ເປີດເຂດອະນຸສອນສະຖານ ສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ

19:25 | 31/12/2019

ໃນວັນທີ 28 ທັນວາ 2019 ທີ່ບ້ານຕ້າຍ ເມືອງແປກ ແຂວງຊຽງຂວາງ, ໄດ້ຈັດພິທີເປີດເຂດອະນຸສອນສະຖານສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ.

ໃນ​ວັນ​ທີ 28 ທັນ­ວາ 2019 ທີ່​ບ້ານ​ຕ້າຍ ເມືອງ​ແປກ, ສູນ​ກາງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ແລະ ລັດ­ຖະ­ບານ ແຫ່ງ ສປປ ລາວ ໄດ້​ຈັດ​ພິ­ທີ​ເປີດ​ເຂດ​ອະ­ນຸ­ສອນ​ສະ­ຖານ​ສຳ­ນັກ­ງານ​ສູນ​ກາງ​ຊີ້​ນຳ​ການ​ປະ­ຕິ­ວັດ ເຂດ​ຊຽງ​ຂວາງສູນ​ກາງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ແລະ ລັດ­ຖະ­ບານ ແຫ່ງ ສປປ ລາວ ໄດ້​ຈັດ​ພິ­ທີ​ເປີດ​ເຂດ​ອະ­ນຸ­ສອນ​ສະ­ຖານ​ສຳ­ນັກ­ງານ​ສູນ​ກາງ​ຊີ້​ນຳ​ການ​ປະ­ຕິ­ວັດ ເຂດ​ຊຽງ​ຂວາງ.

ເປີດເຂດອະນຸສອນສະຖານ ສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ

ບັນດາຜູ້ນຳ ເປີດເຂດອະນຸສອນສະຖານ ສຳນັກງານສູນກາງຊີ້ນຳການປະຕິວັດ ເຂດຊຽງຂວາງ. (ພາບ: vientianemai.net)

ທ່ານ ບົວ​ສອນ ສີ​ນວນ​ທອງ ຮອງ​ເລ­ຂາ​ພັກ​ແຂວງ ຮອງ​ເຈົ້າ­ແຂວງ​ຊຽງ​ຂວາງ​ໄດ້​ກ່າວ​ລາຍ​ງານ​ວ່າ: ການ​ກໍ່­ສ້າງ​ອະ­ນຸ­ສອນ​ສະ­ຖານ ສຳ­ນັກ­ງານ​ສູນ​ກາງ​ຊີ້​ນຳ​ການ​ປະ­ຕິ­ວັດ​ເຂດ​ຊຽງ​ຂວາງ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ຈາ­ລຶກ​ມູນ­ເຊື້ອ​ແຫ່ງ​ຂະ​ບວນ​ການ​ຕໍ່­ສູ້​ປົດ​ປ່ອຍ​ຊາດ ເພື່ອ​ໃຫ້​ຄົນ​ລາວ​ໄດ້​ຮຽນ​ຮູ້​ມູນ­ເຊື້ອ​ປະ­ຫວັດ­ສາດ​ຂອງ​ພັກ ທັງ​ເປັນ​ການ​ບູ­ລະ­ນະ​ຟື້ນ​ຟູ​ໃຫ້​ກາຍ­ເປັນ​ອະ­ນຸ­ສອນ​ສະ­ຖານ​ລະ­ດັບ​ຊາດ ຊຶ່ງ​ໄດ້​ເລີ່ມ​ລົງ­ມື​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ກາງ​ເດືອນ​ຕຸ­ລາ 2019 ເປັນ­ຕົ້ນ​ມາ ໂດຍ​ມີ​ການ​ບຸກ­ເບີກ​ຖົມ​ພື້ນ​ທີ່​ບໍ­ລິ­ເວນ​ວາງ​ສີ​ລາ​ລຶກ ລວມ​ຈຳ­ນວນ 3.330 ຕາ​ແມັດ ກໍ່­ສ້າງ​ແຜ່ນ​ສີ​ລາ​ລຶກ​ດ້ວຍ​ຫີນ​ທຳ​ມະ​ຊາດ ມີ​ຄວາມ​ຍາວ 3,60 ແມັດ ກວ້າງ 2,70 ແມັດ ໜາ 60 ເຊັນ ມີ​ນ້ຳ­ໜັກ​ປະ­ມານ 9,9 ໂຕນ​ກວ່າ ແກະ­ສະ­ຫຼັກ​ເນື້ອ​ໃນ​ເປັນ​ພາ­ສາ​ລາວ ແລະ ພາ­ສາ​ອັງ­ກິດ ນອກ­ຈາກ​ນັ້ນ ຍັງ​ໄດ້​ກໍ່­ສ້າງ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຕ່າງໆ​ອີກ ລວມ​ງົບ­ປະ­ມານ​ທັງ​ໝົດ 119,5 ລ້ານ​ກີບ ແມ່ນ​ການ​ປະ­ກອບ­ສ່ວນ​ຂອງ​ພາກ­ສ່ວນ​ຕ່າງໆ.

ຈາກ​ນັ້ນ ທ່ານ ພັນ​ຄຳ ວິ­ພາ​ວັນ ໄດ້​ຕາງ­ໜ້າ​ອ່ານ​ສານ​ຂອງ​ທ່ານ ຄຳ​ໄຕ ສີ​ພັນ​ດອນ ອະ­ດີດ​ປະ­ທານ​ພັກ ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ຊຶ່ງ​ທ່ານ​ແມ່ນ​ຜູ້​ໜຶ່ງ​ໃນ​ຈຳ­ນວນ​ຜູ້­ນຳ​ທີ່​ຊີ້​ນຳ​ບັນ­ຊາ​ການ ຢູ່​ໃນ​ເຂດ​ອະ­ນຸ­ສອນ​ສະ­ຖານ​ແຫ່ງ​ນີ້​ໃນ​ໄລ­ຍະ​ແຕ່​ປີ 1964-1972 ຢູ່​ສະ­ຖານ­ທີ່​ນີ້​ສຳ­ນັກ­ງານ​ສູນ​ກາງ​ພັກ​ໄດ້​ເຂົ້າ​ມາ​ຕັ້ງ​ຢູ່​ໃນ​ຊຸມ​ປີ 1960 ໂດຍ​ມີ​ບັນ­ດາ​ຜູ້­ນຳ​ຂອງ​ການ​ປະ­ຕິ­ວັດ​ຊີ້​ນຳ​ບັນ­ຊາ​ຢູ່ ຍ້ອນ​ເຫັນ​ໄດ້​ຄວາມ​ສຳ­ຄັນ​ດັ່ງ­ກ່າວ ໃນ​ມື້­ນີ້​ຈຶ່ງ​ໄດ້​ມີ​ການ­ຈັດ­ຕັ້ງ​ພິ­ທີ​ເປີດ​ເຂດ​ອະ­ນຸ­ສອນ​ສະ­ຖານ ສຳ­ນັກ­ງານ​ສູນ​ກາງ​ຊີ້​ນຳ​ການ​ປະ­ຕິ­ວັດ​ທີ່​ບ້ານ​ຕ້າຍ ຊຶ່ງ​ເປັນ​ສະ­ຖານ­ທີ່​ບັນ­ຊາ​ການ​ທະ­ຫານ​ເຂດ​ທົ່ງ​ໄຫ​ຫີນ-ຊຽງ​ຂວາງ ກໍ​ຄື​ສະ­ຖານ­ທີ່​ບັນ­ຊາ​ການ​ໃນ​ຫຼາຍ​ບັ້ນ​ຮົບ​ທີ່​ສຳ­ຄັນ ເພື່ອ​ໃຫ້​ເປັນ​ສະ­ຖານ­ທີ່​ສຶກ​ສາ​ອົບ­ຮົມ​ຄົນ​ຮຸ່ນ​ໃໝ່ ໄດ້​ສຶກ​ສາ​ຄົ້ນ­ຄວ້າ​ຮ່ຳ­ຮຽນ​ກ່ຽວ​ກັບ​ປະ­ຫວັດ­ສາດ​ແຫ່ງ​ການ​ຕໍ່­ສູ້ ທັງ​ເປັນ​ສະ­ຖານ­ທີ່​ຢ້ຽມ​ຊົມ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.