ຍສໝ - ນີ້ແມ່ນຂໍ້ຄວາມແບ່ງປັນໂດຍທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ກັບບັນດາຜູ້ແທນທີ່ເຂົ້າຮ່ວມການໂອ້ລົມສົນທະນາທາງອອນໄລດ້ວຍຫົວຂໍ້ “ແບ່ງປັນມໍລະດົກ, ມຸ່ງໄປເຖິງອະນາຄົດ” ລະຫວ່າງຊາວໜຸ່ມ, ນັກສຶກສາອາເມລິກາ ແລະ ຊາວໜຸ່ ຫວຽດນາມ, ລາວ, ກຳປູເຈຍ ແລະ ໄທ ໄດ້ດຳເນີນໃນວັນທີ 28 ມີນາ.
ຍສໝ - ທ່ານ ຮສຈ.ປອ ເຈີ່ນເລຮືງ, ມະຫາວິທະຍາໄລວິສາວະກອນ Paris (EIVP), ມະຫາວິທະຍາໄລ Gustave Eiffel (UGE), ຄະນະຫົວໜ້າເຄືອຂ່າຍນັກປັນຍາຊົນຫນຸ່ມຫວຽດນາມ ທົ່ວໂລກ (Global VYSA) ໄດ້ແບ່ງປັນ 4 ຂໍ້ສະເໜີເພື່ອເສີມຂະຫຍາຍບົດບາດຂອງໄວໜຸ່ມຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໃນການສ້າງສາບ້ານເກີດເມືອງນອນ.
ຍາໝ - ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ສະຖານທູດ UAE ໄດ້ຈັດຕັ້ງໂຄງການແລກປ່ຽນວັດທະນະທຳ UAE - ຫວຽດນາມ ໂດຍມີການເຂົ້າຮ່ວມຂອງຄະນະສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ.
ຍສໝ - ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງການມອບສິດໃຫ້ແກ່ແມ່ຍິງໃນການສະກັດກັ້ນການປະທະກັນ; ຢືນຢັນວ່າ ຫວຽດນາມ ໄດ້ປະຕິບັດບັນດາບາດກ້າວສະເພາະ ເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນທຸກຂັ້ນຂອງການຄຸ້ມຄອງ.
ຍສໝ - ວັນທີ 9 ມີນານີ້, ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ສາທາລະນະລັດເຊັກໂກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ອາຍຸການ 2024-2029. ໃນອາຍຸການໃໝ່, ສະມາຄົມ ໄດ້ກຳນົດຊຸກຍູ້ການໜູນຊ່ວຍການຮຽນຮູ້, ກຳນົດທິດອາຊີບໃຫ້ຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ສາທາລະນະລັດເຊັກໂກ.
ຍສໝ - ຄະນະຊາວໜຸ່ມປະຊາຊົນປະຕິວັດ ສປປ.ລາວ ຍາມໃດກໍ່ເອົາໃຈໃສ່ສຶກສາອົບຮົມຊາວໜຸ່ມລາວ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງມູນເຊື້ອຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ລາວ-ຫວຽດນາມ.
ຍສໝ - ມີພະນັກງານຊາວໜຸ່ມຫຼັກແຫຼ່ງຈາກຂັ້ນເມືອງ, ແຂວງ, ນະຄອນ 260 ຄົນຂອງບັນດາຄະນະ, ກະຊວງ, ຊະແໜງການຂອງສູນກາງ ລາວ ເຂົ້າຮ່ວມການຝຶກອົບຮົບບຳລຸງສ້າງຕາມແຜນການ.
ຍສໝ - ຕອນເຊົ້າວັນທີ 25 ມີນານີ້, ຢູ່ໂຮງຮຽນການເມືອງແຂວງ, ຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ ເພື່ອຍົກສູງຄວາມຮັບຮູ້ ແລະ ສຶກສາອົບຮົມແນວຄິດອຸດົມການປະຕິວັດ, ຄຸນສົມບັດສິນທຳ, ຊີວິດການເປັນຢູ່ຂອງຊາວຫນຸ່ມ.
ຍສໝ - ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ໄດ້ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນຈັດຕັ້ງ ລາຍການ “ເດືອນ ມີນາ ເຂດຊາຍແດນ” ດ້ວຍຫົວຂໍ້ “ເຂດຊາຍແດນຂອງປະເທດຂ້ອຍ” ຢູ່ບັນດາເຂດຊາຍແດນ.
ຍສໝ - ຄ້າຍພັກແລ້ງຫວຽດນາມປີນີ້ ມີການເຂົ້າຮ່ວມຂອງຜູ້ແທນ 108 ທ່ານໃນເກນອາຍຸແຕ່ 16 – 24 ປີ ໂດຍແມ່ນຜູ້ຕາງໜ້າໃຫ້ແກ່ ຄະນະຊາວໜຸ່ມເຊື້ອຊາດຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມາຈາກ 25 ປະເທດໃນໂລກ.
ຍສໝ - ຄະນະກຳມະການປະຊາຊົນ ແຂວງ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຂະແໜງການ, ຫົວໜ່ວຍ, ທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນກັບຄະນະກຳມະການລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດຢ່າງຕັ້ງໜ້າ , ເປັນເຈົ້າການໃນການປະຕິບັດໜ້າທີ່ ທີ່ໄດ້ມອບໝາຍໃນແຜນການຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ປະຢັດ.
ຍສໝ - ວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຜູ້ປະຈຳການສະພາກອງເຍົາວະຊົນສູນກາງ ໄດ້ຈດຕັ້ງການພົບປະກັບບັນດານ້ອງໆເຍົາວະຊົນທີ່ໄດ້ຮັບການອຸປະຖຳໃນໂຄງການ “ເຊື່ອມຕໍ່ອ້ອມແຂນ”.
ຍສໝ - ວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ອົງການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມຄັ້ງທີ VIII, ອາຍຸການ 2022 – 2027. ນີ້ແມ່ນເຫດການການເມືອງສຳຄັນ, ສ້າງຂີດໝາຍແຫ່ງການພັດທະນາຂອງອົງການຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມອົງການ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຄວນສົມທົບກັນຢ່າງແໜ້ນແຟ້ນກັບຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມຫວຽດນາມ ແລະ ຄະນະຊາວໜຸ່ມສູນກາງ ປະຕິບັດໂຄງການສະເພາະຢ່າງມີປະສິດທິຜົນ, ສອດຄ່ອງກັບຈິດໃຈຊີ້ນຳຂອງລັດຖະບານ.
ຍສໝ - ທ່ານໝໍໜຸ່ມຫວຽດນາມ ດີເດັ່ນ 10 ຄົນ ໃນປີ 2021 ແມ່ນທ່ານໝໍໜຸ່ມທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວດ້ານສາທາລະນະສຸກ, ພິເສດແມ່ນໃນດ້ານການປ້ອງກັນ ແລະ ຕ້ານ ໂລກລະບາດ Covid-19.
ຍສໝ - ໃນເດືອນມີນານີ້, ບັນດາການເຄື່ອນໄຫວຢູ່ໝູ່ບ້ານວັດທະນະທຳການທ່ອງທ່ຽວບັນດາເຜົ່າຫວຽດນາມ ທີ່ມີຫົວຂໍ້ “ສີຂຽວທີ່ຂ້ອຍຮັກ” ດ້ວຍຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ແລະ ດຶງດູດໃຈ.
ຍສໝ - ຫວ່າງແລ້ວນີ້, ສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ, ສະພາພິຈາລະນາລາງວັນຊາວໜຸ່ມ ຫວຽດນາມ ດີເດັ່ນ 2021 ຈັດການຖະແຫຼງຂ່າວປະກາດ ການສະເໜີຊາວໜຸ່ມ 20 ຄົນເຂົ້າຮອບຄັດເລືອກແບບທາງໄກຂອງລາຍການລາງວັນ.
ຍສໝ - ຫວ່າງແລ້ວນີ້, ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບບໍລິສັດເບຍ ໄຊງ່ອນ ເລີ່ມດຳເນີນລາຍການ “ບຸນເຕັດໃນ ຄອບຄົວດຽວກັນ” ຢູ່ນະຄອນ ໂຮ່ຈີມິນ.
ຍສໝ - ປີ 2021, ບັນດາອົງການຈັດຕັ້ງມະຫາຊົນນອກປະເທດເພີ່ມທະວີການປະສົມປະສານຈັດຕັ້ງກິດຈະກຳການເຜີຍແຜ່, ການປ້ອງກັນສິດເປັນເຈົ້າໝູ່ເກາະທະເລຫວຽດນາມຢູ່ເວທີສາກົນ.
ງານພົບປະແລກປ່ຽນຊາວໜຸ່ມມິດຕະພາບ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2021 ໂດຍ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງຕາມຮູບການທາງໄກໃນລະຫວ່າງວັນທີ 22 – 24 ຕຸລາ ຜ່ານມາ ແມ່ນຮູບການເຄື່ອນໄຫວທີ່ມີໄຫວພິບ, ປະດິດຄິດສ້າງ, ມີປະສິດທິຜົນ ແລະ ເໝາະສົມກັບສະພາບການຕົວຈິງ. ເຫດການດັ່ງກ່າວໄດ້ປະກອບສ່ວນສ້າງກາລະໂອກາດໃຫ້ຊາວໜຸ່ມສາມປະເທດແລກປ່ຽນບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກອອກມາດຕະການຫຼາຍຢ່າງເພື່ອຮັບມື ແລະ ເຊື່ອມໂຍງເຂົ້າກັບສາກົນ.