ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະອາຊຽນ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ

06:49 | 02/02/2020

ວັນທີ 30 ມັງກອນ, ຢູ່ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງວາລະປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງ ສະຫະປະຊາຊາດ (ສປຊ) ແລະອາຊຽນ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ ພາຍໃຕ້ການເປັນປະທານຂອງຫວຽດນາມ.

ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາສປຊ ໄດ້ຢັ້ງຢືນເຖິງຄວາມສໍາຄັນ ແລະຄວາມຈໍາເປັນໃນການເພີ່ມທະວີການຮ່ວມມືລະຫວ່າງ ສປຊ ກັບອົງການຈັດຕັ້ງຕ່າງໆໃນພາກພື້ນ, ໃນນັ້ນມີອາຊຽນ; ທ່ານເນັ້ນໜັກວ່າ ອາຊຽນແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະໄວ້ເນື້ອເຊື່ອໃຈຂອງສປຊ; ແບ່ງປັນຜົນສໍາເລັດຂອງອາຊຽນ, ໃນນັ້ນມີການສ້າງປະຊາຄົມອາຊຽນໃນປີ 2015, ເຊິ່ງແມ່ນພະຍານຫຼັກຖານໃຫ້ແກ່ຈິດໃຈສາມັກຄີ ພ້ອມກັນສູ້ຊົນເພື່ອເປົ້າໝາຍລວມ.

ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະອາຊຽນ ໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ
ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາສປຊ ກ່າວຄໍາເຫັນທີ່ວາລະປຶກສາຫາລື. ພາບ: ຈ່າຫງວຽນ

ກ່ຽວກັບການຮ່ວມມື ອາຊຽນ-ສປຊ, ທ່ານ ດັ້ງດິ່ງກຸ໊ຍ ຢືນຢັນວ່າ ຫວຽດນາມຈະມານະພະຍາຍາມສືບຕໍ່ຊຸກຍູ້ການຮ່ວມມືຮອບດ້ານ, ມີປະສິດທິຜົນລະຫວ່າງສອງອົງການ, ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດຄື ສັນຕິພາບ, ການແກ້ໄຂຄວາມຂັດແຍ້ງກັນ, ການທູດສະກັດກັ້ນ, ຫຼຸດຜ່ອນອາວຸດ, ຮັກສາສັນຕິພາບ, ຕ້ານການກໍ່ການຮ້າຍ, ຮ່ວມມືທາງທະເລ, ຄວາມໝັ້ນຄົງໃນການເດີນທະເລ. ບົນພື້ນຖານນັ້ນ, ທ່ານ ດັ້ງດິ່ງກຸ໊ຍ ກໍ່ແນະນໍາກ່ຽວກັບຂໍ້ສະເໜີຮ່ວມມືລະຫວ່າງອາຊຽນ ແລະສປຊ ໂດຍຫວຽດນາມຊຸກຍູ້ໃນປີ 2020 ຄືຍົກສູງຄຸນນະພາບ ແລະປະສິດທິຜົນການເຂົ້າຮ່ວມຂອງບັນດາປະເທດອາຊຽນ ໃນການເຄື່ອນໄຫວຮັກສາສັນຕິພາບຂອງສປຊ; ຊຸກຍູ້ບົດບາດ, ການປະກອບສ່ວນຂອງແມ່ຍິງອາຊຽນໃນຂົງເຂດສັນຕິພາບ, ຄວາມໝັ້ນຄົງ ແລະຜັນຂະຫຍາຍວິວັດການສ້າງຄວາມສະໜິດຕິດພັນຢ່າງມີປະສິດທິຜົນ; ໜູນຊ່ວຍລະຫວ່າງບັນດາເປົ້າໝາຍພັດທະນາແບບຍືນຍົງ ຂອງສປຊ ແລະວິໄສທັດປະຊາຄົມອາຊຽນ 2025. ຕາມນັ້ນແລ້ວ, ຫວຽດນາມ ສະເໜີຈັດຕັ້ງກອງປະຊຸມເຈລະຈາສຸດຍອດອາຊຽນ-ສປຊ ກ່ຽວກັບການພັດທະນາແບບຍືນຍົງ ໃນໂອກາດກອງປະຊຸມສຸດຍອດອາຊຽນ-ສປຊ ທີ່ຈະດໍາເນີນໃນເດືອນຕຸລາ 2020 ຢູ່ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: https://la.qdnd.vn)

ເຫດການ
302 Found

Found

The document has moved here.