ການຕ່າງປະເທດຫວຽດນາມ: ທ່າທີໃໝ່, ຖານະໃໝ່

15:05 | 27/07/2026

ຍສໝ - ກອງປະຊຸມໃຫຍ່ພັກຄັ້ງທີ XIV ໄດ້ກຳນົດຢ່າງຈະແຈ້ງເຖິງຄວາມຮຽກຮ້ອງໃນການຍົກລະດັບວຽກງານການຕ່າງປະເທດ, ສ້າງການທູດທີ່ຮອບດ້ານ, ທັນສະໄໝ, ມີຄວາມສຳຄັນ, ດຳເນີນເປັນປົກກະຕິ, ເປັນຝ່າຍລິເລີ່ມສ້າງສັນ, ປະກອບສ່ວນ ແລະ ຄ່ອຍໆກຳນົດຮູບແບບສະພາບແວດລ້ອມສາກົນ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊາດ.

ການນຳພາຂອງພັກ ແລະ ລັດ ຖະຫວາຍທູບທຽນອາໄລຫາທ່ານປະທານ ໂຮ່ຈີມິນ ຂະຫຍາຍພື້ນທີ່ການພັດທະນາຫວຽດນາມໃນຍຸກໃໝ່
ການຕ່າງປະເທດຫວຽດນາມ: ທ່າທີໃໝ່, ຖານະໃໝ່
ທ່ານ ໂຕເລິມ ເລຂາທິການໃຫຍ່ ເປັນປະທານການຖະແຫຼງຂ່າວສາກົນ ເພື່ອແຈ້ງຜົນກອງປະຊຸມໃຫຍ່ພັກຄັ້ງທີ XIV, ວັນທີ 23 ມັງກອນ. (ພາບ: ກວາງຮວ່າ)

ການກຳນົດໃຫ້ຖືກຕ້ອງເຖິງເນື້ອໃນຂອງ “ການທູດຮອບດ້ານໃນລະດັບສູງໃໝ່” ບໍ່ພຽງແຕ່ມີຄວາມໝາຍທາງທິດສະດີເທົ່ານັ້ນ ແຕ່ຍັງມີຄວາມໝາຍທາງພາກປະຕິບັດຢ່າງເລິກເຊິ່ງ, ເປັນທິດທາງໃຫ້ແກ່ການປ່ຽນໃໝ່ແນວຄິດ, ປັບປຸງສະຖາບັນ, ສົ່ງເສີມພະລັງລວມຂອງທັງລະບົບການເມືອງ ແລະ ທົ່ວປະຊາຊາດ ໃນພາລະກິດການຕ່າງປະເທດ.

ໃນຍາມສັນຕິພາບ, ການທູດຕ້ອງກ້າວໄປກ່ອນ, “ແຕ່ຫົວທີ, ແຕ່ໄກ”, ເພື່ອປ້ອງກັນການປະທະ, ຍູ້ຖອຍສົງຄາມ, ຄືດັ່ງທີ່ປະທານ ໂຮ່ຈີມິນ ເຄີຍນຳໃຊ້ການທູດຢ່າງສະຫຼາດສະຫຼຽວໃນຊຸມປີ 1945-1946 ເພື່ອຍືດເວລາສັນຕິພາບໃຫ້ແກ່ປະເທດ, ກະກຽມຮັບມືກັບການປະທະກັບລັດທິອານານິຄົມຝຣັ່ງທີ່ບໍ່ອາດຫຼີກລ່ຽງໄດ້.

ໃນຊຸມປີ 1980, ການທູດໄດ້ຢືນຢູ່ແນວໜ້າ ນຳພາປະເທດໃຫ້ຫຼຸດພົ້ນຈາກການປິດລ້ອມ ແລະ ການຂວ້ຳບາດ. ຫຼືໃນ 40 ປີແຫ່ງການປ່ຽນໃໝ່ ແລະ ເຊື່ອມໂຍງສາກົນທີ່ຜ່ານມາ, ການທູດໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການປະຕິບັດຢ່າງມີໄຊຊະນະ ຕໍ່ແນວທາງການຕ່າງປະເທດທີ່ເປີດກວ້າງ, ຫຼາຍຝ່າຍ ແລະ ຫຼາກຫຼາຍຄວາມສຳພັນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ດຶງດູດແຫຼ່ງຊັບພະຍາກອນຈາກພາຍນອກ ເພື່ອພັດທະນາປະເທດ ແລະ ຍົກສູງຖານະຂອງຫວຽດນາມໃນເວທີສາກົນ.

ເຄື່ອງມືຍຸດທະສາດທີ່ສຳຄັນແຖວໜ້າ

ເມື່ອປະເທດກ້າວເຂົ້າສູ່ຍຸກໃໝ່ - ຍຸກແຫ່ງການຜົງຫົວຂຶ້ນ, ເລັ່ງພັດທະນາເພື່ອບັນລຸເປົ້າໝາຍກາຍເປັນປະເທດອຸດສາຫະກຳພັດທະນາໃນປີ 2045, ກອງປະຊຸມໃຫຍ່ພັກຄັ້ງທີ XIV ໄດ້ກຳນົດວ່າ ວຽກງານການຕ່າງປະເທດ ແລະ ການທູດ ຕ້ອງຖືກຍົກຂຶ້ນສູ່ລະດັບໃໝ່ ໃຫ້ສົມກັບຂະໜາດທາງປະຫວັດສາດ, ວັດທະນະທຳ ແລະ ຖານະໃໝ່ຂອງປະເທດ.

ການທູດຕ້ອງເປັນເຄື່ອງມືຍຸດທະສາດທີ່ສຳຄັນແຖວໜ້າ, ມີບົດບາດສຳຄັນ ແລະ ດຳເນີນເປັນປົກກະຕິ, ຢູ່ໃນລະດັບທຽບເທົ່າກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃນພາລະກິດປົກປ້ອງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາທີ່ຮັ່ງມີຂອງປະເທດ.

ການທູດໃນລະດັບສູງໃໝ່ ແມ່ນການທູດທີ່ມີບົດບາດນຳໜ້າໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ປົກປ້ອງປະເທດຊາດແຕ່ຫົວທີ, ແຕ່ໄກ, ນັບແຕ່ເວລາທີ່ປະເທດຍັງບໍ່ຢູ່ໃນພາວະອັນຕະລາຍ; ນຳໜ້າໃນການເລັ່ງຜັກດັນການເຊື່ອມໂຍງສາກົນ, ລະດົມແຫຼ່ງຊັບພະຍາກອນ, ໂດຍສະເພາະວິທະຍາສາດ - ເຕັກໂນໂລຊີຈາກພາຍນອກ ເພື່ອພັດທະນາປະເທດ; ແລະ ນຳໜ້າໃນການຍົກສູງຖານະ, ຊື່ສຽງ ແລະ ບົດບາດຂອງຫວຽດນາມ ໃນການເມືອງໂລກ, ເສດຖະກິດໂລກ ແລະ ອາລະຍະທຳຂອງມະນຸດຊາດ.

ການທູດໃນລະດັບສູງໃໝ່ ບໍ່ອາດເປັນພຽງການທູດທີ່ປັບຕົວໃຫ້ເຂົ້າກັບສະພາບແວດລ້ອມສາກົນອີກຕໍ່ໄປ, ແຕ່ຕ້ອງຖືກຍົກຂຶ້ນເປັນການທູດທີ່ສາມາດກຳນົດຮູບແບບສະພາບແວດລ້ອມສາກົນ ແລະ ພາກພື້ນ. ມະຕິເລກທີ 59 ຂອງກົມການເມືອງ ປີ 2025 ໄດ້ເນັ້ນໜັກຄວາມຮຽກຮ້ອງໃຫ້ຫວຽດນາມເຂົ້າຮ່ວມຢ່າງລິເລີ່ມ ແລະ ມີຄວາມຮັບຜິດຊອບຫຼາຍຂຶ້ນ ໃນບັນດາກົນໄກພາກພື້ນ ແລະ ລະດັບໂລກ, ຄ່ອຍໆປະກອບສ່ວນ ແລະ ກຳນົດ “ກົດເກນສາກົນ”, ຫັນປ່ຽນຢ່າງແຮງຈາກສະພາບ “ເຂົ້າຮ່ວມ, ປັບຕົວ” ໄປສູ່ແນວຄິດ “ລິເລີ່ມສ້າງສັນ ແລະ ປະກອບສ່ວນ”.

ຮອບດ້ານໃນທຸກຂົງເຂດ

ການທູດໃນຍຸກໃໝ່ ຕ້ອງສືບຕໍ່ເປັນການທູດຮອບດ້ານ ທີ່ໄດ້ຖືກຜັນຂະຫຍາຍໃນຕົວຈິງມາແລ້ວກວ່າ 15 ປີ, ແຕ່ຕ້ອງຖືກຍົກຂຶ້ນສູ່ລະດັບໃໝ່ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງໃໝ່, ໃນເງື່ອນໄຂທີ່ການພົວພັນສາກົນນັບມື້ນັບຫຼາກຫຼາຍ, ຫຼາຍມິຕິ, ຫຼາຍຕົວລະຄອນ, ຫຼາຍຂົງເຂດ ແລະ ມີຫຼາຍພາກສ່ວນສັງຄົມເຂົ້າຮ່ວມ, ຮຽກຮ້ອງແນວທາງເຂົ້າຫາທີ່ຮອບດ້ານ, ສັງລວມ ແລະ ຂ້າມຂະແໜງ ເພື່ອປະສິດທິຜົນດ້ານການຕ່າງປະເທດ, ພ້ອມທັງນຳໃຊ້ບົດຮຽນທາງປະຫວັດສາດ ກ່ຽວກັບການສົ່ງເສີມພະລັງລວມ, ສົມທົບພະລັງຂອງຊາດກັບພະລັງຂອງຍຸກສະໄໝໃນໄລຍະຜ່ານມາ.

ການທູດມີລັກສະນະຮອບດ້ານ ກ່ອນອື່ນໝົດຢູ່ທີ່ຜູ້ດຳເນີນງານ ແລະ ກຳລັງທີ່ເຂົ້າຮ່ວມວຽກງານການຕ່າງປະເທດ. ກອງປະຊຸມໃຫຍ່ພັກຄັ້ງທີ XIII ໄດ້ກຳນົດການສ້າງການທູດຮອບດ້ານ ແລະ ທັນສະໄໝ ໂດຍມີ 3 ຊ່ອງທາງຫຼັກ ຄື: ການຕ່າງປະເທດຂອງພັກ, ການທູດຂອງລັດ ແລະ ການຕ່າງປະເທດປະຊາຊົນ.

ການທູດບໍ່ແມ່ນວຽກງານສະເພາະຂອງຂະແໜງໃດໜຶ່ງອີກຕໍ່ໄປ, ແຕ່ແມ່ນການປະສານງານຂອງທັງລະບົບການເມືອງ, ໃນນັ້ນ ພັກມີບົດບາດນຳພາ, ກະຊວງການຕ່າງປະເທດມີບົດບາດຫຼັກ ແລະ ເປັນມືອາຊີບ, ໃນຂະນະທີ່ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການສັງຄົມ ມີບົດບາດປະສານສົມທົບ. ແຕ່ລະກຳລັງລ້ວນແຕ່ມີບົດບາດສະເພາະຂອງຕົນ ແຕ່ປະສານກັນຢ່າງກົມກຽວ, ເປັນເອກະພາບໃນເປົ້າໝາຍ ແລະ ການກະທຳ.

ການຕ່າງປະເທດຫວຽດນາມ: ທ່າທີໃໝ່, ຖານະໃໝ່
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໃນໂອກາດທີ່ທ່ານຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີເປີດໃຫ້ລົງນາມໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີ (ສົນທິສັນຍາຮ່າໂນ້ຍ), ວັນທີ 25 ຕຸລາ 2025.

ຄວາມຮອບດ້ານ ຍັງສະແດງອອກໃນດ້ານວັດຖຸເປົ້າໝາຍ ແລະ ຂອບເຂດການດຳເນີນງານ ໂດຍຂະຫຍາຍຄວາມຮ່ວມມືຄອບຄຸມທຸກປະເທດ, ອົງການສາກົນ, ອົງການບໍ່ສັງກັດລັດ, ບໍລິສັດຂ້າມຊາດ, ວົງການຄົ້ນຄວ້າ… ໃນທຸກທະວີບ, ໃນນັ້ນໃຫ້ຄວາມສຳຄັນແກ່ບັນດາປະເທດເພື່ອນບ້ານ, ປະເທດມະຫາອຳນາດ, ໝູ່ມິດດັ້ງເດີມ ແລະ ຄູ່ຮ່ວມມືທີ່ມີທ່າແຮງສູງ.

ຄວາມຮອບດ້ານ ຍັງສະແດງອອກຜ່ານວິທີການດຳເນີນງານ: ການທູດສອງຝ່າຍ ມີບົດບາດຫຼັກໃນການຊຸກຍູ້ການພົວພັນກັບບັນດາປະເທດ, ໃນຂະນະທີ່ການທູດຫຼາຍຝ່າຍ ມີບົດບາດສຳຄັນໃນການຍົກສູງຖານະຂອງປະເທດ ແລະ ຈຳເປັນຕ້ອງຍົກລະດັບ ເພື່ອບໍ່ພຽງແຕ່ເຂົ້າຮ່ວມ ແຕ່ຕ້ອງລິເລີ່ມສ້າງ ແລະ ຄ່ອຍໆກຳນົດ “ກົດເກນຂອງເກມ” ໃນບັນດາເວທີພາກພື້ນ ແລະ ໂລກ (ສະຫະປະຊາຊາດ, ອາຊຽນ, APEC…) ຕາມຄຳສັ່ງເລກທີ 25 ຂອງຄະນະເລຂາທິການກາງພັກ ປີ 2018.

ໂດຍສະເພາະ, ຄວາມຮອບດ້ານ ຍັງສະແດງອອກໃນຂົງເຂດ ແລະ ເຄື່ອງມືການດຳເນີນງານ ປະກອບມີ: ການທູດການເມືອງ; ການທູດເສດຖະກິດ - ວິທະຍາສາດ ແລະ ເຕັກໂນໂລຊີ; ການທູດວັດທະນະທຳ ແລະ ການໂຄສະນາຕ່າງປະເທດ; ວຽກງານຊຸມຊົນຊາວຫວຽດນາມໃນຕ່າງປະເທດ.

ໃນນັ້ນ, ການທູດເສດຖະກິດ ແລະ ເຕັກໂນໂລຊີ ຖືກກຳນົດເປັນແນວໜ້າ ແລະ ເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ. ໃນໄລຍະອັນໃກ້ນີ້ ແມ່ນເພື່ອຮັບໃຊ້ເປົ້າໝາຍການເຕີບໂຕເປັນສອງຕົວເລກ, ສະໜັບສະໜູນການຫັນປ່ຽນຄັ້ງໃຫຍ່ 4 ດ້ານຂອງປະເທດ (ການຫັນປ່ຽນສູ່ດີຈີຕອນ, ສີຂຽວ, ພະລັງງານ ແລະ ຮູບແບບການເຕີບໂຕ), ໂດຍໃຫ້ຄວາມສຳຄັນເປັນພິເສດຕໍ່ການເຊື່ອມຕໍ່ກັບບັນດາບໍລິສັດເຕັກໂນໂລຊີຂະໜາດໃຫຍ່ ໃນຂົງເຂດ AI, ສານກຶ່ງຕົວນຳ ແລະ ເຕັກໂນໂລຊີຄວອນຕຳ.

ມະຕິເລກທີ 59 ຂອງກົມການເມືອງ ໄດ້ລະບຸຢ່າງຈະແຈ້ງວ່າ ໜ້າທີ່ຂອງການທູດເສດຖະກິດ ແມ່ນການນຳໃຊ້ບັນດາຄວາມຕົກລົງການຄ້າເສລີທີ່ໄດ້ລົງນາມແລ້ວໃຫ້ເກີດປະໂຫຍດສູງສຸດ, ຂະຫຍາຍ ແລະ ເຂົ້າເຖິງຕະຫຼາດທີ່ມີທ່າແຮງ (ຕາເວັນອອກກາງ, ລາຕິນອາເມລິກາ, ອາຊີກາງ…), ຊຸກຍູ້ການກະຈາຍຕະຫຼາດ, ຜະລິດຕະພັນ ແລະ ຕ່ອງໂສ້ການສະໜອງ, ພ້ອມທັງສະໜັບສະໜູນວິສາຫະກິດຫວຽດນາມ ໃຫ້ເຂົ້າຮ່ວມເລິກເຂົ້າໃນຕ່ອງໂສ້ການຜະລິດ ແລະ ການສະໜອງຂອງໂລກ.

ການທູດດ້ານເຕັກໂນໂລຊີ ຕ້ອງມຸ່ງເນັ້ນການຊຸກຍູ້ຄວາມຮ່ວມມືສາກົນໃນຂົງເຂດເຕັກໂນໂລຊີຍຸດທະສາດ; ດຶງດູດບັນດາຊ່ຽວຊານ ແລະ ປັນຍາຊົນຊາວຫວຽດນາມ ໃຫ້ມີສ່ວນຮ່ວມສ້າງສາປະເທດຊາດ; ແລະ ສ້າງເຄືອຂ່າຍຄູ່ຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ ໃນລະດັບໂລກ.

ທີມງານພະນັກງານ “ທັງດີທາງການເມືອງ ແລະ ເກັ່ງທາງວິຊາຊີບ”

ເພື່ອເຮັດໃຫ້ບົດບາດຂອງການທູດຮອບດ້ານໃນລະດັບສູງໃໝ່ ກາຍເປັນຄວາມຈິງ, ຈຳເປັນຕ້ອງມີມາດຕະການຢ່າງພ້ອມພຽງ ຕັ້ງແຕ່ການຮັບຮູ້, ລະບົບກົດໝາຍ ຈົນເຖິງການສ້າງທີມງານພະນັກງານການຕ່າງປະເທດທີ່ເປັນມືອາຊີບ. ຕ້ອງສ້າງຄວາມເປັນເອກະພາບໃນການຮັບຮູ້ທົ່ວທັງລະບົບການເມືອງ ກ່ຽວກັບພາລະກິດ ແລະ ເປົ້າໝາຍດ້ານການຕ່າງປະເທດ ຕາມແນວທາງຂອງກອງປະຊຸມໃຫຍ່ພັກຄັ້ງທີ XIV. ຕ້ອງຮີບຮ້ອນປ່ຽນແນວທາງການຕ່າງປະເທດຂອງພັກ ໃຫ້ເປັນບັນດາເອກະສານນິຕິກຳຂອງລັດ. ພ້ອມກັນນັ້ນ ຕ້ອງສ້າງໂຄງສ້າງພື້ນຖານດ້ານການຕ່າງປະເທດທີ່ທັນສະໄໝ, ຊຸກຍູ້ການຫັນປ່ຽນສູ່ດີຈີຕອນ ແລະ ການນຳໃຊ້ປັນຍາປະດິດ (AI) ໃນວຽກງານການທູດ.

ໂດຍສະເພາະ, ຖ້າຕ້ອງການມີການທູດຮອບດ້ານໃນລະດັບສູງໃໝ່, ກ່ອນອື່ນໝົດ ຕ້ອງມີທີມງານພະນັກງານການທູດທີ່ສອດຄ່ອງ. ນີ້ຕ້ອງເປັນທີມງານ “ທັງດີທາງການເມືອງ ແລະ ເກັ່ງທາງວິຊາຊີບ”, ມີຈຸດຢືນທາງການເມືອງທີ່ໝັ້ນຄົງ, ຊື່ສັດຕໍ່ຜົນປະໂຫຍດຂອງຊາດ ແລະ ປະຊາຊາດ, ພ້ອມທັງມີແນວຄິດຍຸດທະສາດ, ຄວາມຮູ້ວິຊາການເລິກເຊິ່ງ, ທັກສະພາສາຕ່າງປະເທດດີ ແລະ ຄວາມສາມາດປັບຕົວຢ່າງວ່ອງໄວຕໍ່ການປ່ຽນແປງຂອງໂລກ.

ພະນັກງານການທູດໃນຍຸກໃໝ່ ບໍ່ສາມາດມີພຽງຄວາມຊຳນານໃນວຽກພິທີການ, ເອກະສານຂັ້ນຕອນ ຫຼື ການເຈລະຈາເທົ່ານັ້ນ, ແຕ່ຕ້ອງເປັນ “ຜູ້ວາງນະໂຍບາຍ”, ມີຄວາມສາມາດໃນການຄົ້ນຄວ້າ, ວິເຄາະ, ຄາດຄະເນ ແລະ ສະເໜີແນວທາງແກ້ໄຂໃນລະດັບຍຸດທະສາດ. ພວກເຂົາຕ້ອງມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເສດຖະກິດສາກົນ, ກົດໝາຍສາກົນ ພ້ອມທັງຂົງເຂດໃໝ່ໆ ເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ຂໍ້ມູນ, ວັດທະນະທຳດີຈີຕອນ, ປັນຍາປະດິດ, ສານກຶ່ງຕົວນຳ, ການຫັນປ່ຽນສີຂຽວ ແລະ ຕ່ອງໂສ້ການສະໜອງ.

ການຕ່າງປະເທດຫວຽດນາມ: ທ່າທີໃໝ່, ຖານະໃໝ່
ການທູດຮອບດ້ານໃນລະດັບສູງໃໝ່ ແມ່ນການສືບຕໍ່ພັດທະນາການທູດຂອງຫວຽດນາມໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນ, ແຕ່ຢູ່ໃນລະດັບທີ່ສູງກວ່າ.

ການສ້າງທີມງານຕ້ອງເລີ່ມຈາກການຄັດເລືອກ, ການຝຶກອົບຮົມ, ການບຳລຸງສ້າງ ແລະ ການໝູນວຽນພະນັກງານ ຕາມແນວທາງທີ່ເນັ້ນຄຸນນະພາບຢ່າງແທ້ຈິງ, ມີຄວາມຮູ້ຫຼາຍສາຂາ ແລະ ສ້າງເງື່ອນໄຂໃຫ້ພະນັກງານການທູດໄດ້ຮັບການຝຶກຝົນໃນພາກປະຕິບັດຕົວຈິງ, ຜ່ານສະພາບແວດລ້ອມທີ່ຫຼາກຫຼາຍ ຕັ້ງແຕ່ວຽກງານສອງຝ່າຍ ຈົນເຖິງຫຼາຍຝ່າຍ, ຈາກດ້ານການເມືອງ ເຖິງເສດຖະກິດ, ວັດທະນະທຳ, ເຕັກໂນໂລຊີ ແລະ ວຽກງານຊາວຫວຽດນາມໃນຕ່າງປະເທດ.

ພະລັງແທ້ຈິງແມ່ນ “ຄ້ອງ”, ການທູດແມ່ນ “ສຽງ”. ກໍ່ຕໍ່ເມື່ອທີມງານການທູດມີພື້ນຖານທີ່ເຂັ້ມແຂງ, ຊື່ສຽງຂອງການທູດຫວຽດນາມ ຈຶ່ງຈະສາມາດແຜ່ໄກ, ນຳພາປະເທດຊາດກ້າວເດີນຢ່າງໝັ້ນຄົງ ເພື່ອຢືນຄຽງບ່າຄຽງໄຫລ່ກັບບັນດາມະຫາອຳນາດຂອງໂລກ.

ໂດຍສະຫຼຸບແລ້ວ, ການທູດຮອບດ້ານໃນລະດັບສູງໃໝ່ ແມ່ນການສືບຕໍ່ພັດທະນາການທູດຂອງຫວຽດນາມໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງສາກົນ, ແຕ່ຢູ່ໃນລະດັບທີ່ສູງກວ່າ, ໃນນັ້ນ ວຽກງານການຕ່າງປະເທດ ບໍ່ພຽງແຕ່ມຸ່ງໝາຍປັບຕົວຕໍ່ການປ່ຽນແປງຂອງໂລກເທົ່ານັ້ນ, ແຕ່ຍັງລິເລີ່ມປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ລະດົມແຫຼ່ງຊັບພະຍາກອນເພື່ອການພັດທະນາໃຫ້ໄດ້ສູງສຸດ, ພ້ອມທັງຍົກສູງຖານະ ແລະ ຊື່ສຽງຂອງປະເທດ.

ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຈຳເປັນຕ້ອງມີການນຳພາຢ່າງເປັນເອກະພາບຂອງພັກ, ການປະສານງານຢ່າງສອດຄ່ອງຂອງທັງລະບົບການເມືອງ, ການມີສ່ວນຮ່ວມຂອງທຸກຂະແໜງ, ທຸກຂັ້ນ ແລະ ທຸກກຳລັງ, ຄຽງຄູ່ກັບທີມງານພະນັກງານການຕ່າງປະເທດ ທີ່ມີຄວາມກ້າຫານທາງການເມືອງ, ສະຕິປັນຍາ, ວິໄສທັດ ແລະ ຄວາມສາມາດໃນການລົງມືປະຕິບັດ.

ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ ຖະຫວາຍທູບທຽນລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ
ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ.
ຄວາມພະຍາຍາມຜັກດັນຊຸດເສື້ອຍາວຫວຽດນາມ ໃຫ້ໄດ້ຮັບການຂຶ້ນທະບຽນເປັນມໍລະດົກຂອງ UNESCO ຄວາມພະຍາຍາມຜັກດັນຊຸດເສື້ອຍາວຫວຽດນາມ ໃຫ້ໄດ້ຮັບການຂຶ້ນທະບຽນເປັນມໍລະດົກຂອງ UNESCO
ຍສໝ - ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ໄດ້ສະເໜີໃຫ້ສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ ປະສານງານກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລັ່ງສ້າງເອກະສານສະເໜີໃຫ້ UNESCO ຂຶ້ນທະບຽນຊຸດເສື້ອຍາວຫວຽດນາມ ເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມະນຸດ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ