ການນຳພາຂອງພັກ ແລະ ລັດ ຖະຫວາຍທູບທຽນອາໄລຫາທ່ານປະທານ ໂຮ່ຈີມິນ

14:28 | 27/07/2026

ຍສໝ - ເນື່ອງໃນໂອກາດຄົບຮອບ 79 ປີ ວັນທະຫານຜູ້ບາດເຈັບ-ນັກຮົບຜູ້ເສຍສະລະຊີວິດເພື່ອຊາດ (27/7/1947-27/7/2026), ໃນຕອນເຊົ້າຂອງວັນທີ 26 ກໍລະກົດ, ຄະນະຜູ້ແທນຄະນະກຳມະການບໍລິຫານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ ແລະ ລັດຖະບານ ໄດ້ ຖະຫວາຍທູບທຽນ, ລະນຶກຄຸນບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດຢູ່ອະນຸສາວະລີລະນຶກບັນດາວີລະຊົນພົນສະຫຼະ ຖະໜົນ ບັກເຊີນ (ນະຄອນຮ່າໂນ້ຍ), ວາງພວງມາລາ ແລະ ເຂົ້າຄາລະວະສຸສານປະທານ ໂຮ່ຈີມິນ.

ຂີດໝາຍ 100 ປີ​ແຫ່ງວັນສື່ມວນຊົນປະຕິວັດຫວຽດ​ນາມ ໂດຍພິທີ​ສະ​ເຫຼີມ​ສະ​ຫຼອງດ້ວຍການມີໜາ້ຂອງການ​ນຳ​ພັກ ແລະ ລັດ. ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້: ຄວາມຮຽກຮ້ອງຕ້ອງການຈາກຕົວຈິງ ແລະ ທິດທາງຍຸດທະສາດໃນຍຸກສະໄໝໃໝ່
ການນຳພາຂອງພັກ ແລະ ລັດ ຖະຫວາຍທູບທຽນອາໄລຫາທ່ານປະທານ ໂຮ່ຈີມິນ
ຄະນະການນຳພາຂອງພັກ ແລະ ລັດ ວາງພວງມາລາຢູ່ອະນຸສາວະລີອາໄລຫາບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຖະໜົນ ບັກເຊີນ (ບາດິ່ງ, ຮ່າໂນ້ຍ). ພາບ:ເຍີດບັກ

ຜູ້ທີ່ເຂົ້າຮ່ວມພິທີອາໄລຫາ ປະກອບມີບັນດາສະຫາຍກຳມະການການເມືອງ ຄື: ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ; ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກີມຕູ໋ ຄະນະປະຈຳຄະນະເລຂາທິການສູນກາງພັກ. ເຂົ້າຮ່ວມພິທີ ຍັງມີອະດີດເລຂາທິການໃຫຍ່ ທ່ານ ນົງດຶກແມ້ງ; ອະດີດປະທານປະເທດ ທ່ານ ເລືອງເກື່ອງ; ອະດີດນາຍົກລັດຖະມົນຕີ ທ່ານ ຟ້າມມິງຈິ່ງ; ອະດີດປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ; ພ້ອມດ້ວຍບັນດາສະຫາຍກຳມະການການເມືອງ, ເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາສະຫາຍການນຳ ແລະ ອະດີດການນຳຂອງພັກ, ລັດ, ບັນດາກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງສູນກາງ ເຂົ້າຮ່ວມພິທີອາໄລຫາ.

ພວງມາລາຂອງຄະນະຜູ້ແທນ ມີຄຳຈາລຶກວ່າ: “ຈົດຈຳບຸນຄຸນບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດຕະຫຼອດໄປ”.

ການນຳພາຂອງພັກ ແລະ ລັດ ຖະຫວາຍທູບທຽນອາໄລຫາທ່ານປະທານ ໂຮ່ຈີມິນ
ບັນດາສະຫາຍການນຳພາ ແລະ ອະດີດການນຳພາຂອງພັກ ແລະ ລັດ ວາງພວງມາລາຢູ່ອະນຸສາວະລີອາໄລຫາບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຖະໜົນ ບັກເຊີນ (ບາດິ່ງ, ຮ່າໂນ້ຍ). ພາບ:ເຍີດບັກ

ຈາກນັ້ນ, ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຖະຫວາຍທູບທຽນ ແລະ ອາໄລຫາບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດ.

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມສຳນຶກໃນບຸນຄຸນຢ່າງຫາທີ່ສຸດບໍ່ໄດ້, ບັນດາຜູ້ແທນໄດ້ຢືນສະຫງົບສະຫງ່າອາໄລຫາບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຜູ້ເປັນລູກຫຼານອັນດີເດັ່ນຂອງຊາດ ທີ່ໄດ້ອຸທິດ ແລະ ເສຍສະລະຊີວິດຕະຫຼອດຊີວິດເພື່ອບ້ານເກີດເມືອງນອນ ແລະ ປະເທດຊາດ. ຕະຫຼອດເສັ້ນທາງປະຕິວັດຂອງພັກ ແລະ ຂອງຊາດ, ດ້ວຍຄວາມປາຖະໜາ ແລະ ຄວາມເຊື່ອໝັ້ນໃນສັດຈະທຳທີ່ວ່າ “ບໍ່ມີສິ່ງໃດມີຄ່າໄປກວ່າເອກະລາດ ແລະ ເສລີພາບ”, ພ້ອມຈິດໃຈ “ພ້ອມພົນຊີບເພື່ອໃຫ້ປະເທດຊາດຄົງຢູ່”, ລູກຫຼານຫຼາຍຮຸ່ນຂອງແຜ່ນດິນຫວຽດນາມ ໄດ້ກ້າຫານອອກສະໜາມຮົບ, ຕໍ່ສູ້ຢ່າງອົງອາດ, ເສຍສະລະຊີວິດຢ່າງບໍ່ຫວັ່ນໄຫວເພື່ອປະຕິບັດໜ້າທີ່, ເພື່ອພາລະກິດສ້າງສາ ແລະ ປົກປ້ອງປະເທດຊາດ, ເພື່ອຄວາມສະຫງົບ ແລະ ຄວາມຜາສຸກຂອງປະຊາຊົນ.

ຕະຫຼອດ 79 ປີຜ່ານມາ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ຄວາມສຳຄັນ, ເອົາໃຈໃສ່ ແລະ ປະຕິບັດວຽກງານຕອບແທນບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດຢ່າງດີ, ອັນເປັນການເຜີຍແຜ່ຄຸນຄ່າປະເພນີ ແລະ ຈັນຍາບັນອັນດີງາມຂອງຊາດ, ສະແດງເຖິງຄວາມສຳນຶກໃນບຸນຄຸນຂອງລະບົບການເມືອງທັງໝົດ ດ້ວຍຄວາມຈິງໃຈ ແລະ ຄວາມຮັບຜິດຊອບສູງສຸດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈໃຫ້ແກ່ບັນດາຜູ້ຮັບນະໂຍບາຍ ແລະ ສ້າງແຮງຈູງໃຈອັນຍິ່ງໃຫຍ່ໃຫ້ແກ່ພາລະກິດສ້າງສາ ແລະ ປົກປ້ອງປະເທດຊາດ.

ພາຍໃຕ້ການນຳພາຂອງພັກ ແລະ ລັດ, ລະບົບການເມືອງທັງໝົດ ໂດຍສະເພາະກອງທັບປະຊາຊົນຫວຽດນາມ, ບັນດານັກວິທະຍາສາດ ແລະ ສັງຄົມທັງໝົດ ກຳລັງທຸ່ມເທຄວາມພະຍາຍາມໃນພາລະກິດຊອກຫາ, ເກັບກູ້ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ໂດຍເລັ່ງຜັກດັນ “ຂະບວນການ 500 ວັນທັງເວັນທັງຄືນ ເພື່ອເລັ່ງຊອກຫາ, ເກັບກູ້ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ”.

ນີ້ແມ່ນ “ການເຄື່ອນພົນ” ອັນພິເສດໃນຍາມສັນຕິພາບ ທີ່ສະທ້ອນໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບຂອງລະບົບການເມືອງທັງໝົດ ໃນວຽກງານຊອກຫາ, ເກັບກູ້ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ.

ຂະບວນການ 500 ວັນທັງເວັນທັງຄືນ ແມ່ນເສັ້ນທາງແຫ່ງການສຳນຶກໃນບຸນຄຸນຂອງປະຊາຊາດຫວຽດນາມ ຕໍ່ບັນດາຜູ້ທີ່ໄດ້ເສຍສະລະເພື່ອປະເທດຊາດ; ເປັນການເຊີດຊູການອຸທິດ ແລະ ການເສຍສະລະຂອງບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ບັນດາແມ່ຫວຽດນາມວິລະຊົນ, ທະຫານພິການ, ທະຫານເຈັບປ່ວຍ, ຍາດພີ່ນ້ອງຂອງນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ອະດີດນັກຮົບ ແລະ ບັນດານາຍທະຫານ, ນັກຮົບ ແລະ ກຳລັງປະຕິບັດໜ້າທີ່ ທີ່ກຳລັງປະຕິບັດພາລະກິດອັນສັກສິດ ທັງເວັນທັງຄືນ: ຊອກຫາ, ເກັບກູ້ ແລະ ກຳນົດອັດຕະລັກຂອງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ.

ຫຼັງຈາກນັ້ນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ ແລະ ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມຢາມສຸສານປະທານ ໂຮ່ຈີມິນ. ພວງມາລາຂອງຄະນະຜູ້ແທນ ມີຄຳຈາລຶກວ່າ: “ຈົດຈຳບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ຕະຫຼອດໄປ”.

ຕໍ່ໜ້າດວງວິນຍານອັນສັກສິດຂອງປະທານ ໂຮ່ຈີມິນ, ຄະນະຜູ້ແທນ ໄດ້ສະແດງຄວາມສຳນຶກໃນບຸນຄຸນຢ່າງຫາທີ່ສຸດບໍ່ໄດ້ ແລະ ລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານ ຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ທ່ານໄດ້ອຸທິດຊີວິດທັງໝົດເພື່ອປະຊາຊົນ ແລະ ປະເທດຊາດ, ນຳພາພັກ ແລະ ປະຊາຊົນ ສ້າງໄຊຊະນະອັນຮຸ່ງເຮືອງ.

ໃນຕອນເຊົ້າຂອງວັນດຽວກັນ, ຄະນະພັກເມືອງສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບສູນກາງ; ຄະນະກຳມະການພັກນະຄອນຫຼວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ... ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບຜູ້ເສຍສະລະຊີວິດເພື່ອຊາດ ຢູ່ອະນຸສາວະລີອາໄລຫາ ແລະ ເຂົ້າຢ້ຽມຢາມສຸສານປະທານ ໂຮ່ຈີມິນ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ຍສໝ - ງານ​ສົບ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງຂຶມ​ຢູ່​ທີ່​ຫໍງານ​ສົບ​ແຫ່ງ​ຊາດ. ບັນດາຄະນະ​ບໍລິຫານງານ​​ສູນ​ກາງ​ພັກ; ປະທານປະເທດ; ລັດຖະບານ; ສະພາ​ແຫ່ງ​ຊາດ ​ແລະ ​ສູນກາງແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ໄດ້​ເຂົ້າ​ວາງພວງມາລາໄຫວ້ອາໄລ.
ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່ງ​ແຍງ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ
ຍສໝ - ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນຄ່ຳວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ແວ່ຢ້ຽມຢາມສະຖານທູດ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ