| ຄວາມພະຍາຍາມຜັກດັນຊຸດເສື້ອຍາວຫວຽດນາມ ໃຫ້ໄດ້ຮັບການຂຶ້ນທະບຽນເປັນມໍລະດົກຂອງ UNESCO ການນຳພາຂອງພັກ ແລະ ລັດ ຖະຫວາຍທູບທຽນອາໄລຫາທ່ານປະທານ ໂຮ່ຈີມິນ |
![]() |
| ສ້າງສັນພື້ນທີ່ການພັດທະນາໃໝ່ ໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ຂໍ້ມູນ ແລະ ນະວັດຕະກຳ |
ໃນສະພາບທີ່ໂລກກຳລັງປະສົບກັບການປ່ຽນແປງອັນເລິກເຊິ່ງ ພາຍໃຕ້ຜົນກະທົບຈາກການຫັນປ່ຽນສູ່ດີຈີຕອນ, ການຫັນປ່ຽນສີຂຽວ, ປັນຍາປະດິດ, ການປ່ຽນແປງສະພາບດິນຟ້າອາກາດ, ສັງຄົມຜູ້ສູງອາຍຸ ແລະ ການແຂ່ງຂັນທາງຍຸດທະສາດລະຫວ່າງບັນດາມະຫາອຳນາດ, ຂໍ້ກຳນົດໃນການປ່ຽນແປງແນວຄິດກ່ຽວກັບພື້ນທີ່ການພັດທະນາ ກຳລັງກາຍເປັນບັນຫາທີ່ມີຄວາມໝາຍດ້ານຍຸດທະສາດສຳລັບຫວຽດນາມ.
ຖ້າໃນອະດີດ ພື້ນທີ່ການພັດທະນາມັກຖືກພິຈາລະນາໃນດ້ານພູມສາດ ແລະ ອານາເຂດເປັນຫຼັກ, ແຕ່ໃນຍຸກໃໝ່ ແນວຄິດນີ້ຈຳເປັນຕ້ອງຖືກເຂົ້າເຖິງໃນທິດທາງທີ່ເປີດກວ້າງ, ບູລະນາການ ແລະ ຫຼາຍມິຕິກວ່າເກົ່າ.
ນອກຈາກພື້ນທີ່ບົກແບບດັ້ງເດີມແລ້ວ, ພື້ນທີ່ດີຈີຕອນ, ຂໍ້ມູນ, ທະເລ, ພື້ນທີ່ໃຕ້ດິນ, ນະວັດຕະກຳ, ວິທະຍາສາດ-ເຕັກໂນໂລຊີ ແລະ ການຮ່ວມມືສາກົນ ກຳລັງກ້າວຂຶ້ນເປັນແຫຼ່ງກຳລັງ ແລະ ແຮງຂັບເຄື່ອນການເຕີບໂຕໃໝ່ຂອງຫຼາຍປະເທດ.
ຄວາມເປັນຈິງດ້ານການພັດທະນາສະແດງໃຫ້ເຫັນວ່າ ບັນດາປະເທດທີ່ປະສົບຜົນສຳເລັດໃນຍຸກດີຈີຕອນ ບໍ່ໄດ້ອາໄສພຽງແຕ່ຂໍ້ໄດ້ປຽບດ້ານຊັບພະຍາກອນ ຫຼື ທີ່ຕັ້ງທາງພູມສາດ, ແຕ່ຍັງຮູ້ຈັກສ້າງສັນພື້ນທີ່ການພັດທະນາໃໝ່ ໂດຍອີງໃສ່ຄວາມຮູ້, ເຕັກໂນໂລຊີ, ຂໍ້ມູນ, ນະວັດຕະກຳ ແລະ ຄວາມສາມາດດ້ານການບໍລິຫານ.
ນີ້ກໍແມ່ນຂໍ້ກຳນົດທີ່ຫວຽດນາມຕ້ອງປະຕິບັດໃນຂະບວນການເຮັດໃຫ້ເປົ້າໝາຍການພັດທະນາຢ່າງວ່ອງໄວ ແລະ ຍືນຍົງເປັນຈິງ, ມຸ່ງສູ່ການເປັນປະເທດພັດທະນາທີ່ມີລາຍຮັບສູງໃນກາງສະຕະວັດທີ XXI.
ໃນສະພາບດັ່ງກ່າວ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນສູ່ດີຈີຕອນ ໄດ້ຖືກກຳນົດເປັນແຮງຂັບເຄື່ອນສຳຄັນ ເພື່ອສ້າງຮູບຮ່າງພື້ນທີ່ການພັດທະນາໃໝ່, ຍົກສູງຜະລິດຕະພາບແຮງງານ, ຂີດຄວາມສາມາດໃນການແຂ່ງຂັນ ແລະ ຄວາມສາມາດປັບຕົວຂອງເສດຖະກິດ.
ການພັດທະນາພື້ນທີ່ດີຈີຕອນ, ໂຄງສ້າງພື້ນຖານຂໍ້ມູນ, ບັນດາສູນນະວັດຕະກຳ, ພ້ອມທັງການຄອບຄອງເຕັກໂນໂລຊີຍຸດທະສາດ ຖືກພິຈາລະນາເປັນພື້ນຖານສຳຄັນ ເພື່ອຂະຫຍາຍຂອບເຂດການເຕີບໂຕໃນໄລຍະຕໍ່ໄປ.
ບັນດາຜູ້ຊ່ຽວຊານເຫັນວ່າ ຫວຽດນາມຈຳເປັນຕ້ອງປ່ຽນຈາກແນວຄິດການນຳໃຊ້ພື້ນທີ່ການພັດທະນາທີ່ມີຢູ່ ມາເປັນການປັບໂຄງສ້າງພື້ນທີ່ແບບດັ້ງເດີມຢ່າງຕັ້ງໜ້າ, ພ້ອມກັນນັ້ນສ້າງສັນພື້ນທີ່ການພັດທະນາໃໝ່ ໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ຂໍ້ມູນ, ສະຖາບັນທີ່ທັນສະໄໝ ແລະ ຂີດຄວາມສາມາດການບໍລິຫານທີ່ມີປະສິດທິຜົນ. ນີ້ບໍ່ພຽງແຕ່ເປັນຂໍ້ກຳນົດຂອງຂະບວນການພັດທະນາພາຍໃນປະເທດເທົ່ານັ້ນ, ແຕ່ຍັງເປັນເງື່ອນໄຂໃຫ້ຫວຽດນາມຍົກສູງຖານະຂອງຕົນໃນຫ່ວງໂສ້ມູນຄ່າໂລກ ແລະ ປັບຕົວຕໍ່ການຜັນແປຂອງສະພາບແວດລ້ອມສາກົນທີ່ນັບມື້ນັບຄາດເດົາໄດ້ຍາກ.
ດັ່ງນັ້ນ, ການຄົ້ນຄວ້າພື້ນຖານທາງທິດສະດີ, ປະສົບການສາກົນ ແລະ ມາດຕະການນະໂຍບາຍ ເພື່ອຈັດຕັ້ງ ແລະ ບໍລິຫານພື້ນທີ່ການພັດທະນາຢ່າງມີປະສິດທິຜົນ ກຳລັງກາຍເປັນໜ້າທີ່ອັນຮີບດ່ວນ.
ເພື່ອປະກອບສ່ວນເຮັດໃຫ້ບັນຫາເຫຼົ່ານີ້ແຈ່ມແຈ້ງຂຶ້ນ, ວັນທີ 28 ກໍລະກົດ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ຮ່ວມກັບສະຖານເອກອັກຄະລັດຖະທູດອີຕາລີ ແລະ ສະຖານເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ ຈະຮ່ວມກັນຈັດກອງປະຊຸມສຳມະນາສາກົນ ຫົວຂໍ້ “ພື້ນທີ່ການພັດທະນາຫວຽດນາມໃນຍຸກໃໝ່: ທິດທາງຍຸດທະສາດ ແລະ ທາງເລືອກດ້ານນະໂຍບາຍ”.
ສິ່ງທີ່ໜ້າສົນໃຈ ແມ່ນກອງປະຊຸມສຳມະນານີ້ ຖືກຈັດຂຶ້ນທັນທີຫຼັງກອງປະຊຸມຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIV. ຄາດວ່າກອງປະຊຸມຈະມີຜູ້ແທນປະມານ 200 ທ່ານ ຊຶ່ງເປັນນັກວິທະຍາສາດ, ຜູ້ຊ່ຽວຊານ, ຜູ້ບໍລິຫານ, ຜູ້ແທນຈາກບັນດາອົງການສູນກາງ, ທ້ອງຖິ່ນ, ວິສາຫະກິດ ພ້ອມດ້ວຍນັກວິຊາການສາກົນຫຼາຍທ່ານຈາກອີຕາລີ, ຍີ່ປຸ່ນ, ສ. ເກົາຫຼີ ແລະ ບາງປະເທດອື່ນໆ.
ບັນດາກອງປະຊຸມຍ່ອຍ ຈະສຸມໃສ່ຫຼາຍເນື້ອໃນສຳຄັນ ເຊັ່ນ ພື້ນຖານທາງທິດສະດີ ແລະ ພາກປະຕິບັດຂອງພື້ນທີ່ການພັດທະນາ; ການບໍລິຫານພື້ນທີ່ການພັດທະນາ ແລະ ຊັບພະຍາກອນແຫ່ງຊາດຢ່າງເປັນເອກະພາບ; ການພັດທະນາພື້ນທີ່ດີຈີຕອນ, ພື້ນທີ່ທະເລ, ພື້ນທີ່ໃຕ້ດິນ ແລະ ຮູບແບບການພັດທະນາໃໝ່; ການປະຕິຮູບສະຖາບັນ, ການພັດທະນາພາກພື້ນ ແລະ ການເຊື່ອມໂຍງພາກພື້ນ; ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນສູ່ດີຈີຕອນ, ພ້ອມທັງປະສົບການສາກົນ ແລະ ຂໍ້ສະເໜີແນະດ້ານນະໂຍບາຍສຳລັບຫວຽດນາມ.
ນອກຈາກສອງກອງປະຊຸມສະເພາະດ້ານແລ້ວ, ຍັງຈະມີກອງປະຊຸມສົນທະນາດ້ານນະໂຍບາຍ ໂດຍມີການເຂົ້າຮ່ວມຂອງຜູ້ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ເພື່ອແລກປ່ຽນໂດຍກົງກ່ຽວກັບແນວທາງຍຸດທະສາດໃນການຂະຫຍາຍພື້ນທີ່ການພັດທະນາແຫ່ງຊາດໃນສະພາບໃໝ່.
ຕາມຄະນະຈັດຕັ້ງ, ບົດນຳສະເໜີ ແລະ ຂໍ້ສະເໜີແນະຂອງບັນດາຜູ້ຊ່ຽວຊານ ຈະຖືກສັງລວມເປັນບົດລາຍງານນະໂຍບາຍ ສົ່ງໃຫ້ບັນດາອົງການທີ່ມີອຳນາດ. ຜົນຂອງກອງປະຊຸມ ຄາດວ່າຈະສະໜອງຫຼັກຖານທາງວິທະຍາສາດ ແລະ ພາກປະຕິບັດເພີ່ມຕື່ມ ເພື່ອຮັບໃຊ້ວຽກງານໃຫ້ຄຳປຶກສາດ້ານຍຸດທະສາດແກ່ພັກ, ລັດ ແລະ ບັນດາທ້ອງຖິ່ນ, ປະກອບສ່ວນຜັນຂະຫຍາຍຢ່າງມີປະສິດທິຜົນມະຕິກອງປະຊຸມໃຫຍ່ພັກຄັ້ງທີ XIV ແລະ ບັນດາຂໍ້ຕົກລົງຂອງກອງປະຊຸມສູນກາງຄັ້ງທີ 3 ຊຸດທີ XIV, ສ້າງແຮງຂັບເຄື່ອນໃຫ້ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງໃນຍຸກໃໝ່.
ຍສໝ - ຂະບວນການດັ່ງກ່າວມີຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງສາມປະເທດ, ຕີລາຄາສະພາບຕົວຈິງ, ຊອກຫາຂໍ້ຫຍຸ້ງຍາກໃນຂະບວນການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເພື່ອສະເໜີມາດຕະການສົ່ງເສີມການພັດທະນາການທ່ອງທ່ຽວໃນໄລຍະຕໍ່ໄປ. |
ຍສໝ - ຄະນະຜູ້ແທນສະຫະພັນແຮງງານຫວຽດນາມ ໄດ້ຖະຫວາຍທູບທຽນ ເພື່ອລະນຶກເຖິງບັນດາວີລະຊົນພົນສະຫຼະ ຢູ່ສຸສານວີລະຊົນພົນສະຫຼະສາກົນ ຫວຽດນາມ - ລາວ. |
ມິງດຶກ
