ນະຄອນຫຼວງ ເນັ້ນສະຫຼອງບຸນປີໃໝ່ລາວຢ່າງມ່ວນຊື່ນ ປະຢັດ ສະຫງົບ ປອດໄພ

00:54 | 15/05/2019

ປະ­ເພ­ນີ​ບຸນ​ກຸດ​ສົງ­ການ​ປີ​ໃໝ່​ລາວ ແມ່ນ​ນອນ​ຢູ່​ໃນ​ຮີດ​ສິບ​ສອງ​ຄອງ​ສິບ​ສີ່ ຮີດ​ຍີ່​ຄອງ​ຈຽງ ທີ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າໄດ້​ພ້ອມ​ກັນ​ອະ­ນຸ​ຮັກ​ສືບ​ສານ​ມາ​ເຖິງ​ທຸກ​ວັນ​ນີ້ ແລະ ໄດ້​ກາຍເປັນ​ປາງ​ບຸນ​ໃຫຍ່​ບຸນ​ມະຫາຊາດເຊິ່ງ​ມີ​ຫຼາຍ​ກິດ­ຈະ­ກຳ​ປະ­ກອບ​ໃນ​ການ​ສະ­ເຫຼີມ­ສະ­ຫຼອງ ເປັນ​ມູນ­ເຊື້ອ​ດ້ານ​ປະ­ເພ­ນີ​ສືບ​ທອດ ກາຍເປັນ​ມໍ­ລະ­ດົກ​ຕົກ​ທອດ​ຈາກ​ຮຸ່ນ​ສູ່​ຮຸ່ນ​ຮອດ​ເທົ່າ​ທຸກ​ວັນ​ນີ້.

ນະຄອນຫຼວງ ເນັ້ນສະຫຼອງບຸນປີໃໝ່ລາວຢ່າງມ່ວນຊື່ນ ປະຢັດ ສະຫງົບ ປອດໄພ

ນະຄອນຫຼວງ ເນັ້ນສະຫຼອງບຸນປີໃໝ່ລາວຢ່າງມ່ວນຊື່ນ ປະຢັດ ສະຫງົບ ປອດໄພ

ເພື່ອ​ຮັກ­ສາ​ໄດ້​ວັດ­ທະ­ນະ­ທຳ ຮີດ­ຄອງ​ປະ­ເພ­ນີ​ໃນ​ການ​ສະ­ເຫຼີມ­ສະ­ຫຼອງ​ບຸນ​ດັ່ງ­ກ່າວ ດ້ວຍ​ບັນ­ຍາ­ກາດ​ເບີກ­ບານ​ມ່ວນຊື່ນ ບົນ​ຈິດ­ໃຈ​ປະ­ຢັດ ສະ­ຫງົບ​ປອດ​ໄພ ແລະ ສີ­ວິ­ໄລ ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວນະຄອນຫຼວງວຽງຈັນ (ຖວ​ທ ນວ) ໄດ້​ຈັດ​ສຳ​ມະ​ນາ​ຫົວ­ຂໍ້ “ສະ­ເຫຼີມ­ສະ­ຫຼອງ​ປະ­ເພ­ນີ​ບຸນປີ­ໃໝ່​ລາວ ພສ 2562” ຂຶ້ນ​ວັນ​ທີ 18 ມີ­ນາ 2019 ຢູ່​ຫ້ອງ​ວ່າ­ການ ນວ ໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ຫົວໜ້າ​ພະ​ແນກ ຖວ​ທ ນວ ພ້ອມ​ດ້ວຍ​ພະ­ແນກ­ການ​ອ້ອມ​ຂ້າງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ກ່າວ​ວ່າ: ອີງ­ໃສ່​ເງື່ອນ­ໄຂ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ທ່າ​ອ່ຽງ​ຂອງ​ຍຸກ​ສະ­ໄໝ ໂດຍ​ສະ­ເພາະ​ຢູ່ ນວ ທີ່​ເປັນ​ເມືອງ​ໃຈກາງ​ດ້ານ​ການ­ເມືອງ ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ­ຫງົບ ເສດ­ຖະ­ກິດ ວັດທະນາທໍາ - ສັງ­ຄົມ ແລະ ການ​ພົວ­ພັນ​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ ເຖິງ​ວ່າ​ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ຫຼາຍ​ດ້ານ ເພື່ອ​ອຸທິດ​ໃຫ້​ວຽກ​ງານ​ອະ­ນຸ​ຮັກ​ມູນ­ເຊື້ອ​ປະ­ເພ­ນີ ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ແຕ່​ຍັງ​ມີ​ຫຼາຍ​ບັນ­ຫາ​ທ້າ​ທາຍ​ຕໍ່​ກັບ​ຂົງ­ເຂດ​ວຽກ​ງານ​ວັດ­ທະ­ນະ­ທຳ ຕໍ່​ການ​ອະ­ນຸ​ຮັກ​ຮີດ­ຄອງ​ປະ­ເພ­ນີ ວັດ­ທະ­ນະ­ທຳ​ອັນ​ດີ­ງາມ​ຂອງ​ຊາດ ໃນ​ນີ້ ປະ­ເພ­ນີ​ການ​ສະ­ເຫຼີມສະ­ຫຼອງ​ບຸນ​ກຸດ​ສົງ­ການ​ປີ​ໃໝ່​ລາວ ມາ​ຮອດ​ປັດ­ຈຸ­ບັນ ແມ່ນ​ເປັນ​ມູນ­ເຊື້ອ ເປັນ​ຮີດ​ເປັນ​ຄອງ​ພວກ​ເຮົາ ຍັງ​ຮັກ­ສາ​ໄດ້ ແຕ່​ຄຽງ​ຄູ່​ກັນ​ນີ້ ກະ­ແສ​ນິ­ຍົມ​ໃໝ່ ກິດ­ຈະ­ກຳ ການ​ສ້າງ­ສັນ ການ​ບັນ­ເທີງ​ຈຳ­ນວນ​ໜຶ່ງ​ມີ​ລັກ­ສະ­ນະ​ຊອດ​ກະ­ຈາ ນັບ​ມື້​ແຜ່​ລາມ​ເຂົ້າ​ຢູ່​ໃນ​ຖັນ​ແຖວ​ຊາວ​ໜຸ່ມ​ເຍົາ­ວະ​ຊົນ ເປັນ­ຕົ້ນ ພຶດ­ຕິ​ກຳ​ການ​ຄົບ­ງັນ ສ້າງ­ສັນ ມ່ວນ­ຊື່ນ ການ​ຫຼີ້ນ​ນ້ຳ ການ​ດື່ມ ການ​ຂັບ​ຂີ່​ພາ­ຫະ­ນະ​ທີ່​ບໍ່​ປອດ​ໄພ ເຮັດ​ໃຫ້​ມູນ­ເຊື້ອ​ອັນ​ດີ­ງາມ​ຖືກ​ກະ­ທົບ-ຫຼົງ​ລືມ.

ເພື່ອ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ພັກ ໃນ​ການ​ສ້າງ​ວັດ­ທະ­ນະ­ທຳ​ໃໝ່​ທີ່​ມີ​ລັກ­ສະ­ນະ​ຊາດມະ­ຫາ­ຊົນ ແລະ ກ້າວ­ໜ້າ​ສິວິໄລ ຜັນ​ຂະ­ຫຍາຍ​ເນື້ອ​ໃນ​ຈິດ­ໃຈ​ມະ­ຕິ 7 ຄັ້ງ​ທີ X ຂອງ​ສູນ​ກາງ​ພັກປະ­ຕິ­ບັດ​ມະ­ຕິ​ຕົກ­ລົງ​ຂອງ​ອົງ­ຄະ​ນະ​ພັກ ນວ ສ້າງ​ຂະ​ບວນ​ການ​ຕ້ອນ­ຮັບ​ປີ​ທ່ອງ​ທ່ຽວ​ລາວ-ຈີນ 2019 ຈຶ່ງ​ໄດ້​ຈັດ​ສຳ​ມະ​ນາ​ນີ້​ຂຶ້ນ ເພື່ອ​ລະ­ດົມ​ຄວາມ​ຄິດ​ຈາກ​ພາກ­ສ່ວນ​ຕ່າງໆ ຕໍ່​ກັບ​ການ​ປັບ­ປຸງ​ປ່ຽນ­ແປງ​ບາງ​ຄວາມ​ເຄີຍ​ຊິນ ບາງ​ພຶດ­ຕິ​ກຳ​ທີ່​ໄດ້​ປະ­ຕິ­ບັດ​ຜ່ານ​ມາ ໃນ​ໂອ­ກາດ​ສະເຫຼີມສະຫຼອງບຸນ­ປີ­ໃໝ່​ລາວ ເຊັ່ນ: ການ​ຊອກ​ຫາ​ວິ­ທີ​ການ ມາດ​ຕະ­ການ ເພື່ອ​ຫັນ­ປ່ຽນ​ຄວາມ​ເຄີຍ​ຊິນ​ຕໍ່​ພຶດ­ຕິ​ກຳ​ການ​ຫຼີ້ນ​ນ້ຳ ຫົດ​ນ້ຳ​ຊະ­ຊາຍ​ຕາມ​ຖະໜົນ​ທີ່​ສ້າງ​ຄວາມ​ເປິ​ະ​ເປື້ອນ ຄວາມ​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ເຮັດ​ໃຫ້­ການ​ສັນ­ຈອນ​ແອ​ອັດ ໂດຍ​ໃຫ້​ແຕ່​ລະ​ເມືອງ ຊຸມ​ຊົນ​ກຳ­ນົດ​ເປັນ​ເຂດ​ຫຼີ້ນ​ນ້ຳ­ຂອງ​ເມືອງ ແລະ ຊຸມ​ຊົນ​ໃຫ້​ເປັນ​ເຂດ​ສະ­ເພາະ ການ​ຈັດ​ພິ­ທີ​ບາ­ສີ­ສູ່­ຂວັນ ງານ​ລ້ຽງ​ສ້າງ­ສັນ​ຂອງ​ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ອ້ອມ​ຂ້າງ ນວ ໂດຍ​ສະ­ເພາະ​ໃຫ້​ກຳ­ນົດ​ເອົາ​ມື້​ຈັດ​ຕັ້ງ​ປະ­ຕິ­ບັດ​ດັ່ງ­ກ່າວ​ໃຫ້​ເປັນ​ເອກ​ກະ​ພາບ ຊອກ​ຫາ​ວິ­ທີ ມາດ​ຕະ­ການ​ຫຼຸດ­ຜ່ອນ​ການ​ບໍ­ລິ­ໂພກ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ ໃນ​ກິດ​ສະ​ກຳ​ສະ­ເຫຼີມ­ສະ­ຫຼອງ ແລະ ຕໍ່​ຜູ້​ຂັບ​ຂີ່​ເມົາ​ແລ້ວ​ຂັບ ແລະ ປຶກ­ສາ​ຫາ­ລື​ຮ່ວມ​ກັນ ໃນ​ການ​ສົ່ງ­ເສີມ​ກິດ­ຈະ­ກຳ​ຢູ່​ສະຖານ­ທີ່​ຫຼັກ​ຂອງ ນວ ເຊັ່ນ: ຢູ່​ຫາດ​ຊາຍ​ດອນ​ຈັນ ແລະ ບຶງ​ທາດຫຼວງ ໃຫ້​ມີ​ບັນ­ຍາ­ກາດ​ມ່ວນ­ຊື່ນ ມີ​ຄວາມ​ສະ­ຫງົບ​ປອດ​ໄພ ປະ­ຢັດ ແຕ່​ມີ​ສີ­ສັນ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມ ນວ ທັງ​ເປັນ​ການ​ຕ້ອນ­ຮັບ​ປີ​ທ່ອງ​ທ່ຽວ ລາວ-ຈີນ ອີກ​ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.