ຫວຽດນາມ ຍິນດີຕ້ອນຮັບນາຍົກລັດຖະມົນຕີຄົນໃໝ່ ຂອງຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ

14:26 | 04/10/2020

ຍສໝ - ໂຄສົກກະຊວງການຕ່າງປະເທດ ທ່ານນາງ ເລທິທູຮັ່ງ ໄດ້ເນັ້ນໜັກວ່າ ຫວຽດນາມສະແດງຄວາມຍິນດີຕ້ອນຮັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Suga Yoshihide ມາຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ.

ສິງກະໂປ ເປີດປະຕູໃຫ້ນັກທ່ອງທ່ຽວຫວຽດນາມ ເລີ່ມແຕ່ວັນທີ 8 ຕຸລານີ້
ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ

ຕອນບ່າຍວັນທີ 2 ຕຸລາ, ທີ່ການປະຊຸມຂ່າວປະຈຳປີຂອງກະຊວງການຕ່າງປະເທດຫວຽດນາມ, ໂດຍໃຫ້ຄຳເຫັນຕໍ່ຂ່າວວ່າ ທ່ານ Suga Yoshihide - ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ສາມາດມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນເດືອນຕຸລາປີ 2020, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ໄດ້ກ່າວວ່າ: “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນພວມພັດທະນາຢ່າງເຂັ້ມແຂງ. ສອງຝ່າຍໄດ້ຮັກສາການແລກປ່ຽນ ແລະ ຕິດຕໍ່ພົວພັນໃນທຸກລະດັບ ແລະ ດ້ວຍຫລາຍຮູບແບບຕ່າງໆ. ດ້ວຍຈິດໃຈດັ່ງກ່າວ, ພວກເຮົາຍິນດີຕ້ອນຮັບທ່ານ Suga Yoshihide - ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ ໃນເວລາທີ່ເໝາະສົມ”.

ຫວຽດນາມ ຍິນດີຕ້ອນຮັບນາຍົກລັດຖະມົນຕີຄົນໃໝ່ ຂອງຍີ່ປຸ່ນ ມາຢ້ຽມຢາມຫວຽດນາມ
ທ່ານ Suga Yoshihide - ນາຍົກລັດຖະມົນຕີຍີ່ປຸ່ນ. (ພາບ: TTXVN)

ກ່ອນໜ້ານີ້, ຕາມສຳນັກຂ່າວສານຫວຽດນາມທີ່ Tokyo ໄດ້ໃຫ້ຮູ້ວ່າ ທ່ານ Suga Yoshihide ມີແຜນການທີ່ຈະເດີນທາງໄປຢ້ຽມຢາມຫວຽດນາມ ແລະ ອິນໂດເນເຊຍ ໃນກາງເດືອນຕຸລາ ໃນການເດີນທາງໄປຕ່າງປະເທດຢ່າງເປັນທາງການຄັ້ງທຳອິດນັບຕັ້ງແຕ່ ທ່ານ Suga Yoshihide ໄດ້ຮັບຕຳແໜ່ງເປັນນາຍົກລັດຖະມົນຕີຍີ່ປຸ່ນ.

ສຳນັກຂ່າວ Kyodo ໄດ້ຄັດສະເໜີແຫຼ່ງຂ່າວຈາກລັດຖະບານຍີ່ປຸ່ນ ໃຫ້ຮູ້ວ່າ ຖ້າການຢ້ຽມຢາມໄດ້ດຳ ເນີນໄປ, ທ່ານນາຍົກລັດຖະມົນຕີ Suga Yoshihide ຄາດວ່າຈະມີການເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີອິນໂດເນເຊຍ Joko Widodo.

ມະຫາວິທະຍາໄລຍີ່ປຸ່ນ ສ້າງຄວາມສະດວກຫຼາຍຢ່າງໃຫ້ແກ່ນັກສຶກສາ ຫວຽດນາມ

ຍສໝ - ອໍານາດການປົກຄອງແຂວງ Nagasaki ແລະ ຫລາຍອົງການຈັດຕັ້ງອື່ນໆໃນແຂວງກໍ່ມານະພະຍາຍາມຊ່ວຍເຫຼືອໂຮງຮຽນດຶງດູດນັກຮຽນຫວຽດນາມເຂົ້າມາຮຽນຕື່ມອີກ. ສະເພາະໃນເດືອນເມສາ 2020, ອໍານາດການປົກຄອງແຂວງ Nagasaki ໄດ້ຮ່ວມມືກັບອໍານາດການປົກຄອງ ນະຄອນ Goto ແລະມະຫາວິທະຍາໄລ Nagasaki ເພື່ອສ້າງຕັ້ງໂຮງຮຽນສອນພາສາຍີ່ປຸ່ນ Goto ສຳລັບນັກສຶກສາຫວຽດນາມກ່ອນເຂົ້າມະຫາວິທະຍາໄລ Nagasaki.

ນະຄອນໂຮ່ຈີມິນ ສສ.ຫວຽດນາມ ຍູ້ແຮງການຮ່ວມມືກັບ ນະຄອນ Daegu ສ.ເກົາຫຼີ

ຍສໝ - ນະຄອນໂຮ່ຈີມິນ ກໍ່ພ້ອມແລ້ວທີ່ຈະຮ່ວມມືກັບນະຄອນ Daegu ໃນບັນດາຂົງເຂດທີ່ Daegu ມີທ່າແຮງ ແລະນະຄອນມີຄວາມເອົາໃຈໃສ່ລົງທຶນພັດທະນາ ເປັນຕົ້ນຄື: ການກໍາຈັດນໍ້າ, ການທ່ອງທ່ຽວ...

ເລຂາທິການໃຫຍ່ຂອງ AJC: ການພົວພັນຍີ່ປຸ່ນ - ຫວຽດນາມ ຢ່າງໃດກໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

ຍສໝ - ທ່ານ Masataka Fujita - ເລຂາທິການໃຫຍ່ສູນອາຊຽນ - ຍີ່ປຸ່ນ (AJC) ໄດ້ກ່າວວ່າ ການພົວພັນລະຫວ່າງຍີ່ປຸ່ນ - ຫວຽດນາມ ຈະບໍ່ປ່ຽນແປງເຖິງແມ່ນວ່າຜູ້ໃດຈະກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ ກໍ່ຕາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.