ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ຢູ່ ເຢແມນ ຕ້ອງດຳເນີນການເຈລະຈາເພື່ອສັນຕິພາບ

12:23 | 17/09/2020

ຍສໝ - ຫວຽດນາມ ໄດ້ສະໜັບສະໜູນຄວາມມານະພະຍາຍາມຂອງຄະນະການທູດສະເພາະການເລຂາທິການໃຫຍ່ສະ​ຫະ​ປະ​ຊາ​ຊາດ ກ່ຽວກັບສະພາບການເຢເມນ ແລະ ບັນດາອົງການສະຫະປະຊາຊາດ ໃນການຊຸກຍູ້ການແກ້ໄຂທາງດ້ານການເມືອງຢ່າງຮອບດ້ານສຳລັບເຢແມນ.

ຫວຽດນາມ ໄດ ຮຽກຮ ອງໃຫ ບ ນດາຝ າຍ ຢ ເຢແມນ ຕ ອງດຳເນ ນການເຈລະຈາເພ ອສ ນຕ ພາບ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະທີ່ຕັ້ງຂອງກອງທັບ ແລະ ປະເທດຫວຽດນາມ ບົນເວທີສາກົນ
ຫວຽດນາມ ໄດ ຮຽກຮ ອງໃຫ ບ ນດາຝ າຍ ຢ ເຢແມນ ຕ ອງດຳເນ ນການເຈລະຈາເພ ອສ ນຕ ພາບ ທ່ານ ນາງ ຫງວຽນເຟືອງງາ ປະທານ VUFO ແລະ ອຸປະທູດຊົ່ວຄາວສະຖານທູດປາກິດສະຖານ ໄດ້ແລກປ່ຽນກ່ຽວກັບການພົບປະແລກປ່ຽນດ້ານປະຊາຊົນ

ວັນທີ 15 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລື ກ່ຽວກັບສະພາບການຂອງເຢແມນ. ຕາມສຳນັກຂ່າວສານຫວຽດນາມ ປະຈຳ New York, ທ່ານ Martin Griffiths - ທູດສະເພາະການເລຂາທິການໃຫຍ່ສະ​ຫະ​ປະ​ຊາ​ຊາດ ປະຈຳເຢແມນ ແລະ ທ່ານ Mark Lowcock - ຮອງເລຂາທິການໃຫຍ່ສະຫະປະຊາຊາດ ທີ່ຮັບຜິດຊອບບັນຫາມະນຸດສະທຳ ໃຫ້ຮູ້ວ່າ ສະພາບຄວາມໝັ້ນຄົງ, ການເມືອງ ແລະ ມະນຸດສະທຳຢູ່ເຢແມນ ພວມປະສົບກັບສະພາບການວິກິດການການເມືອງຢ່າງແຮງ.

ຫວຽດນາມ ໄດ ຮຽກຮ ອງໃຫ ບ ນດາຝ າຍ ຢ ເຢແມນ ຕ ອງດຳເນ ນການເຈລະຈາເພ ອສ ນຕ ພາບ
ທ່ານ ດັ້ງດິ່ງກຸ໊ຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

ໂດຍສະເພາະ, ການສູ້ຮົບທາງທະຫານທີ່ເພີ່ມຂື້ນຢ່າງຕໍ່ເນື່ອງໃນແຂວງ Ma'rib ບໍ່ພຽງແຕ່ເຮັດໃຫ້ປະຊາຊົນຫຼາຍຮ້ອຍພັນຄົນ ຖືກອອກຈາກບ້ານເຮືອນຂອງເຂົາເຈົ້າ, ແຕ່ຍັງເປັນໄພຂົ່ມຂູ່ທີ່ຈະທຳ ລາຍຄວາມພະຍາຍາມໃນການເຈລະຈາສັນຕິພາບໃນເຢເມນອີກດ້ວຍ.

ນອກຈາກບັນດາສິ່ງທ້າທາຍດ້ານເສດຖະກິດ, ລາຄາທີ່ແພງຂື້ນ, ແລະ ການຂາດແຄນນໍ້າດື່ມ, ພົນລະເມືອງເຢເມນຫຼາຍກວ່າ 9 ລ້ານຄົນ ກຳລັງປະເຊີນກັບໄພອຶດຫິວ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ຂາດການເບິ່ງແຍງດ້ານການແພດ.

ທີ່ກອງປະຊຸມ, ບັນດາປະເທດ ກໍ່ສະແດງການສະໜັບສະໜູນຄວາມພະຍາຍາມຂອງສະຫະປະຊາຊາດໃນການໄກ່ເກ່ຍ, ແລະ ຊຸກຍູ້ການເຈລະຈາເພື່ອສັນຕິພາບ, ໃນນັ້ນມີຂໍ້ສະເໜີກ່ຽວກັບຖະແຫຼງການຮ່ວມເພື່ອແນໃສ່ການຢຸດຍິງທົ່ວປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການຕໍ່ສູ້ໃນປະຈຸບັນຢູ່ ເຢແມນ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການຊຸກຍູ້ການອະນຸຍາດໂດຍໄວ ຂອງກຸ່ມຊ່ຽວຊານສະຫະປະຊາຊາດທີ່ະຕິບັດໜ້າທີ່ໃນເຮືອ Safer; ຮຽກຮ້ອງໃຫ້ທຸກຝ່າຍຈົ່ງປະຕິບັດຕາມຂໍ້ຕົກລົງ Stockholm ແລະ ຂໍ້ຕົກລົງ Ryadh ຢ່າງເຂັ້ມງວດ.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກວ່າ ຫວຽດນາມສະໜັບສະໜູນຄວາມພະຍາຍາມ ຂອງບັນດາອົງການສະຫະປະຊາຊາດ ໃນການຊຸກຍູ້ການແກ້ໄຂທາງດ້ານການເມືອງຢ່າງຮອບດ້ານ ສຳລັບເຢແມນ.

ຫວຽດນາມ ໄດ ຮຽກຮ ອງໃຫ ບ ນດາຝ າຍ ຢ ເຢແມນ ຕ ອງດຳເນ ນການເຈລະຈາເພ ອສ ນຕ ພາບ ໄຂກອງປະຊຸມສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 45

ຍສໝ - ກອງປະຊຸມສະພາສິດທິມະນຸດຄັ້ງທີ 45 ໄດ້ຈັດຂື້ນພາຍໃຕ້ຮູບການປະຊຸມກັບທີ່ ແລະ ທາງອອນລາຍ.

ຫວຽດນາມ ໄດ ຮຽກຮ ອງໃຫ ບ ນດາຝ າຍ ຢ ເຢແມນ ຕ ອງດຳເນ ນການເຈລະຈາເພ ອສ ນຕ ພາບ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະທີ່ຕັ້ງຂອງກອງທັບ ແລະ ປະເທດຫວຽດນາມ ບົນເວທີສາກົນ

ຍສໝ - ການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດນັບມື້ນັບໄດ້ຮັບການຍູ້ແຮງຕາມທິດພັດທະນາຢ່າງເລິກເຊິ່ງກວ້າງຂວາງທາງດ້ານຂອບຂະໜາດ ແລະລະດັບການຮ່ວມມືກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ປະກອບສ່ວນນໍາການປ້ອງກັນຊາດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນເທື່ອລະກ້າວ.

ຫວຽດນາມ ໄດ ຮຽກຮ ອງໃຫ ບ ນດາຝ າຍ ຢ ເຢແມນ ຕ ອງດຳເນ ນການເຈລະຈາເພ ອສ ນຕ ພາບ ຫວຽດນາມ ພ້ອມແລ້ວທີ່ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ - ສະຫະປະຊາຊາດ ໃນການຮັກສາສັນຕິພາບ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຕີລາຄາວ່າ ບັນດາການເຄື່ອນໄຫວຮັກສາສັນຕິພາບ ແມ່ນເຄື່ອງມືສຳຄັນຂອງສະຫະປະຊາຊາດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.