ດາໜັງ ຊ່ວຍເຫຼືອແຂວງອັດຕະປື ກ່ວາ 2,3 ຕື້ດົ່ງ

15:10 | 02/08/2018

ຍສໝ - ໃນສອງວັນ 30 ແລະ 31 ກໍລະກົດ ຄະນະຮັບຜິດຊອບ ຂອງນະຄອນ ດາໜັງ ນຳໂດຍທ່ານ ວໍ໋ກົງຈີ໋ ຮອງເລຂາພັກແຂວງ ຄະນະປະປະຈຳພັກແຂວງ ໄດ້ເດີນທາງມາຮອດແຂວງ ອັດຕະປື ສປປ ລາວ ຢ້ຽມຢາມຖາມຂ່າວ ແລະ ມອບເງິນຈຳນວນ 2,3 ຕື້ດົ່ງ ເພື່ອຊ່ວຍໃນການແກ້ໄຂໄພພິບັດ ສາຍເຫດມາຈາກ ຄັນຄູກັ້ນນຳ້ເຂື່ອນໄຟຟ້າພະລັງງານນຳ້ ເຊປ່ຽນ-ເຊນຳ້ນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດທະປື.

ດາໜັງ  ຊ່ວຍເຫຼືອແຂວງອັດຕະປື ກ່ວາ 2,3 ຕື້ດົ່ງ

ຮອງເຈົ້າແຂວງນະຄອນດາໜັງ ມອບເງິນຊ່ວຍເຫຼືອແຂວງອັດຕະປື.

ນອກຈາກຈຳນວນເງິນ 2 ຕື້ທີ່ມອບໃຫ້ ອຳນາດການປົກຄອງ ແຂວງອັດຕະປື, 200 ລ້ານມອບໃຫ້ອຳນາດການປົກຄອງ ເມືອງສະໜາມໄຊ ແລ້ວ ຄະນະຮັບຜິດຊອບ ແຂວງດາໜັງ ຍັງໄດ້ມອບ 100 ລ້ານດົ່ງ ຊ່ອຍເຫຼືອໂດຍກົງໃຫ້ແກ່ຄອບຄົບພໍ່ແມ່ປະຊາຊົນຜູ້ປະສົບເຄາະຮ້າຍ ແລະ ໜ່ວຍງານ(ທິມ)ຊ່ວຍເຫຼືອຂອງ ທະຫານເຂດ 5(ຫວຽດນາມ) ທີ່ກຳລັງປະຕິບັດພະລະກິດກູ້ໄພ ຢູ່ແຂວງອັດຕະປືນຳອີກ.

ທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງໆ ອັດຕະປື ສະແດງຄວາມຂອບອົກຂອບໃຈ ແລະ ເອົາໃຈໃສ່ ຊ່ວຍເຫຼືອຂອງນະຄອນດາໜັງ ແລະ ໃຫ້ຮູ້ວ່າ: ຈະພະຍາຍາມຢ່າງສຸດຄວາມສາມາດໃນການນຳສົ່ງສິ່ງຊ່ວຍເຫຼືອ , ວັດຖຸເງິນຄຳ ມອບເຖິງມືຜູ້ປະສົບໄພ ເຮັດໃຫ້ການດຳລົງຊີວິດຂອງພວກເຂົາກັບມາເປັນດັ່ງເດີມ ແລະ ດີຂື້ນກວ່າເກົ່າ.ທ່ານ ເຈີ່ນກ້ວກຕ໋ວນ ຮອງ ຫົວໜ້າສະມາຄົມຄົນຫວຽດ ຢູ່ແຂວງອັດຕະປື ໃຫ້ຮູ້ວ່າ: ປະຈຸບັນມີ ຄົນຫວຽດນາມກຳລົງດຳລົງຊີວິດ ແລະ ເຮັດວຽກຢູ່ ແຂວງອັດຕະປື ຈຳນວນ 363 ຄົນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.