ແລະ ແບບບໍ່ເຕັມເວລາ. ຊ່ຽວຊານຫວຽດນາມຢູ່ຕ່າງປະເທດສ່ວນໃຫຍ່ ບໍ່ສາມາດກັບຄືນປະເທດຢ່າງຖາວອນ ເນື່ອງຈາກຂໍ້ຜູກພັນດ້ານວຽກງານ ແລະ ຄອບຄົວ. ແຕ່ພວກເຂົາສາມາດເຂົ້າຮ່ວມໃນຖານະສາດສະດາຈານຮັບເຊີນ, ຮ່ວມເປັນຫົວໜ້າຫົວຂໍ້ຄົ້ນຄວ້າ, ສະມາຊິກສະພາ ຫຼື ທີ່ປຶກສາ ຫາກມີກົນໄກທີ່ເໝາະສົມ ແລະ ຂັ້ນຕອນການເຊັນສັນຍາ, ການຊຳລະເງິນຂ້າມຊາຍແດນທີ່ສະດວກ.
ອີກບັນຫາໜຶ່ງ ແມ່ນການຫຼຸດຜ່ອນ “ອຸປະສັກ” ດ້ານລະບຽບບໍລິຫານ. ຈຳເປັນຕ້ອງມີຫົວໜ່ວຍປະສານງານ ແລະ ແພລດຟອມດິຈິຕອນສຳລັບແຫຼ່ງຊັບພະຍາກອນມະນຸດຊາວຫວຽດນາມຢູ່ຕ່າງປະເທດ, ພ້ອມທັງແກ້ໄຂຢ່າງຄົບຊຸດບັນດາບັນຫາກ່ຽວກັບວີຊາໄລຍະຍາວ, ໃບອະນຸຍາດເຮັດວຽກ, ການຮັບຮອງປະລິນຍາ, ພາສີ ແລະ ຊັບສິນທາງປັນຍາ. ໃນຫຼາຍກໍລະນີ, ຄວາມກະຕືລືລົ້ນຢາກປະກອບສ່ວນ ອາດຈະຄ່ອຍໆຫຼຸດລົງຍ້ອນຂັ້ນຕອນລະບຽບການ ຫຼາຍກວ່າຍ້ອນການຂາດແຄນງົບປະມານ.
ໃນໄລຍະຍາວ, ຈຳເປັນຕ້ອງລົງທຶນໃຫ້ແກ່ຄົນຮຸ່ນໜຸ່ມເຊື້ອສາຍຫວຽດນາມ ຜ່ານທຶນການສຶກສາ, ການຝຶກງານ ແລະ ໂອກາດເຂົ້າຮ່ວມບັນດາໂຄງການສະເພາະຢູ່ຫວຽດນາມ. ນີ້ແມ່ນທຶນມະນຸດໃນໄລຍະຍາວ, ເຊິ່ງຈະກຳນົດຄວາມຜູກພັນຂອງປະຊາຄົມກັບບ້ານເກີດເມືອງນອນໃນຫຼາຍທົດສະວັດຕໍ່ໜ້າ.
ປະສິດທິຜົນຂອງນະໂຍບາຍດຶງດູດແຫຼ່ງກຳລັງຊາວຫວຽດນາມຢູ່ຕ່າງປະເທດ ກໍຕ້ອງວັດແທກດ້ວຍຈຳນວນໂຄງການທີ່ສຳເລັດ, ຈຳນວນເຕັກໂນໂລຊີທີ່ໄດ້ຮັບການຖ່າຍທອດ, ຈຳນວນຊັບພະຍາກອນມະນຸດທີ່ໄດ້ຮັບການຝຶກອົບຮົມ, ແທນທີ່ຈະເບິ່ງພຽງແຕ່ຈຳນວນກອງປະຊຸມ ຫຼື ການພົບປະ.
ປັນຍາຊົນຫວຽດນາມຢູ່ຕ່າງປະເທດ ບໍ່ຕ້ອງການສິດພິເສດໃດໆ. ສິ່ງທີ່ພວກເຮົາປາຖະໜາ ແມ່ນໄດ້ເຂົ້າຮ່ວມນັບແຕ່ຂັ້ນຕອນອອກແບບ, ໄດ້ຮັບຄວາມໄວ້ວາງໃຈ, ໄດ້ຮັບມອບໝາຍວຽກງານ ແລະ ໄດ້ເຫັນຄວາມພະຍາຍາມຂອງຕົນກາຍເປັນຜົນສຳເລັດອັນເປັນຮູບປະທຳໃຫ້ແກ່ປະເທດ.
ຍສໝ - ຈາກຫ້ອງຮຽນອອນໄລຢູ່ໂຮງຮຽນຮັກພາສາຫວຽດນາມ (ອົດສະຕາລີ), ປັນຍາປະດິດ (AI) ພວມກາຍເປັນ “ເພື່ອນ” ຊ່ວຍໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດນັບຮ້ອຍຄົນຄົ້ນພົບຄວາມງາມຂອງພາສາແມ່ຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະ ສ້າງສັນ. ຍ້ອນ AI, ແຕ່ລະບົດຮຽນ, ແຕ່ລະເລື່ອງ, ແຕ່ລະຮູບກາຍເປັນການເດີນທາງເຊື່ອມຕໍ່ເດັກນ້ອຍກັບບ້ານເກີດເມືອງນອນ. |
ຍສໝ - ປະຊາຄົມຊາວຫວຽດນາມຢູ່ມາເລເຊຍມີຄວາມພາກພູມໃຈຕໍ່ 40 ປີແຫ່ງການປະຕິຮູບຂອງຫວຽດນາມ, ໄດ້ເຫັນປະຈັກຕາເຖິງການພັດທະນາຢ່າງແຂງແຮງ ແລະ ຖານະບົດບາດສາກົນຂອງປະເທດທີ່ນັບມື້ນັບສູງຂຶ້ນ. |
ມິງດຶກ


