ຫວຽດນາມ ນອນໃນ Top 20 ປະເທດພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ

16:52 | 07/02/2020

ອົງການທ່ອງທ່ຽວໂລກ (UNWTO) ຫາກໍ່ປະກາດບັນຊີລາຍຊື່ 20 ປະເທດພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກໃນປີ 2019, ໃນນັ້ນມີຫວຽດນາມ. ຕາມສະຖິຕິຂອງ UNWTO, ປີ 2019 ໄດ້ມີການທ່ອງທ່ຽວໄປຕ່າງປະເທດ 1,5 ຕື້ຖ້ຽວ (ເພີ່ມຂຶ້ນ 4% ເມື່ອທຽບໃສ່ປີ 2018 ແລະເພີ່ມຂຶ້ນປະມານ 900 ລ້ານຖ້ຽວເມື່ອທຽບໃສ່ທົດສະວັດກ່ອນ).

ຫວຽດນາມ ນອນໃນ Top 20 ປະເທດພັດທະນາການທ່ອງທ່ຽວໄວທີ່ສຸດໃນໂລກ
ຖໍ້າເຊີນດ່ອງ ຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກສື່ມວນຊົນສາກົນແມ່ນໜຶ່ງໃນບັນດາຈຸດນັດພົບທີ່ຄວນຢ້ຽມຢາມ. ພາບ: vtv.vn.

ນຳໜ້າໃນບັນຊີລາຍຊື່ນີ້ແມ່ນມຽນມາ, ປະເທດທີ່ມີຈໍານວນແຂກທ່ອງທ່ຽວເພີ່ມຂຶ້ນ 40,2%, ຕໍ່ມາແມ່ນ Puerto Rico (31,2%) ແລະອີຣານ (27,9%). ຫວຽດນາມ ຢືນອັນດັບທີ 7 ນອນໃນ Top ປະເທດບັນລຸລະດັບເຕີບໂຕການທ່ອງທ່ຽວໄວທີ່ສຸດໃນໂລກດ້ວຍຈໍານວນແຂກທ່ອງທ່ຽວເພີ່ມຂຶ້ນ 16,2%. ໂດຍລະອຽດ, ແຂກທ່ອງທ່ຽວມາຫວຽດນາມ ດ້ວຍທາງອາກາດເພີ່ມຂຶ້ນ 15,2%; ທາງບົກເພີ່ມຂຶ້ນ 20,4%; ທາງທະເລເພີ່ມຂຶ້ນ 22,7%.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.