ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ

18:38 | 20/09/2020

18 ມື້ແລ້ວ ທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ໃນຊຸມຊົນ. ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດສະສົມທັງໝົດແມ່ນ 1068 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີ 942 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.

ຫວຽດນາມ ບ ກວດພ ບຜ ຕ ດເຊ ອພະຍາດໃໝ ຕ ມອ ກ ກອງປະຊຸມທາງໄກກຸ່ມປະຕິບັດງານຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ຄັ້ງທີ 8
ຫວຽດນາມ ບ ກວດພ ບຜ ຕ ດເຊ ອພະຍາດໃໝ ຕ ມອ ກ ອາຫານຫວຽດນາມ ຢູ່ ປະເທດໂປໂລຍ
ຫວຽດນາມ ບ ກວດພ ບຜ ຕ ດເຊ ອພະຍາດໃໝ ຕ ມອ ກ
ພາບປະກອບ

ປະຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 30.982.249 ຄົນແລ້ວ, ໃນນັ້ນມີຜູ້ເສຍຊີວິດ 961.373 ຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 6.967.403 ຄົຍແລະມີຜູ້ເສຍຊີວິດ 203.824 ຄົນ. 18 ມື້ແລ້ວ ທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ໃນຊຸມຊົນ. ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດສະສົມທັງໝົດແມ່ນ 1068 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີ 942 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.ໃນລະຫວ່າງວັນທີ 19 – 20 ກັນຍາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອາເມລິກາ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນກັບມາປະເທດຢ່າງປອດໄພ.

ຕອນບ່າຍວັນທີ 18 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ ຄ່ອຍໆກັບຄືນສູ່ສະພາບປົກກະຕິແລ້ວ, ບັນຫາຕໍ່ໄປແມ່ນເປີດຖ້ຽວບິນສາກົນຄືນໃໝ່ ແຕ່ຈະເປີດໃນລະດັບໃດ ເພື່ອບໍ່ປະໃຫ້ເກີດມີສະພາບການແຜ່ລະບາດຂອງເຊື້ອພະຍາດ.

ຫວຽດນາມ ບ ກວດພ ບຜ ຕ ດເຊ ອພະຍາດໃໝ ຕ ມອ ກ ພັດທະນາພື້ນຖານເສດຖະກິດແບບຍືນຍົງໃນອາຊຽນ+3

ຍສໝ - ວັນທີ 18 ກັນຍາ, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊຽນ +3 ຄັ້ງທີ 23 (AFMGM + 3) ໄດ້ໄຂຂຶ້ນດ້ວຍຮູບການອອນລາຍ. ນີ້ແມ່ນກອງປະຊຸມສຳ ຄັນທີ່ສຸດໃນບັນດາເຫດການການຮ່ວມມືດ້ານການເງິນອາຊຽນ +3 ໂດຍຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມໃນປີ 2020.

ຫວຽດນາມ ບ ກວດພ ບຜ ຕ ດເຊ ອພະຍາດໃໝ ຕ ມອ ກ ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ສະເຫຼີມສະຫຼອງ 29 ປີແຫ່ງວັນຊາດສາທາລະນະລັດ ອາກເມນີ

ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ Armenia Vahram Kazhoyan ໄດ້ສະແດງຄວາມຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ອາກເມນີ ທີ່ໄດ້ສະໜັບສະໜູນ ດ້ວຍຈຳນວນເງິນ 5.000 ໂດລະສະຫະລັດ ໃຫ້ແກ່ອາກເມນີ ເພື່ອປ້ອງກັນການລະບາດຂອງ COVID-19.

ຫວຽດນາມ ບ ກວດພ ບຜ ຕ ດເຊ ອພະຍາດໃໝ ຕ ມອ ກ ສະຫະພັນບັນດາອົງການມິດຕະພາບຫວຽດນາມຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ ຢູ່ ກາວບັ່ງ

ຍສໝ - ໃນບັນຍາກາດທີ່ສັກສິດທີ່ເຂດວິຫານບູຊາ ປະທານໂຮ່ຈີມິນ, ປະທານສະຫະພັນມິດຕະພາບຫວຽດນາມໄດ້ ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ປະທານໂຮ່ຈີມິນ, ເປັນຜູ້ນຳແສນເຄົາລົບຮັກຂອງ ປະຊາຊົນຫວຽດນາມ, ຜູ້ມີຄວາມປີຊາສາມາດ ໂດຍກຳເນີດເລີດມະນຸດ, ວິລະຊົນແຫ່ງຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງ.

ໄຊພອນ

ເຫດການ
302 Found

Found

The document has moved here.