ໂຄງການ “ລະດູບານໃໝ່ຂອງນັກຮົບ ປີ 2020” ໄດ້ຮັບການຈັດຂຶ້ນຢ່າງຄຶກຄຶ້ນ

11:57 | 06/01/2020

ຍສໝ - ຕອນເຊົ້າວັນທີ 5 ມັງກອນ, ກອງບັນຊາການທະຫານເຂດ 7 ໄດ້ປະສານສົມທົບກັບ ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ໃນການຈັດຕັ້ງ ໂຄງການ “ລະດູບານໃໝ່ຂອງນັກຮົບ ປີ 2020” ຢູ່ນະຄອນໂຮ່ຈີມິນ.

ຕອນເຊົ້າວັນທີ 5 ມັງກອນ, ກອງບັນຊາການທະຫານເຂດ 7 ໄດ້ປະສານສົມທົບກັບ ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ໃນການຈັດຕັ້ງ ໂຄງການ “ລະດູບານໃໝ່ຂອງ​ນັກ​ຮົບ ປີ 2020” ຢູ່ນະຄອນໂຮ່ຈີມິນ.

ທ່ານພົນໂທ ຫງວຽນກົງແອງ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 7 ໃຫ້ຮູ້ວ່າ: ໂຄງການ “ລະດູບານໃໝ່ຂອງ​ນັກ​ຮົບ ປີ 2020” ໄດ້ຈັດຕັ້ງເປັນເວລາ 5 ປີດ້ວຍຄວາມໝາຍທາງດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳຢ່າງເລິກເຊິ່ງ, ພ້ອມດ້ວຍການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງໜູນໃຫ້ພະນັກງານ, ທະຫານ ແລະ ປະຊາຊົນຢູ່ເຂດຊາຍແດນ ແລະ ເກາະທະເລ.

ໂຄງການ “ລະດູບານໃໝ່ຂອງນັກຮົບ ປີ 2020” ໄດ້ຮັບການຈັດຂຶ້ນຢ່າງຄຶກຄຶ້ນ

ລາຍການ “ລະດູບານໃໝ່ຂອງນັກຮົບ ປີ 2020” (ພາບ: qdnd.vn)

ນີ້ແມ່ນລາຍການປະຈຳປີ ໂດຍກອງບັນຊາການ ທະຫານເຂດ 7 ຈັດຕັ້ງຂຶ້ນ, ເຊິ່ງມີຄວາມໝາຍດ້ານການເມືອງ, ສັງຄົມ, ມະນຸດສະທຳ ທີ່ເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງອົງຄະນະພັກ, ກອງບັນຊາການທະຫານເຂດ 7 ສຳລັບຊີວິດດ້ານວັດຖຸ ແລະ ຈິດໃຈ ຂອງ ພະນັກງານ, ນັກຮົບ ແລະ ບັນດາປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ເຂດ ຊາຍແດນ, ທະເລໝູ່ເກາະ. ລາຍການລວມມີ ການເຄື່ອນໄຫວທີ່ຄຶກຄື້ນ ແລະ ມີຄວາມໝາຍຫຼາຍຢ່າງ. ຄຽງຄູ່ກັນນັ້ນ, ລາຍການກໍ່ໄດ້ໃຫ້ບໍລິຈາກເງິນອຸດໜູນເກືອບ 250 ລ້ານດົ່ງ, ເພື່ອຊື້ຂອງຂວັນໃຫ້ແກ່ ພະນັກງານ, ນັກຮົບ, ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກຢູ່ເຂດຊາຍແດນ, ທະເລໝູ່ເກາະໃນບຸນປີໃໝ່ປະຈໍາຊາດ 2020.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.