ຄະນະຊີ້ນໍາລະດັບຊາດ ຈັດຕັ້ງປະຕິບັດ ເປົ້າໝາຍ ການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຮອດປີ 2030 ໄດ້ລາຍງານເຖິງຄວາມຄືບໜ້າ ຂອງການກະກຽມບົດລາຍງານ ສະບັບທໍາອິດ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ.
ຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດ ເປົ້າໝາຍ ການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຮອດປີ 2030 ໄດ້ລາຍງານເຖິງຄວາມຄືບໜ້າ ຂອງການກະກຽມບົດລາຍງານ ສະບັບທໍາອິດ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ແລະ ຜົນຂອງການຈັດຕັ້ງປະຕິບັດ ແຜນວຽກປະຈໍາປີ 2017-2018 ແລະ ທິດທາງວຽກງານໃນຕໍ່ໜ້າ ໃນວັນທີ 24 ພຶດສະພາ 2018 ທີ່ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ຮອງປະທານຜູ້ປະຈໍາການຄະນະຊີ້ນໍາ ລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ, ມີບັນດາລັດຖະມົນຕີ -ຮອງລັດຖະມົນຕີ ແລະ ພະນັກງານຂັ້ນສູງ ຈາກບັນດາກະຊວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງເລຂາ ຄະນະຊີ້ນໍາລະດັບຊາດ ໄດ້ລາຍງານຄວາມຄືບໜ້າໃຫ້ຮູ້ວ່າ: ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນແກ່ການຈັດຕັ້ງ ປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງສາກົນ ໂດຍເຊື່ອມສານບັນດາ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ 5 ປີຄັ້ງທີVIII (2016-2020) ໃນນັ້ນ ປະມານ 60% ຂອງຕົວຊີ້ ປພຍ ແມ່ນເຊື່ອມສານເຂົ້າກັບຕົວຊີ້ວັດ ໃນແຜນພັດທະນາແຫ່ງຊາດ ແລະ ຈະສືບຕໍ່ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ -ສັງຄົມແຫ່ງຊາດ ໃນໄລຍະຕໍ່ໄປ. ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ວາລະການພັດທະນາ 2030 ໃຫ້ສໍາເລັດຜົນ.
ໃນບົດລາຍງານແຫ່ງຊາດ ໄດ້ຊີ້ໃຫ້ເຫັນວ່າ: ສປປ ລາວ ປະສົບຜົນຄືບໜ້າ ໃນຫລາຍດ້ານເປັນຕົ້ນແມ່ນ ເສດຖະກິດມີການຂະຫຍາຍຢ່າງຕົວເນື່ອງ, ການລືບລ້າງຄວາມທຸກຍາກ ແມ່ນມີຄວາມຄືບໜ້າຢ່າງພົ້ນເດັ່ນ, ບັນດາຄົວເຮືອນສາມາດເຂົ້າເຖິງການຊົມໃຊ້ໄຟຟ້າ ໃນອັດຕາທີ່ເພີ່ມຂຶ້ນ, ອັດຕາສ່ວນການເຂົ້າເຖິງການສຶກສາ ໃນຊັ້ນປະຖົມກໍເພີ່ມຂຶ້ນ, ການພັດທະນາສີມືແຮງງານ ທີ່ມີຄຸນນະພາບ ແລະ ສາມາດຕອນສະໜອງ ຕາມຄວາມຕ້ອງການຂອງແຮງງານ ໂດຍພື້ນຖານ, ການບໍລິການດ້ານສາທາລະນະສຸກ ກໍໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ, ອັດຕາສ່ວນຂອງແມ່ຍິງທີ່ດໍາລົງຕໍາແໜ່ງ ໃນຂັ້ນການນໍາ ທັງພາກລັດ ແລະ ເອກະຊົນ ກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນປີ 2018 ສປປ ລາວ ຍັງສາມາດບັນລຸ 2 ໃນ 3 ເງື່ອນໄຂ ຂອງການຫລຸດພົ້ນ ອອກຈາກສະຖານະພາບ ປະເທດດ້ອຍພັດທະນາເປັນຄັ້ງທໍາອິດ ຈາກການປະເມີນຂອງຄະນະກໍາມະການນະໂຍບາຍ ເພື່ອການພັດທະນາຂອງອົງການ ສປຊ ເດືອນມີນາ ທີ່ຜ່ານມາ.
ຄຽງຄູ່ກັນນັ້ນ ສປປ ລາວ ກໍຍັງສືບຕໍ່ພົບພໍ້ກັບສິ່ງທ້າທ້າຍຕ່າງໆ ເຊັ່ນ: ການຂາດເຂີນງົບປະມານ ແລະ ຊັບພະຍາກອນມະນຸດ; ຄວາມແຕກໂຕນກັນທາງດ້ານລາຍຮັບ ລະຫວ່າງ ປະຊາຊົນຢູ້ຊົນນະບົດ ແລະ ຕົວເມືອງຍັງມີຢູ່; ອັດຕາການເສຍຊີວິດຂອງເດັກ ແລະ ອັດຕາການປະລະ ໂຮງຮຽນຍັງສູງ; ການເຂົ້າເຖິງແຫລ່ງທຶນສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ ກໍຍັງມີຄວາມຫຍຸ້ງຍາກ. ການຈະເລີນເຕີບໂຕທາງດ້ານ ເສດຖະກິດ ຍັງອິງໃສ່ຊັບພະຍາກອນທໍາມະຊາດ ເປັນສ່ວນໃຫຍ່. ພ້ອມກັນນັ້ນ, ບັນຫາລະເບີດບໍ່ທັນແຕກຕົກຄ້າງ ກໍສືບຕໍ່ເປັນອຸປະສັກກີດຂວາງ ການພັດທະນາປະເທດ. ດັ່ງນັ້ນ, ຈຶ່ງໄດ້ມີການຮັບຮອງເອົາ ເປົ້າໝາຍແຫ່ງຊາດ ທີ 18 “ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍສະເພາະ ຂອງ ສປປ ລາວ.
ໃນໂອກາດດັ່ງກ່າວ, ປະທານກອງປະຊຸມ ໄດ້ແຈ້ງໃຫ້ຄະນະຊີ້ນໍາລະດັບຊາດ ຊາບວ່າ: ການສ້າງບົດລາຍງານ ແມ່ນການປະຕິບັດ ພັນທະສາກົນ ໃນຖານະສະມາຊິກອົງການ ສປຊ ເພື່ອລານງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດ ໃຫ້ສາກົນຮັບຮູ້ ແລະ ເຂົ້າໃຈ ຕໍ່ສະພາບດ້ານການພັດທະນາ ແລະ ແນວທາງນະໂຍບາຍຂອງລັດຖະບານ ພາຍໃຕ້ຄໍາຂວັນ “ບໍ່ປະຖີ້ມໃຜໄວ້ຢູ່ທາງຫລັງ” ການຈັດຕັ້ງປະຕິບັດ ວາລະການພັດທະນາຂອງສາກົນ ແມ່ນພາລະບົດບາດ ຂອງທຸກພາກສ່ວນໃນສັງຄົມ. ສະນັ້ນ, ໃນຂະບວນການກະກຽມ ບົດລາຍງານແຫ່ງຊາດດັ່ງກ່າວ, ແມ່ນໄດ້ຜ່ານການຈັດຕັ້ງກອງປະຊຸມ ປຶກສາຫາລືແບບມີສ່ວນຮ່ວມຂຶ້ນຫລາຍຄັ້ງ ໃນທ້າຍປີ 2017 ແລະ ຕົ້ນປີ 2018, ໂດຍການເຂົ້າຮ່ວມຂອງພາກລັດຖະບານ, ສະພາແຫ່ງຊາດ, ພາກເອກະຊົນ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ, ອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ.
ກອງປະຊຸມ ຄະນະຊີ້ນໍາລະດັບຊາດຄັ້ງທີ II ໄດ້ເຫັນດີເປັນເອກະພາບ ຮັບຮອງເອົາໃນດ້ານຫລັກການ ຕໍ່ຮ່າງບົດລາຍງານດັ່ງກ່າວ ກ່ອນທີ່ຈະນໍາສົ່ງໃຫ້ອົງການ ສປຊ ໃນກາງເດືອນມິຖຸນາ 2018. ຫລັງຈາກນັ້ນ ສປຊ ຍັງຈະເປັນໜຶ່ງ ໃນຈໍານວນ 48 ປະເທດ ຂຶ້ນສະເໜີບົດລາຍງານແຫ່ງຊາດ ຢູ່ໃນກອງປະຊຸມເວທີການເມືອງ ລະດັບສູງ ສປຊ ເຊິ່ງຈະຈັດຂຶ້ນ ໃນກາງເດືອນກໍລະກົດ 2018 ທີ່ສໍານັກງານໃຫຍ່ ສປຊ ນິວຢອກ ສ.ອາເມລິກາ.
(ແຫຼ່ງຂໍ້ມູນ: ຂປລ)