| ຫວຽດນາມ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນເປົ້າໝາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ | |
| ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ໄດ້ຮັບການໜູນຊ່ວຍຈາກອາເມລິກາໃນການຫັນເປັນດີຈີຕອນ |
![]() |
| ກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ (ພາບ: baolaocai) |
ຕອນເຊົ້າວັນທີ 25 ມີນານີ້, ຢູ່ໂຮງຮຽນການເມືອງແຂວງ, ຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ ເພື່ອຍົກສູງຄວາມຮັບຮູ້ ແລະ ສຶກສາອົບຮົມແນວຄິດອຸດົມການປະຕິວັດ, ຄຸນສົມບັດສິນທຳ, ຊີວິດການເປັນຢູ່ຂອງຊາວຫນຸ່ມ.
ເຂົ້າຮ່ວມກອງປະຊຸມ, ຢູ່ຈຸດເຊື່ອມຕໍ່ຂອງໂຮງຮຽນການເມືອງແຂວງ, ມີສະມາຊິກຄະນະຊາວໜຸ່ມ ແລະ ຊາວໜຸ່ມຈາກຫຼາຍອົງການ, ກໍາລັງປະກອບອາວຸດແຂວງ ເຂົ້າຮ່ວມເກືອບ 200 ຄົນ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າສົມທົບກັບທາງໄກເຖິງ 271 ຈຸດເຊື່ອມຕໍ່ ແລະ ຖ່າຍທອດສົດ livestream ຜ່ານ Fanpage ຂອງຄະນະຊາວໜຸ່ມແຂວງ ເພື່ອໃຫ້ສະມາຊິກຄະນະຊາວໜຸ່ມ ແລະ ຊາວໜຸ່ມພາຍໃນແຂວງ ເກືອບ 20.000 ຄົນເຂົ້າຮ່ວມຮ່ຳຮຽນ.
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງສະຫາຍ ເຢືອງດຶກຮຸຍ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຖ່າຍທອດຫົວຂໍ້: ໄວໜຸ່ມ ລາວກາຍ ເຊື່ອມໂຍງເຂົ້າເປັນພົນລະເມືອງຂອງພາກພື້ນ, ພົນລະເມືອງທົ່ວໂລກ.
ຫຼັງຈາກນັ້ນ, ສະຫາຍ ນາງ ຢ່າງທິມາຍ, ກຳມະການຄະນະບໍລິຫານງານສູນກາງຄະນະຊາວໜຸ່ມ, ເລຂາຄະນະຊາວໜຸ່ມແຂວງ ລາວກາຍ ໄດ້ບັນຍາຍຫົວຂໍ້ວ່າ: ກາລະໂອກາດ ແລະ ຄວາມຮັບຜິດຊອບຂອງຊາວໜຸ່ມ ລາວກາຍ ໃນການຫັນເປັນດີຈີຕອນໃນປະຈຸບັນ.
ຫົວຂໍ້ຂ້າງເທິງນີ້ຊ່ວຍໃຫ້ໄວຫນຸ່ມລາວກາຍ ຕອບບາງຄໍາຖາມ: ພົນລະເມືອງໂລກແມ່ນຫຍັງ? ໄວໜຸ່ມຫວຽດນາມ ໄດ້ເຊື່ອມໂຍງເຂົ້າເປັນພົນລະເມືອງທົ່ວໂລກແນວໃດ? ເປັນຫຍັງຊາວໜຸ່ມລາວກາຍ ຈຶ່ງຕ້ອງພະຍາຍາມກາຍເປັນພົນລະເມືອງທົ່ວໂລກ? ເພື່ອກາຍເປັນພົນລະເມືອງທົ່ວໂລກ ຕ້ອງເຮັດຫຍັງແດ່? ການຫັນເປັນດິຈິຕອນເຮັດໃຫ້ໄວໜຸ່ມມີໂອກາດອັນໃດແດ່? ປະຈຸບັນນີ້ ຊາວໜຸ່ມລາວກາຍ ມີຄວາມຮັບຜິດຊອບອັນໃດໃນການຫັນເປັນດີຈີຕອນ? ຄວາມຮັບຜິດຊອບຂອງໄວໜຸ່ມເມື່ອໃຊ້ເຄືອຂ່າຍສັງຄົມມີຄືແນວໃດ?...
ຜ່ານກອງປະຊຸມ, ບັນດາສະມາຊິກຄະນະຊາວໜຸ່ມ ແລະ ຊາວໜຸ່ມໃນບໍລິເວນແຂວງ ກໍໄດ້ຮັບການຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ, ເສີມຂະຫຍາຍອຸດົມການສູ້ຊົນກາຍເປັນພົນລະເມືອງທົ່ວໂລກ ແລະ ເພີ່ມທະວີຄວາມຮັບຜິດຊອບໃນການຫັນເປັນດິຈິຕອນໃນປະຈຸບັນ, ປະກອບສ່ວນເຂົ້າໃນພາລະກິດສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ.
ບຸນຄົງ
ທ່ານອາດຈະມັກ
ເອກອັກຄະລັດຖະທູດ ອີຣານ: ນະໂຍບາຍການຕ່າງປະເທດຂອງຫວຽດນາມ ມີລັກສະນະສ້າງສັນ ແລະ ຮອບດ້ານ
ຫວຽດນາມ - ໂມຣິຕານີ ເປີດກວ້າງການຮ່ວມມືທາງດ້ານກະສິກຳ, ໂທລະຄົມມະນາຄົມ ແລະ ການຂຸດຄົ້ນບໍ່ແຮ່
ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ
ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ
ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ
