ອີຢູ ຕີ​ລາ​ຄາ​ສູງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ AMM 53 ແລະ ວຽກ​ງານ​ການ​ຈັດ​ຕັ້ງ​ຂອງ​ຫວຽດ​ນາມ

16:14 | 14/09/2020

ຍສໝ - ທານເອກອັກຄະລັດຖະທູດອີຢູ ປະຈຳ ອາຊຽນ ໄດ້ຢືນຢັນວ່າ, ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ຄວາມເປັນໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ໂດຍການຮັກສາການພົວພັນເປັນປະຈຳ ລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມື.

ອ ຢ ຕ ລາ ຄາ ສ ງ ຜ ນ ສຳ ເລ ດ ຂອງກອງ ປະ ຊ ມ amm 53 ແລະ ວຽກ ງານ ການ ຈ ດ ຕ ງ ຂອງ ຫວຽດ ນາມ AMM 53: ບັນດາຜູ້ຊ່ຽວຊານປະເທດໄທ ໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມ
ອ ຢ ຕ ລາ ຄາ ສ ງ ຜ ນ ສຳ ເລ ດ ຂອງກອງ ປະ ຊ ມ amm 53 ແລະ ວຽກ ງານ ການ ຈ ດ ຕ ງ ຂອງ ຫວຽດ ນາມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ໄດ້​ອອກແຈ້ງ​ການ​ຮ່ວມ AMM 53

ຕາມທ່ານເອກອັກຄະລັດຖະທູດ ສະຫະພາບເອີຣົບ (ອີຢູ) ປະຈຳ ອາຊຽນ Igor Driesmans ແລ້ວ, ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ AMM 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສຳເລັດໃນສະພາບການທີ່ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ເຄີຍມີມາ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບັນດາແງ່ມູມທາງດ້ານເຕັກນິກ ແລະ ພະລາທິການຂອງຫວຽດນາມໃຫ້ແກ່ບັນດາເຫດການນີ້ ແມ່ນປະທັບໃຈທີ່ສຸດ.

ອ ຢ ຕ ລາ ຄາ ສ ງ ຜ ນ ສຳ ເລ ດ ຂອງກອງ ປະ ຊ ມ amm 53 ແລະ ວຽກ ງານ ການ ຈ ດ ຕ ງ ຂອງ ຫວຽດ ນາມ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 53. (ພາບ: TTXVN)

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ອີຢູ ໄດ້ເຕື້ອງເຖິງບັນຫາຄວາມໝັ້ນຄົງສາກົນ ແລະ ພາກພື້ນທີ່ສຳຄັນ, ເຊັ່ນ: ການຕໍ່ສູ້ຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ສະຖານະການທະເລຕາເວັນອອກ ແລະ ແຫຼມເກົາ​ຫຼີ​ເຫນືອ.

ທ່ານເອກອັກຄະລັດຖະທູດ Igor Driesmans ໄດ້ເນັ້ນໜັກວ່າ ຈຸດໃຈກາງຂອງຫວຽດນາມໃນການປັບປຸງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ແມ່ນສິ່ງທີ່ບໍ່ມີຫຍັງສອດຄ່ອງໄປກວ່າໃນປັດຈຸບັນ”. ທ່ານເອກອັກຄະລັດຖະທູດ ຖືວ່າ ໃນຖານະຕຳແໜ່ງເປັນປະທານ ອາຊຽນ ຫວຽດນາມ ໄດ້ສຳເລັດຜົນໃນການຍົກສູງນ້ຳໃຈຄວາມສາມັກຄີ, ການຮ່ວມມື ແລະ ຄວາມຮັບຜິດຊອບທີ່ມີຕໍ່ວົງຄະນະຍາດສາກົນ ນັບແຕ່ຊຸມມື້ທຳອິດຂອງວິກິດການນີ້.

ດ້ວຍຄວາມເຊື່ອໝັ້ນຢ່າງໜັກແໜ້ນຕໍ່ກົດໝາຍສາກົນ ແລະ ການແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ, ສະຫະພາບເອີຣົບ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ບັນລຸຄວາມຄືບໜ້າຕື່ມອີກ ໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດໃນທະເລຕາເວັນອອກ (COC).

ພາຍໃຕ້ການນຳພາຂອງຫວຽດນາມ, ອາຊຽນ ໄດ້ສະແດງຄວາມກຽມພ້ອມຢ່າງເຕັມໃຈ ທີ່ຈະຮ່ວມມືເພື່ອຊອກຫາວິທີແກ້ໄຂໃນພາກພື້ນ ແລະ ຫຼຸດຜ່ອນຜົນກະທົບຈາກວິກິດການນີ້ ເຊິ່ງໄດ້ສະແດງໃນກອງປະຊຸມສຸດຍອດອາຊຽນ ກ່ຽວກັບພະຍາດ COVID-19 ໃນເດືອນເມສາທີ່ຜ່ານມາ. ທ່ານເອກອັກຄະລັດຖະທູດ Igor ຢືນຢັນວ່າ ຫວຽດນາມໄດ້ຢັ້ງຢືນຄືນໃໝ່ ບົດບາດເປັນໃຈກາງ ແລະ ຄວາມສາມັກຄີຂອງອາຊຽນ ໂດຍການຮັກສາການພົວພັນເປັນປະຈຳ ແລະ ສຳຄັນລະຫວ່າງອາຊຽນ ແລະ ບັນດາຄູ່ຮ່ວມມືນັບແຕ່ຕອນເບື້ອງຕົ້ນການລະບາດຂອງໂລກລະບາດ.

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ໄດ້ອອກແຈ້ງການຮ່ວມໂດຍຢັ້ງຢືນເຖິງ ການຮ່ວມມືຂອງບັນດາປະເທດສະມາຊິກ ອາຊຽນ ໃນຄວາມມານະພະຍາຍາມກໍໍ່ສ້າງປະຊາຄົມ ອາຊຽນ, ຮັບມືກັບໂລກລະບາດໂຄວິດ-19, ຟື້ນຟູແບບຍືນຍົງ ແລະ ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ.

ອ ຢ ຕ ລາ ຄາ ສ ງ ຜ ນ ສຳ ເລ ດ ຂອງກອງ ປະ ຊ ມ amm 53 ແລະ ວຽກ ງານ ການ ຈ ດ ຕ ງ ຂອງ ຫວຽດ ນາມ AMM 53: ບັນດາຜູ້ຊ່ຽວຊານປະເທດໄທ ໄດ້ຕີລາຄາສູງບົດບາດນຳພາຂອງຫວຽດນາມ

ຍສໝ - ບັນດາຜູ້ຊ່ຽວຊານຢູ່ໄທ ໃຫ້ຮູ້ວ່າ ບັນດາຂໍ້ລິເລີ່ມຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020 ແມ່ນລ້ວນແຕ່ມີຜົນດີຢ່າງຕັ້ງໜ້າ, ໂດຍສະເພາະ ແມ່ນໃນສະພາບການແຜ່ລະບາດຂອງພະຍາດ COVID-19.

ອ ຢ ຕ ລາ ຄາ ສ ງ ຜ ນ ສຳ ເລ ດ ຂອງກອງ ປະ ຊ ມ amm 53 ແລະ ວຽກ ງານ ການ ຈ ດ ຕ ງ ຂອງ ຫວຽດ ນາມ EVFTA: ເປີດອອກ “ກາລະໂອກາດຄໍາ” ໃຫ້ແກ່ຫວຽດນາມ ກ້າວເຂົ້າສູ່ລະບົບມູນຄ່າທົ່ວໂລກ

ຍສໝ - ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (ອີຢູ) - ຫວຽດນາມ (EVFTA) ເລີ່ມມີຜົນສັກສິດນັບແຕ່ວັນທີ 1 ສິງຫາ 2020. ນີ້ໄດ້ຮັບຖືວ່າແມ່ນບາດລ້ຽວລະຫວ່າງເສດຖະກິດຫວຽດນາມ ແລະເອີລົບ, ພ້ອມທັງເປີດອອກ “ກາລະໂອກາດຄໍາ” ໃຫ້ແກ່ຫວຽດນາມ ກ້າວເຂົ້າສູ່ລະບົບມູນຄ່າທົ່ວໂລກ.

ອ ຢ ຕ ລາ ຄາ ສ ງ ຜ ນ ສຳ ເລ ດ ຂອງກອງ ປະ ຊ ມ amm 53 ແລະ ວຽກ ງານ ການ ຈ ດ ຕ ງ ຂອງ ຫວຽດ ນາມ ໜັງສືພິມອາເມລິກາ ຊົມເຊີຍເລື່ອງ ຫວຽດນາມ ຊ່ວຍເຫຼືອ ອີຢູ

ຍສໝ - ໜັງສືພິມອາເມລິກາ The Diplomat ໄດ້ຄັດສະເໜີຂໍ້ມູນຂ່າວຂອງກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ ວັນທີ 7 ເມສາ ຫວຽດນາມ ໄດ້ມອບຜ້າອັດປາກ 550.000 ອັນໃຫ້ແກ່ 5 ປະເທດເອີລົບ ເພື່ອໜູນຊ່ວຍບັນດາປະເທດເຫຼົ່ານີ້ຕໍ່ສູ້ກັບໂລກລະບາດໂຄວິດ-19.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.