| ຊາວຫວຽດນາມ ຢູ່ ອາເມລິກາ ແຈກຢາຍອາຫານຟຣີຫຼາຍກວ່າ 10.000 ພູດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນທ້ອງຖິ່ນ | |
| ສະຖານທູດສະຫະລັດອາເມລິກາ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານໝໍ ຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ |
![]() |
| ທ່ານນາງ Martina Wild - ຮອງເຈົ້າຄອງນະຄອນ ທັງເປັນຜູ້ຮັບຜິດຊອບດ້ານການອົບພະຍົບຂອງນະຄອນ Augsburg (ເສື້ອຍາວສີສົ້ມ) ມີຄວາມປະທັບໃຈເປັນພິເສດຕໍ່ຜະລິດຕະພັນໝວກກຸບ ຂອງຫວຽດນາມ. (ພາບ:TTXVN) |
ທ້າຍອາທິດທີ່ຜ່ານມາ, ຢູ່ນະຄອນ Augsburg, ລັດ Bayern, ພາກໃຕ້ຂອງປະເທດເຢຍລະມັນ, ງານບຸນວັດທະນະທຳ ໄດ້ໄຂຂື້ນໂດຍມີຫລາຍກິດຈະກຳທີ່ໜ້າປະທັບໃຈ ແລະ ເປັນເອກະລັກສະເພາະ. ຢູ່ທີ່ນີ້, ຫ້ອງວາງສະແດງຂອງຫວຽດນາມຂອງວາລະສານ ເຮືອງຫວຽດ (ໜັງສືພິມອອນລາຍຂອງຊາວຫວຽດນາມຢູ່ເຢຍລະມັນ) ໄດ້ສ້າງຄວາມປະທັບໃຈໃຫ້ເພື່ອນມິດສາກົນ ແລະນັກທ່ອງທ່ຽວສາກົນ.
ບັນດາການເຄື່ອນໄຫວໂຄສະນາຂ້າງເທິງນີ້ໄດ້ຖືກດຳເນີນໂດຍວາລະສານ ເຮືອງຫວຽດ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ເຢຍລະມັນ (23 ກັນຍາ 1975-23 ກັນຍາ 2020). ຫ້ອງວາງສະແດງຂອງຫວຽດນາມໄດ້ຮັບການປະດັບປະດາດ້ວຍຄວາມປະທັບໃຈ, ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ນອກຈາກການວາງສະແດງບັນດາຜະລິດຕະພັນວັດທະນະທຳທີ່ເປັນຄຸນລັກສະນະຈຳເພາະ ເຊັ່ນ: ໝວກກຸບ, ຮູບພາບແນະ ນຳປະເທດ ແລະ ຜູ້ຄົນຫວຽດນາມ, ວາລະສານ ເຮືອງຫວຽດ ຍັງແນະນຳ ບັນດາເຍື່ອງອາຫານການກິນຂອງຫວຽດນາມ ໄປຍັງເພື່ອນມິດສາກົນເຊັ່ນ: ແນມຈືນ, ເຝີ...
![]() |
| ເພື່ອນສາກົນມາຢ້ຽມຊົມຫ້ອງວາງສະແດງຂອງຫວຽດນາມ. (ພາບ:ວາລະສານ ເຮືອງຫວຽດ) |
ເມື່ອມາຢ້ຽມຢາມ ຫ້ອງວາງສະແດງຂອງຫວຽດນາມ, ຄະນະຜູ້ແທນອໍານາດການປົກຄອງນະຄອນ Augsburg ມີຄວາມປະທັບໃຈ ແລະສະແດງຄວາມຮັກແພງຕໍ່ປະເທດ ແລະ ຜູ້ຄົນຫວຽດນາມ. ທ່ານນາງ Martina Wild - ຮອງເຈົ້າຄອງນະຄອນ ທັງເປັນຜູ້ຮັບຜິດຊອບດ້ານການອົບພະຍົບຂອງນະຄອນ Augsburg ມີຄວາມປະທັບໃຈເປັນພິເສດຕໍ່ຜະລິດຕະພັນໝວກກຸບ ຂອງຫວຽດນາມ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ຫວຽດນາມ.
ພິເສດ, ນັກທ່ອງທ່ຽວແຕ່ລະຄົນເມື່ອມາຢ້ຽມຊົມຫ້ອງວາງສະແດງຂອງຫວຽດນາມ ລ້ວນແຕ່ໄດ້ມອບຜ້າອັດປາກ ເຊິ່ງທີ່ມີແຜນທີ່ຂອງຫວຽດນາມທີ່ມີສອງໝູ່ ເກາະ ຮ່ວາງຊາ ແລະ ເຈື່ອງຊາ, ຜ່ານນັ້ນປະກອບສ່ວນຢັ້ງຢືນກັບເພື່ອນມິດສາກົນກ່ຽວກັບອະທິປະໄຕຂອງຫວຽດນາມ ສຳລັບສອງໝູ່ເກາະນີ້.
| ເມື່ອບໍ່ດົນມານີ້, ທ່ານ ໂຕແອັງຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຈລະຈາທາງໄກກັບທ່ານ Niels Annen, ຮອງລັດຖະມົນຕີກະຊວງການຕ່າງປະເທດເຢຍລະມັນ. ທີ່ການເຈລະຈາ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃນຫຼາຍຂົງເຂດ. ທ່ານ ໂຕແອັງຢູງ ຢັ້ງຢືນວ່າ ເຢຍລະມັນ ຍາມໃດກໍ່ແມ່ນຄູ່ຮວມມືສໍາຄັນແຖວໜ້າຂອງຫວຽດນາມໃນສະຫະພາບເອີລົບ (ອີຢູ). ສອງຝ່າຍປາດຖະໜາຢາກໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ-ອີຢູ (EVIPA) ໂດຍໄວ, ສ້າງຂອບນິຕິກໍາເພື່ອສົ່ງເສີມວິສາຫະກິດສອງຝ່າຍເພີ່ມທະວີການລົງທຶນໃນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. |
| ຕັດສິນໃຈຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ຄວາມສະຫງົບ, ເປັນກາງ ແລະ ຄວາມໝັ້ນຄົງ ຍສໝ - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 9 – 12 ກັນຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງລວມມີກອງປະຊຸມລັດຖະມົນຕີ 19 ຄັ້ງ, ບັນດາລັດຖະມົນຕີໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານ 42 ສະບັບ. |
| ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28.9 ລ້ານຄົນ ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ ສາມປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກຕາມລຳດັບ. |
| ແຂວງກ່າເມົາ ສສ.ຫວຽດນາມ: ການພັດທະນາການປະມົງແບບຍືນຍົງ ແລະມີຄວາມຮັບຜິດຊອບ ດ້ວຍຄວາມຕັດສິນໃຈສູງ, ກ່າເມົາ ໄດ້ປະຕິບັດຫຼາຍມາດຕະການເພື່ອຕ້ານການຂຸດຄົ້ນຊັບສິນທະເລຜິດກົດໝາຍ. ພິເສດ, ສອງແຂວງກ່າເມົາ ແລະກຽນຢາງ ຍັງໄດ້ຮັບຮອງເອົາແຜນການປະສານງານ ແລະຈັດຕັ້ງການລາດຕະເວນຮ່ວມ. |
ໄຊພອນ
ຂ່າວທີ່ກ່ຽວຂ້ອງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ
VITM 2026 ແຜ່ຂະຫຍາຍແຮງຊຸກດັນການຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ ໃຫ້ແກ່ການທ່ອງທ່ຽວ ຫວຽດນາມ
ໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ: ອະນຸລັກຮັກສາຄຸນຄ່າຮີດຄອງປະເພນີ, ເຊື່ອມຕໍ່ຈິດວິນຍານຂອງຊາດ ຫວຽດນາມ
ທ່ານອາດຈະມັກ
ຫວຽດນາມ - ລາວ: ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ບັນລຸໄດ້ຫຼາຍກວ່າ 4 ຕື້ໂດລາສະຫະລັດ ໃນປີ 2026
ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ
ນ້ຳໃຈມິດຕະພາບອັນດູດດື່ມ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ
ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ
ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ

